ເສັ້ນທາງ 15 ແລະ ສາມແຍກດົງໂລກແຫ່ງເທບນິຍາຍ

(vovworld)- ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ກູ້​ຊາດ​ກ່ອນ​ນີ້ 50 ປີ, ວັນ​ທີ 5/8/1964, ກອງທັບ​ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ບັ້ນ“ ​ການ​ເຄື່ອນ​ທັບ Pierce Arrow” ແນ​ໃສ່​ຕີ​ທຳລາຍ​ບັນດາ​ຈຸດ​ຄົມມະນາຄົມ​ທີ່​ສຳຄັນ​ຂອງ​ພາກ​ເຫນືອ​ຄື: ຂົວ​ຮ່າ​ມຣົ່ງ, ​ເຮືອ​ບັກ​ແກບ(​ແທງ​ຮວາ), ​ເຮ​ືອບັກ ​ເບ​ນຖູ​ຍ(​ເຫ​ງ້ອານ), ຮ່ອນ​ກາຍ ​ແລະ ທ່າ​ກຳ​ປັ່ນ​ແຢງ(ກວ໋າງບີ​ງ). ດ້ວຍ​ຄວາມ​ຕັດສິນ​ໃຈຊ່ວຍ​ຫນູນ​ໃຫ້​ແກ່​ພາກ​​ໃຕ້, ມີ​ເສັ້ນທາງ​ໃຫມ່​ໄດ້​ຮັບ​ການ​ກໍ່​ສ້າງ​ຂຶ້ນນັ້ນ​ແມ່ນ​ເສັ້ນທາງ 15 ​ເລີ່​ມຈາກ​ທາງ​ທິດຕາ​ເວັນ​ຕົກ​ແຂວງ ນີງບີ​ງ ​ເຊື່ອມ​ຕໍ່​ເສັ້ນທາງ​ໂຮ່ຈິ​ມີນ​ໄປ​ຮອດ​ແຂວງ ກວ໋າງບີ​ງ. ພ້ອມ​ກັບ​ທາງ​ຫລວງ 1A, ນີ້​ແມ່ນ​ເສັ້ນທາງ​ຕົ້ນຕໍ​ໄປ​ຜ່ານ​ເຂດ​ດິນ​ພາກ​ກາງ​ເພື່ອລຳລຽງ​ຂົນ​ສົ່ງ​ ອາວຸດ,ສະບຽງ​ອາຫານ, ມະນຸດ​ເຂົ້າ​ຫນູນ​ຊ່ວຍ​ໃຫ້​ແກ່​ພາກ​ໃຕ້.

ເສັ້ນທາງ 15 ແລະ ສາມແຍກດົງໂລກແຫ່ງເທບນິຍາຍ - ảnh 1
ສາມແຍກດົງໂລກ

        ກ່ອນ​ນີ້ 50 ປີ ຈາກ​ທາງ​ຊອຍສາຍ​ຫນຶ່ງມີປະຊາຊົນ​ດຳ​ລົງ​ຊີວິດ​ກະ​ແຈກ​ກະຈາຍ, ທັງ​ວັນ ​ແລະ ຄືນ​ຖືກ​ທຳລາຍ​ດ້ວຍ​ລູກ​ລະ​ເບີດ​ທຸກ​ປະ​ເພດ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ເສັ້ນທາງ 15 ແມ່ນ​ສ່ວນ​ຫນຶ່ງ​ຂອງ​ເສັ້ນທາງ​ໂຮ່ຈິ​ມີນ ​ໄດ້​ກາຍ​ເປັນ​ເສັ້ນທາງ​ປູ​ຢາງ ​ແລະ ​ເບ​ຕົງ​ທັນ​ສະ​ໄຫມ, ​ມີເຮືອນ​ຊານຄັບຄາ​ຫນາ​​ແຫນ້ນ,​ ຍານພາຫະນະ​ສັນຈອນໄປມາຢ່າງ​ຄຶກ​ໂຄມ. ພົນ​ຈັດຕະວາ ​ເລືອ​ງຊີ​ຍູງ, ອະ​ດິດຜູ້​ບັນຊາ​ພົນ​ລະ​ພາກ​ຫລວງ 12 - ພົນ​ລະ​ພາກ​ຫລວງ ​ເຈື່ອງ​ເຊີນ(ໝາຍ​ເຖິງ​ສາຍພູ​ຫລວງ) ​ໃຫ້​ຮູ້​ວ່າ: ​​ໃນ​ຊຸມ​ປີ​ນັ້ນ, ມີ​ພຽງທາງ​ຫລວງ 1 A ​ແມ່ນ​ເສັ້ນທາງ​ສຳຄັນ ​ແລະ ​ເສັ້ນທາງ​ບາງ​ສາຍ​ໄປ​ຍັງ​ລາວ. ​ເມື່ອ​ສົງຄາມ​ເກີດ​ຂຶ້ນ, ​ເສັ້ນທາງ 1A ກາຍ​ເປັນ​ເສັ້ນທາງ​ຕົ້ນຕໍ ​ແລະ ​ແມ່ນ​ເສັ້ນທາງ​ຂົນ​ສົ່ງ​ອາວຸດ ​ແລະ ທະຫານ.

