ກອງທຶນໜູນຊ່ວຍເດັກແຂວງດັກລັກ, ຄວາມຫວັງຂອງເດັກທຸກຍາກ

(VOVWORLD) -ໃນຫຼາຍປີທີ່ຜ່ານມາ, ກອງທຶນຊ່ວຍໜູນເດັກແຂວງ ດັກລັກ ໄດ້ເຊື່ອມຕໍ່ລະຫວ່າງບັນດາຜູ້ໃຈບຸນໃຈກຸສົນ ກັບເດັກທີ່ທຸກຍາກ, ເດັກທີ່ມີສະພາບຄອບຄົວຫຍຸ້ງຍາກ ໃນບໍລິເວນແຂວງ. ຜ່ານນັ້ນ ກໍ່ເປັນການສ້າງກຳລັງໜູນ ແລະ ຄວາມເຊື່ອໝັ້ນຕື່ມອີກ ເພື່ອໃຫ້ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກ ແລະ ຊະຕາກຳຂອງຕົນ ເພື່ອມຸ່ງໄປສູ່ອະນາຄົດທີ່ສົດໃສກວ່າເກົ່າ
ກອງທຶນໜູນຊ່ວຍເດັກແຂວງດັກລັກ, ຄວາມຫວັງຂອງເດັກທຸກຍາກ  - ảnh 1ການເຄື່ອນໄຫວຊ່ວຍເຫຼືອເດັກຂອງກອງທຶນ 

ນ້ອງ ຫຼຸກທິຖຳ ອາຍຸ 10 ປີ ຢູ້ບ້ານ ຫົກ ຕາແສງ ອີອາຮູ, ເມືອງ ກືກູນ ມີຄວາມພາກພູມໃຈເມື່ອເປັນຄັ້ງທຳອິດໃນຊີວິດ ໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ໃຫ່ຍໂຕ ແລະ ສວຍງາມ ຊຶ່ງແຕ່ດົນນານມາແລ້ວນ້ອງມີຄວາມຫວັງຢາກໄດ້. ພໍ່ຂອງ ຖຳ ເສຍຊີວິດນັບແຕ່ຄາວນ້ອງຍັງນ້ອຍຢູ່, ວຽກງານທຸກຢ່າງໃນຄອບຄົວ ກໍ່ລ້ວນແຕ່ໂດຍແມ່ຂອງນ້ອງເປັນຜູ້ແບກຫາບ. ກໍ່ບໍ່ດົນປານໃດແມ່ຂອງນ້ອງບັງເອີນຖືກຕິດໂລກມະເຮັງ, ການດຳລົງຊີວິດທີ່ໄດ້ທຸກຍາກຂາດເຂີນຢູ່ແລ້ວ ກໍ່ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຂຶ້ນ. ທຸກໆການໃຊ້ຈ່າຍໃນຊີວິດປະຈຳວັນ, ຄ່າປິ່ນປົວກໍ່ລ້ວນແຕ່ອາໄສຕໍ່ບ້ວງເງິນ ຊ່ວຍໜູນຄອບຄົວທຸກຍາກ ແລະ ການຊ່ວຍເຫຼືອຂອງພໍ່ແມ່ພີ່ນ້ອງບ້ານໃກ້ເຮືອນຄຽງ. ເຖິງວ່າເຮືອນຖືກເພ ແລະ ຮົ່ວໃນຍາມຝົນຕົກແຕ່ດົນນານມາແລ້ວກໍ່ຕາມ, ແຕ່ຍ້ອນສະພາບຄອບຄົວທີ່ທຸກຍາກຂາດເຂີນ, ດັ່ງນັ້ນສອງແມ່ລູກກໍ່ບໍ່ກ້າຄິດເຖິງເລື່ອງປຸກສ້າງເຮືອນໃໝ່. ໂດຍໄດ້ຮັບການຊ່ວຍເຫຼືອ ຈາກກອງທຶນຊ່ວຍໜູນເດັກແຂວງ ດັກລັກ ແລະ ບັນດາຜູ້ໃຈບຸນໃຈກຸສົນ ທີ່ໄດ້ໃຫ້ການຊ່ວຍເຫຼືອເງິນ 50 ລ້ານດົ່ງ ເພື່ອປຸກສ້າງເຮືອນໃໝ່, ສອງແມ່ລູກ ນ້ອງ ຫຼຸກທິຖຳ ກໍ່ດີໃຈຫຼາຍ. ນ້ອງເວົ້າວ່າ :

    “ເມື່ອໄດ້ຮັບການຊ່ວຍໜູນຈາກກອງທຶນ ຊ່ວຍໜູນເດັກແຂວງ ດັກລັກ ເພື່ອປຸກສ້າງເຮືອນໃໝ່, ນ້ອງຮູ້ສຶກວ່າພາກພູມໃຈທີ່ສຸດ ແລະ ປັນຈຸບັນກໍ່ບໍ່ຢ້ານເຮືອນຖືກຮົ່ວໃນຍາມຝົນຕົກອີກແລ້ວ. ນ້ອງໝັ້ນໝາຍວ່າຈະພະຍາຍາມຮ່ຳຮຽນໃຫ້ດີໃຫ້ເກັ່ງ ເພື່ອຕອບສະໜອງຕາມຄວາມຄອງຄອຍ ກໍ່ຄືການຊ່ວຍເຫຼືອຈາກອຳນາດການປົກຄອງຂັ້ນຕ່າງໆ”.

