ໝູ່ບ້ານຜະລິດພາບດົງໂຮ່ - ບ່ອນຮັກສາວີນຍານແຫ່ງຊາດເທິງເຈ້ຍສາ


(vovworld) – ​ໂດຍ​ຕັ້ງ​ຢູ່​ທາງ​ທິດ​ໃຕ້​ແມ່​ນຳ້​ດວງ, ຫ່າງ​ຈາກ​ຮ່າ​ໂນ້ຍປະມານ 35 ກມ, ໝູ່​ບ້ານ​ຜະລິດພາບ​ດົງ​ໂຮ່ຂຶ້ນ​ກັບ​ຕາ​ແສງ​ຊອງ​ໂຮ່, ​ເມືອງ​ທ້ວນ​ແທ່ງ, ​ແຂວງ​ບັກ​ນິງ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​​ແຫຼ່ງຜະລິດ​ພາບດ້ວຍ​ແຜ່ນ​ພິມທີ່​ຄວັດ​ດ້ວຍ​ໄມ້ ​ແລະ ພິມ​​ເທິງ​ເຈ້ຍສາ, ​ເຊິ່ງ​ໄດ້​ຮັບ​ການຮູ້​ຈັກຈາກ ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຄົນ​ . ​

        ດົງ​ໂຮ່ ຫຼື​ເອີ້ນ​ວ່າ ລ່າງ​ມ໋າຍ, ​ແມ່ນ​ໝູ່​ບ້ານ​ນ້ອຍໆ ມີກວ່າ 200 ຄອບຄົວ​ ທີ່​ດຳລົງ​ຊີວິດ​ຕົ້ນຕໍ​ດ້ວຍ​ອາຊີບ​ຜະລິດ​ພາບ​. ຊາວ​ດົງ​ໂຮ່ຜະລິດ​ພາບ​​ແບບຫັດຖະກຳ, ນັບ​ທັງ​ການ​ຜະລິດ​ເຈ້ຍ​ຕະຫຼອດ​ຮອດແຜ່ນ​ພິມ​ທີ່​ຄວັດ​ດ້ວຍ​ໄມ້​ແຕ່​ສະຕະວັດ​ທີ 16 ​ແລະ ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ມູນ​ເຊື້ອ​ນີ້​ໄວ້. ໄລຍະ​ແຕ່​ເຄິ່ງທ້າຍ​ສະຕະວັດ​ທີ 18 ​ເຖິງ​ປີ 1944 ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໄລຍະ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ໝູ່​ບ້ານ, ດ້ວຍ 17 ວົງ​ຕະກຸນ​ໃນ​ບ້ານ​ລ້ວນ​ແຕ່​​ຜະລິດ​ພາບ​ດ​ົງ​ໂຮ່. ໝູ່​ບ້ານ​ດົງ​ໂຮ່ ມີ​ຕະຫຼາດ​ຂາຍ​ພາບ​ທີ່​ຄຶກ​ໂຄມ​ໜາ​ແໜ້ນ​​ເຊິ່ງຈັດ​ຂຶ້ນ​ໃນວັນ​ທີ 6, 11, 16, 21 ​ແລະ 26 ​ເດືອນ​ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ. ຍ້ອນ​ເຫດ​ນັ້ນ​ຊາວບ້ານ​ດົງໂຮ່​ ເຖິງ​ວ່າ​ຈະ​ໄປ​ໃສ, ຢູ່​ແຫ່ງ​ໃດ​ຮອດ​ເດືອນ 12 ກໍ່​ກັບ​ເມືອ​ບ້ານ​ເພື່ອ​ຊື້​ຂາຍ​ພາບ​ແຕ້ມ.

