(vovworld) – ຕາມພົງສາວະດານແລ້ວ, ໝູ່ບ້ານປູກຕົ້ນໄມ້ປະດັບວິເຄ ທີ່ຂຶ້ນກັບຕາແສງດ່ຽນສ໋າ, ເມືອງນາມຈຶກ, ແຂວງນາມດິ້ນ, ຫ່າງຈາກຮ່າໂນ້ຍ ໄປທາງທິດໃຕ້ປະມານ 100 ກມ ແມ່ນມີມາກ່ອນນີ້ 700 ກວ່າປີແລ້ວ. ຜ່ານການຫັນປ່ຽນຂອງປະຫວັດສາດ, ປະຈຸບັນ, ອາຊີບປູກດອກໄມ້, ຕົ້ນໄມ້ປະດັບຢູ່ວິເຄ ໄດ້ຮັບການພັດທະນາທີ່ສຸດ, ເຮັດໃຫ້ວິເຄ ກາຍເປັນໝູ່ບ້ານຊີວະພາບຕ້ອນຮັບນັກທ່ອງທ່ຽວຈາກທຸກສາລະທິດມາຢ້ຽມຢາມ. ໃນລາຍການປະເທດຊາດ ແລະ ຊາວຫວຽດນາມ ພາກນີ້, ພວກເຮົາຂໍແນະນຳໝູ່ບ້ານປູກຕົ້ນໄມ້ປະດັບທີ່ມີມາກ່ອນໝູ່ຢູ່ຫວຽດນາມ.
ພາບ: ອິນເຕີແນດ
ຈາກນະຄອນນາມດິ້ນ ຂ້າມຂົວດໍ່ກວານ, ລຽບຕາມຄັນຄູແມ່ນ້ຳແດງ ປະມານ 3 ກມ, ນັກທ່ອງທ່ຽວຈະພົບເຫັນເຂດຫາດດິນແຄມແມ່ນ້ຳທີ່ມີຕົ້ນໄມ້ຂຽວສົດຕະຫຼອດ 4 ລະດູ, ນັ້ນແມ່ນໝູ່ບ້ານວິເຄ. ກ່ອນນີ້ 1000 ກວ່າປີ, ປະຊາຊົນຢູ່ທີ່ນີ້ໄດ້ຫັນຫາດດິນຈະເລີນພັນໂດຍທຳມະຊາດບັນດານໃຫ້ຢູ່ແຄມແມ່ນ້ຳແດງ ເປັນໝູ່ບ້ານປູກດອກໄມ້ ແລະ ຕົ້ນໄມ້ປະດັບ. ໂດຍອີງໃສ່ເອກະສານບູຮານແລ້ວ. ໝູ່ບ້ານວິເຄ ໄດ້ມີມາແຕ່ສະຕະວັດທີ 10. ປະຈຸບັນ, ໃນໝູ່ບ້ານຍັງຄົງຮັກສາປູຊະນີຍະສະຖານ 2 ແຫ່ງໄວ້ໄດ້ເຊັ່ນ: ວັດ ແລະ ສາລາບ້ານເດີມ, ອັນໄດ້ສ່ອງແສງຢ່າງຈະແຈ້ງ ເຖິງປະຫວັດແຫ່ງການພັດທະນາຂອງໝູ່ບ້ານຫັດຖະກຳ. ສາລາບ້ານວິເຄ ບູຊາອໍລະຫັນ 2 ອົງ, ນັ້ນແມ່ນນາຍພົນ ຫງວຽນກົງແທ່ງ, ເຊິ່ງແມ່ນຜູ້ກໍ່ຕັ້ງໝູ່ບ້ານ ແລະ ອາດຍາເຈົ້ານາຍ ໂຕຈູງເຕື. ພໍ່ຕູ້ ຫງວຽນວັນຕູ໋, ຜູ້ເຝົ້າສາລາບ້ານວິເຄ, ໃຫ້ຮູ້ວ່າ:
”ໃນປື້ມບັນຊີວົງຕະກຸນສາລາບ້ານວິເຄ ເຊິ່ງຮຽບຮຽງແຕ່ສະໄມເຈົ້າຊີວິດ ເລຈາງຕົງ (ປີ 1572) ໄດ້ເວົ້າເຖິງປະຫວັດຫຍໍ້ ແລະ ຄຸນງາມຄວາມດີຂອງນາຍພົນ ຫງວຽນກົງແທ່ງ, ຜູ້ທີ່ໄດ້ຮັບການກຳເນີດເມື່ອປີ 917, ພາຍຫຼັງຕີເອົາສະນະສັດຕູ, ໄດ້ກັບມາແຫ່ງນີ້ສ້າງເປັນຟາມທີ່ມີຊື່ວ່າ ຫງວຽນຢາຈູງ ແລະ ອາດຍາເຈົ້ານາຍ ໂຕຈູງເຕື, ຜູ້ທີ່ມາແຫ່ງນີ້ສອນປະຊາຊົນວິທີປູກດອກໄມ້ ແລະ ຕົ້ນໄມ້ປະດັບເມື່ອປີ 1211, ນັບແຕ່ນັ້ນໝູ່ບ້ານຫັດຖະກຳນີ້ໄດ້ຮັບການພັດທະນາມາຮອດປະຈຸບັນ”.
