ແຫ່ງກຳເນີດ ແລະ ສ້າງພາລະກິດຂອງລາດຊະວົງເຈີນ

ໝູ່​ບ້ານ​ຕາມ​ເດືອງ​ທີ່​ຂຶ້ນ​ກັບ​ຕາ​ແສງ​ຕ້ຽນ​ດຶກ ເມືອງ​ຮຶງ​ຮ່າ ແຂວງ​ທ້າຍ​ບີງ ແມ່ນ​ດິນ​ແດນ​ທີ່​ສັກ​ສິດ ແລະ ເປັນແຫ່ງ​ກຳ​ເນີ​ດ ແລະ ສ້າງພາ​ລະ​ກິດ​ຂອງ​ລາດ​ຊະ​ວົງ​ເຈີນ ( 1226-1400) ທັງ​ແມ່ນ​ບ່ອນ​ທີ່​ລວງ​ລັບ​ຂອງ​ເຈົ້າ​ຊີ​ວິດ​ບັນ​ດາອົງ​ທຳ​ອິດ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີນ. ແຕ່​ລະ​ປີ, ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ສາ​ລະ​ທິດ​ໄດ້​ກັບ​ຄືນ​ເມືອ​ຮຶງ​ຮ່າ ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພະ​ວິ​ຫານ​ບູ​ຊາ ແລະ ສຸ​ສານ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດໃນ ສະ​ໄໝ​ລາດ​ຊະ​ວົງ​ເຈີນຢູ່​ໝູ່​ບ້ານ​ຕາມ​ເດືອງ ເພື່ອ​ໄຕ້​ທູບທຽນອາ​ໄລ​ຫາ​ເຖິງ​ຄຸນ​ງາມ​ຄວາມ​ດີ, ການ​ປະ​ກອບ​ສ່ວນ​ຂອງລາດ​ຊະ​ວົງ​ເຈີນສຳ​ລັບ​ປະ​ເທດ​ຊາດ​ຫວຽດ​ນາມ.

ແຫ່ງກຳເນີດ ແລະ ສ້າງພາລະກິດຂອງລາດຊະວົງເຈີນ - ảnh 1
ໝູ່​ບ້ານ​ຕາມ​ເດືອງໃນ​ແຂວງ​ທ້າຍ​ບີງ

      ໝູ່​ບ້ານ​ຕາມ​ເດືອງ ກ່ອນນີ້​ຍັງ​ມີ​ຊື່​ເອີ້ນ​ວ່າ ທ້າຍ​ເດືອງ, ຕັ້ງ​ຢູ່​ໃຈ​ກາງ​ຕາ​ແສງ​ດຶກ​ຕ້ຽນ. ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ບັນ​ດາ​ເຈົ້າ​ຊີ​ວິດ​ໃນ ສະ​ໄໝ​ລາດ​ຊະ​ວົງ​ເຈີນ​ຢູ່ ໝູ່​ບ້ານ​ຕາມ​ເດືອງແມ່ນ​ແຫ່ງ​ທີ່ເປັນຂີດ​ໝາຍ​ປະ​ຫວັດ​ສາດຕິດ​ແໜ້ນກັບ​ລາດ​ຊະ​ວົງ​ເຈີນ, ກັບ​ເຈົ້າ​ຊີ​ວິດ ເຈີນ​ທ້າຍ​ຕົງ, ເຈີນ​ແທ້ງ​ຕົງ, ເຈີນ​ເຍີນ​ຕົງ ແລະ ບັນ​ດາ​ນາຍ​ພົນ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເຊັ່ນ: ນາຍ​ພົນ ເຈີນ​ຖູ​ໂດະ, ເຈີນ​ຮຶງ​ດ້າວ, ເຈີນກວາງ​ຂາຍ… ທ່ານ ຫງວຽນ​ວັນ​ບົນ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພະ​ວິ​ຫານເຈີນ ໃຫ້​ຮູ້​ວ່າ : 

    “ ປະ​ເທດ​ຊາດ ກໍ​ມີ​ບັນ​ພະ​ບຸ​ລຸດ, ສ່ວນ​ແຂວງ​ກໍ​ມີ​ດິນ​ແດນ​ທີ່​ສັກ​ສິດ. ທ້າຍ​ບີງ ແລະ ຮຶງ​ຮ່າ​ຖື ໝູ່​ບ້ານ​ຕາມ​ເດືອງ​ແມ່ນ​ດິນ​ແດນ​ສັກ​ສິດ​ຂອງ​ແຂວງ. ປະ​ຊາ​ຊົນ​ຈາກສາລະ​ທິດໄດ້​ກັບ​ມານີ້​ຢ່າງຫຼວງຫຼາຍ. ເມື່ອ​ມານີ້, ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ວ່າ ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ​ໄດ້​ມີ​ເຂດ​ດິນ​ທີ່​ສັກ​ສິດ, ມີ​ສຸ​ສານ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ, ລາ​ຊະ​ທິ​ດາ, ພະ​ມະ​ເຫ​ສີ​ໃນສະ​ໄໝ​ລາດ​ຊະ​ວົງ​ເຈີນ. ປະ​ຊາ​ຊົນ​ເຄີຍ​ຈັດ​ຕັ້ງ​ການ​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ​ຢູ່ນີ້ ”

      ບົນ​ເນື້ອ​ທີ່​ດິນ​ປະ​ມານ 5000 ຕາ​ແມັດ, ພະ​ວິ​ຫານ​ບັນ​ດາ​ເຈົ້າ​ຊີ​ວິດໃນສະ​ໄໝ​ລາດ​ຊະ​ວົງ​ເຈີນ ແລະ ພະ​ວິ​ຫານ​ບູ​ຊາ​ພະ​ອໍ​​ລະ​ຫັນ ເຈີນ​ຮຶງ​ດ້າວ ໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ລະ​ອຽດ​ລະ​ອໍ, ສະ​ຫງ່າ​ຜ່າ​ເຜີຍ​ຢູ່​ໃຈ​ກາງ​ຕາ​ແສງຕ້ຽນ​ດຶກ. ທ່ານ ຫງວຽນ​ວັນ​ບົນ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພະ​ວິ​ຫານເຈີນ ໃຫ້​ຮູ້​ອີກວ່າ :

     “ ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ນີ້ ມີ​ບາງ​ເຂດ​ຕົ້ນ​ຕໍ, ນັ້ນ​ແມ່ນ​ເຂດ​ພະ​ວິ​ຫານ​ບູ​ຊາ ​ບັນ​ດາ​ເຈົ້າ​ຊີ​ວິດ​ໃນສະ​ໄໝ​ລາດ​ຊະ​ວົງ​ເຈີນ, ພະ​ວິ​ຫານ​ບູ​ຊາ​ພະ​ແມ່​ໃນ​ລາດ​ຊະ​ວົງ​ເຈີນ. ຢູ່​ເບື້ອ​ງຊ້າຍ​ມືແມ່ນ​ເຂດ​ພະ​ວິ​ຫານ​ບູ​ຊາ​ພະ​ອໍ​​ລະ​ຫັນ ເຈີນ​ຮຶງ​ດ້າວ. ຢູ່​ທາງນອກ​ແມ່ນ​ເດີນ​ຈັດ​ງານ​ບຸນ. ຫ່າງ​ຈາກນັ້ນ​ບໍ່​ໄກ​ແມ່ນ​ເຂດ​ສຸ​ສານ​ຂອງ​ລາດ​ຊະ​ວົງ​ເຈີນ ”

      ຢູ່ໝູ່​ບ້ານ​ຕາມ​ເດືອງ ຍັງ​ຄົງ​ຕົວ​ໂນນ 3 ແຫ່ງ, ແຕ່​ລະ​ແຫ່ງ​ແມ່ນ​ຂຸມ​ຝັງ​ສົບ​ຂອງ​ເຈົ້າ​ຊີ​ວິດ​ອົງ​ທຳ​ອິດ​ໃນ ສະ​ໄໝ​ລາດ​ຊະ​ວົງ​ເຈີນ. ໂນນ 3 ແຫ່ງ​ດັ່ງ​ກ່າວ​ມີ​ຄວາມ​ສູງ​ປະ​ມານ 5-6 ແມດ. ສຳ​ລັບ​ຊາວ​ທ້ອງຖິ່ນ​ ແລະ ແຂກ​ສາ​ລະ​ທິດແລ້ວ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພະ​ວິ​ຫານເຈີນ ແມ່ນ​ແຫ່ງ​ທີ່​ສັກ​ສິດ, ມີ​ຄຸນ​ຄ່າ​ທາງ​ດ້ານ​ຈິດ​ວິນ​ຍານ.

