ຊາວປະມົງໃນບໍລິເວນອ່າວຫ້າລອງສາມາດທຳມາຫາກິນ ຫາເງິນລ້ຽງຊີບໄດ້ຍ້ອນດຳລົງຊີວິດຢ່າງກົມກ່ຽວກັບກັບທະເລ

(VOVWORLD) -ການດຳລົງຊີວິດຢ່າງກົມກ່ຽວກັບທຳມະຊາດ ທັງຮັກສາຊັບພະຍາກອນທຳມະຊາດສິ່ງແວດລ້ອມ, ທັງຮັກສາຈຸດວັດທະນະທຳທະເລ, ອັນໄດ້ຊ່ວຍໃຫ້ວົງຄະນະຍາດຊຸມຊົນທຳມາຫາກິນ ຫາເງິນລ້ຽງຊີບໄດ້ຍາວນານ

ນີ້ແມ່ນເປົ້າໝາຍຂອງໂຄງການທົດລອງທີ່ເປີດທິດກ້າວເດີນໃໝ່ໃຫ້ແກ່ຊາວປະມົງທີ່ດຳລົງຊີວິດຢູ່ບໍລິເວນອ່າວຫ້າລອງພາຍຫຼັງທີ່ໄດ້ຂຶ້ນຝັ່ງຕັ້ງຖິ່ນຖານຄົງທີ່.

ຊາວປະມົງໃນບໍລິເວນອ່າວຫ້າລອງສາມາດທຳມາຫາກິນ ຫາເງິນລ້ຽງຊີບໄດ້ຍ້ອນດຳລົງຊີວິດຢ່າງກົມກ່ຽວກັບກັບທະເລ - ảnh 1 ອ້າຍຫງວຽນວັນເລີ້ຍກັບຮູບແບບລ້ຽງສັດນ້ຳແບບຍືນຍົງ

     ອ້າຍຫງວຽນວັນເລີ້ຍແມ່ນຊາວປະມົງຢູ່ໝູ່ບ້ານປະມົງ ວຸງວຽງ ຊຶ່ງແມ່ນໝູ່ບ້ານຕັ້ງບົນໜ້ານ້ຳທະເລໃນອ່າວຫ້າລອງ ທີ່ມີມານັບຮອ້ຍປີ ແລະ ກໍແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ເຮືອນແພຂອງອ້າຍມີກະຊັງລ້ຽງສັດນ້ຳ 12 ກະຊັງເພື່ອລ້ຽງປາຫຼາຍຊະນິດທີ່ນຳມາເຊິ່ງມູນຄ່າເສດຖະກິດສູງ. ກະຊັງລ້ຽງປາຂອງອ້າຍຖືກເຮັດດ້ວຍໄມ້ ແລະ ຢ່າງ composit ຊຶ່ງສາມາດຮັບປະກັນມາດຕະຖານການລ້ຽງ ແລະ ເປັນມິດກັບສິ່ງແວດລ້ອມ.  ອ້າຍຫງວຽນວັນເລີ້ຍແມ່ນໜຶ່ງແມ່ນໜຶ່ງໃນຈຳນວນ 7 ຄອບຄົວທຳອິດທີ່ປະຕິບັດຮູບແບບລ້ຽງປູກສິນໃນນ້ຳແບບເປັນມິດກັບສິ່ງແວດລ້ອມໂດຍສົມທົບກັບການທ່ອງທ່ຽວທີ່ມີຄວາມຮັບຜິດຊອບໃນບໍລິເວນອ່າວຫ້າລອງ. ນີ້ແມ່ນຮູບແບບທົດລອງຜັນຂະຫຍາຍນັບແຕ່ກາງປີ 2016 ໃນຂອບເຂດໂຄງການຂໍ້ລິເລີ່ມສະຫະພັນຫ້າລອງ-ກາດບາໂດຍສູນອະນຸລັກສິ່ງທີ່ມີຊີວິດທາງທະເລ ແລະ ພັດທະນາວົງຄະນະບຍາດ ແລະ ບັນດາຄູ່ຮ່ວມມືທີ່ປະຕິບັດດ້ວຍດ້ວຍແຫຼ່ງເງິນອຸປະຖຳຂອງອາເມລິກາ. ພາຍຫຼັງທີ່ໄດ້ພ້ອມກັບ 300 ຄອບຄົວໃນໝູ່ບ້ານປະມົງທີ່ບໍລິເວນອ່າວຫ້າລອງຂຶ້ນຝັ່ງ ຕັ້ງຖິ່ນຖານຄົງທີ່ປີ 2014 ຕາມແຜນນະໂຍບາຍຂອງແຂວງກວາງນິງ, ປະຈຸບັນໄດ້ກັບຄືນສູ່ວຽກງານລ້ຽງປູກສິນໃນນ້ຳໃນບໍລິເວນອ່າວຫ້າລອງໃນແຕ່ລະວັນ. ອ້າຍຫງວຽນວັນເລີ້ຍເວົ້າດ້ວຍຄວາມພູມໃຈວ່າ : 

    “ ກ່ອນນີ້, ຄອບຄົວຂ້າພະເຈົ້າກໍໄດ້ລ້ຽງປາ, ແລ້ວຂຶ້ນຝັ່ງທຳມາຫາກິນ, ແຕ່ບໍ່ມີວຽກເຮັດງານທຳ, ຫຼັງຈາກນັ້ນກໍຂໍໄປຫາກິນຢູ່ທະເລ. ໂດຍໄດ້ຮັບການອຸປະຖຳຈາກໂຄງການ, ປະຈຸບັນ, ການລ້ຽງປາໄດ້ມີຄວາມສະດວກສະບາຍກ່ວາຫຼາຍແລ້ວ, ພຽງແຕ່ຕ້ອງລົງທຶນ 30 ລ້ານດົງເພື່ອຊື້ປາພັນເທົ່ານັ້ນ. ໂຄງການນີ້ໄດ້ເປີດທິດທາງເພື່ອສ້າງເສດຖະກິດແບບຍືນຍົງ ”

     ທ່ານ ຕັງວັນຟ້ຽນ ຜູ້ອຳນວຍການສະຫະກອນບໍລິການທ່ອງທ່ຽວ ວ້ານຈ່າຍຫ້າລອງໃຫ້ຮູ້ວ່າ ກ່ອນທີ່ດຳເນີນການຕັ້ງຖິ່ນຖານຄົງທີ່. ວຸງວຽງເຄີຍແມ່ນເຂດພັດທະນາການລ້ຽງປາໃນກະຊັງ. ແຕ່ຊາວປະມົງເຄີຍໃຊ້ຫົວອາຫານສັດທີ່ບໍ່ໄດ້ມາດຕະຖານ, ມີຄວາມສ່ຽງຕໍ່ມົນລະພິດສິ່ງແວດລ້ອມ, ສົ່ງຜົນກະທົບທີ່ບໍ່ດີຕໍ່ລະບົບປະກາລັງ. ໃນສະພາບຕົວຈິງ, ພາຍຫຼັງພັດທະນາເປັນໄລຍະໜຶ່ງທີ່ດີ, ປີ 2010 ຢູ່ວຸງວຽງໄດ້ເກີດປະກົດການປາຕາຍຢ່າງຫຼວງຫຼາຍ ອັນໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ. ແຕ່ດ້ວຍຮູບແບບນີ້ ຊາວປະມົງໄດ້ຮັບການໜູນຊ່ວຍສ້າງເຮືອນແພ, ເຂົ້າຮ່ວມຊຸດອົບຮົມກ່ຽວກັບເຕັດນິກການລ້ຽງ, ສະໜອງຫົວອາຫານສັດທີ່ໄດ້ມາດຕະຖານ ແລະ ໜູນຊ່ວຍແກ່ການຈຳໜ່າຍ. ທ່ານ ຕັງວັນຟ້ຽນ ຜູ້ອຳນວຍການສະຫະກອນບໍລິການທ່ອງທ່ຽວ ວ້ານຈ່າຍຫ້າລອງໃຫ້ຮູ້ວ່າ : 

   “ ການລ້ຽງສິນໃນນ້ຳແບບຍືນຍົງມີບັນດາປັດໄຈພື້ນຖານ. ສາມາດຄຸ້ມຄອງໄດ້ແຫຼ່ງແນວພັນປາສົ້ນເຂົ້າ, ມີຕົ້ນກຳເນີດ, ການຄວບຄຸມໂລກລະບາດນັບແຕ່ຫົວທີ່; ສາມາດເລືອກເຟັ້ນແຫຼ່ງຫົວອາຫານສັດ, ບັນດາຂັ້ນຕອນໃນການລ້ຽງ ”

    ບໍ່ພຽງແຕ່ເຊັ່ນນັ້ນ, ວຸງວຽງກໍຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວເມື່ອມີໂອກາດມາຢ້ຽມຊົມອ່າວຫ້າລອງ. ນາງຫງວຽນທິຮັ່ງ ຜູ້ພາຍເຮືອຮັບໃຊ້ແຂກທ່ອງທ່ຽວຢູ່ບ້ານວຸງວຽງເປີດເຜີຍວ່າ :

    “ ລາຍຮັບຈາກການພາຍເຮືອແມ່ນປະມານ 3 ລ້ານດົງ/ເດືອນ. ພວກນ້ອງເຮັດວຽກຢູ່ນີ້ ກໍມີສະຕິຮັກສາສິ່ງແວດລ້ອມ. ຖ້າເຫັນຂີ້ເຫຍື້ອກໍເກັບເອົາເລີຍ ”

    ສ່ວນທ່ານນາງ ໂຮ່ທິອ້ຽນທູ ຮອງຜູ້ອຳນວຍການ ຜູ້ປະຈຳການ ສູນອະນຸລັກສິ່ງທີ່ມີຊີວິດທາງທະເລ ແລະ ພັດທະນາວົງຄະນະບຍາດໄດ້ຕີລາຄາກ່ຽວກັບຮູບແບບນີ້ວ່າ : 

    “ ຄວາມສະດວກທີ່ໄດ້ຈາກໂຄງການແມ່ນຄວາມເອົາໃຈໃສ່ຂອງອຳນາດການປົກຄອງແຂວງກວາງນິງກ່ຽວກັບພາລະກຳຮັກສາສິ່ງແວດລ້ອມ, ປົກປັກຮັກສາອ່າວຫ້າລອງ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ. ພວກຂ້າພະເຈົ້າໄດ້ຮັບຄວາມເຊື່ອໝັ້ນຈາກວົງຄະນະຍາດຊາວປະມົງທີ່ມີຄວາມຫວັງຢາກກັບຄືນສູ່ທຳມາຫາກິນຢູ່ທະເລ, ແມ່ນກຳລັງໜູນເພື່ອຜັນຂະຫຍາຍ. ພວກຂ້າພະເຈົ້າຫວັງວ່າ ຮູບແບບນີ້ຈະຖືກທະວີຄູນອອກສູ່ວົງກ້ວາງ, ຖອດຖອນບົດຮຽນເພື່ອຮັກສາ ແລະ ພັດທະນາຊັບພະຍາກອນທຳມະຊາດຢູ່ເຂດແຄມທະເລຫວຽດນາມໃຫ້ແກ່ການພັດທະນາແບບຍືນຍົງ ”

     ຄາດວ່າ ໃນປີ 2018, 32 ກະຊັງລ້ຽງປາຕາມຮູບແບບນີ້ຈະສຳເລັດ. ນັບແຕ່ເດືອນມິຖຸນານີ້, ຊາວປະມົງຢູ່ວຸງວຽງ ຈະມີຮູບແບບລ້ຽງຫອຍມຸກເພື່ອເອົາໄຂ່ມຸກ, ປະກອບສ່ວນເພີ່ມລາຍຮັບ. ການລ້ຽງ ແລະ ປູກສິນໃນນ້ຳຢູ່ວຸງວຽງຕາມຮູບແບບເປັນມິດກັບສິ່ງແວດລ້ອມເພື່ອສ້າງປະສິດທິຜົນທາງດ້ານເສດຖະກິດໃຫ້ແກ່ປະຊາຊົນ ແລະ ຮັກສາທັດສະນີຍະພາບມໍລະດົກອ່າວຫ້າລອງ, ຈາກນັ້ນເອົາສຳສິ່ງເປັນຜະລິດຕະພັນທ່ອງທ່ຽວຂອງວົງຄະນະຍາດເພື່ອທຳມາຫາກິນແບບຍືນຍົງ, ຍົກສູງຄວາມຮັບຜິດຊອບຂອງວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