ພາບ: ອິນເຕີແນດ
ສາລາບ້ານວິເຄ ບໍ່ພຽງແຕ່ບູຊາ ອໍລະຫັນສອງອົງນີ້ເທົ່ານັ້ນ, ຫາກຍັງແມ່ນແຫ່ງເຄີຍດຳເນີນການເຄື່ອນໄຫວວັດທະນະທຳ, ການເຫຼື້ອມໄສຂອງປະຊາຊົນອີກດ້ວຍ. ໃນແຕ່ລະປີ, ເມື່ອຮອດວັນທີ 4, ທີ 5 ເດືອນຈຽງ, ພາຍຫຼັງພິທີງານບຸນຂອງໝູ່ບ້ານແລ້ວ, ຢູ່ທີ່ນີ້ຍັງດຳເນີນການເຄື່ອນໄຫວປະເພນີທີ່ຂາດບໍ່ໄດ້, ນັ້ນແມ່ນງານປະກວດຕົ້ນໄມ້ປະດັບຂອງບັນດາຄອບຄົວ, ວົງຕະກຸນໃນໝູ່ບ້ານ. ປະຊາຊົນໄດ້ນຳເອົາຕົ້ນໄມ້ປະດັບສວຍງາມທີ່ສຸດມາວາງສະແດງ, ເພື່ອສຶກສາກ່ຽວກັບມູນເຊື້ອຂອງໝູ່ບ້ານຫັດຖະກຳ. ກ່ອນນີ້, ວິເຄ ມີຊື່ສຽງດ້ວຍການປູກຕົ້ນ ໝາກກ້ຽງນ້ອຍ ໃນໂອກາດບຸນປີໃໝ່. ແຕ່ປະຈຸບັນ, ເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບພັດທະນາຂອງປະຊາຊົນນັ້ນ, ວິເຄ ໄດ້ຫັນມາປູກຕົ້ນໄມ້ປະດັບເປັນຕົ້ນຕໍ່ ເພື່ອຮັບໃຊ້ການປະດັບປາດາຢູ່ໂຮງແຮມ, ບັນດາຕຶກອາຄານໃຫຍ່ພາຍໃນປະເທດ ແລະ ເພື່ອສົ່ງອອກອີກດ້ວຍ. ໃນໝູ່ບ້ານ, ຄອບຄົວໃດກໍ່ປູກຕົ້ນໄມ້ປະດັບ, ໃນນັ້ນຫຼາຍກວ່າໝູ່ແມ່ນຕົ້ນ: ຕົ້ນໄຮ, ຕົ້ນສົນ, ຕົ້ນພັນປີ, ຕົ້ນໝາກ…. ທີ່ໄດ້ຮັບການບົວລະບັດ ແລະ ດັດເປັນຫຼາຍຮູບຄືຮູບທາດເອບແຟນຂອງຝລັ່ງ, ຮູບນົກອີນຊີ, ນົກຍຸງ, ນົກຟ້າ. ໜຶ່ງໃນບັນດາມາດຖານໃນອາຊີບປູກຕົ້ນໄມ້ປະດັບ ແມ່ນຕ້ອງຮູ້ດັດຕົ້ນໄມ້ຄືແນວໃດໃຫ້ສວຍງາມ. ທ່ານ ຫງວຽນວັນຈ໋ຽນ, ປະທານສະມາຄົມ ສັດ ແລະ ພືດປະດັບ ໝູ່ບ້ານວິເຄ, ເວົ້າຄວາມໃນໃຈສູ່ຟັງວ່າ:
”ອາຊີບຂອງພວກຂ້າພະເຈົ້າແມ່ນສ້າງຄວາມສວຍງາມໃຫ້ແກ່ຊີວິດ, ຢາກສ້າງຄວາມງາມໃຫ້ໄດ້, ກ່ອນອື່ນໝົດແມ່ນຕ້ອງມີແບບແຜນດຳລົງຊີວິດທີ່ດີ. ໃນໝູ່ບ້ານປະຊາຊົນບໍ່ເຄີຍເວົ້າຄຳຫຍາບ, ຮ້າຍດ່າກັນ, ບໍ່ເມົາເຫຼົ້າ, ເຂົາເຈົ້າພົວພັນກັນດ້ວຍຄວາມຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ. ພຽງແຕ່ມີການແກ່ງແຍ້ງກັນຢ່າງຕັ້ງໜ້າໃນການປູກຕົ້ນໄມ້ປະດັບເທົ່ານັ້ນ ເພື່ອປຸກລຸກໃຫ້ມີຫົວຄິດປະດິດສ້າງ, ສ້າງເປັນຜະລິດຕະພັນທີ່ສວຍງາມ, ຍົກສູງມູນຄ່າ, ຫາກບໍ່ແມ່ນແກ່ງແຍ້ງເພື່ອທຳຮ້າຍກັນ. ຍາມໃດພວກຂ້າພະເຈົ້າກໍ່ຮັກສາວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ເຂັ້ມຄົ້ນໄປດ້ວຍສີສັນຂອງຫວຽດນາມ ໄວ້ ”.