ໝູ່ບ້ານຜະລິດພາບດົງໂຮ່  - ບ່ອນຮັກສາວີນຍານແຫ່ງຊາດເທິງເຈ້ຍສາ - ảnh 1

        ​ເມື່ອ​ມາ​ຢ້ຽມຢາມ​ນັກ​ສິລະ​ປະການ ຫງວຽນ​ຮື້​ວຊາມ, ມີ່​ມີ​ອາຍຸ​ກວ່າ 80 ປີ, ​ເຮືອນ​ຂອງ​ນັກສິລະ​ປະການ​ໄດ້​ກາຍ​ເປັນ​ບ່ອນ​ວາງສະ​ແດງ​ພາບ​​ດົງ​ໂຮ່ນັບ​ພັນ​ແຜ່ນ, ພ້ອມ​ກັບ​ບັນດາ​ແຜ່ນ​ພິມ​ທີ່​ຄວັດ​ດ້ວຍ​ໄມ້ກ່ອນ​ນີ້​ນັບ​ຮ້ອຍ​ປີ.ນອກ​ນັ້ນ​ເພື່ອ​​ໃຫ້​ແຂກ​ທ່ອງ​ທ່ຽວ​ເຂົ້າ​ໃຈກ່ຽວ​ກັບ​ຂັ້ນ​ຕອນການ​ຜະລິດ​ພາບ​ດົງ​ໂຮ່, ທ່ານ ຊາມ ​ຍັງ​ກໍ່ສ້າງ​ຫ້ອງ​ແນະນຳ​ກ່ຽວ​ກັບ​ວິທີ​ຜະລິດພາບ​ດົງ​ໂຮ່, ນັບ​ແຕ່​ການຜະລິດ​ສີ, ການຕາກ​ເຈ້ຍ, ການພິມ​ພາບ... ທ່ານ ຫງວຽນ​ຮື້​ວຊາມ, ​ໃຫ້​ຮູ້​ວ່າ:

        “ໃນ​ເມື່ອ​ກ່ອນ, ພໍ່​ແມ່​ປະຊາຊົນ​ເຄີຍ​ຊື້ພາບ​ດົງ​ໂຮ່​ ເພື່ອປະດັບ​ເຮືອນຊານ​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ, ຖ້າຫາກບຸນປີໃໝ່ບໍ່ມີພາບ ດົງໂຮ່, ກໍ່​ຮູ້ສຶກ​ວ່າເຮືອນຊານບໍ່ສວຍງາມ ​ແລະ ຍັງຂາດບັນຍາກາດ ຕ້ອນຮັບ​ບຸນປີໃໝ່“.

        ພາບ​ດົງ​ໂຮ່ຖືກ​ພິມ​ເທິງ​ເຈ້ຍສາ, ​ເຊິ່ງ​ແມ່ນ​ເຈ້ຍ​ທີ່​ເຮັດ​​ແບບ​ຫັດຖະກຳ​ຈາກ​ຕົ້ນສາ​ຢູ່​ໃນ​ປ່າ. ປ້າ ຫງວຽນ​ທິ​ແອວ​ງ, ປີ​ນີ້​ອາຍຸ​ກວ່າ 60 ປີ ​ແຕ່​ໄດ້​ຜະລິດ​ພາບ​ດົງ​ໂຮ່ມາ​ເປັນ​ເວລາ 50 ປີ​ແລ້ວ, ​ໃຫ້​ຮູ້​ວ່າ: ພາບ​ດົງ​ໂຮ່ ​ເຄີຍ​​ໃຊ້​ແຕ່ 4 – 5 ສີ​ຕົ້ນຕໍ, ນັ້ນ​ແມ່ນ​ສີດຳ, ຂຽວ, ຄາມ, ​ແດງ ​ແລະ ​ເຫຼືອງ. ສີທັງ​ໝົດ​ແມ່ນ​ເອົາ​ມາ​ຈາກທຳ​ມາ​ຊາດ, ຫາກ​ບໍ່​ແມ່ນ​ສີ​ເຄມີ, ດັ່ງ​ນັ້ນ​ສີ​ໃນ​ພາບ​ດົງ​ໂຮ່ຈຶ່ງ​ສົດ​ໄສ ​ແລະ ຮັກສາ​​ໃນ​ໄລຍະ​ຍາວ​ໄດ້.

        “ສີ​ແດງ​ແມ່ນ​ເອົາ​ມາ​ຈາກ​ດິນ​ຈີ່​ຢູ່​ເທິງ​ພູ, ສີດຳ​​ໃນ​ເມື່ອ​ກ່ອນແມ່ນ​ເອົາ​ມາ​ຈາກ​ຂີ້​ເທົ່າໃບ​ໄມ້​ໄຜ່, ປະຈຸ​ບັນ​ແມ່ນ​ຂີ້​ເທົ່າ​ເຟືອງ​ເຂົ້າໜຽວ. ສີ​ເຫຼືອງ​ແມ່ນ​ເອົາ​ມາ​ຈາກ​ດອກ​ໄມ້ luscious, ສີຂຽວ​ແມ່ນ​ເອົາ​ມາ​ຈາກ​ຕົ້ນ​ໄມ້​ອ່ອນ. ສີ​ທັງ​ໝົດ​ແມ່ນ​ເອົາ​ມາ​ຈາກ​ຕົ້ນ​ໄມ້​ໃບ​ຫຍ້າ​ທຳ​ມະ​ຊາດ“.


