ໄປຢ້ຽມຢາມບັນດາເຮືອນຫຼັງນ້ອຍຢູ່ໝູ່ເກາະເຈື່ອງຊາ

(vovworld) - ​ມາຢ້ຽມ​ຢາມ​ໝູ່​ເກາະ​ເຈື່ອງ​ຊາ (​ເມືອງ​ເຈື່ອງ​ຊາ), ​ແຂວງ​ແຄ໋ງຮ່ວາ, ທ່ານ​ຈະ​ມີ​ໂອກາດ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ເຮືອນຫຼັງ​ນ້ອຍທີ່​ຕັ້ງ​ເທິງ​ຫາດ​ຫີນ​ປະ​ກາ​ລັງ​ທີ່​ກວ້າງ​ໃຫຍ່​ຢູ່​ນອກ​ຝັ່ງ​ທະ​ເລ, ​ເຊິ່ງທະ​ຫານ​ເຮືອ​ເຄີຍ​ເອີ້ນ​ວ່າ​ “​ເກາະ​ນ້ຳຖ້ວມ“. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຂາດ​ເຂີນ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ບັນດາ​ພະນັກງານ​ນັກຮົບ ​ແລະ ປະຊາຊົນ​ຢູ່ “​ເກາະ​ນ້ຳຖ້ວມ“ ຍັງ​ຄົງຕິດ​ພັນ ​ແລະ ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ເປັນ​ປະຈຳ.

ໄປຢ້ຽມຢາມບັນດາເຮືອນຫຼັງນ້ອຍຢູ່ໝູ່ເກາະເຈື່ອງຊາ - ảnh 1

​ເກາະນ້ຳຖ້ວມຢູ່ໝູ່​ເກາະ​ເຈື່ອງ​ຊາເມືອງ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ
(ພາບອິນເຕີແນດ)

“​ເກາະ​​ນ້ຳຖ້ວມ“ ​ແມ່ນ​ເກາະ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ເທິງ​ຫາດ​ຫີນ​ປະ​ກາ​ລັງ​ນ້ຳຖ້ວມ. ໝູ່​ເກາະ​ເຈື່ອງ​ຊາ ​ມີ​ຫາດ​ຫີນ​ປາ​ກະ​ລັງ​ຫຼາຍ​ແຫ່ງ, ​ໃນ​ນັ້ນ​​ເກາະ​​ທີ່​ມີທະຫານ ​ແລະ ປະຊາຊົນ​ພວມ​ດຳລົງ​ຊີວິດນັ້ນ​ແມ່ນ​ບັນດາ​ເກາະ​ຄື: ດ໋າ​ເລີ໋ນ (ຫີນ​ໃຫຍ່) ດ໋ານາມ (ຫີນ​ທີ​ດ​ໃຕ້), ທ່ວຽນ​ຈ່າຍ (​ເຮືອ​ຫາ​ປາ), ​ໂກ​ລີ​ນ, ​ແລນ​ດາວ, ຕຽນ​ໜື (​ເທວະ​ດາ), ນູ໋ຍ​ແລ (ພູ​ເລ), ຕົກຕາ​ນ, ດ໋າດົງ (ຫີນ​ທິດຕາ​ເວັນ​ອອກ), ດ໋າ​ໄຕ (ຫີນ​ທິດຕາ​ເວັນ​ຕົກ), ດ໋າລາດ (ຫີນ​ລາດ), ດ໋າທິ (ຫີນ​ທິ). ​ເກາະ​ນ້ຳຖ້ວມ​ແຕ່ລະ​ແຫ່ງ​ພຽງ​ແຕ່​ມີ​ເຮືອນ​ໜຶ່ງ​ຫຼື​ສອງ​ຫຼັງ ​ທີ່ໄດ້​ຮັບ​ການ​ກໍ່ສ້າງ​ແບບ​ຖາວອນ​ເທົ່າ​ນັ້ນ. ​ເຖິງ​ວ່າ​ຈະ​ແມ່ນ​ເຮືອນ​ນ້ອຍ​ກໍ່ຕາມ, ​ແຕ່​ໃນ​ເຮືອນ​ພັດ​ມີ​ທັງ​ຫ້ອງ​ຄົວ, ຫ້ອງ​ກິນ, ຫ້ອງ​ປະຊຸມ, ຫ້ອງ​ແອບ​ກາຍ ​ແລະ ຫ້ອງ​ນອນ. ​ຖ້າເກາະ​ໃດ​ມີ​ເຮືອນ​ສອງ​ຫຼັງ​ແມ່ນ​ຈະ​ຖືກ​ເຊື່ອມ​ຕໍ່​ກັນ​ດ້ວຍ​ຂົວ​ນ້ອຍ.

​ເກາະ​ແຫ່ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ແວ່​ຢາມ​ເມື່ອ​ໄປ​ເຈື່ອງ​ຊາ, ນັ້ນ​ແມ່ນ​ເກາະ​ນ້ຳຖ້ວມ​ດ໋າລາດ (ຫີນ​ລາດ)... ​​ສັງ​ເກດ​ຢູ່​ທາງ​ໄກ​ກໍ່​ເຫັນ​ວ່າ, ​ເກາະ​ແຫ່ງ​ນີ້ຕັ້ງ​ຢູ່​ໃຈ​​ກາງ​ວົງມົນສີສັນຫຼາຍ​ວົງ ​ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍຫາດ​ຫີນ​ປະກາ​ລັງ, ຫາດ​ຊາຍ​ ​ແລະ ຄື້ນທະ​ເລ.  ພັນ​​ໂທ ຫງວຽນ​ວຽດທ້ວນ, ຮອງ​ຫົວໜ້າ​ກອງ​ພົນ​ນ້ອຍ 146, ທະຫານ​ເຮືອ​ເຂດ 4, ​ໃຫ້​ຮູ້​ວ່າ:

“​ເມື່ອ​ນ້ຳ​ທະ​ເລ​ຂຶ້ນ​ສູງ, ຫາດ​ຫີນ​ປະ​ກາ​ລັງ​ນີ້ຖືກ​ນ້ຳ​ຖ້ວມແຕ່ 1​- 3 ແມັດ. ​ເມື່ອ​ນ້ຳ​ທະ​ເລ​ຫຼຸດ​ລົງ, ຫາດ​ຫີນ​ປະ​ກາ​ລັງ​ກໍ່​ຟູ​ຂຶ້ນ​. ມີ​ເກາະ​ບາງ​ແຫ່ງ​ມີ​ຫາດ​ຫີນ​ປະ​ກາ​ລັງ​ຍາວ​ທີ່​ສຸດ​ຄື​ເກາະ​ທ່ວຽນ​ຈ່າຍ (​ເຮືອ​ຫາ​ປາ) ມີ​ຫາດ​ຫີນ​ປະ​ກາ​ລັງ​ຍາວ​ກວ່າ 30 ກມ... ​ເພື່ອ​ໃຫ້​ທະຫານ ​ແລະ ປະຊາຊົນ​ດຳລົງ​ຊີວິດ ​ແລະ ພັດທະນາ​ຢູ່​ເທິງ​ເກາະ, ພວກ​ຂ້າພະ​ເຈົ້າ​ໄດ້​ກໍ່ສ້າງ​ເຮືອນ​ນ້ອຍ​ຫຼາຍ​ຫຼັງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ເງື່ອນ​ໄຂ​ຂຸດ​ຄົ້ນ, ຫາ​ປາ ​ແລະ ປົກ​ປັກ​ຮັກສາ​ເກາະ. ​ເກາະ​ນ້ຳຖ້ວມບໍ່​ມີ​ສີຂຽວ​ຂອງ​ຕົ້ນ​ໄມ້​ໃບ​ຫຍ້າ, ພຽງ​ແຕ່​ມີ​ຕົ້ນ​ໄມ້​ປະດັບ​ບາງ​ຕົ້ນ ທີ່​ປູກ​ໃນ​ກະຖາງ​ເທົ່າ​ນັ້ນ“.

ໄປຢ້ຽມຢາມບັນດາເຮືອນຫຼັງນ້ອຍຢູ່ໝູ່ເກາະເຈື່ອງຊາ - ảnh 2

ເກາະ​ນ້ຳຖ້ວມຢູ່ທິດຕາເວັນອອກ

(ພາບອິນເຕີແນດ)

ດຳລົງ​ຊີວິດ​ໃນ​ບັນດາ​ເກາະ​ທີ່​ມີ​ຕົ້ນ​ໄມ້​ຄື​ເກາະ​ເຈື່ອງ​ຊາ​ໃຫຍ່, ນາມ​ອຽດ, ຊິງ​ໂຕ່ນ...​ແມ່ນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລຳບາກ​ແລ້ວ, ​ແຕ່​ຢູ່​ເກາະ​ນ້ຳຖ້ວມ, ການ​ດຳລົງຊີວິດ​ຂອງທະຫານ ​ແລະ ປະຊາຊົນ​ຍິ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂາດ​ເຂີນ​ກວ່າ​ອີກ. ພັນ​ຕີ ຫງວຽນ​ດຶກ​ຢູ້, ຜູ້​ທີ່​ເຄີຍ​ຢູ່​ເກາະນ້ຳຖ້ວມ ດ໋າທິ (ຫີນ​ທິ), ​ໃຫ້​ຮູ້​ວ່າ ປະຈຸ​ບັນ​​ເກາະ​ນ້ຳຖ້ວມ ​ໄດ້​ກໍ່ສ້າງ​ອ່າງ​ເກັບ​ນ້ຳ​ຕື່ມ​ອີກຫຼາຍ​ອ່າງ, ກ່ອນ​ນີ້​ແມ່ນ​ຂາດ​ນ້ຳ​​ໃຊ້, ບາງ​ເທື່ອ 2,3 ວັນ​ຈຶ່ງ​ໄດ້​ອາບ​ນ້ຳ​ເທື່ອ​ໜຶ່ງ ​ແລະ ຕ້ອງ​ອາບ​ນ້ຳ​ໃນ​ຊາມ ​ເພື່ອ​​​​ເອົາ​ນ້ຳ​ເສຍ​ນີ້​ມາຫົດ​ໃຫ້​ຜັກ. ສ່ວນ​ຜັກ​ແມ່ນ​ປູກ​ໃນ​ກະຖາງ​ດ້ວຍ​ຢາງ ​ແລະ ​ໄດ້​ຮັບ​ການ​ບົວລະບັດ​ຢ່າງ​ລະອຽດ.

        “ຢູ່​ໃນ​ເກາະ​, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປູກ​ຜັກ​ໃນ​ກະ​ຖາງ​ດ້ວຍ​ຢາງ​ເພື່ອ​ຮັບ​ປະ​ກັນ​ມີ​ຜັກ​ໃນ​ຄາບ​ເຂົ້າ. ເຖິງວ່າ​ບໍ່ຫຼາຍ​ຄື​ຢູ່​ເຂດດິນ​ຕໍ່​ແຜ່ນ​ກໍ່​ຕາມ, ແຕ່​ຄາບ​ເຂົ້າ​ໃດ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ມີ​ແກງ​ຜັກ ແລະ ແຕ່​ລະ​ອາ​ທິດ​ກໍ່​ມີ​ຜັກ​ລວກ 3 ຄາບ. ນອກ​ຈາກ​ລ້ຽງ​ໝາ​ແລ້ວ, ປະ​ຈຸ​ບັນ, ໃນ​ເກາະ​ຍັງ​ມີ​ໄກ່, ເປັດ​ອີກ​ດ້ວຍ.

ໄປຢ້ຽມຢາມບັນດາເຮືອນຫຼັງນ້ອຍຢູ່ໝູ່ເກາະເຈື່ອງຊາ - ảnh 3

ຜັກ​ທີ່​ປູກ​ໃນ​ກະຖາງ​ດ້ວຍ​ຢາງໃນເກາະນ້ຳຖ້ວມ

(ພາບອິນເຕີແນດ)

        ພັນ​ຕີ ຫງວຽນ​ວັນ​ກວາງ, ຜູ້​ບັນ​ຊາ​ການ​ເກາະ​ດ໋າ​ໄຕ (ຫີນ​ທິດ​ຕາ​ເວັນ​ຕົກ), ໃຫ້​ຮູ້​ວ່າ, ປີ 2003, ເກາະ​ນ້ຳຖ້ວມ​ບໍ່​ທັນ​ມີ​ໄຟ​ຟ້າ. ແຕ່​ປະ​ຈຸ​ບັນ, ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ເກາະ​ນ້ຳຖ້ວມໄດ້​ມີ​ໄຟ​ຟ້າ​ພະ​ລັງງານ​ແສງ​ຕາ​ເວັນ, ໄຟ​ຟ້າ​ແຮງ​ລົມ 24/24 ຊົ່ວ​ໂມງ​, ມີ​ທີ​ວີ, ໂທ​ລະ​ພາບ​ດີຈີ​ຕອນ…. ແລະ ສາ​ມາດ​ຮັບ​ສາຍ​ໂທ​ລະ​ສັບ​ໄດ້. ຈາກ​ລາຍ​ການ​ປະ​ກອບ​ຫີນ​ກໍ່​ສ້າງ​ເຈື່ອງ​ຊາ, ປະ​ຈຸ​ບັນ ເກາະ​ດ໋າ​ໄຕ (ຫີນ​ທິດ​ຕາ​ເວັນ​ຕົກ) ໄດ້​ມີ​ຫໍ​ວັດ​ທະ​ນະ​ທຳ​ຕື່ມ​ອີກ 3 ແຫ່ງ, ນອກ​ຈາກ​ຮັບ​ໃຊ້​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​, ຈິດ​ໃຈ​ແລ້ວ, ນີ້​ກໍ່​ແມ່ນ​ແຫ່ງ​ເພື່ອຕ້ອນ​ຮັບ, ແມ່ນບ່ອນພັກທີ່​ສະ​ຫງວນ​ໃຫ້​ແກ່​ເມຍ, ລູກ, ຍາດ​ຕິ​ພີ່​ນ້ອງ​ຂອງ​ບັນ​ດາ​ນັກ​ຮົບ ເມື່ອ​​ເຂົາ​ເຈົ້າມາ​ຢາມ​ເກາະ​ອີກ​ດ້ວຍ. ​ ພັນ​ຕີ ຫງວຽນ​ວັນ​ກວາງ, ໃຫ້​ຮູ້​ວ່າ:

        “ພະ​ນັກ​ງານ, ນັກ​ຮົບ​ໃນ​ເກາະ​ຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ສຸດ ເພາະ​ວ່າ​ເກາະ​ໄດ້​ມີ​ເຮືອນ​ຢູ່​ຕື່ມ​ອີກ, ມີ​ສະ​ຖານ​ທີ່​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ກິ​ລາ​ພາຍຫຼັງ​ເວ​ລາ​ເຝິກ​ອົບ​ຮົມ, ປະ​ຕິ​ບັດ​ງານ, ມີ​ສະ​ຖານ​ທີ່​ຕ້ອນ​ຮັບ​ຊາວ​ປະ​ມົງ​ເມື່ອ​ປະ​ສົບ​ພາ​ຍຸ ຫຼືເຈັບ​ເປັນ. ໃນ​ປີ​ຜ່ານ​ມາ​ເກາະ​ແຫ່ງນີ້​ໄດ້​ກູ້​ໄພ​ກູ້​ຊີບ​ໃຫ້​ຊາວ​ປະ​ມົງ​ມາຫຼາຍ​ຄັ້ງ… ນັ້ນ​ແມ່ນ​ອະ​ນຸ​ສອນ​ທີ່​ລືມ​ບໍ່​ໄດ້​. ພວກ​ຂ້າ​ພະ​ເຈົ້າໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ; ແລະ ເປັນ​ບ່ອນ​ອີງ​ເພື່ອ​ໃຫ້​ຊາວ​ປະ​ມົງ​ຕິດ​ພັນ​ກັບ​ທະ​ເລ; ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດ​ນາມ”.

ໄປຢ້ຽມຢາມບັນດາເຮືອນຫຼັງນ້ອຍຢູ່ໝູ່ເກາະເຈື່ອງຊາ - ảnh 4

ໄຟ​ຟ້າ​ພະ​ລັງງານ​ແສງ​ຕາ​ເວັນໃນເກາະນ້ຳຖ້ວມ
(ພາບອິນເຕີແນດ)

        ໂດຍ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ລຳ​ບາກ, ພາ​ຍຸ​ລົມ​ແຮງ​ບໍ່​ຈັກ​ວ່າ​ເທົ່າ​ໃດ… ແຕ່​​ບັນ​ດາ​ເຮືອນ​ນ້ອຍເທິງ​ເກາະ​ນ້ຳຖ້ວມທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ​ຍັງ​ຄົງ​​ຮັກ​ສາ​ໄວ້ຢ່າງສະ​ຫງ່າ​ຜ່າ​ເຜີຍ, ທ່າມ​ກາງ​ນ່ານ​ຟ້າ ແລະ ທະ​ເລ​ຂອງ​ປະ​ເທດ​ຊາດ. ​ເທິງ​ເຮືອນ​ແບບ​ຖາ​ວອນ​​ເຫຼົ່ານັ້ນ, ທຸງ​ຊາດ​ສີ​ແດງ​ດາວ​ເຫຼືອງ​ຂອງ​ປະ​ເທດ​ຊາດຍັງ​ຄົງປິວ​ສະ​ບັດ​ຕະຫຼອດ​, ​ອັນ​ໄດ້​ເປັນ​ການຢືນຢັ້ງ​​ອະ​ທິ​ປະ​ໄຕ​ທະ​ເລ ແລະ ໝູ່​ເກາະ​ຂອງ​ຫວຽດ​ນາມ​.

 

ຕອບກັບ

ຂ່າວ/ບົດ​ອື່ນ