ພາບ: ອິນເຕີແນດ
ຊາວບ້ານວິເຄ ບໍ່ພຽງແຕ່ຮັກສາອາຊີບໄວ້ເທົ່ານັ້ນ, ຫາກຍັງເປັນເຈົ້າການສອນວິທີປູກຕົ້ນໄມ້ປະດັບໃຫ້ແກ່ປະຊາຊົນບັນດາຕາແສງຢູ້ອ້ອມຂ້າງອີກດ້ວຍ. ຍ້ອນເຫດນັ້ນ, ຢູ່ເມືອງນາມຈຶກ ໄດ້ສ້າງເປັນບັນດາຕາແສງປູກສະເພາະດອກໄມ້, ຕົ້ນໄມ້ປະດັບ ດ້ວຍຂອບຂະໜາດໃຫຍ່, ມີມູນຄ່າເສດຖະກິດສູງ. ຍ້ອນມີອາຊີບນີ້, ຊີວິດການເປັນຢູ່ຂອງປະຊາຊົນໝູ່ບ້ານວິເຄ ຈຶ່ງໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນ ເກືອບ 3 ປີ ມານີ້, ຍອດລາຍຮັບສະເລ່ຍຈາກການປູກດອກໄມ້ ແລະ ຕົ້ນໄມ້ປະດັບຂອງຕາແສງດ່ຽນສ໋າ ບັນລຸໄດ້ກວ່າ 43 – 45 ຕື້ດົ່ງ/ປີ, ສະເພາະໝູ່ບ້ານວິເຄ ກວມປະມານ 30 – 35 ຕື້ດົ່ງ. ມູນຄ່າຜະລິດສະເລ່ຍຢູ່ວິເຄ ບັນລຸ 200 ລ້າງດົ່ງ/ເຮັກຕາ, ສູງກວ່າ 50 ກວ່າເທົ່າ ເມື່ອທຽບໃສ່ປູກເຂົ້າ. ໃນຊຸມປີມໍ່ໆມານີ້, ຕົ້ນໄມ້ປະດັບຂອງໝູ່ບ້ານວິເຄ ກໍ່ໄດ້ສົ່ງໄປຂາຍຢູ່ຕະຫຼາດໂລກ. ແຕ່ລະປີໝູ່ບ້ານອາຊີບໄດ້ຕ້ອນຮັບນັກທ່ອງທ່ຽວຈາກຫຼາຍປະເທດຄື: ອັງກິດ, ຝລັ່ງ, ເຢຍລະມັນ, ອາເມລິກາ, ຍີ່ປຸ່ນຫຼາຍຄະນະມາຢ້ຽມຢາມ ແລະ ແລະ ສັ່ງຊື້ຕົ້ນໄມ້.
ພາບ: ອິນເຕີແນດ
ບັນດາສິລະປະກອນປູກຕົ້ນໄມ້ປະດັບໃນໝູ່ບ້ານວິເຄ ຍາມໃດກໍ່ສຶກສາໃຫ້ລູກຫຼານຂອງຕົນວ່າ ສາຍໃຈລະຫວ່າງຄົນກັບຄົນຈຶ່ງແມ່ນດອກໄມ້ທີ່ສວຍງາມກວ່າໝູ່. ບາງເທື່ອສິ່ງດັ່ງກ່າວໄດ້ສ້າງຄວາມດຶງດູດນັກທ່ອງທ່ຽວມາແຫ່ງນີ້ເພື່ອຊອກຮູ້ ແລະ ມີຄວາມຮັກຕື່ມອີກຕໍ່ຄວາມງາມຂອງໝູ່ບ້ານຫັດຖະກຳແຫ່ງນີ້.