ກົມໃຫຍ່ສະຖິຕິ ແລະ UNFPA ຮ່ວມມືເພື່ອຊຸກຍູ້ການເຕີບໂຕແຫ່ງຊາດ

(VOVWORLD) -ກົມໃຫຍ່ສະຖິຕິ ແລະ ກອງທຶນປະຊາກອນ ສະຫະປະຊາຊາດ(UNFPA)ຢູ່ ຫວຽດນາມ ຫາກໍ່ຈັດຕັ້ງ ພິທີເລີ່ມເຄື່ອນໄຫວໂຄງການໃຫມ່ ເພື່ອແນໃສ່ຫນູນຊ່ວຍ ຫວຽດນາມ ກໍ່ສ້າງ ແລະ ນຳໃຊ້ຂໍ້ມູນກ່ຽວກັບປະຊາກອນ ແລະ ພັດທະນາຢ່າງມີຄຸນນະພາບ ເພື່ອຮັບໃຊ້ການສ້າງ ແລະ ຕິດຕາມກວດກາບັນດານະໂຍບາຍ, ຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ ສັງຄົມ. ໄລ່ມາຮອດປະຈຸບັນ, UNFPA ໄດ້ຮ່ວມເດີນທາງກັບ ຫວຽດນາມ ມາເປັນເວລາ 45 ປີ ແລະ ມີການປະກອບສ່ວນສຳຄັນເຂົ້າໃນການຫນູນຊ່ວຍການສຳຫລວດ, ສະຖິຕິປະຊາກອນ ຕິດພັນກັບການພັດທະນາເສດຖະກິດ ສັງຄົມ ຂອງຫວຽດນາມ.

ກົມໃຫຍ່ສະຖິຕິ ແລະ UNFPA ຮ່ວມມືເພື່ອຊຸກຍູ້ການເຕີບໂຕແຫ່ງຊາດ - ảnh 1  ພິທີເລີ່ມເຄື່ອນໄຫວໂຄງການ: (ພາບ:GSO)

ປີ 1977, ພາຍຫລັງ ຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ, ກອງທຶນປະຊາກອນ ສປຊ ແລະ ກົມໃຫຍ່ສະຖິຕິ ໄດ້ສ້າງຕັ້ງສາຍພົວພັນການຮ່ວມມື. ໃນ 45 ປີຜ່ານມາ, UNFPAໄດ້ມີການຫນູນຊ່ວຍຫລາຍສົມຄວນໃຫ້ແກ່ລັດຖະບານ ຫວຽດນາມ ກ່ຽວກັບບາງຂົງເຂດໃນການພັດທະນາສັງຄົມ, ສຸມໃສ່ດ້ານສາທາລະນະສຸກ, ເບິ່ງແຍງສຸຂະພາບ, ປົກປ້ອງແມ່ ແລະ ເດັກ, ປະຊາກອນ ແລະ ການວາງແຜນຄອບຄົວ.

UNFPAໄດ້ຫນູນຊ່ວຍລັດຖະບານ ປະຕິບັດ ການສຳຫລວດປະຊາກອນ ແລະ ເຮືອນຢູ່ ທົ່ວປະເທດ ປີ 2019. ດ້ວຍການຫນູນຊ່ວຍຈາກ UNFPA, ກົມໃຫຍ່ສະຖິຕິ ໄດ້ສ້າງສຳເລັດເວັບໄຊຂໍ້ມູນຂ່າວສານເອເລັກໂຕນິກ ລະບົບຂໍ້ມູນປະຊາກອນພັດທະນາ. ເວັບໄຊນີ້ ເລີ່ມນຳໃຊ້ແຕ່ເດືອນ ມັງກອນປີ 2022, ອັບເດດທ່າອ່ຽງໃນໂລກ.

ທ່ານ ຫງວຽນຈຸງຕຽນ, ຮອງຫົວຫນ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ: ເລື່ອງສ້າງສຳເລັດເວັບໄຊ ແມ່ນສ່ວນຫນຶ່ງເພື່ອປະກອບສ່ວນເຂົ້າໃນການຫັນເປົ້າໝາຍໃນຍຸດທະສາດພັດທະນາການສະຖິຕິ ຫວຽດນາມ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2045 ໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ເຜີຍແຜ່ຂໍ້ມູນສະຖິຕິໃຫ້ທຸກຄົນຢ່າງໂປ່ງໃສຈະແຈ້ງ ວ່ອງໄວ ຄົບຖ້ວນ ແລະ ເຂົ້າເຖິງງ່າຍດ່າຍສຸດ.

“ກອງທຶນປະຊາກອນ ສປຊ ໄດ້ຮ່ວມເດີນທາງພ້ອມກັບກົມໃຫຍ່ສະຖິຕິ ປະຕິບັດການສຳຫລວດປະຊາກອນ, ເຮືອນຢູ່ ໃນທົ່ວປະເທດໃນ 5 ຄັ້ງ ນັບແຕ່ປີ 1979 2019 ແລະ ບັນດາການສຳຫລວດແຫ່ງຊາດອື່ນອີກ. ດ້ວຍການຫນູນຊ່ວຍດ້ານການເງິນ ແລະ ເຕັກນິກຈາກກອງທຶນປະຊາກອນ ສປຊ, ກົມໃຫຍ່ສະຖິຕິ ໄດ້ຄົ້ນຄ້ວາໝູນໃຊ້ບັນດາຫລັກການໃຫມ່, ເຕັກນິກໃຫມ່ທີ່ກ້າວຫນ້າເຂົ້າໃນການເກັບກຳ, ແກ້ໄຂ ແລະ ເຜີຍແຜ່ຂໍ້ມູນພື້ນຖານເພື່ອພັດທະນາຂະແຫນງສະຖິຕິຕາມທິດທັນສະໄຫມ, ປະກອບສ່ວນຍົກສູງກຳລັງຄວາມສາມາດ ແລະ ທີ່ຕັ້ງບົດບາດຂອງຂະແຫນງສະຖິຕິ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ.”