     ໂດຍແມ່ນລູກຫຼ້າໃນຄອບຄົວທີ່ມີ 4 ອ້າຍນ້ອງນຳກັນ, ສະພາບຄອບຄົວທີ່ທຸກຍາກຂາດເຂີນ, ພວກອ້າຍຕ່າງກໍ່ຕ້ອງປະຮຽນເພື່ອໄປເຮັດຮັບຈ້າງ ເພື່ອຫາເງິນລ້ຽງຊີບ, ສ່ວນ ເຮິນນຸນນີເອ ຊາວເຜົ່າເອເດ ຢູ່ບ້ານ ອີອາກາ ຕາແສງ ອີອາກະມຸດ, ເມືອງ ອີອາກາ ຍັງຄົງໄປໂຮງຮຽນຢູ່. ເມື່ອເຂົ້າໃຈໄດ້ເຖິງການເສຍສະຫຼະຂອງພວກອ້າຍ, ເປັນຕົ້ນເມື່ອພໍ່ຂອງຕົນ ໄດ້ຖືກເສຍຊີວິດຍ້ອນດືກນ້ຳ, ແມ່ກໍ່ຖືກຕິດໂລກມະເຮັງ, ດັ່ງນັ້ນນ້ອງພະຍາຍາມຮຽນ ແລະ ແບກຫາບວຽກບ້ານການເຮືອນ ເພື່ອໃຫ້ພວກອ້າຍມີຄວາມອຸ່ນອ່ຽນໃຈໄປເຮັດວຽກ. ຄວາມຫຍຸ້ງຍາກລຳບາກ ກໍ່ມີຢູ່ແລ້ວ, ແຕ່ ເຮິນຸນນີເອ ຍັງຄົງພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ໃນຫຼາຍປີຢ່າງລຽນຕິດ ນ້ອງໄດ້ກາຍເປັນນັກຮຽນເກັ່ງ. ໃນເວລາທີ່ຜ່ານມາ ກອງທຶນຊ່ວຍໜູນເດັກແຂວງ ດັກລັກ ກໍ່ໄດ້ຊ່ວຍມອບທຶນສຶກສາທີ່ມີມູນຄ່າ 1.000.000 ດົ່ງ ໃຫ້ແກ່ນ້ອງ. ນີ້ແມ່ນແຫ່ງລະດົມກຳລັງໃຈເພື່ອໃຫ້ນ້ອງສູ້ຊົນ ແລະ ບືນຕົວຂຶ້ນໃນການດຳລົງຊີວິດ ແລະ ຮ່ຳຮຽນ. ນ້ອງ ເຮິນຸນນີເອ ເວົ້າວ່າ:

     “ປີນີ້ນ້ອງໄດ້ຮັບທຶນສຶກສາ, ນ້ອງດີໃຈຫຼາຍ. ທຶນສຶກສາກໍ່ແມ່ນກຳລັງໜູນເພື່ອໃຫ້ນ້ອງຮ່ຳຮຽນ ແລະ ສູ້ຊົນຮຽນໃຫ້ເກັ່ງກວ່າໃນໄລຍະທີ່ຈະມາເຖິງ”.

        ສ່ວນນ້ອງ ເຮີມີຊູ ຊາວເຜົ່າເອເດ ຢູ່ບ້ານ ດຣາວ ຕາແສງ ອີອາເກັງ, ນັກຮຽນຫ້ອງ ມ2 ສັງກັດໂຮງຮຽນມັດທະຍົມຕອນຕົ້ນ ເລດິງຈິງ ເມືອງ  ກຣົງແປັກ ນັ້ນ, ຄວາມມ່ວນຊື່ນຂອງນ້ອງ ກໍ່ແມ່ນເລື່ອງກອງທຶນຊ່ວຍໜູນເດັກແຂວງ ດັກລັກ ໄດ້ມອບລົດຖີບທີ່ມີມູນຄ່າ 1,5 ດົ່ງໃຫ້ແກ່ນ້ອງເປັນຂອງຂວັນ. ນ້ອງໃຫ້ຮູ້ວ່າ: ຈາກບ້ານໄປຫາໂຮງຮຽນແມ່ນເກືອບ 2 ກິໂລແມັດ, ແຕ່ນັບແຕ່ດົນນານມາແລ້ວ ນ້ອງກໍ່ຕ້ອງຍ່າງໄປໂຮງຮຽນມື້ລະສອງເທື່ອ. ເພື່ອໄປໂຮງຮຽນທັນເວລາ, ຍາມໃດນ້ອງກໍ່ຕ້ອງໄປແຕ່ເຊົ້າ ກ່ອນເວລາເຂົ້າຮຽນເປັນເວລາໜຶ່ງຊົວໂມງ. ດ້ວຍຄວາມມານະພະຍາຍາມນີ້ ໃນສາມປີຢ່າງລຽນຕິດ ນ້ອງກໍ່ລ້ວນແຕ່ເປັນນັກຮຽນເກັ່ງ. ລົດຖີບກໍ່ແມ່ນຂອງຂວັນທີ່ເໝາະສົມ ສຳລັບຄວາມມານະພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກຂອງ ເຮິມີຊູ.

