ເຄວັນກາກ - ສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ

(vovworld) ກ່ອນນີ້ 15 ປີ, ປີ 1995, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຕົກ​ລົງ​ເລືອກ​ເຟັ້ນ​ຮູບ​ແຕ້ມ ເຄວັນ​ກາກ (Khue Van Cac) ຂອງ​ນັກ​ແຕ້ມ ຟ້າມງອກ​ຕ໋ວນ ແມ່ນ​ຮູບ​ພາບ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ. ຮອດ​ວັນ​ທີ 21 11 ປີນີ້, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ, ໃນ​ນັ້ນ ເຄວັນ​ກາກ (Khue Van Cac) ໄດ້​ຮັບ​ເລືອກ​ເຟັ້ນ​ເປັນ​ສັນ​ຍາ​ລັກ​ຂອງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ຢ່າງ​ເປັນ​ທາງ​ການ.

ເຄວັນກາກ - ສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ - ảnh 1

ເຄວັນກາກ - ສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ

(ພາບອິນເຕີແນດ)

        ເຄວັນ​ກາກ (Khue Van Cac) ຕັ້ງ​ໃນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ວັນ​ມ໋ຽວກວົກ​ຕື​ຢ໋າມ (Van Mieu – Quoc Tu Giam), ນະ​ຄອນຫຼວງ ຮ່າ​ໂນ້ຍ, ນີ້​ຖືກ​ຖື​ວ່າ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ຫງຽນ ເມື່ອ​ປີ 1805, ເຄວັນ​ກາກ (Khue Van Cac) ແມ່ນ ຕຶກ 2 ຊັ້ນ, ຮູບຈັດ​ຕຸ​ລັດ ຖືກ​ປຸກ​ສ້າງ​ດ້ວຍ​ໄມ້ ແລະ ດິນ​ຈີ່. ຊັ້ນ​ລຸ່ມ​ຂອງ ເຄວັນ​ກາກ (Khue Van Cac) ມີ 4 ເສົາດ້ວຍດິນ​ຈີ່​ທີ່​ຄວັດ​ຮູບ​ກ້ອນ​ເມກ, ຖານເສົາ​ຮູບ 4 ຫຼ໋ຽມ​ມົນ​ທົນ​ເຮັດ​ດ້ວຍ​ດິນ​​ຈີ່​ບາດ​ຈ່າງ. ​ສ່ວນຊັ້ນ​ສອງ​ເຮັດ​ດ້ວຍ​ໄມ້​ຕັ້ງ​ເທິງ 4 ເສົາ ແລະ ມີ 4 ປ່ອງ​ຢ້ຽມ​​ຮູບວົງ​ມົນ, ປະ​ກອບ​ດ້ວຍ​ລັດ​ສະ​ໝີ​ແສງ​ຕາ​ເວັນ ທີ່​ແຜ່​ອອກ 4 ທິດ. ກ່ອນນີ້, ເຄວັນ​ກາກ (Khue Van Cac) ແມ່ນບ່ອນຈັກ​ການ​ປະ​ຊຸມ​​ເພື່ອ​ວິ​ຈານ​ບັນ​ດາ​ບົດວັນ​ນະ​ຄະ​ດີ​ທີ່​ດີ​ເດັ່ນ​ໃນ​ການ​ສອບ​ເສັງ. ເຄວັນ​ກາກ (Khue Van Cac) ​ຍັງ​ແມ່ນ​ສັນ​ຍາ​ລັກ​ຂອງ​ດາວ ເຄ (khue) ເຊິ່ງ​ແມ່ນ​ດາວ​ແຫ່ງ​ສິ​ລະ​ປະ ວັດ​ນະ​ຄະ​ດີ, ມັນ​ມີ​ຄວາມ​ໝາຍ​​ແຫ່ງ​ການ​ກຳ​ເນີດ, ພັດ​ທະ​ນາຂອງໂລກ​ຈັກ​ກະ​ວານ, ແລະ​ຊີ​ວິດ​ຂອງໂລກ​ມະ​ນຸດ. ຕາມ​ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ ເຢືອງ​ຈຸງກວົກ ແລ້ວ, ໃນ​ຈຳ​ນວນ​ກິດ​ຈະ​ກຳ​ທີ່​ດີ​ເດັ່ນ​ຂອງ​ຮ່າ​ໂນ້ຍ, ເຄວັນ​ກາກ (Khue Van Cac) ແມ່​ນ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາ​ຍ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ. ເລື່ອງ ເຄວັນ​ກາກ (Khue Van Cac) ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນ​ສັນ​ຍາ​ລັກ​ຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແມ່ນ​ການ​ເຊີດ​ຊູ​ບັນ​ດາ​ຄວາມ​ໝາຍ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ​ຂອງ​ກິດ​ຈະ​ກຳ​ນີ້.

