ເສົາທຸງຊາດ ຮ່າໂນ້ຍ - ພະຍານຫຼັກຖານປະຫວັດສາດ, ຄວາມເອກອ້າງທະນົງໃຈຂອງນະຄອນຫຼວງ

(VOVWORLD) -ວັນທີ 10 ຕຸລາ ປີ 1954, ພິທີຊັກທຸງຊາດຢູ່ເສົາທຸງຊາດ ຮ່າໂນ້ຍ ໄດ້ກາຍເປັນຈຸດເວລາທີ່ສັກກະລະບູຊາ ເປັນຂີດໝາຍປະຫວັດສາດຂອງຊາດ ຫວຽດນາມ ນັ້ນແມ່ນນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການປົດປ່ອຍ. ເສົາທຸງຊາດ ຮ່າໂນ້ຍ ເປັນພະຍານຫຼັກຖານໃຫ້ແກ່ຈຸດເວລາປະຫວັດສາດທີ່ສະຫງ່າອົງອາດຂອງນະຄອນຫຼວງ ພ້ອມທັງແມ່ນຮ່ອງຮອຍສະຖານຈົດຈຳບັນດາຂີດໝາຍທີ່ລືຊາຜາກົດຂອງດິນແດນທັງລອງ - ຮ່າໂນ້ຍ
ເສົາທຸງຊາດ ຮ່າໂນ້ຍ - ພະຍານຫຼັກຖານປະຫວັດສາດ, ຄວາມເອກອ້າງທະນົງໃຈຂອງນະຄອນຫຼວງ - ảnh 1ເສົາທຸງຊາດ ຮ່າໂນ້ຍ
 

 ເສົາທຸງຊາດ ຮ່າໂນ້ຍ ຕັ້ງຢູ່ໃນບໍລິເວນຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມທີ່ ຖະໜົນ ດ້ຽນບຽນຝູ໋ ເມືອງ ບາດິ່ງ. ນີ້ແມ່ນບ່ອນທີ່ທຸງແດງ ດາວຄຳຫ້າກີບປິວສະບັດໃນຕະຫຼອດ 70 ປີທີ່ຜ່ານມາ ໄດ້ກາຍເປັນສັນຍາລັກທີ່ມີກຽດອັນສະຫງ່າ ແມ່ນຄວາມເອກອ້າງທະນົງໃຈຂອງຊາດຫວຽດນາມ. ຮ້ອຍເອກ ຫງວຽນລານເຮືອງ ສັງກັດພະແນກໂຄສະນາສຶກສາ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ໃຫ້ຮູ້ວ່າ:

“ເສົາທຸງຊາດ ຮ່າໂນ້ຍ ໄດ້ຮັບການກໍ່ສ້າງໃນປີ 1805 ແລະ ໄດ້ສຳເລັດໃນປີ 1812 ໃນສະໄໝເຈົ້າຊີວິດ ຢາລອງ ລາດຊະວົງ ຫງວຽນ. ໃນບໍລິເວນເສົາທຸງຊາດ ຮ່າໂນ້ຍ ກໍ່ໄດ້ເກີດການສູ້ຮົບສອງຄັ້ງ ລະຫວ່າງທະຫານລາດຊະວົງ ຫງວຽນ ກັບທະຫານຝຣັ່ງ. ຄັ້ງທີໜຶ່ງ ແມ່ນໃນປີ 1873, ຄັ້ງທີສອງ ແມ່ນໃນປີ 1882, ທະຫານ ຝຣັ່ງ ໄດ້ຢຶດຄອງສະຖານທີ່ແຫ່ງນີ້ ແລະ ນຳໃຊ້ເປັນບ່ອນຕັ້ງທັບ. ເຂົາເຈົ້າໄດ້ນຳໃຊ້ເສົາທຸງຊາດ ເປັນບ່ອນສັງເກດການໃນຕະຫຼອດໄລຍະທຳການຕໍ່ຕ້ານຕ້ານຝຣັ່ງ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ມາເຖິງປີ 1954 ເມື່ອນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການປົດປ່ອຍ ພວກເຮົາຈຶ່ງໄດ້ຮັບສິດຄຸ້ມຄອງເສົາທຸງຊາດ ຮ່າໂນ້ຍ”.