        “ແຕ່​ວັນ​ທີ 5/8/1964, ອາ​ເມ​ລິ​ກາ ຕີ​ທຳລາຍ​ພາກ​ເຫນືອ​ຫວຽດນາມ, ຈຸດໝາຍ​ຕົ້ນຕໍ​ແມ່ນ​ສຸມ​ໃສ່​ຕີ​ທຳລາຍດ້ານ​ຄົມມະ​ນາ​ຄົມ​ເພື່ອ​ສະກັດ​ກັ້ນ​ ການ​ຂົນ​ສົ່ງ​ສິ່ງ​ຂອງ​ຫນູນ​ຊ່ວຍ​​ພາກ​ໃຕ້. ​ບ່ອນ​ທີ່​ສັດຕູ​ສຸມ​ໃສ່ທຳລາຍ​ແມ່ນ ຂົວ​ແຫ່ງ​ຕ່າງໆ. ສະນັ້ນ ​ໃນ​​ໄລຍະ​ນັ້ນ ການ​ຂົນ​ສົ່ງ​ຂອງ​ກອງທັບ​ຫວຽດນາມ ​ແມ່ນ​ອີງ​ໃສ່​ເສັ້ນທາງ 15. ”

        ​ປະຈຸ​ບັນ ​ເມື່ອ​ໄປ​ຜ່ານ​ເສັ້ນທາງ​ໂຮ່ຈິ​ມີນລຽບ​ຕາມ​ພາ​ກກາງ ຈະ​ພົບ​ເຫັນ​ຫລັກ​ໝາຍ, ປູ​ຊະນີ​ຍະສະ​ຖານ​ຫລາຍ​ແຫ່ງ ຊື່​ງ​ແມ່ນ​ຂີດ​ໝາຍ​ຂອງ​ໄລຍະ​ຕໍ່ສູ້​ຢ່າງ​ສະຫງ່າອົງອາດ​ຂອງ​ຊາດ​ຫວຽດນາມ. ພິ​ເສດ​ເມື່ອ ພົບ​ເຫັນ​ເສັ້ນທາງ​ນີ້ ​ ກອງທັບ​ອາ​ກາດ​ອາ​ເມ​ລິ​ກາ ໄດ້​ຖີ້ມ​ລະ​ເບີດ​ຫລາຍ​ປະ​ເພດ ​ແນ​ໃສ່​ທຳລາຍ​ເສັ້ນທາງ​ຂົນ​ສົ່ງ​ສຳຄັນ​ເຂົ້າ​ສະຫນາມຮົບ​ພາກ​ໃຕ້.  ​ໃນ​ບັນດາ​ສະຖານ​ທີ່ ຊື່​ງກອງທັບ​ອາ​ເມ​ລິ​ກາ ທຳລາຍ​ຢ່າງ​ດຸ​ເດືອດ​ນັ້ນ,  ສາມ​ແຍກ​ດົງ​ລົກ ຂຶ້ນ​ກັບ​ຕາ​ແສງ​ດົງ​ລົກ ​ເມືອງການ​ລົກ ​ແຂວງ ຮ່າ​ຕີ້​ງ ​ນອນໃນ​ເສັ້ນທາງ​ໂຮ່ຈິ​ມີນ ​ແມ່ນ​ບ່ອນ​ຖືກ​ກອງທັບ​ອາ​​ເມ​ລິ​ກາ ຖີ້ມ​ລະ​ເບີດ​​ຫລາຍ​ສຸດ ​ເພາະວ່າ ນີ້​ແມ່ນບ່ອນ​ສຳຄັນ​ໃນ​ເສັ້ນທາງ​ລຳລຽງ​ຂົນ​ສົ່ງ​ອາ​ວຸດ, ​ສິ່ງ​ຂອງ​ທີ່​ຈຳ​ເປັນ ​ແລະ ມະນຸດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ສະຫນາມຮົບ​ພາກ​ໃຕ້. ພົນ​ຈັດຕະວາ ​ເລືອ​ງຊີ້​ຍູງ ​ໃຫ້​ຮູ້​ວ່າ: ທີ່​ດິນແຕ່ລະ​ຕາ​ແມັດ ຢູ່ ສາມ​ແຍກ​ດົງ​ລົກ ຖືກລະ​ເບີດ​ຖີ້ມລົງ​ ຢ່າງ​ຫນ້ອຍ​ສຸດ 3 ລູກ, ດ້ວຍ​ນ້ຳຫນັກ​ລູກ​ລະ​ໂຕນ, ນອກ​ນັ້ນ ຍັງ​ມີ​ໝາກ​ມີ່​ນ ​ແລະ ອາວຸດອື່ນ​ອີກ.