“ຮູບ​ພາບ​ໜອງ ໂຮ່​ເກືອມ ດ້ວຍ​ທາດ​ເຕົ່າ (Thap Rua) ໄດ້​ນຳ​ມາ​ເຊິ່ງ​ຄວາມ​ໝາຍ​ກ່ຽວ​ກັບ​ການ​ເຫຼື້ອມ​ໄສ. ສ່ວນ​ວັດ​ເສົາ​ດຽວ (Chua Mot Cot) ແມ່ນ​ສັນ​ຍາ​ລັກ​ສະ​ຖາ​ປັດ​ຕະ​ຍາ​ກຳ​ຫວຽດ​ນາມ ແຕ່​ຕິດ​ພັນ​ກັບ​ພຸດ​ທະ​ສາ​ສະ​ໜາ. ມີ​ແຕ່ ເຄວັນ​ກາກ (Khue Van Cac) ແມ່ນ​ສົມ​ກັບ​ສັນ​ຍາ​ລັກ​ຂອງ ຮ່າ​ໂນ້ຍ, ເພາະ​ວ່ານີ້​ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່​ພື້ນ​ຖານ​ອະ​ລິ​ຍະ​ທຳ​ຂອງ​ຊາດ

ເຄວັນກາກ - ສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ - ảnh 2

ເຄວັນ​ກາກ (Khue Van Cac)

(ພາບອິນເຕີແນດ)

ທ່ານ​ນາງ ຫງວຽນ​ງາ, ຜູ້​ອຳ​ນວຍ​ການເຮືອນ​ສິ​ລະ​ປະ, ຖື​ວ່າ​ ເຄວັນ​ກາກ (Khue Van Cac) ແມ່ນສັນ​ຍາ​ລັກ​ຂອງນະ​ຄອນຫຼວງ ຮ່າ​ໂນ້ຍ, ແລະ​ສິ່ງ​ດັ່ງ​ກ່າວໄດ້​ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຊາວ​ ຮ່າ​ໂນ້ຍ​ເປັນ​ຈຳ​ນວນຫຼວງຫຼາຍ.

“ວັດ​ເສົາ​ດຽວ ແລະ ວັນ​ມ໋ຽວ ມີ​ຄວາມ​ໝາຍ​ອັນ​ໃຫ​ຍ່ຫຼວງ. ວັດ​ເສົາ​ດຽວ​ມີ​ຄວາມ​ໝາຍ​ທາງ​ສາ​ສະ​ໜາຫຼາຍກວ່າ, ສ່ວນ ວັນ​ມ໋ຽວ ພັດ​ມີ​ຄວາມ​ໝາຍກວ່າ​ນັ້ນ, ເພາະ​ວ່າ​ມັນ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຫວຽດ​ນາມ​ທີ່​ມີ​ມາ​ແຕ່​ດົນ​ນານ. ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ຂອງ​ປະ​ເທດ​ໜຶ່ງ​​​ທີ່ມີ​ມາ​ແຕ່​ດົນ​ນານ”.

