(vovworld)- ໃນຊຸມມື້ລະດູໃບໄມ້ຫລົ່ນຂອງເດືອງສິງຫາກ່ອນນີ້ 70 ປີ, ທີ່ເຂດປົດປ່ອຍ ເຕີນຈ່າວ, ຕາແສງ ເຕີນຈ່າວ ເມືອງ ເຊີນເຢືອງ ແຂວງ ຕວຽນກວາງ, ຄຳສັ່ງການລຸກຮຶ້ຂຶ້ນຂະຫນາດໃຫຍ່ຖືກເຜີຍແຜ່ໄປທົ່ວປະເທດ. ມີປະຊາຊົນຫວຽດນາມ ກວ່າ 20 ລ້ານຄົນ ໄດ້ລຸກຮຶ້ຂຶ້ນ, ສ້າງເປັນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ, ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ.
ເຂດປູຊະນີຍະສະຖານ ປະຫວັດສາດ ເຕີນຈ່າວ
ແຂວງຕວຽນກວາງ
ພາບ:laodong.com.vn
|
ວັນທີ 21/5/1945, ຈາກ ແຂວງ ກາວບັ່ງ ທ່ານປະທານ ໂຮ່ຈິມີນ ເດີນທາງກັບຄືນແຂວງຕວຽນກວາງ ເພື່ອຊີ້ນຳນຳພາຂະບວນການປະຕິວັດໃນທົ່ວປະເທດ. ປະທານໂຮ່ຈິມີນ ໄດ້ເລືອກເຟັ້ນ ຕາແສງ ເຕີນຈ່າວ ເປັນນະຄອນຫລວງຂອງເຂດປົດປ່ອຍ ແລະ ກໍເປັນຖານທີ່ໝັ້ນການປະຕິວັດ. ສະຖານທີ່ທຳອິດຊື່ງທ່ານປະທານໂຮ່ຈິມີນ ຢູ່ອາໄສ ເມື່ອກັບຄືນ ເຕີນຈ່າວ ນັ້ນແມ່ນ ເຮືອນຂອງ ທ່ານ ຫງວຽນຕຽນຊື້, ຄາວນັ້ນ ແມ່ນຫົວຫນ້າອົງການຫວຽດມີງ ຕາແສງ ເຕີນຈ່າວ. ປ້າ ຮ່ວາງທິມາຍ, ລູກໃພ້ຂອງທ່ານ ຫງວຽນຕຽນ ຊື້ ໃຫ້ຮູ້ວ່າ: ເມື່ອເປັນລູກໃພ້ຂອງ ເພີ່ນ, ຂ້າພະເຈົ້າໄດ້ຮັບຟັງເລື່ອງລາວຫລາຍເລື່ອງກ່ຽວກັບປະທານໂຮ່ຈິມີນ ໃນໄລຍະທີ່ເພີ່ນຢູ່ນຳຄອບຄົວຂ້າພະເຈົ້າ. ຢູ່ທີ່ນີ້ ນອກຈາກເວລາເຮັດວຽກແລ້ວ, ປະທານໂຮ່ຈິມີນ ເຄີຍພ້ອມກັບທ່ານ ຫງວຽນຕຽນຊື້ ໄປຢ້ຽມຢາມຄອບຄົວຈຳນວນຫນຶ່ງໃນໝູ່ບ້ານ, ເພື່ອຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ຜູ້ເຖົ້າຜູ້ແກ່ ແລະ ເດັກນ້ອຍ. ຄາວນັ້ນ ປະຊາຊົນໃນບ້ານເຄີຍເອີ້ນປະທານໂຮ່ຈິມິນ ດ້ວຍຊື່ທີ່ສະຫນິດສະຫນົມ ແລະ ເຄົາລົບຮັກວ່າ: ອົງແກ່(ລຸງແກ່). ປ້າ ຮ່ວາງທິມາຍ ໃຫ້ຮູ້ວ່າ:
“ ພໍ່ແມ່ຜົວຂ້າພະເຈົ້າເລົ່າສູ່ຟັງວ່າ ປະທານໂຮ່ຈິມີນ ມານີ້ເພື່ອຈັດການປະຊຸມ ແລະ ຢູ່ອາໄສທີ່ນີ້ ອາທິດຫນຶ່ງ. ກ່ອນນີ້ ຂ້າພະເຈົ້າບໍ່ຮູ້ຈັກປະທານໂຮ່ຈິມິນ ພຽງແຕ່ຮູ້ວ່າ ອົງແກ ເທົ່ານັ້ນ. ເມື່ອມາເຮັດວຽກໃນຕູບມື້ຫນຶ່ງ ປະທານໂຮ່ຈິມີນ ຖືກເຈັບເປັນ. ຄອບຄົວຂ້າພະເຈົ້າໄດ້ເອົາຢາປົວພະຍາດມາໃຫ້ເພີ່ນ. ແມ່ຜົວຂ້າພະເຈົ້າໄດ້ເອົາເຂົ້າຫນຽວ, ເຂົ້າຈ້າວ, ຊີ້ນໄກ່, ແກງໃຫ້ເພີ່ນກິນ. ເຖິງວ່າ ພວກເພີ່ນປະສົບກັບຄວາມຫຍຸ້ງຍາກຫລາຍ ແຕ່ກໍພະຍາຍາມຊ່ວຍເຫລືອການປະຕິວັດ.”
