ໂຮ້ຍອານໃນສາຍຕາຂອງນັກທ່ອງທ່ຽວຕ່າງປະເທດ


vovworld-ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ, ແຂວງ ກວ໋າງ​ນາມ ຍາ​ມ​ໃດ​ກໍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ບັນ​ດາ​ຄ​ຸ້ມ​ຖະ​ຫ​ນົນ​ທີ່​ເກົ່າ​ແກ່, ຫລັງ​ຄາ​ເຮືອນ​ບູ​ຮານ, ວັດ​ເກົ່າ​ (ວັດ​ຂົວ) ຮູບ​ໂກງ​ສວຍ​ງາມທີ່ກາຍ​ຂ້າມ​ສາ​ຂາແມ່​ນ້ຳ​ຮ​ວ່າຍ, ບັນ​ດາ​ນ້ຳ​ຊ້າງ​ເກົ່າ​ແກ່​ທີ່​ເຄີຍນຳ​ໃຊ້​ກ່ອນນີ້ 3 ສັດ​ຕະ​ວັດ​… ແຕ່​ລະ​ກິດ​ຈະ​ກຳ​ມ​ໍ​ລະ​ດົກ​ນັ້ນ​ລ້ວນ​ແຕ່​ມ​ີ​ຄວາມ​ງາມ​ເປັນເອ​ກະ​ລັກ​ສະ​ເພາະ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ​ພາກນີ້ ພວກເຮົາແນະນຳ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອງ​ທີ່​ພາດ​ຫົວ​ເລື່ອງວ່າ: ໂຮ້ຍ​ອານ​ໃນ​ສາຍ​ຕາ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ.

ໂຮ້ຍອານໃນສາຍຕາຂອງນັກທ່ອງທ່ຽວຕ່າງປະເທດ - ảnh 1
ຄຸ້ມເມືອງເກົ່າໂຮ້ຍອານ
ພາບ:internet

ເຖິງວ່າ​ຈະມາ​ຢ້ຽມ​ຢາມ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ​ເປັນ​ຫລາຍ​​ເທື່ອແລ້ວ​ກໍ່​ຕາມ​ ແຕ່, ​ແຕ່​ລະ​ເທື່ອ​ພັດ​​ມີ​ຄວາມ​ຮູ້​​ສຶກແຕກ​ຕ່າງ​ກັນ. ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ ສະ​ຫງົບ​ງຽບ​ແຕ່​​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​​ທີ່ມາ​ຈາກ​ເຂດ​ຫ່າງ​ໄກ.

ເມື່ອ​ຍ່າງ​ເຂົ້າ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ, ນັກ​ທ່ອງ​ທ່ຽວ​​ຮູ້​ສຶກ​ຄື​ໄດ້​ກັບ​​ຄືນສູ່​ບັນຍາ​ກາດ​ຂອງ​ສັດ​ຕະ​ວັດ​ທີ 16,17. ບັນ​ຍາ​ກາດ​ຢູ່​​ໂຮ້ຍ​ອານ​ ສະ​ຫງົບ​ງຽບໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ​ທີ່​ສຸດ. ຖະ​ຫ​ນົນ​ສາຍ​ຕ່າງໆ​ໃນ​ຄ​ຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານບໍ່​ມີ​ສຽງ​ກະ​ດິງ​, ​ການ​ພົວ​ພັນ​ແລ​ຫ​ປ່ຽນ​ທັງ​ໝົດ ເຖິງວ່າດ້ວຍ​ພາ​ສາ​ໃດ​ກໍ​ຕາມ​ລ້ວນ​ແຕ່ສະ​ແດງ​ໃຫ້​ເຫັນ​ຄວາມສຸ​ພາບ​ທີ່​ສຸດ. ລຸງ ເລືອງ​ດີງ​ເຢືອງ, ຊາວ​ຄຸ້​ມ​ເມືອງ​ເກົ່​າ​ໂຮ້ຍ​ອານ​ໃຫ້​ຮູ້​ວ່າ: ​ຢູ່​ທີ່ນີ້ຫ້າມບໍ່​ໃຫ້​ລົດ​ຈັກ​ໄປ​ມາ ແຕ່​8 ໂມງເຊົ້າ - 11 ໂມງ​ສວຍ ແລະ 14 ໂມງ​​ເຖິ16 ໂມງ30 ແລະ ຕອນ​ຄ່ຳ ແຕ່ 18 ໂມງ - 21 ໂມງ​. ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້​ບັນ​ຍາ​ກາດ​ຢູ່​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ​ສະ​ຫງົບ​ງຽບກວ່າ.

ໃນ​ສາຍ​ຕາ​ຂອງ​ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດ, ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ​ແມ່ນ​ສວຍ​ງາມ​ໃນ​ທຸກ​ເວ​ລາ. ທ່ານ​ນາງ Mara Landoni, ນັກ​ສະ​ຖາ​ປາ​ນີກ ຊາວ​ອີ​ຕາ​ລີ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ມັກຍ່າງເລາະ​ທ່ຽວ​ຢູ່​ໂຮ້ຍ​ອານ​ ໃນ​ຍາມເຊົ້າ​, ເວ​ລານັ້ນ​​ຄົນ​ໄປ​ມາ​ໜ້ອຍ. ຂ້​າ​ພະ​ເຈົ້າ​​​ຊົມເບິ່ງຖະ​ຫ​ນົນ​ຫົນ​ທາງ, ​ສັງ​ເກດ​ທຸກ​ຄົນ​ເປີດ​ຮ້ານ​ຂາຍ​ເຄື່ອງ. ສຳ​ລັບ​ຂ້າ​ພະ​ເຈົ້າ​ ນີ້​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.”

ສີ​ສັນ​ສະ​ເພາະຂອງ​ໂຮ້ຍ​ອານ​ຖືກ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ຍາມ​ເຊົ້າດ້ວຍ​ບັນ​ດາ​ຫລັງ​​ເຮືອນ​​ເກົ່າ​ແກ່​​ຖືກປົກ​ຄຸມ​ດ້ວຍດອກ​ໄມ້​​ທີ່​ມີສີ​​ຫລາກ​ຫລາຍ​, ພ້ອມ​ກັບເສັ້ນ​ທາງກໍ່​ສ້າງ​ດ້ວຍ​ດິນ​​ຈີ່, ທັງ​ໝົດ​ເຫຼົ່າ​ນັ້ນລ້​ວນ​ແຕ່​ລອດ​ເຂົ້າ​ກອງ​ມື​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ທ່ານ​ນາງ Kiara, ນັກ​ທ່ອງ​ທ່ຽວ​ມາ​ຈາກ ອີ​ຕາ​ລີ ຕາ​ມ​ຄຳ​ແນະ​ນຳ​ຂອງ​ໝູ່​ເພື່ອນທີ່​ວ່າ: ໂຮ້ຍ​ອານ​​ງາມ​ຫລາຍ, ນັ້ນ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດບໍ່​ໄດ້ ແລະ ນັ້ນ​ກໍແມ່ນ​ສາຍ​ເຫດ​ທີ່​ຂ້າ​ພະ​ເຈົ້າ​ມີ​ຫ​ນ້າ​ຢູ່​ທີ່ນີ້.

“ຂ້າ​ພະ​ເຈົ້າ​ເຫັນ​ວ່າ ໂຮ້ຍ​ອານ​ງາມ​ຫລາຍ, ມ​ີ​ບັນ​ດາເສັ້ນ​ທາງ​ສາຍ​ນ້ອຍ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປ​ຢາມ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບັນ​ດາ​ຫລັງ​ຄາ​ເຮືອນ​ຢູ່​ທີ່ນີ້. ຊາວ​ໂຮ້ຍ​ອານ​ແມ່ນ​ຜູ້​​ໃຈ​ດີ, ສະ​ຫ​ນິດ​ສະ​ຫ​ນົມ ແລະ ຮັກ​ແພງ​ແຂກ, ຂ້າ​ພະ​ເຈົ້າ​ມັກ​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້.”

ເມື່ອຮັບ​ຟັງ​ແມ່​ແນະ​ນຳ​ກ່ຽວ​ກັບ​ໂຮ້ຍ​ອານ, ທ້າວ Fracesco ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ​ເມື່ອ​ໄດ້​ມາ​ຢ້ຽມ​ຢາມ​ໂຮ້ຍ​ອານ​ເປັນ​ຄັ້ງ​ທຳ​ອິດ. ​ Fracesco ​ເວົ້າ​ວ່າ:

“ໂຮ້ຍ​ອານ​ງາມ​ຫລາຍ. ນ້ອງ​ໄດ້​ໄປ​ຢ້ຽມ​ຢາມ​ຫລາຍ​ແຫ່ງ, ໄດ້​ເຂົ້າ​ວັດ​ວາ​ອາ​ຮາມ ແລະ ໄດ້​ຮັບ​ຟັງ​​ແນະ​ນຳຫລາຍ​​ສິ່ງຫຼາຍ​ຢ່າງ​ທີ່​ຈັບ​ອົກ​ຈັບ​ໃຈ. ນ້ອງ​ມັກ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຢູ່​ທີ່ນີ້ທີ່​ສຸດ.”

ໃນ​ຍາມ​ກາງ​ຄ່ຳ, ໂຮ້ຍ​ອານ​ຄື​ດັ່ງ​​ໄດ້ນຸ່ງ​​ເສື້ອ​ໃຫມ່ ດ້ວຍ​ສີ​ສັນ​ຫລາກ​ຫລາຍ​ຂອງ​ດອກໄຟ, ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​​​ເຄີຍມັກ​ໂຮ​້ຍ​ອານໃນ​ຍາມ​ກາງ​ຄືນ. ນາງ Sandra ນັກ​ທ່ອງ​ທ່ຽວ​ມາ​ຈາກ Latvia ໃຫ້​ຮູ້​ວ່າ:

“​ບັນ​ຍາ​ກາດ​ຂອງໂຮ້ຍ​ອານ​ໃນ​ຍາ​ມ​ກາງ​ຄືນ​ແມ່ນ​ຕ່າງ​ກັບ​​​ໃນ​ຍາມກາງ​ເວັນ. ຖະ​ຫ​ນົນ​ສາຍ​ຕ່າງໆ​​ຖືກ​ປະ​ດັບ​ດ້ວຍດອກໄຟ​​ທີ່​ມີສີ​​ຫລາກ​ຫລາຍ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກປະ​ທັບ​ໃຈ​ທີ່​ສຸດ.”

ໂຮ້ຍອານໃນສາຍຕາຂອງນັກທ່ອງທ່ຽວຕ່າງປະເທດ - ảnh 2
ໂຮ້ຍອານໃນຍາມຄຳ່ຄືນ
ພາບ:internet

        ຖະ​ຫ​ນົນ​ທຸກ​ສາຍ, ​ເຮືອນ​ແຕ່​ລະ​ຫລັງ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ໂຄມ​ໄຟ​ໂດຍ​ຊາວ​ໂຮ້ຍ​ອານ​ຜະ​ລິດເອງ. ຍ່​າງ​ເລາະ​ຕາມ​ຖະ​ຫ​ນົນ​ສາຍ​ຕ່າງໆ ແລະ ຮັບ​ຟັງ​ສຽງ​ດົນ​ຕີ​ໂດຍ​ນັກ​ສິ​ລະ​ປິ​ນ​ອາ​ຍຸ​ສູງສະ​ແດງ ແລະ ຟັງສຽງ​ຂັບ​ຈ່ອຍ​ແຄມ​ແມ່​ນ້ຳ​ຮ່​ວາຍ ​ໄດ້ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ປະ​ທັບ​ໃຈ​ຫລາຍ​ຢ່າງ​. ທ່ານ ຫງວຽນ​ສື, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ້ຍ​ອານ ແບ່ງ​ປັນ​ວ່າ:

        “ໃນ​ຍາມ​ຄ່ຳ​ຄືນ​ຢູ່​ຄຸ້ມ​ເມືອງ​ເກົ່າ ຂ້າ​ພະ​ເຈົ້າ​ຮູ້​ສຶກວັນ​ເວ​ລາ​ຄືຊັກ​ຊ້າ​ໄວ້ແລະ ມະ​ນຸດ​ຄືໄດ້​ດຳ​ລົງ​ຊີ​ວິດ​ໃນ​ເວ​ລາ​ຍາວກວ່າ. ສຽງ​ດົນ​ຕີ ແລະ ແສງ​ໄຟ​ດອກ ມີ​ສີ​ສັນ​ຫລາກ​ຫລາຍນັ້ນໄດ້ເຮັດ​ໃຫ້​ທຸກ​ຄົນ​​ມີ​ຄວາມຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍກວ່າ. “

        ພິ​ເສດ​ໃນ​ຄ່ຳ​ຄືນ​ວັນ​ພະ​ຈັນຂອງ​ທຸກເດືອນ,ທົ່ວ​ຄ​ຸ້ມ​ເມືອງ​ເກົ້າ​ໂຮ້ນ​ອານ​ຖືກມອດ​ໄຟ ​ແທນ​ທີ່ນັ້ນ ທຸກ​ຄອບ​ຄົວ, ຮ້ານ​ຄ້າ​ລ້ວນ​ແຕ່​ໃຊ້​ໂຄ​ມ​ໄຟ, ຈູ​ດ​ທຽນ. ​ນັກ​ທ່ອງ​ທ່ຽວ​​ຍ່າງ​ຫລິ້ນ​​ຕາມຖະ​ຫ​ນົນ​ສາຍ​ຕ່າງໆ​ນັ​ບ​ມື້​ນັບຫລາຍ​ຂຶ້ນ ແຕ່​ບັນ​ຍາ​ກາດບໍ່​ອຶກ​ກະ​ທຶກ. ເຂົາ​ເຈົ້າ​ແວ່​ຢາມ​ຮ້ານ​ຂາຍ​ເຄື່ອງ, ຮັບ​ປະ​ທານ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ໂຮ້ຍ​ອານ​ໃນ​ຍາມ​ຄ່ຳ​ຄືນ ແລະ ເຂົ້າ​ຮ່ວມ​ການ​ລະ​ຫລິ້ນພື້ນ​ເມືອງ​ກັບ​ຊາວ​ໂຮ້ຍ​ອານ. ໄປ​ຮອດ​ໃສ​ນັກ​ທ່ອງ​ທ່ຽວ​ກໍ​ຮູ້​ສຶກ​​ວ່າບັນ​ຍາ​ກາດ​​ຢູ່​ໂຮ້ຍ​ອານເປີດ​ອົກ​ເປີດ​ໃຈ​, ດ້ວຍ​ສີ​ສັນຫຼາກຫຼາຍຄື​ດັ່ງ  ມາ​ລະ​ຍາດ​ຂອງ​ປະ​ຊາ​ຊົນ​ຢູ່​ຄຸ້​ມ​ເມືອງ​ເກົ່າ​ແຫ່ງນີ້.

 

 

ຕອບກັບ

ຂ່າວ/ບົດ​ອື່ນ