        “​ສາມ​ແຍກ​ດົງ​ລົກ ມີ​ທີ່​ຕັ້ງ​ສຳຄັນທີ່​ສຸດ. ດົງ​ລົກ ​ມີສາຍ​ຕົ້ນຕໍ​ແມ່ນ​ເສັ້ນທາງ 15 ​ໄປ​ເຖິງ ​ແຄ​ຢາ​ວ - ຮ່າ​ຕີ້​ງ ​ແລະ ອີກ​ສາຍ​ຫນຶ່ງ​ແມ່ນ​ເສັ້ນທາ​ງໄ​ປຮອດ​ທາງ​ຫລວງ 1A. ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ພາກ​ໃຕ້ຕ້ອງ​ໄປຕາມ​ເສັ້ນທາງ 15 ​ແລະ ​ຜ່ານ​ສາມ​ແຍກ​ດົງ​ລົກ. ​​ເພາະວ່າ ບັນດາ​ຂົວ​ຢູ່​ລຽມຕາມ​ເສັ້ນທາງ 1 A ຖືກ​ສັດຕູ​ຖີ້ມລະ​ເບ​ີດທຳລາຍ​ໝົດ. ສະ​ນັ້ນ ຕາມ​ທັດສະນະ​ຂອງ​ຈັກກະພັດ ອາ​ເມ​ລິ​ກາ, ຖ້າທຳລາຍ ດົງ​ລົກ ​ໄດ້ ຈະ​ມີ​ປະສິດທິ​ຜົນ​ກວ່າ​ເມື່ອ​ທຽບ​ໃສ່​ການທຳລາຍ​ບ່ອນ​ອື່ນ.”

ເສັ້ນທາງ 15 ແລະ ສາມແຍກດົງໂລກແຫ່ງເທບນິຍາຍ - ảnh 2
ເສັ້ນທາງ 15 ໃນເມື່ອກ່ອນ
ພາບເອກະສານ

        ສາມ​ແຍກ​ດົງ​ລົກ ຕິດ​ພັນ​ກັບ​ເຫດການ​ ນາງສາວ​ຕະລຸມ​ບອນ 10 ຄົນຖືກເສຍສະຫລະ​ຊີວິດ​​ໃນ​ຂະນະພວມ​ປະຕິບັດ​ຫນ້າ​ທີ່. ການ​ເສຍສະຫລະ​ຂອງ​ພວກ​ເອື້ອຍ​ໄດ້​ກາຍ​ເປັນ​ເທບ​ນິຍາຍ​ໃນ​ໄລຍະ​ຕໍ່ຕ້ານ​ຕ້ານ​ ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ​ໃນ​ຕະຫລອດ​ໄລຍະ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຍາດ​ເອົາ​ເອກະ​ລາດ​ແຫ່ງ​ຊາດ.  ນາງ​ສາວ​ຕະລຸມ​ບ່ອນ 10 ຄົນ​ນັ້ນ ມີ​ອາຍຸ​ແຕ່ 17-24 ປີ, ພວກ​ເອື້ອຍ​ໄດ້​ຮັບ​ຫນ້າ​ທີ່ຖົມ​ຂຸມ​ລະ​ເບີດ​ເພື່ອ​ເຊື່ອມ​ຕໍ່​ເສັ້ນທາງ​ ລຳລຽງ​ຂົນ​ສົ່ງໃຫ້​ແນວ​ຫນ້າ. ຕອນ​ເຊົ້າ​ຂອງວັນ​ທີ 24/7/1968, ພວກ​ເອື້ອຍ​ໄດ້​ຮັບ​ຄຳ​ສັ່ງ​ຖົມ​ຂຸມ​ລະ​ເບີດ​ຢ່າງ​ຮີບ​ດ່ວນ, ພາຍຫລັງ​ຫລີກ​ລ້ຽງ​ບັ້ນ​ຖິ້ມ​ລະ​ເບີດ​ຂອງ​ສັດ​ຕູ​ທຳລາຍຫລາຍ​ຄັ້ງ​ຢູ່​ສາມ​ ແຍກ​ດົງ​ລົກ​ແລ້ວ, ສັດຕູ​ບຸກ​ໂຈມ​ຕີ​ຢ່າງ​ນອງ​ເລືອດ ​ແລະ ​ໄດ້​ມີ​ລະ​ເບ​ີດລູກ 1 ຕົກ​ໃສ່ ບ່ອນ​ພວກ​ເອື້​ອຍພວມ​ເຮັດ​ວຽກ.  ປະຈຸ​ບັນ ບ່ອນ​ທີ່​ນາງ​ສາວ​ຕະລຸມ​ບອນ​​ຖືກ​ເສຍສະຫລະ​ຊີວິດ ​ໄດ້​ກາຍ​ເປັນ​ເຂດ​ປູຊະນີຍະສະຖານ​ອາ​ໄລ​ຫາ​ນັກ​ວິລະ​ຊົນຍິງ 10 ຄົນ​ທີ່​ເສຍສະຫລະ​ຊີວິດ​ ເພື່ອ​ເອກະ​ລາດ​​ແຫ່ງ​ຊາດ. ອ້າຍ ​ເຈີ​ນດີງ​ເອືອກ, ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ ດົງ​ລົກ ​ໃຫ້​ຮູ້​ວ່າ:

        “ຄະນະ​ຄຸ້ມ​ຄອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຖັນ​ແຖວ​ໂຄສະນາ ​ເພື່ອ​ເຮັດ​ແນວ​ໃດ​​ໃຫ້​ແຂກ​ຄົນ​ເຂົ້າ​ໃຈ​ໄດ້​ອະດີດຕະການ​ທີ່​ສະຫງ່າ​ ອົງອາດ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ສົງຄາມ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ພິ​ເສດ ​ໃນ​​ແນວ​ຮົມ​ຄົມມະນາຄົມ​ຂົນ​ສົ່ງ, ສົງ​ຄາມ​ປະຊາຊົນ. ​ເພື່ອ​ໃຫ້​ລຸ້ນຫນຸ່ມ​ດຳລົງ​ຊີວິດ​​​ແນວ​ໃດ​​ໃຫ້​ດີ, ສົມ​ກັບ​ການ​ເສຍສະຫລະ​ຊີວິດ​ຂອງ​ລຸ້ນພໍ່​ລຸ້ນອ້າຍ. ສະ​ເລ່ຍ​ແຕ່​ລະ​ມື້ ຄະນະ​ຄຸ້ມ​ຄອງ​ປູຊະນີຍະສະຖານ​ໄດ້​ຕ້ອນຮັບ​ແຂກ​ປະມານ 3000 ​ເທື່ອ​ຄົນ​, ສະ​ເພາະ ເດືອນ 7 ​ແມ່ນ​ໂອກາດ​ສະ​ຫລີ​ມສະຫລອງ​ວັນ​ທະ​ຫານ​ເສຍ​ອົງຄະ​ ​ແລະ ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາ ມີ 40.000-50.000 ​ເທື່ອ​ຄົນ​ມາ​ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດານາງ​ສາວ​ຕະລຸ​ມບອນທີ່​ເສຍສະຫລະ​ຊີວິດ​ເພື່ອ​ ຊາດ.”

        ​ເຂດ​ປູຊະນີຍະ​ສະຖານ ສາມ​ແຍກ​ດົງ​ລົກ ຕັ້ງ​ຢູ່​ຮ່ອມ​ພູ ຖືກ​ອ້ອ​ມຮອບ​ໄປ​ດ້ວຍ​ປ່າ​​ແປກ​ທີ່​ຂຽວ​ອຸ່ມ​ທຸ່ມ. ຫໍ​ວາງສະ​ແດງ, ຫໍພິພິດທະພັນ​ຊາວ​ຫນຸ່ມ​ຕະລຸມ​ບອນ, ອະນຸສາ​ວາລີ ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ​ຢູ່​ຕໍ່ຫນ້າ​ບັນດາ​ສຸສານ​ຂອງ​ນາງ​ສາວ​ ຕະລຸມບອນ 10 ຄົນ​. ​ແຕ່ລະ​ປີ ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ ນັບ​ໝື່ນໆ​ຄົນ ພ້ອມ​ກັບ​ຊາວ​ຫວຽດນາມ ອ​າ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ມາ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ນາງສາວ​ຕະລຸມບອນ​ທີ່​ໄດ້​​ເສຍສະຫລະ​ ຊີວິດ​ເພື່ອ​ປະ​ເທດ​ຊາດ ​ແລະ ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ແຫ່ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