ຊາວ​ໜຸ່ມເຜົ່າ​ສ່ວ​ນ​ໜ້ອຍ​ ດັກ​ລັກ ດ້ວຍຄວາມ​ຄາດ​ຫວັງ Startup

(VOVWORLD) -ດ້ວນແນວຄິດປ່ຽນແປງໃໝ່ ແລະ ຄວາມມານະພະຍາຍາມຂອງ ໄວໜຸ່ມ, ມີຊາວໜຸນເຜົ່າສ່ວນໜ້ອຍຢູ່ດັກລັກ ຫຼາຍຄົນ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ໃນເບື້ອງຕົ້ນ ບັນລຸໄດ້ບັນດາຜົນງານໃດໜຶ່ງໃນເສັ້ນທາງ ສ້າງພາລະກິດດ້ວຍຕົນເອງ, ບືນຕົວຂຶ້ນສ້າງຄວາມຮັ່ງມີ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານໃນທ້ອງຖິ່ນ. ຈາກນັ້ນ, ປຸກລຸກຄາດຫວັງສ້າງຄວາມຮັ່ງມີຢ່າງຊອບທຳໃນດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ.
ຊາວ​ໜຸ່ມເຜົ່າ​ສ່ວ​ນ​ໜ້ອຍ​ ດັກ​ລັກ ດ້ວຍຄວາມ​ຄາດ​ຫວັງ Startup - ảnh 1ອ້າຍ ອີ ເຄີນາບເອົາເຫຼົ້າໄຫໃສ່ກອງ

ເອົາເຫຼົ້າໄຫໃສ່ກອງຢ່າງລະມັດລະວັງ ເພື່ອຫີບຫໍ່ ແລະ ສົ່ງໄປໃຫ້ແກ່ລູກຄ້າ ເພື່ອນຳໃຊ້ໃນວັນບຸນເຕັດ, ອ້າຍ ອີ ເຄີນາບ ຕາແສງ ເອີ ເມີນົງ, ເມືອງ ກື ເມີງາຍ, ແຂວງ ດັກລັກໃຫ້ຮູ້ວ່າ: ບຸນເຕັດປີນີ້, ລູກຄ້າສັ່ງຊື້ເຫຼົ້າໄຫຫຼາຍກ່ວາເມື່ອທຽບໃສ່ກັບປີກາຍນີ້ ດັ່ງນັ້ນ ລາວຕ້ອງລະດົມ ພໍ່ແມ່ພີ່ນ້ອງໃນຄອບຄົວຕື່ມອີກ ເພື່ອໜູນຊ່ວຍຮີບຫໍ່ ແລະ ຂົນສົ່ງໃຫ້ລູກຄ້າ.

ແບ່ງປັນກ່ຽວກັບອາຊີບຕົ້ມເຫຼົ້າໄຫ ເພື່ອ Startup, ອ່າຍ ອີ ນາບ ເລົ່າສູ່ຟັງວ່າ, ພາຍຫຼັງຮຽນຈົບ ມະຫາວິທະຍາໄລຂະແໜງເຕັກໂນໂບຢີ ເອເລັກໂຕນິກ ໂທລະຄົມມທະນາຄົມ, ລາວໄດ້ເຮັດວຽກຢູ່ນະຄອນໂຮ່ຈີມິນມາເປັນເວລາ 3 ປີ. ຫຼັງຈາກສ້າງຄອບຄົວ, ລາວ ກັບ ເມຍກັບຄືນບ້ານເກີດເມືອງນອນຂອງເມຍແມ່ນຕາແສງ ເອີ ເມີນົງ, ເມືອງ ກື ເມີງາຍ ເພື່ອສ້າງອາຊີບ. ເຖິງວ່າດຳລົງຊີວິດຢູ່ບ້ານເກີດເມືອງນອນ ຂອງ ເມຍກໍ່ຕາມ, ແຕ່ ຍາມໃດລາວກໍ່ຮູ້ສຶກ…….ຕໍ່ອາຊີບຕົ້ມເຫຼົ້າໄຫແບບຫັດຖະກຳຂອງຊົນເຜົ່າ ເມີນົງ. ດັ່ງນັ້ນ, ລາວໄດ້ປຶກສານຳເມຍ ແລ້ວຕັດສິນໃຈວ່າ ກັບມາບ້ານເກີດເມືອງນອນຂອງຕົນ, ຊອກຫາຜູ້ເຖົ້າຜູ້ແກ່ທີ່ຮູ້ຈັກວິທີຕົ້ມເຫຼົ້າໄຫເພື່ອຮ່ຳຮຽນ. ພາຍຫຼັງຮຽນອາຊີບມາເປັນເວລາ 6 ເດືອນ, ລາວໄດ້ເລີ່ມ ຕົ້ມເຫຼົ້າໄຫ ເພື່ອຂາຍ ແລະ ຕັ້ງເຄື່ອງໝາຍແມ່ນ ເຫຼົ້າໄຫ “ອາມາ ເຕິມ”. ພາຍຫຼັງ Startup ມາໄດ້ 2 ປີ, ປັດຈຸບັນ ແຕ່ລະເດືອນລາວຂາຍ ເຫຼົ້າໄຫໄດ້ແຕ່ 30 – 50 ໄຫ. ໄລ່ສະເພາະບຸນເຕັດປີນີ້, ລາວໄດ້ຮັບໃບສັ່ງຊື້ເຫຼົ້າໄຫຂຶ້ນເຖິງ 200 ໄຫ. ອ້າຍ ອີ ນາບ ໃຫ້ຮູ້ວ່າ ເລື່ອງນັບມື້ນັບມີຜູ້ສັ່ງຊື້ເຫຼົ້າໄຫຫຼາຍຂຶ້ນ ແລະ ຕະຫຼາດນັບມື້ນັບໄດ້ຮັບການເປີດກ້ວາງນັ້ນ ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ລາວສືບຕໍ່ພັດທະນາອາຊີບຕົ້ມເຫຼົ້າໄຫແບບຫັດຖະກຳ.

    ຕົ້ມເຫຼົ້າຕາມວິທີອຸດສາຫະກຳ ຈະເສຍລົດຊາດແບບມູນເຊື້ອຂອງຊົນເຜົ່າ, ດັ່ງນັ້ນ ຂ້າພະເຈົ້າຕ້ອງຕົ້ມຕາມວິທີການຂອງບັນພະບຸລຸດຖ່າຍທອດໃຫ້. ຂ້າພະເຈົ້າຫວັງວ່າ, ອະນາຄົດ ອາຊີບຕົ້ມເຫຼົ້າໄຫແບບຫັດຖະກຳຈະໄດ້ຮັບການພັດທະນາດ້ວຍຈຳນວນຫຼາຍຂຶ້ນ, ແລະ ໄດ້ຂາຍໄປຍັງຫຼາຍຕະຫຼາດກ່ວາອີກ.

ຄ້າຍຄືກັນ ກັບຄາດຫວັງສ້າງຄວາມຮັ່ງມີ, ອ້າຍ ອີ ຈິງ ເບີເກີຣົງ, ຢູ່ບ້ານ ກາລາ, ຕາແສງ ເຢີໄຣ ຊາບ, ເມືອງ ເກີຣົງ ອານາ, ໂດຍເປັນຜູ້ທີ່ໄດ້ຊາວໜູນຫຼາຍຄົນຮູ້ຈັກເຖິງດ້ວຍຮູບແບບປູກເຫດທີ່ມີປະສິດທິຜົນ. ອ້າຍ ອີຈິງໃຫ້ຮູ້ວ່າ ປີ 2016, ພາຍຫຼັງເຂົ້າຮ່ວມຫ້ອງຮຽນອາຊີບປູກເຫດຢູ່ສູນສອນວີຊາຊີບ ເມືອງ ເກີຣົງ ອານາ, ລາວຕັດສິນໃຈຢືມເງິນເກືອບ 30 ລ້ານດົ່ງເພື່ອສ້າງເຮືອນປູກເຫດດ້ວຍເນື້ອທີເກືອບ 100 m2. ພາຍຫຼັງປູກເຫດມາເປັນ 4 ປີ, ປັດຈຸບັນ ລາວໄດ້ເປີດກວ້າງສ້າງເຮືອນປູກເຫດຕື່ມອີກ 3 ຫຼັງ ແລະ ກາຍເປັນຜູ້ຈຳໜ່າຍແນວພັນເຫດດ້ວຍເນື້ອທີເກືອບ 1000 m2. ແຕ່ລະປີ, ລາວຂາຍໄດ້ ເຫດ 5 ໂຕນ, ກຳໄລໄດ້ 150 ລ້ານດົ່ງ/ປີ. ອ້າຍ ອີ ຈິງໃຫ້ຮູ້ວ່າ:

ຂ້າພະເຈົ້າບໍ່ມີເສັ້ນທາງອື່ນ ນອກຈາກເສັ້ນທາງ ຕ້ອງມານະພະຍາຍາມທຳມາຫາກິນ. ປັດຈຸບັນ, ລູກຄ້າຊອກມາຊື້ປະຈຳວັນ ນັບມື້ນັບຫຼາຍຂຶ້ນ, ດັ່ງນັ້ນ ຂ້າພະເຈົ້າຕັດສິນໃຈຕິດພັນກັບອາຊີບປູກເຫດນີ້. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຫວັງວ່າ ຈະມີງົບປະມານຢ່າງພຽງພໍເພື່ອເປີດກ້ວາງເນື້ອທີປູກເຫດ.

ອ້າຍ ອີເລ ປາດ ເຕີ, ຮອງເລຂາ ຜູ້ປະຈຳການຄະນະຊາວໜຸ່ມແຂວງ ດັກລັກ ໃຫ້ຮູ້ວ່າ ປັດຈຸບັນ ໃນບໍລິເວນແຂວງ ທີ່ຊາວໜຸ່ມເຜົ່າສ່ວນໜ້ອຍຫຼາຍຄົນ ໄດ້ ແລະ ພວມມີຄາດຫວັງ ແລະ ປາດຖະໜາໄດ້ຮັບການຊ່ວຍເຫຼືອ, ໜູນຊ່ວຍເພື່ອພັດທະນາເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ຕາມຄວາມຈິງແລ້ວ ວິວັດທະນາການ Startup ຂອງບັນດາຊາວໜຸ່ມນີ້ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບ ເງິນທຶນ, ເຕັກນິກ, ເງື່ອນໄຂທຳມະຊາດ, ບໍ່ມີການຮ່ວມສຳພັນ… ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມແຂວງຈະ ສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ບັນດາອົງການຈັດຕັ້ງສັງຄົມ, ມີການກຳນົດທິດ, ໜູນຊ່ວຍຊາວໜຸ່ມ, ພິເສດແມ່ນຊາວໜຸ່ມເຜົ່າສ່ວນໜ້ອຍເພື່ອໃຫ້ ເຂົາເຈົ້າກ້າສຳຜັດກັບບັນດາແຫຼ່ງເງິນທຶນໜູນຊ່ວຍ, ເງິນກູ້ຢືມບຸລິມະສິດ ເພື່ອພັດທະນາເສດຖະກິດທີ່ເໝາະສົມ, ດຳເນີນການທະວີຄູນດ້ວຍບັນດາຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນ. ພ້ອມທັງ ຕັ້ງໜ້າຂົນຂວາຍຊາວໜຸ່ມໃນບ້ານ, ຕາແສງ ທີ່ປະສົບກັບຄວາມຫຍຸ້ງຍາກ ເຂົ້າຮ່ວມການພັດທະນາເສດຖະກິດ, ເປັນເຈົ້າການໃນການປັບປຸງຊີວິດການເປັນຢູ່ຂອງຕົນ.

ເພື່ອຮ່ວມເດີນທາງກັບຊາວໜຸ່ມ, ຄະນະຊາວໜຸ່ມທຸກຂັ້ນໃນແຂວງໄດ້ຈັດຕັ້ງຊຸດຝຶກອົບຮົມ, ບັນດາກອງປະຊຸມສຳມະນາ, ການແລກປ່ຽນເວທີປາໄສເປັນປະຈຳ ເພື່ອຍົກສູງລະດັບຄວາມຮູ້ ແລະ ພິເສດແມ່ນປ່ຽນແປງໃໝ່ແນວຄິດ ຂອງສະມາຊິກຄະນະຊາວໜຸ່ມໃນການ Startup. ຄຽງຄູ່ກັນນັ້ນ ບັນດາແຫຼ່ງທຶນຂອງ ຄະນະ ໄດ້ຮັບການຮັບຮອງເອົາຈາກທະນາຄານນະໂຍບາຍສັງຄົມ ກໍ່ໄດ້ຄະນະຊາວໜຸ່ມທຸກຂັ້ນ ມອບໃຫ້ສະມາຊິກຄະນະຊາວໜຸ່ມເພື່ອໜູນຊ່ວຍໃນການພັດທະນາເສດຖະກິດ.

ດ້ວຍບັນດາສິ່ງທີ່ປະຕິຍັດໄດ້, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍຢູ່ ດັກລັກ ອີກຄັ້ງໜຶ່ງຢັ້ງຢືນໄດ້ຄຸນນະທາດ, ຄວາມຕັດສິນຂອງໄວໜຸ່ມຢູ່ທ້ອງຖິ່ນ ໃນການພັດທະນາເສດຖະກິດ, ສ້າງຄວາມຮັ່ງມີແບບຊອບທຳ ບົນດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ຈາກນັ້ນ, ປະກອບສ່ວນເຂົ້າການປຸກລຸກ ແລະ ຂຸດຄົ້ນບັນດາກຳລັງຄວາມສາມາດ, ທ່າແຮງຂອງທ້ອງຖິ່ນ ຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