       ງານ​ບຸນ​ວິ​ຫານ​ເຈີນ​ຢູ່ ໝູ່​ບ້ານ​ຕາມ​ເດືອງ​ໃນ​ແຂວງ​ທ້າຍ​ບີງ ຖືກ​ຈັດ​ຂຶ້ນ​ໃນ​ເດືອນ​ຈຽງ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນໃນ​ແຕ່​ລະ​ປີ. ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ເຕົ້າ​ໂຮມ​ກັນ​ມານີ້ ເຂົ້າຮ່ວມງານ​ບຸນ​ດ້ວຍ​ການ​ລະຫຼິ້ນ​ຕ່າງໆ​ເຊັ່ນ: ພິ​ທີ​ແຫ່​ວໍ, ຕີ​ມວຍ, ປ່ອຍ​ວາ່ວ, ແຂ່ງ​ຂັນ​ໝາກ​ກະ​ໂພກ…ແລ້ວ​ກໍ​ຮອດ​ວັນ​ເພັງ, ວັນ​ທີ 1 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນໃນ​ແຕ່​ລະ​ເດືອນ, ຊາວ​ບ້ານ​ບ້ານ​ຕາມ​ເດືອງຕ່າງກໍພາ​ກັນ​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ຢູ່​ພະ​ວິ​ຫານ. ປ້າ​ເຈີນທິ​ຖຳ, ຊ້າວ​ບ້ານ​ຕາມ​ເດືອງ ເວົ້າ​ວ່າ :

    “ຮອດ​ວັນ​ເພັງ ແລະ ວັນ​ທີ 1 ໂດຍໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນໃນ​ແຕ່​ລະ​ເດືອນ, ຢູ່ນີ້​ມີ​ຄົນ​ມາ​ຢ່າງ​ໜາ​ແໜ້ນ. ຕອນ​ກາງ​ເວັນ, ຊາວ​ບ້ານ​ໄປ​ເຮັດ​ວຽກ, ຮອດ​ຕອນ​ແລງ ຈຶ່ງ​ມານີ້ ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​. ບັນ​ດາ​ພະ​ອາ​ຈານ ກໍ​ມານີ້​ສວນ​ມົນ​ພາ​ວະ​ນາໃຫ້​ແຕ່​ລະ​ຄອບ​ຄົວ.   ”

      ເກືອບ 8 ສະ​ຕະ​ວັດ​ໄດ້​ຜ່ານ​ພົ້ນ​ໄປ, ສຸ​ສານ ແລະ ພະ​ວິ​ຫານ​ບັນ​ດາ​ເຈົ້າ​ຊີ​ວິດ​ໃນສະ​ໄໝ​ລາດ​ຊະ​ວົງ​ເຈີນຍັງ​ຄົງ​ຖືກ​ຊາວ​ບ້ານ​ໃນ​ແຂວງ​ທ້າຍ​ບີງ​ມາ​ຖະ​ຫວາຍ ດອກ​ໄມ້​ທູບ​ທຽນ​ບູ​ຊາ. ໃນ​ບັນ​ດາ​ໂອ​ກາດ​ຈັດ​ງານ​ບຸນ, ແຂກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ​ຈາກ​ສາ​ລະ​ທິດ​ໄດ້​ພາ​ກັນ​ຫຼັ່ງ​ໄຫຼມານີ້ ຖະ​ຫວາຍດອກ​ໄມ້ ​ທູບ​ທຽນ​ບູ​ຊາອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ ແລະ ການ​ປະ​ກອບ​ສ່ວນ​ຂອງ​ລາດ​ຊະ​ວົງ​ເຈີນ. ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ເມື່ອ​ມາ​ທັດ​ສະ​ນະ​ສຶກ​ສາ ຍັງ​ສະ​ໜັບ​ສະ​ໜູນ​ເງິນ​ທອງວັດ​ຖຸ, ຮ່ວມ​ແຮງ​ແຮງ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເພື່ອ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ແລະ ອະ​ນຸ​ລັກ​ຮັກ​ສາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ໃຫ້​ສົມ​ກັບ​ເປັນ​ແຫ່ງ​ສ້າງ​ພາ​ລະ​ກິດ​ຂອງລາດ​ຊະ​ວົງ​ເຈີນ .

ຕອບກັບ

ຂ່າວ/ບົດ​ອື່ນ