ຮູບ​ແບບ​ສັນ​ຍາ​ລັກ ເຄວັນ​ກາກ (Khue Van Cac) ຂອງ​ນັກ​ແຕ້ມ ຟ້າມງອກ​ຕ໋​ວານ (Pham Ngoc Tuan) ໄດ້​ຊີ້​ໃຫ້​ເ​ຫັນມູນ​ເຊື້ອ​ວັດ​ທະ​ນະ​ທຳຂອງ​ຊາດ ຜ່ານ​ຮູບ​ພາບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ. ວັນ​ມ໋ຽວ - ກວົກ​ຕື​ຢາມ ແມ່ນ​ສູນ​ວັດ​ທະ​ນະ​ທຳ, ແຫ່ງ​ບຳ​ລຸງ​ສ້າງ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ປະ​ເທດ​ໃນ​ປະ​ຫວັດ​ສາດ. ຮູບ​ແບບນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ຫວັງ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ປັນ​ຍາ​ຂອງ​ຊາວ ທັງ​ລອງ - ຮ່າ​ໂນ້ຍ. ອາດ​ເວົ້າ​ໄດ້​ວ່າ​ຮູບ​ແບບ​ສັນ​ຍາ​ລັກ ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ ແລະ ຈຸດ​ພິ​ເສດ​ຂອງ​ນະ​ຄອນ ຮ່າ​ໂນ້ຍ - ນະ​ຄອນຫຼວງ​ອະ​ລິ​ຍະ​ທຳ​​ທີ່​ມີ​ມານັບ​ພັນ​ປີ, ສົມ​ທົບ​ຢ່າງ​ກົມ​ກຽວ​​ລະ​ຫວ່າງລັກ​ສະ​ນະ​ສິ​ລະ​ປະ, ສີ​ສັນ​ຂອງ​ຊາດ ແລະ ລັກ​ສະ​ນະ​ທີ່​ທັນ​ສະ​ໄໝ, ເຄັ່ງ​ຂຶມ. ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ ເລ​ວັນ​ລານ​ຖື​ວ່າ, ນອກ​ຈາກ​ຮູບ​ພາບ ເຄວັນ​ກາກ (Khue Van Cac) ແລ້ວ, ຮ່າ​ໂນ້ຍ​ ຍັງ​ມີ​ມໍ​ລະ​ດົກ, ຮູບ​ພາບຫຼາຍ​ຢ່າງ​ທີ່​ໄດ້​ຝັງ​ເລິດຢູ່​ໃນ​ໃຈ​ຂອງ​ຊາວຮ່າ​ໂນ້ຍ​ຄື: ວັດ​ເສົາ​ດຽວ, ທາດ​ເຕົາ, ໜອງ​ຮ່​ວານ​ກ໋ຽມ, ທາດ​ບຸດ, ເສົາ​ທຸງ​ຮ່າ​ໂນ້ຍ, ພະ​ລາດ​ຊະ​ວັງ​ທັງ​ລອງ, ໂກ​ລ​ວາ… ນີ້​ແມ່ນ​ຮູບ​ພາບ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊາວ​ຮ່າ​ໂນ້ຍ, ປະ​ກອບ​ສ່ວນ​ສ້າງ​ຊື່​ສຽງ​ຮຽງ​ນາມ​ໃຫ້​ແກ່ ທັງ​ລອງ - ຮ່າ​ໂນ້ຍ. ແຕ່​ເມື່ອ​ເລືອກ​ເຟັ້ນ​ສັນ​ຍັງ​ລັກ ແມ່ນ​ຕ້ອງ​ລວບ​ລວມ​ທັງ​ລັກ​ສະ​ນະ​ມູນ​ເຊື້ອ, ທັນ​ສະ​ໄໝ ແລະ ມຸ້ງ​ໄປ​ສູ່​ອະ​ນາ​ຄົດ. ທ່ານ ເລ​ວັນ​ລານ ຢືນ​ຢັນ​ວ່າ, ເຄວັນ​ກາກ (Khue Van Cac) ສົມ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ມູນ​ເຊື້ອ​ຂອງ​ດິນ​ແດນ​ແຫ່ງ​ອະ​ລິ​ຍະ​ທຳ​ທີ່​ມີ​ມາ​ນັບ​ພັນ​ປີ.

“ເມື່ອ​ເລືອກ​ເຟັ້ນ ເຄວັນ​ກາກ (Khue Van Cac) ເປັນ​ສັນ​ຍາ​ລັກ, ພວກ​ເຮົາ​ໄດ້​ປຶກ​ສາ​ຫາ​ລື ແລະ ເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ, ເຄວັນ​ກາກ (Khue Van Cac) ແມ່ນ​ດາວ​ເຄ, ເຊິ່ງ​ແມ່ນ​ດາວ​ທີ່​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ສອບ​ເສັງ, ພວກ​ເຮົາ​ເລືອກ​ມັນ​ຍ້ອນ​ຄວາມ​ໝາຍ​ດັ່ງ​ກ່າວ, ເພາະ​ວ່າ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແມ່ນ​ນະ​ຄອນ​ອະ​ລິ​ຍະ​ທຳ​ທີ່​ມີ​ມາ​ນັບ​ພັນ​ປີ”.

ເຄວັນກາກ - ສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ - ảnh 3

ເຄວັນ​ກາກ (Khue Van Cac)

(ພາບອິນເຕີແນດ

ພ້ອມ​ກັບ​ການ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ, ຮ່າ​ໂນ້ຍ​ຈະ​ເພີ່ມ​ທະ​ວີ​ການ​ແນະ​ນຳ, ໂຄ​ສະ​ນາ​ຄຸນ​ຄ່າ, ຄວາມ​ໝາຍ​ທີ່​ຊ້ອນ​ແຝງ​ໃນ​ສັນ​ຍາ​ລັກ ເຄວັນ​ກາກ (Khue Van Cac) ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ ກໍ່​ຄື​ນັກ​ທ່ອງ​ທ່ຽວ​ສາ​ກົນ. ຮ່າ​ໂນ້ຍ ກໍ່​ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄວາມ​ໝາຍ​ຂອງສັນ​ຍາ​ລັກຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈຳ​ນວນ​ໜຶ່ງ, ພິ​ເສດ​ແມ່ນ​ຢູ່ ວັນ​ມ໋ຽວ - ກວົກ​ຕື​ຢາມ ເພື່ອ​ເຮັດ​ໃຫ້​ສັນ​ຍາ​ລັກ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍາ​ລັກ​ຂອງ​ນະ​ຄອນ ຮ່າ​ໂນ້ຍ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສັນ​ຍາ​ລັກ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