ໝູ່ບ້ານຜະລິດພາບດົງໂຮ່  - ບ່ອນຮັກສາວີນຍານແຫ່ງຊາດເທິງເຈ້ຍສາ - ảnh 2

        ພາບ​ດົງ​ໂຮ່ ມີ​ເຖິງ 180 ຫົວ​​ເລື່ອງ ​ແລະ ຖືກ​ແບ່ງ​ອອກ​ເປັນ 5 ປະ​ເພດ​ຄື: ພາບ​ບູຊາ, ພາບ​ປະຫວັດສາດ, ພາບ​ອວຍພອນ, ພາບ​ການ​ດຳ​ເນີນ​ຊີວິດ ​ແລະ ພາບ​ເລື່ອງ. ຫົວ​ເລື່ອງ​ຂອງ​ພາບ​ແມ່ນ​ອີງ​ໃສ່​ການ​ດຳລົງ​ຊີວິດ, ການ​ຜະລິດ​ຂອງ​ຊາວ​ກະ​ສີກ​ອນ. ​ເນື້ອ​ໃນ​ຂອງ​ພາບ​ບາງ​ເທື່ອ​ແມ່ນ​ຕົວ​ລະຄອນ​ໃນ​ເລື່ອງ​ລາວ​ທີ່​ສືບ​ມາ​ແຕ່​ບູຮານ​ນະ​ການ, ບັນດາ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ປະ​ເທດ, ບາງ​ເທື່ອ​ແມ່ນຄວາມມຸ້ງ​​ຫວັງຕໍ່ຊີວິດທີ່​ມີ​ຄວາມ​ຜາ​ສຸກ, ​ຄວາມ​ອິ່ມໜຳສຳລານ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ການ​ລ້ຽງສັດ​ໄດ້​ຮັບ​ຜົນ. ທ່ານ ຫງວຽນ​ຮື້​ວຊາມ, ​ໃຫ້​ຮູ້​ວ່າ:

        “ພາບ​ດົງ​ໂຮ່ ມີ​ຄວາມ​ໝາຍ​ອວຍພອນ​ກັນ, ສ່ອງ​ແສງ​ຊີວິດ​ປະຈຳ​ວັນ​ຄື: ການ​ລ້ຽງ​ໄກ່, ໝູ ກໍ່​ຄືຄວາມ​ຄວາມ​ມຸ້ງ​ຫວັງ​ຂອງ​ຊາວ​ກະ​ສີກ​ອນ“.

ໝູ່ບ້ານຜະລິດພາບດົງໂຮ່  - ບ່ອນຮັກສາວີນຍານແຫ່ງຊາດເທິງເຈ້ຍສາ - ảnh 3

        ພາບ​​ດົງ​ໂຮ່​ຖືກ​​ພິມດ້ວຍແຜ່ນ​ພິມ​ທີ່​ຄວັດ​ດ້ວຍ​ໄມ້. ດັ່ງ​ນັ້ນ​ຢາກ​ມີ​ພາບ​ທີ່​ສວຍ​ງາມ, ທັງ​ຜູ້​ແຕ້ມ​ແລະ ຜູ້​ຄວັດ​ແຜ່ນ​ພິມ​ຕ້ອງ​ມີ​ຄວາມ​ຊຳນານ. ​ສີ​ໃນ​ພາບ​ມີ​ເທົ່າ​ໃດ, ​ແຜ່ນ​ສີ​ກໍ່​ຕ້ອງ​ມີ​ເທົ່າ​ນັ້ນ​. ​ເມື່ອ​ພິມ​ພາບ, ນາຍຊ່າງ​​ຕ້ອງ​ໃຊ້​ແຜ່ນ​ພິມ ກໍ່ຄື​ສີສັນ​ໃຫ້​ຖືກ​ກັບ​ແຜ່ນ​ແຕ້ມ. ຍ້ອນ​ເຫດ​ນັ້ນ, ບັນດາ​ແຜ່ນ​ພິມ​ນີ້ຈຶ່ງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຄື​ດັ່ງ​ຊັບ​ສິນ​ອັນ​ລຳ້​ຄ່າມາ​ເປັນ​ເວລາ​ນັບ​ຮ້ອຍ​ປີ. ປ້າ​ ຫງວຽນ​ທິ​ແອວ​ງ, ​ໃຫ້​ຮູ້​ວ່າ:

        “​ແຜ່ນພິມເພື່ອ​ພິມ​ພາບ​ດົງ​ໂຮ່​ແມ່ນ​ຖືກ​ຄວັດ​ດ້ວຍ​ໄມ້​ຈັນ, ດັ່ງ​ນັ້ນ​ຈຶ່ງ​ສາມາດ​ຮັກສາ​ໃນ​ໄລຍະ​ຍາວ​ໄດ້. ຄອບຄົວ​ຂ້າພະ​ເຈົ້າ​ມີ​ແຜ່ນ​ພິມ​ມາ​ແຕ່​ດົນ​ນານ​ແລ້ວ. ກ່ອນ​ປີ 1945, ທັງ​ບ້ານ​ດົງ​ໂຮ່ ລ້ວນ​ແຕ່​ຜະລິດ​ພາບ, ​ແຕ່​ຕໍ່​ມາ​ຍ້ອນ​ພາບ​ດົງ​ໂຮ່ ບໍ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່​ປະຊາຊົນ​ໃນ​ບ້ານ​ເຂົາ​ເຈົ້າ​ຈຶ່ງ​ຫັນ​ໄປ​ເຮັດ​ອາຊີບ​ອື່ນ, ​ແລະ ມອບ​ແຜ່ນ​ພິມ​ຂອງ​ຕົນ​ໃຫ້​ສະຫະກອນ​ດົ່ງ​ໂຮ່ຮັກສາ​ໄວ້​ເພື່ອ​ໃຫ້​ຜູ້​ໃດ​ຜະລິດພາບ​ນຳໃຊ້. ​ນັບ​ແຕ່​ນັ້ນ, ພໍ່​ຂ້າພະ​ເຈົ້າ​ໄດ້​ຮັກສາ​ແຜ່ນ​ພິມ​ບູຮານ 60 ປະ​ເພດ​ ​ແລະ ​ແຜ່ນ​ພິມ​ໃໝ່​ປະມານ 60 ປະ​ເພດຈົນ​ຮອດ​ປະຈຸ​ບັນ.

        ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກໍ່​ຄື​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ຖືພາ​ບດົງ​ໂຮ່​ແມ່ນ​ຜະລິດ​ຕະພັນ​ພິ​ເສດ​ຂອງ​ເຂດ​ທິດ​ເໜືອນະຄອນຫຼວງ. ດັ່ງ​ນັ້ນ​ແຕ່ລະ​ເທື່ອ​ເມື່ອ​ມາ​ຢ້ຽມຢາມ​ແຫ່ງ​ນີ້​ເຂົາ​ເຈົ້າ​ລ້ວນ​ແຕ່ຊອກ​ຮູ້ ​ແລະ ​ຊື້ພາບ​ດົງ​ໂຮ່. ​ດ້ວຍເລື່ອງ​ແຂວງ​ບັກ​ນິງ ສ້າງ​ສຳ​ເນົາ​ເອກະສານ​ເພື່ອ​ສະ​ເໜີ UNESCO ຮັບຮອງ​ອາຊີບ​ຜະລິດພາບ​ດົງ​ໂຮ່​ເປັນ​ມໍລະດົກ​ວັດທະນະທຳ​ໂລກ​ນັ້ນ,  ​ໂລກ​ຈະ​ຮູ້ຈັກ​ເຖິງ​ພາບ​ດົງ​ໂຮ່ຫຼາຍ​ກວ່າ, ​​ເພື່ອ​ໃຫ້​ວີນຍານຂອງ​ຊາດ​ໄດ້​ຮັບ​ການ​ຮັກສາ​ໄວ້​ເທິງ​ເຈ້ຍສາ​ຕະຫຼອດ​ໄປ.

Vinh Pho

ຕອບກັບ

ຂ່າວ/ບົດ​ອື່ນ