 ກິດຈະກຳນີ້ນອນໃນເຂດທາງທິດໃຕ້ຂອງພະລາດຊະວັງ ທັງລອງ ເມື່ອກ່ອນນີ້. ເສົາທຸງມີລວງຍາວທັງໝົດ 33 ແມັດ ຖ້າຫາກນັບທັງເສົາແຂວນທຸງແມ່ນ 44 ແມັດ ຖືກກໍ່ສ້າງດ້ວຍຖານ 3 ຊັ້ນ ແລະ ໜຶ່ງຮ່າງເສົາ ແລະ ໃນຮ່າງເສົານີ້ກໍ່ມີຂັ້ນໃດ 54 ຂັ້ນຖືກກໍ່ສ້າງແບບກົ້ນຫອຍຂື້ນເຖິງຍອດ ແລະ ຮັບແສງສະຫວ່າງຜ່ານ 39 ປ່ອງ ຢູ່ອ້ອມແອ້ມຮ່າງເສົາ. ໃນສະໄໝລາດຊະວົງຫງວຽນ ໃນໂອກາດວັນບຸນໃຫຍ່ຕ່າງໆ, ທຸງຂອງລາດຊະວົງຖືກແຂວນຢູ່ຍອດເສົາ. ຕາມພັນໂທ ເລຫວູຮຸຍ ຜູ້ອຳນວຍການຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ແລ້ວ, ເສົາທຸງຊາດ ຮ່າໂນ້ຍ ແມ່ນໜຶ່ງໃນຈຳນວນໜ້ອຍກິດຈະກຳທີ່ຍັງຄົງສາມາດຮັກສາຄຸນຄ່າໄວ້ເໝືອນເດີມ ແລະ ໃຫຍ່ໂຕກວ່າໝູ່ໃນກຸ່ມປູຊະນີຍະສະຖານພະລາດຊະວັງ ທັງລອງ. ເສົາທຸງຊາດ ຮ່າໂນ້ຍ ໄດ້ຮັບການຮັບຮອງແມ່ນສະຖານທີ່ປະຫວັດສາດ ເມື່ອປີ 1889. ປີ 1945 ພາຍຫຼັງທີ່ການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ, ທຸງແດງດາວຄຳ ເປັນຄັ້ງທຳອິດໄດ້ຖຶກແຂວນຢູ່ເສົາທຸງຊາດ ຮ່າໂນຍ. ນັບແຕ່ນັ້ນມາຮອດປັດຈຸບັນ, ເສົາທຸງຊາດ ຮ່າໂນ້ຍ ຍັງສະຫງ່າຜ່າເຜີຍ ແລະ ຍືນຍົງຄົງຕົວກັບການເວລາ. ທ່ານ ຮຸຍ ໃຫ້ຮູ້ວ່າ:

 “ຜ່ານບັນດາໄລຍະປະຫວັດສາດພິເສດໃນ 30 ປີທຳສົງຄາມປົດປ່ອຍ, ເສົາທຸງຊາດຍັງຄົງຮັກສາຄຸນຄ່າໄວ້ເໝືອນເດີມ. ນີ້ແມ່ນສັນຍາລັກປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ ຫວຽດນາມ ທັງແມ່ນຄວາມເອກອ້າງທະນົງໃຈຕໍ່ເພື່ອນມິດສາກົນ ເມື່ອມາຢາມ ຫວຽດນາມ ແລະ ມາຢາມ ຮ່າໂນ້ຍ”.

ບໍ່ພຽງແຕ່ມີຄວາມເປັນເອກະລັກທາງດ້ານສະຖາປັດຕະຍະກຳເທົ່ານັ້ນ, ເສົາທຸງຊາດ ຮ່າໂນ້ຍທີ່ມີອາຍຸກວ່າ 200 ປີຍັງຄົງແມ່ນຮ່ອງຮອຍສະຖານຈົດຈຳຄວາມສະຫງ່າອົງອາດ ແລະ ວິລະກຳທີ່ລືຊາຜາກົດຂອງທັງລອງ - ຮ່າໂນ້ຍ. ພິເສດໃນເຫດການວັນທີ 10 ຕຸລາ ປີ 1954 ປະຊາຊົນນັບພັນຄົນໄດ້ພາກັນຫຼັ່ງໄຫຼມາຮອດເສົາທຸງຊາດ ຮ່າໂນ້ຍ ລໍຄອຍຈຸດເວລາປະຫວັດສາດ - ພິທີຊັກທຸງຊາດ, ນັ້ນແມ່ນວັນທີ່ນະຄອນຫຼວງໄດ້ຮັບຮັບການປົດປ່ອຍຢ່າງສົມບຸນ.

“ເມື່ອກອງທັບປົດປ່ອຍຮັບເອົາສິດຄຸ້ມຄອງນະຄອນຫຼວງ, ບົນເສັ້ນທາງບຸກເຂົ້ານະຄອນຫຼວງ, ປະຊາຊົນໄດ້ພາກັນຫຼັ່ງໄຫຼອອກສູ່ຖະໜົນຕ້ອນຮັບ. ໃນວັນນັ້ນ ທຸງຊາດໄດ້ຖືກຊັກຂຶ້ນຍອດເສົາ ປິວສະບັດໃນທາມກາງສາຍລົມ. ນີ້ແມ່ນຄວາມເອກທະນົງໃຈກ່ຽວກັບພື້ນຖານເອກະລາດຂອງ ຫວຽດນາມ”.

“ຈຸດເວລານັ້ນ ພວກຂ້າພະເຈົ້າດີໃຈຫຼາຍ, ກອດກັນແລະ ຫຼັ່ງນ້ຳຕາ. ບົນເສັ້ນທາງບຸກເຂົ້ານະຄອນຫຼວງຢູ່ສອງຟາກທາງກໍ່ເຕັມໄປດ້ວຍທຸງຊາດ,ດອກໄມ້ ຢ່າງ ສວຍສົດງົດງາມໃນທ່ານກາງສຽງໂຮ່ຮ້ອງຂອງມະຫາຊົນຕ້ອນຮັບກອງທັບເຮົາ”

ເສົາທຸງຊາດ ຮ່າໂນ້ຍ ຍັງຄົງແມ່ນສັນຍາລັກແຫ່ງເຈດຈຳນົງເອກະລາດເປັນເຈົ້າຕົນເອງຂອງຊາດ ຫວຽດນາມ ທັງແມ່ນສັນຍາລັກທີ່ມີກຽດອັນສະຫງ່າ ແລະ ເປັນຄວາມເອກອ້າງທະນົງໃຈຂອງ ຮ່າໂນ້ຍ ເວົ້າສະເພາະ ແລະ ຂອງຊາດ ຫວຽດນາມ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