     “ນ້ອງດີໃຈຫຼາຍເມື່ອໄດ້ຮັບລົດຖີບ. ນີ້ ແມ່ນຂອງຂວັນທີ່ມີຄວາມໝາຍສຳລັບນ້ອງ. ສຳລັບລົດຖີບຄັນນີ້ ຈະຊ່ວຍໃຫ້ນ້ອງໄປໂຮງ ຮຽນໄວກວ່າ ແລະ ຫຼຸດຜ່ອນຄວາມລຳບາກລົງ. ນ້ອງຈະພະຍາຍາມຮຽນໃຫ້ເກັ່ງເພື່ອປະຕິບັດຄວາມໃຝ່ຝັນກາຍເປັນທ່ານໝໍ”

      ນັບແຕ່ຕົ້ນປີມາຮອດປັດຈຸບັນ, ກອງທຶນຊ່ວຍໜູນເດັກແຂວງ ດັກລັກ ໄດ້ຂົນຂວາຍເຊື່ອມຕໍ່ກັບບັນດານັກອຸປະຖຳ ແລະ ໄດ້ມອບທຶນສຶກສາ 457 ທຶນໃຫ້ແກ່ເດັກທີ່ມີສະພາບຫຍຸ້ງຍາກ ພ້ອມທັງໄດ້ມອບລົດຖີບເກືອບ 100 ຄັນ, ຊ່ວຍໜູນປຸກເຮືອນແຫ່ງຄວາມຮັກແພງ 11 ຫຼັງ ໃຫ້ແກ່ເດັກກຳພ້າກຳພອຍ. ຍອດຈຳນວນເດັກໄດ້ຮັບການຊ່ວຍໜູນຈາກໂຄງການແມ່ນກວ່າ 7.000 ຄົນ ດ້ວຍຍອດຄ່າໃຊ້ຈ່າຍຊ່ວຍໜູນແມ່ນ 6.400.000.000 ດົ່ງ. ທ່ານ ເລິມດິງງຽນ ຜູ້ອຳນວຍການກອງທຶນ ຊ່ວຍໜູນເດັກແຂວງ ດັກລັກ ໃຫ້ຮູ້ວ່າ:

     “ໃນໄລຍະທີ່ຈະມາເຖິງ ກອງທຶນຊ່ວຍໜູນເດັກ ແມ່ນຈະສືບຕໍ່ເຊື່ອມຕໍ່ ແລະ ຮຽກຮ້ອງບັນດາອົງການຈັດຕັ້ງສັງຄົມທັງຢູ່ພາຍໃນ ແລະ ຕ່າງແຂວງ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ຈົ່ງໃຫ້ການຊ່ວຍເຫຼືອຄື ປຸກສ້າງໂຮງຮຽນອະນຸບານ, ປຸກສ້າງເຮືອນແຫ່ງຄວາມຮັກແພງ ໃຫ້ແກ່ເດັກຢູ່ເຂດຫ່າງໄກສອກຫຼີກ ແລະ ເດັກກຳພ້າກຳພອຍ ເດັກປະສົບຄວາມຫຍຸ້ງຍາກ ພ້ອມທັງປິ່ນປົວພະຍາດໃຫ້ແກ່ເດັກອີກດ້ວຍ”

    ບັນດາທຶນສຶກສາຊຶ່ງແມ່ນບັນດາຂອງຂວັນ ໂດຍກອງທຶນຊ່ວຍໜູນເດັກແຂວງ ດັກລັກ ໄດ້ນຳມາໃຫ້ພວກເດັກນັ້ນ ໄດ້ກາຍເປັນບ່ອນອີງທາງດ້ານວັດຖຸ ແລະ ຈິດໃຈສຳລັບເດັກ ທີ່ມີສະພາບຄອບຄົວທີ່ຫຍຸ້ງຍາກຢູ່ທ້ອງຖິ່ນ, ອັນໄດ້ຊ່ວຍໃຫ້ພວກນ້ອງເພີ່ມມານະຈິດ, ຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ ແລະ ມີຄວາມດຸໝັ່ນພາກພຽນໃນການຮ່ຳຮຽນ, ສູ້ຊົນກາຍເປັນຜູ້ທີ່ມີປະໂຫຍດ ຕໍ່ຄອບຄົວ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