ຮອດເດືອນສິງຫາປີ 1945, ໃນທ່າມກາງຂະບວນການຕ້ານ ຍີ່ປຸ່ນ ກູ້ຊາດ ພວມດຳເນີນໄປຢ່າງຟົດຟື້ນ, ປະທານໂຮ່ຈິມີນ ໄດ້ອອກຄຳສັ່ງ ຕ້ອງຮີບເຮັ່ງຮຽກໂຮມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ເຕີນຈ່າວ ເພື່ອສ້າງຕັ້ງລັດຖະບານປະຕິວັດຊົ່ວຄາວ, ຊີ້ນຳນຳພາການປະຕິວັດຂອງປະຊາຊົນຫວຽດນາມ. ທ່ານ ຮ່ວາງງອກ ຢູ່ ບ້ານ ເຕີນເລີບ ຕາແສງ ເຕີນຈ່າວ ໃຫ້ຮູ້ວ່າ: ໃນຄາວນັ້ນ ຂ້າພະເຈົ້າມີອາຍຸພຽງ 10 ປີ, ບັນດາພະນັກງານໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ມາຢູ່ເຮືອນຂອງຂ້າພະເຈົ້າ ແລະ ເຮືອນຂອງຄອບຄົວອື່ນໃນບ້ານ. ໃນຂະນະທີ່ກອງປະຊຸມໃຫຍ່ດຳເນີນໄປ, ມີຄະນະຜູ້ແທນຕາງຫນ້າໃຫ້ປະຊາຊົນ ເຕີນຈ່າວ ໄດ້ມາອວຍພອນກອງປະຊຸມໃຫຍ່ ແລະ ທ່ານຮ່ວາງງອກ ເປັນກຽດມີຫນ້າໃນຄະນະເຍົາວະຊົນ. ທ່ານເລົ່າສູ່ຟັງວ່າ: ໃນຄາວນັ້ນ ປະຊາຊົນທຸກຍາກຫລາຍ, ແຕ່ກໍພະຍາຍາມປະກອບເຂົ້າສານ, ໄກ່ ແລະ ງົວໂຕຫນຶ່ງມາອວຍພອນລັດຖະບານປະຕິວັດຊົ່ວຄາວ ທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ. ທ່ານຮ່ວາງງອກ ເວົ້າວ່າ:
“ພວກຂ້າພະເຈົ້າແມ່ນຊາວຊົນເຜົ່າໄຕ່, ໄລຍະພາຍໃຕ້ການຄອບຄອງຂອງຫົວເມືອງຂຶ້ນ ຊີວິດການເປັນຢູ່ຂອງປະຊາຊົນແມ່ນຫຍຸ້ງຍາກລຳບາກທີ່ສຸດ. ເມື່ອມີຂະບວນການປະຕິວັດ ແລະ ໄດ້ຮັບການສຶກສານ້ຳໃຈປະຕິວັດຈາກພັກ, ປະທານໂຮ່ຈິມີນ, ຊາວຊົນເຜົ່າພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ສຸດ ແລະ ພ້ອມກັນຊ່ວຍເຫລືອການປະຕິວັດ. ປະທານໂຮ່ຈິມີນ ເວົ້າແນວໃດ ແລະ ພະນັກງານປະຕິວັດເວົ້າແນວໃດພວກຂ້າພະເຈົ້າລ້ວນແຕ່ປະຕິບັດຕາມ.”
ສຳລັບແມ່ຕູ້ ນົງທິເມີ, ອາຍຸກວ່າ 90 ປີ ເຖິງວ່າ ສຸຂະພາບອ່ອນເພຍແລ້ວກໍຕາມ ແຕ່ແມ່ເຖົ້າ ບໍ່ຫລົງລືມຄວາມຊົງຈຳກ່ຽວກັບຊຸມວັນທີ່ທ່ານປະທານໂຮ່ຈິມີນ ແລະ ບັນດາພະນັກງານປະຕິວັດມາດຳລົງຊີວິດແລະ ເຮັດວຽກຢູ່ ເຕີນຈ່າວ. ຄາວນັ້ນ ແມ່ຕູ້ໄດ້ພ້ອມກັບເອື້ອຍນ້ອງໃນບ້ານຊ່ວຍເຫລືອການປະຕິວັດ ດ້ວຍການຕຳເຂົ້າລ້ຽງທັບ. ບັນຍາກາດອອກແຮງງານດຳເນີນໄປຢ່າງຮີບເຮັ່ງ, ວ່ອງໄວ. ແມ່ຕູ້ນົງທິເມີ ຍັງຈື່ຈຳບັນດາຄຳຕັກເຕືອນຂອງປະທານໂຮ່ຈິມີນ ໃນຄາວນັ້ນວ່າ: “ຕຳເຂົ້າກໍແມ່ນຕີສັດຕູ”. ໃນຊຸມມື້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ, ແມ່ເຖົ້າໄດ້ເປັນກຽດຮັບຫນ້າທີ່ເປັນຜູ້ແຕ່ງກິນຮັບໃຊ້ກອງປະຊຸມໃຫຍ່.
ປະຊາຊົນຢູ່ ແລະເຂດ ພູຜາປ່າໄມ້ຢູ່ ເຕີນຈ່າວ ໄດ້ລ້ຽງດູ, ປົກປິດຊ່ວຍເຫລືອ ການປະຕິວັດ, ປົກປັກຮັກສາຄວາມປອດໄພໃຫ້ພັກ, ປະທານໂຮ່ຈິມີນ ແລະ ການປະຕິວັດໃນຊຸມມື້ກ່ອນການລຸກຮຶ້ຂຶ້ນ. ເຕີນຈ່າວ ແມ່ນສູນກາງຊີ້ນຳການລຸກຮຶ້ຂຶ້ນຂະຫນາດໃຫຍ່ຍາດເອົາອຳນາດການປົກຄອງໃນທົ່ວປະເທດ, ສວມບົດບາດສຳຄັນຕໍ່ຜົນສຳເລັດຂອງການປະຕິວັດເດືອນສິງຫາທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ.