ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົມ ປ່າວີຮະ - ສະຖານທີ່ ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູພຽງຫີນ

(VOVWORLD) -ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົມເຜົ່າມົ້ງ ປ່າວີຮະ ທີ່ຕາແສງ ປ່າວີ , ແມ່ວວາກ ແຂວງ ຮ່າຢາງ ຕັ້ງຢູ່ແຄມແມ່ນ້ຳຍໍເກ໊ ທີ່ສວຍງາມ ເຊິ່ງແມ່ນດິນແດນຕອນເໜືອສຸດຂອງປະເທດຊາດ. ໝູ່ບ້ານຖືກອຸປະມາດັ່ງດອກໄມ້ຫຼາກຫຼາຍສີສັນຢູ່ຕີນພູ ໝາປີແລ່ງ ທີ່ໃຫຍ່ໂຕມະໂຫຖານ ຢູ່ແຫ່ງນີ້ມີສວນສາທາລະນະທໍລະນີໂລກພູພຽງຫີນດົ່ງວັນ
ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົມ ປ່າວີຮະ - ສະຖານທີ່ ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູພຽງຫີນ - ảnh 1 ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ

     ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ແມ່ນແຫ່ງດຳລົງຊີວິດຂອງ 26 ຄົວຄອບເຜົ່າມົ້ງ ດ້ວຍທັດຊະນີຍະພາບສວຍງາມເປັນໜ້າຈັບໃຈ ແລະ ມີການອອກແບບເປັນເອກະລັກ, ນີ້ີ້ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍເມື່ອມາຢາມແຂວງ ຮ່າຢາງ. ໂດຍຕັ້ງຢູ່ຫ່າງຈາກເທດສະບານ ແມ່ວວາກ 4 ກິໂລແມັດ ແລະ ຫ່າງຈາກໃຈກາງ ນະຄອນຮ່າຢາງ 160 ກິໂລແມັດ, ໝູ່ບ້ານ ວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ໄດ້ເຕົ້າໂຮມຄວາມງາມແບບຮົກເຮື້ອດ້ວຍຂີດໝາຍວັດທະນະທຳຂອງຊາວເຜົ່າມົ້ງ ແລະ ບັນດາຂະແໜງອາຊີບຫັດຖະກຳຂອງຊາວທ້ອງຖິ່ນ. ໝູ່ບ້ານມີບັນດາເຮືອນຮ້ານຖືກອອກແບບ ດ້ວຍສະຖາປັດຕະຍະກຳຕາມຮູບແບບດອກຄາຍ. ດ້ວຍຍອດເນື້ອທີ່ 46.000 ກວ່າຕາແມັດ, ໝູ່ບ້ານມີຫໍວັດທະນະທຳ, ຫໍວາງສະແດງຂອງຊາວເຜົ່າມົ້ງ, ມີເດີ່ນຫຼິ້ນຮູບ 6 ຫຼ່ຽມ ຖືກໃຊ້ເປັນສະຖານທີ່ສະແດງວັດທະນະທຳສິລະປະວັນນະຄະດີພື້ນເມືອງຂອງຊາວເຜົ່າມົ້ງ. ທ່ານ ທໍ່ມີປໍ່ ນາຍບ້ານ ປ່າວີຮະ ໃຫ້ຮູ້ວ່າ:

 “ບັນດາໂຮມສະເຕໄດ້ເລີ່ມເຄື່ອນໄຫວນັບແຕ່ປີ 2018. ຮູບແບບໝູ່ບບ້ານ ປ່າວີຮະ ໄດ້ມີການປ່ຽນແປງຫຼາຍຢ່າງນັບຕັ້ງແຕ່ເຮັດທ່ອງທ່ຽວ ແລະ ຊີວິດຂອງປະຊາຊົນນັບມື້ນັບດີຂຶ້ນ.”

 ບັນດາໂຮມສະເຕໃນໝູ່ບ້ານກໍ່ລ້ວນແຕ່ອອກແບບຕາມສະຖາປັດຕະຍະກຳເຮືອນປະເພນີຂອງຊາວເຜົ່າມົ້ງ. ຝາຂອງເຮືອນຖືກເຮັດດ້ວຍດິນຕາມປະເພນີ ແບບເຮືອນມີສາມຫ້ອງໃຫຍ່ ແລະ ສອງຫ້ອງນ້ອຍຢູ່ສອງເບື້ອງ, ລະບົບເສົາຄານຖືກເຮັດດ້ວຍໄມ້ ແລະ ຫຼັງຄາຖືກມຸງດິນຂໍສອງຊັ້ນ. ໂຮມສະເຕແຕ່ລະຫຼັງມີເນື້ອທີ່ປະມານ 300 ຕາແມັດ, ລະບົບກຳແພງອ້ອມຮອບເຮັດດ້ວຍຫີນ. ມາຢາມໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທັດຊະນີຍະພາບທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງຊາວວເຜົ່າມົ້ງ ພ້ອມກັບການເຄື່ອນໄຫວໃນຊີວິດປະຈຳວັນຂອງຊາວທ້ອງຖິ່ນ. ນາງ ຮວ່າງທິຮ່ຽນ ເຈົ້າຂອງຮາກຖານ ປ່າວີ ໂຮມສະເຕ ໃຫ້ຮູ້ວ່າ:

“ແຂກທ່ອງທ່ຽວມາຢາມໝູ່ບ້ານໃນລະດູຮ້ອນຈະໜ້ອຍກວ່າລະດູໜາວ. ຍາມລະດູໜາວໝູ່ບ້ານໄດ້ຕ້ອນຮັບແຂກທ່ອງທ່ຽວມາຫຼາຍທີ່ສຸດ. ເມື່ອມາຢາມບ້ານແຂກທ່ອງທ່ຽວຈະໄດ້ຊີມລົດຊາດບັນດາເຍື່ອງອາຫານພິເສດຄື ຊີ້ນຢ້າງໄຟ, ໄສ້ກອກ, ເຫຼົ້າສາລີ…”.

ເມື່ອມາຢາມໝູ່ບ້ານ ວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ໃນຊ່ວງເວລາຈັດຕັ້ງບັນດາງານບຸນ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນດາບົດເພງວາດຟ້ອນຢ່າງຄືກຄື້ນມ່ວນຊື່ນຂອງພວກບ່າວສາວເຜົ່າມົ້ງ ເພື່ອຈະເຂົ້າໃຈຫຼາຍກວ່າກ່ຽວກັບສີສັນວັດທະນະທຳຢູ່ແຫ່ງນີ້. ພິເສດເມື່ອມາຢາມໝູ່ບ້ານ ວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ໃນຊຸມວັນຕົ້ນລະດູໜາວ ແຂກທ່ອງທ່ຽວຈະເຫັນປະຈັກຕາຄວາມງາມຂອງດອກ ບັກວີດ ພວມບານສະພັງຢ່າງສວຍງາມສົ່ງກິ່ນຫອມຫວນໄປທົ່ວເຂດ. ມີແມ່ຍິງຄົນໜຶ່ງມາຢາມໝູ່ບ້ານໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ເລືອກເອົາການໄປທ່ຽວຢູ່ແຂວງ ຮ່າຢາງ ໄປທ່ຽວຢູ່ເຂດພູພຽງຫຫີນ ແລະ ມາທ່ຽວໝູ່ບ້ານ ວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ໃນຕົ້ນລະດູໜາວ ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ໝູ່ບ້ານ ວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ຕັ້ງຢູ່ຮ່ອມພູທີ່ໃຫຍ່ໂຕມະໂຫຖານ  ພວກຂ້າພະເຈົ້າໄດ້ຮັບປະທານຫຼາຍເຍື່ອງອາຫານຂອງທ້ອງຖິ່ນ ໄດ້ຮ້ອງເພງໃນງານຕັ້ງຄ້າຍ ແລະ ເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳຢູ່ແຫ່ງນີ້.”

 ໝູ່ບ້ານ ວັດທະນະທຳທ່ອງທ່ຽວຊຸມຊົນ ປ່າວີຮະ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນບັນດາຜູ້ມັກຄົ້ນຫາຄວາມຮົກເຮື້ອເຂດພູພຽງຫີນ ດົ່ງວັນ. ມາທ່ຽວຢູ່ແຫ່ງນີ້ ແຂກທ່ອງທ່ຽວຈະມີບັນດາອະນຸສອນທີຍາກຈະລືມໄດ້ ໃນການເດີນທາງຄົ້ນຫາດິນແດນ ແລະ ຊາວແຂວງ ຮ່າຢາງ. 

ຕອບກັບ

ຂ່າວ/ບົດ​ອື່ນ