ກົມໃຫຍ່ສະຖິຕິ ແລະ UNFPA ຮ່ວມມືເພື່ອຊຸກຍູ້ການເຕີບໂຕແຫ່ງຊາດ - ảnh 2ທ່ານນາງ ຫງວຽນທິເຮືອງ, ຫົວຫນ້າກົມໃຫຍ່ສະຖິຕິ. (ພາບ:thoibaotaichinhvietnam.vn)

ຫວຽດນາມ ພວມຜັນປ່ຽນວ່ອງໄວເພື່ອໃຫ້ເຕີບໂຕ ແລະ ພັດທະນາ. ທົ່ວປະເທດ ພວມມານະພະຍາຍາມປະຕິບັດຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ ແຕ່ປີ 2021 -2030, ແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2021 -2025 ແລະ ແຜນການດຳເນີນງານແຫ່ງຊາດປະຕິບັດໂຄງການດຳເນີນງານປີ 2030 ເພື່ອການພັດທະນາແບບຍືນຍົງ.

ປະຊາຊົນຄືພວກຂ້າພະເຈົ້າ ມີພຽງແຕ່ຄວາມປາດຖະຫນາຢາກໃຫ້ລັດມີນະໂຍບາຍເໝາະສົມເພື່ອໃຫ້ຊີວິດດີງາມກວ່າ ຄື: ທຸກຄົນມີວຽກເຮັດງານທຳເປັນປົກກະຕິ, ລູກເຕົ້າໄດ້ຮ່ຳໄດ້ຮຽນ.”

“ຊຸມປີຜ່ານມາ ຢູ່ເຂດພູດອຍພວກຂ້າພະເຈົ້າ ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງໃຫ້ກໍ່ສ້າງໂຮງຮຽນ, ສຸກສາລາ ສະນັ້ນໃນປະຈຸບັນ ຢາກໄປກວດພະຍາດ ກໍ່ບໍ່ຕ້ອງໄປຮອດໃນເມືອງອີກແລ້ວ”

ທ່ານນາງ Naomi Kitahara ຫົວຫນ້າອົງການຜູ້ຕາງຫນ້າ UNFPA ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ບັນດາປະເທດມີຂໍ້ມູນທີ່ມີຄຸນນະພາບ ນັ້ນແມ່ນບັນດາປະເທດທີ່ບັນລຸໄດ້ການເຕີບໂຕດ້ານເສດຖະກິດ ສັງຄົມຢ່າງເປັນຫນ້າປະທັບໃຈ.

“UNFPA ຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອໄດ້ຮ່ວມມືກັບກົມໃຫຍ່ສະຖິຕິຫວຽດນາມ ໃນຕະຫລອດ 40 ປີຜ່ານມາ. ຜ່ານ 9 ໂຄງການແຫ່ງຊາດທີ່ສະຫງວນໃຫ້ ຫວຽດນາມ, ປະຈຸບັນ ພວມເລີ່ມປະຕິບັດໂຄງການແຫ່ງຊາດທີ 10 ແລະ ກົມໃຫຍ່ສະຖິຕິ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ UNFPA ຢູ່ ຫວຽດນາມ. ຕາມໂຄງການແຫ່ງຊາດໃຫມ່ ພວກຂ້າພະເຈົ້າ ຈະຫນູນຊ່ວຍກົມໃຫຍ່ສະຖິຕິປະຕິບັດຍຸດທະສາດພັດທະນາການສະຖິຕິຊື່ງຫາກໍ່ໄດ້ຮັບການປະກາດໃຊ້, ຮັບໃຊ້ໃຫ້ແກ່ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ຢ່າງແທດຈິງພ້ອມທັງຊ່ວຍຕິດຕາມກວດກາໃຫ້ດີກວ່າອີກເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ

ທ່ານນາງ ຫງວຽນທີເຮືອງ, ຫົວຫນ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ: ໂຄງການໃຫມ່ລະຫວ່າງ ກົມໃຫຍ່ສະຖິຕິ ແລະ UNFPA ກ່ຽວກັບຂໍ້ມູນປະຊາກອນ ມີງົບປະມານໃຊ້ຈ່າຍທັງໝົດ 1.900.000  ໂດລາສະຫະລັດ. ໂດຍປະຕິບັດໃນໄລຍະ 5 ປີ, ແຕ່ປີ 2022 -2026, ການຜັນຂະຫຍາຍໂຄງການແມ່ນເພື່ອຫນູນຊ່ວຍ ຫວຽດນາມ ນຳໃຊ້ເຕັກໂນໂລຊີ ແລະ ບັນດາພື້ນຖານສື່ສານໃຫມ່ໃນການເກັບກຳ, ວິເຄາະ ແລະເຜີຍແຜ່ຂໍ້ມູນ ແລະ ຮັບປະກັນນະໂຍບາຍ, ຍຸດທະສາດເພື່ອບັນລຸໃຫ້ໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