(VOVWORLD) -ເພື່ອແກ້ໄຂສະພາບມົນລະພິດ ຢູ່ບັນດາໜອງເກັບນ້ຳ ເຊິ່ງແມ່ນບ່ອນຍັງບັນຈຸນ້ຳເສຍ ຢ່າງຫຼວງຫຼາຍໂດຍຍັງບໍ່ທັນຜ່ານການກຳຈັດ, ແຂວງ ກວາງນິງ ໄດ້ນຳໃຊ້ເຕັກໂນໂລຊີ ຂອງບັນດາຜູ້ຊ່ຽວຊານ ຍີ່ປຸ່ນ. ເຕັກໂນໂລຊີກຳຈັດ ມົນລະພິດສິ່ງແວດລ້ອມນີ້ ໄດ້ຖືກປະຕິບັດທົດລອງຢູ່ບາງທ້ອງຖິ່ນໃນ ຫວຽດນາມ ນັບແຕ່ປີ 2017 ແລະ ໃນເບື້ອງຕົ້ນກໍ່ໄດ້ບັນລຸໝາກຜົນດີ
ການທຳຄວາມສະອາດ ໃຫ້ນ້ຳຢູ່ໜອງ ຮຸ່ງຖັງ |
ກວ່າເຄິ່ງເດື່ອນທີ່ຜ່ານມາ, ແຕ່ລະວັນ, ຖັນແຖວນັກວິສາວະກອນ ສັງກັດບໍລິສັດຫຸ້ນສ່ວນ ປົວແປງສິ່ງແວດລ້ອມ ຍີ່ປຸ່ນ-ຫວຽດນາມ ກໍ່ໄດ້ນຳໃຊ້ເຄື່ອງຈັກ, ຕິດຕາມການທຳຄວາມສະອາດ ໃຫ້ນ້ຳຢູ່ໜອງ ຮຸ່ງຖັງ ເຊິ່ງເປັນໜອງເກັບນ້ຳນອນໃນບໍລິເວນ ຕາແສງ ບ໋າຍໄຈ໋ ແລະ ຕາແສງ ຮຸ່ງຖັງ ຢູ່ມໍ່ກັບອ່າວ ຮ້າລອງ. ເຕັກໂນໂລຊີຖືກນຳໃຊ້ ແມ່ນແປ້ງ Bakture ເຊິ່ງແມ່ນວັດຖຸດິບທຳມະຊາດ ທີ່ເອົາມາຈາກຫີນພູເຂົາໄຟ, ມີຄຸນປະໂຫຍດຊຸກຍູ້ ການທຳຄວາມສະອາດໃນນ້ຳ ດ້ວຍວິທີກະຕຸ້ນຈຸນລະຊີບຕ່າງໆ ເພື່ອເປັນທາດເລັ່ງກະທົບ ຊ່ວຍເພີ່ມທະວີຄວາມສາມາດ ກຳຈັດທາດເປື້ອນ, ທາດພິດ. ເຕັກໂນໂລຊີນີ້ ໄດ້ຮັບໃບຢັ້ງຢືນ ປະດິດຄິດສ້າງຢູ່ ຍີ່ປຸ່ນ ເຊິ່ງໄດ້ຮັບການຢັ້ງຢືນ ຈາກອົງການສາກົນ ແລະ ໄດ້ນຳໃຊ້ຢູ່ສະຖານທີ່ ເກີດມົນລະພິດ 300 ແຫ່ງຢູ່ບັນດາປະເທດ: ຍີ່ປຸ່ນ, ລາວ, ໄທ. ຢູ່ ຫວຽດນາມ ແປ້ງ Bakture ໄດ້ຖືກປະຕິບັດທົດລອງ ຢ່າງມີປະສິດທິຜົນ ຢູ່ໜອງແຮ້ງຟຸກ ໃນນະຄອນ ຫາຍຟ່ອງ ແຕ່ປີ 2017. ທ່ານ ເຈິ່ນວັນຕວ່ຽນ ຜູ້ຕາງໜ້າບໍລິສັດຫຸ້ນສ່ວນປົວແປງສິ່ງແວດລ້ອມ ຍີ່ປຸ່ນ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງທີ່ບັນດາຜູ້ຊຽວຊານ ຍີ່ປຸ່ນ ມາສຳຫຼວດ, ຄະນະກຳມະການປະຊາຊົນ ແຂວງ ກວາງນິງ ໄດ້ເຫັນດີເປັນເອກະພາບ ປະຕິບັດການກຳຈັດມົນລະພິດທົດລອງໄລຍະທີ່ໜຶ່ງຢູ່ໜອງ ຮຸ່ງຖັງ ດ້ວຍເນື້ອທີ່ໜ້ານ້ຳ 900 ຕາແມັດ. ພາຍຫຼັງກວ່າໜຶ່ງປີແຫ່ງການປະຕິບັດທົດລອງເຕັກໂນໂລຊີກຳຈັດສິ່ງແວດລ້ອມຂອງ ຍີ່ປຸ່ນ, ສະພາບມົນລະພິດຢູ່ໜອງ ຮຸ່ງຖັງ ໄດ້ຮັບການປ່ຽນແປງຫຼາຍພໍສົມຄວນ. ທ່ານ ເຈິ່ນວັນຕວ່ຽນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ສັງເກດເຫັນວ່າ ກິ່ນເໝັນໃນນ້ຳໄດ້ຫາຍໄປທັງໝົດ, ນ້ຳເສຍເບິ່ງຄືບໍ່ເປື້ອນອີກ. ສ່ວນທາງດ້ານຄຸນນະພາບນ້ຳ ໃນປັດຈຸບັນ, ບັນດາຄາດໝາຍວິໄຈນ້ຳ ກໍ່ພວມຖືກບໍລິສັດພວກຂ້າພະເຈົ້າ ສົ່ງຕົວຢ່າງວິໄຈໃຫ້ແກ່ສູນຄຸນນະພາບ ແລະ ຊັບພະຍາກອນນ້ຳ ຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ. ຕົວຢ່າງນີ້ພວມຢູ່ໃນໄລຍະວິໄຈຢູ່”.
ນາງ ຟ້າມທິຫວ່ຽນ ຢູ່ໄກ້ກັບໜອງ ຮຸ່ງຖັງ ກໍ່ໃຫ້ຂໍ້ສັງເກດວ່າ: ໄລຍະມໍ່ໆມານີ້ສະພາບມົນລະພິດໄດ້ຫຼຸດຜ່ອນຢ່າງເຫັນໄດ້ຊັດ, ເຮົາສາມາດເຫັນໄດ້ຢ່າງຈະແຈ້ງ ກ່ຽວກັບສິ່ງນີ້ໃນຊຸມວັນຮ້ອນເອົ້າ. ນາງ ຫວ່ຽນ ເວົ້າວ່າ:
“ນັບແຕ່ເມື່ອໄດ້ກຳຈັດນ້ຳເສຍ, ກໍ່ເຫັນວ່າປາກໍ່ບໍ່ຕາຍອີກ. ສອງສາມມື້ມານີ້ ສະພາບມົນລະພິດ ກໍ່ໄດ້ຫຼຸດຜ່ອນລົງ. ຂ້າພະເຈົ້າກໍ່ຢາກເຮັດແນວໃດເພື່ອໃຫ້ສະພາບແວດລ້ອມສະອາດ, ເພື່ອໃຫ້ປະຊາຊົນມີຊີວິດໃນທາມກາງບັນຍາກາດປອດໂປ່ງ”.
ແຕ່ເຖິງຢ່າງໃດກໍ່ດີ, ບັນດາຜູ້ຊຽວຊານຄົ້ນຄວ້າການກຳຈັດສິ່ງແວດລ້ອມຖືກວ່າ: ການກຳຈັດມົນລະພິດນ້ຳໃນໜອງ ພຽງແຕ່ແມ່ນວິທີການແກ້ໄຂ ໃນໄລຍະໃດໜຶ່ງ, ເພາະວ່ານີ້ແມ່ນບ່ອນທີ່ຮັບນ້ຳເສຍຈາກເຂດຊຸມຊົນຫຼາຍແຫ່ງທີ່ປ່ອຍລົງຢ່າງລຽນຕິດ, ເພາະສະນັ້ນ ພວກເຮົາກໍ່ຄວນລ້ອມເຂດເພື່ອແກ້ໄຂ, ກຳຈັດເຖິງກົກເຖິງຮາກ, ແກ້ໄຂຈາກຕົ້ນກຳເນີດທີ່ກໍ່ໃຫ້ເກີດສະພາບມົນລະພິດ, ປັດຈຸບັນນະຄອນ ຮ້າລອງ ມີສະຖານີເກັບນ້ຳເສຍ 4 ແຫ່ງ ແຕ່ໃນຕົວຈິງ ພຽງແຕ່ເກັບນ້ຳເສຍ ແລະ ແກ້ໄຂ, ກຳຈັດໄດ້ປະລິມານ 40% ຂອງນ້ຳເສຍ, ສ່ວນປະລິມານນ້ຳເສຍທີ່ຍັງເຫຼືອ ຍັງຄົງໄຫຼສູ່ບັນດາໜອງເກັບນ້ຳ, ແລ້ວກໍ່ໄຫຼສູ່ອ່າວ ຮ້າລອງ. ໜຶ່ງໃນບັນດາສາຍເຫດ ທີ່ກໍ່ໃຫ້ເກີດສະພາບມົນລະພິດອີກນັ້ນ ກໍ່ຍ້ອນລະບົບນ້ຳເສຍ ຢູ່ເຂດຊຸມຊົນ, ເຂດຕົວເມືອງໃໝ່ທີ່ຫາກໍ່ໄດ້ປຸກສ້າງຂຶ້ນໃນສອງສາມປີມໍ່ໆມານີ້ ກໍ່ບໍ່ຖືກເຊື່ອມຕໍ່ກັບລະບົບທໍ່ນ້ຳເກັບນ້ຳເສຍ, ຫາກປ່ອຍສູ່ບັນດາໜອງເກັບນ້ຳເລີຍ. ເພື່ອແກ້ໄຂຈຸດອ່ອນນີ້, ທ່ານ ຟ້າມວັນເກື່ອງ ຮອງຫົວໜ້າພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ ກວາງນິງ ຖືວ່າ:
“ໃນສະເພາະໜ້າ, ພວກຂ້າພະເຈົ້າຈະສົມທົບກັບນະຄອນ ຮ້າລອງ ຄວບຄຸມບັນດາແຫຼ່ງນ້ຳເສຍ. ສຳລັບບັນດາໂຄງການພວມລົງທຶນ, ໃກ້ຈະລົງທຶນ, ພວກຂ້າພະເຈົ້າສະເໜີຕ້ອງມີລະບົບກຳຈັດນ້ຳເສຍ ໄດ້ມາດຕະຖານຫວຽດນາມ ໃນປັດຈຸບັນ ຈຶ່ງອະນຸຍາດປ່ອຍສູ່ໜອງ ຮຸ່ງຖັງ ກ່ອນທີ່ຈະໄຫຼສູ່ອ່າວ ຮ້າລອງ”.
ທ່ານ ຟ້າມວັນເກື່ອງ ກໍ່ຢືນຢັນວ່າ, ແຂວງ ກວາງນິງ ພວມຮີບຮ້ອນ ໃຫ້ສຳເລັດການກູ້ຢືມທຶນ ODA ຈາກ ຍີ່ປຸ່ນ ເພື່ອລົງທຶນກໍ່ສ້າງລະບົບເກັບນ້ຳເສຍ ກຳຈັດນ້ຳເສຍໃນບໍລິເວນນະຄອນ ຮ້າລອງ. ຄາດວ່າໂຄງການ ຈະຕ້ອງການທຶນປະມານ 154 ລ້ານໂດລາສະຫະລັດ ແລະ ຈະແກ່ຍາວເປັນເວລາ 3 ປີ, ອັນໄດ້ຊ່ວຍເກັບນ້ຳເສຍ ແລະ ກຳຈັດນ້ຳເສຍທັງໝົດ ກ່ອນທີ່ຈະໄຫຼສູ່ໜອງເກັບນ້ຳ ໃນປັດຈຸບັນ ກໍ່ຄືໄຫຼສູ່ອ່າວ ຮ້າລອງ.