ນຳ 1.001 ຫໍສະໝຸດປຶ້ມອ່ານໄປຍັງເຂດຫ່າງໄກສອກຫຼີກ

(VOVWORLD) - ດ້ວຍຄວາມສະໝັກໃຈເຮັດວຽກງານເພື່ອການກຸສົນ ແລະ ມີຄວາມເມົາມົວກັບອ່ານປຶ້ມ, ໃນສອງສາມປີມໍ່ໆມານີ້, ມີກຸ່ມເພື່ອນໜຸ່ມຢູ່ນະຄອນໂຮ່ຈີມິນໄດ້ລົງມືປະຕິບັດສ້າງໂຄງການ 1.001 ຫໍສະໝຸດໃຫ້ແກ່ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກໃຫ້ປະກົດຜົນເປັນຈິງ.
ນຳ 1.001 ຫໍສະໝຸດປຶ້ມອ່ານໄປຍັງເຂດຫ່າງໄກສອກຫຼີກ - ảnh 1 ພາບປະກອບ

  ມາຮອດປັດຈຸບັນ, ມີ ກວ່າ 200 ຫໍສະໝຸດໂດຍບໍ່ເກັບຄ່າໄດ້ສ້າງເປັນຮູບປະທຳພ້ອມດ້ວຍການເຄື່ອນໄຫວອື່ນໆທີ່ຊ່ວຍໃຫ້ເດັກຊົນເຜົ່າສ່ວນໜ້ອຍນັບພັນຄົນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ອ່ານປຶ້ມ ຮັບເອົາຄວາມຮູ້ທີ່ແທດເໝາະ. ໃນລາຍການຊີວິດສັງຄົມ ພາກ ນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວທູຮັ່ງທີ່ພາດຫົວຂໍ້ວ່າ : “ນຳ 1.001 ຫໍສະໝຸດປຶ້ມອ່ານໄປຍັງເຂດຫ່າງໄກສອກຫຼີກ” ເຊີນ ທ່ານຕິດຕາມຮັບຟັງ.    

ໂດຍໄດ້ຮັບການສ້າງຕັ້ງມາແຕ່ປີ 2007 ດ້ວຍຊື່ເອີ້ນວ່າ “ວັນອາທິດແຫ່ງຄວາມຮັກແພງ”, ຫຼາຍປີມານີ້, ກຸ່ມເພື່ອນໜຸ່ມຊົມຊອບວຽກງານເພື່ອການກຸສົນນີ້ໄດ້ຜັນຂະຫຍາຍບັນດາເຄື່ອນໄຫວຊ່ວຍໜູນຜູ້ທຸກຍາກ, ຜູ້ເຖົ້າຜູ້ແກ່ຢູ່ປ່ຽວ ແລະ ເດັກນ້ອຍຂ້າງຖະໜົນໃນບໍລິເວນນະຄອນໂຮ່ຈີມິນ. ເຖິງວ່າບໍ່ມີຄວາມສົມບູນທາງດ້ານວັດຖຸກໍ່ຕາມແຕ່ຮອດມື້ທ້າຍອາທິດ, ເຂົາເຈົ້າພ້ອມກັນແຜ່ບໍລິຈາກເງິນເພື່ອໄປຊື້ປຶ້ມຂຽນ, ອາຫານຂອງກິນມາປຸງແຕ່ງ, ແລ້ວກໍ່ມອບໃຫ້ບັນດາຜູ້ເຖົ້າຜູ້ແກ່ຢູ່ປ່ຽວ ແລະ ເດັກຂ້າງຖະໜົນຫຼາຍຄົນ. ໄດ້ໄປຫຼາຍແຫ່ງ, ໄດ້ພົບປະກັບເດັກຫຼາຍຄົນ, ພິເສດແມ່ນພວກນ້ອງນ້ອຍດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ, ຫງວຽນແອັງຕູ໋ ຜູ້ສ້າງຕັ້ງ ແລະ ບໍລິຫານກຸ່ມວັນອາທິແຫ່ງຄວາມຮັກແພງ, ຍາມໃດກໍ່ບອກເຕືອນຕົວເອງວ່າຕ້ອງເຮັດຫຍັງແດ່ເພື່ອຊ່ວຍຊີວິດມະນຸດ. ຕົ້ນປີ 2014, ໂຄງການ “1.001 ຫໍສະໝຸດຢູ່ເຂດຫ່າງໄກສອກຫຼີກ”  ໄດ້ເລີ່ມປະຕິບັດດ້ວຍການສ້າງຫໍສະມຸດປຶ້ມອ່ານທຳອິດໃຫ້ແກ່ນັກຮຽນຜູ້ທຸກຍາກຢູ່ແຂວງບິ່ງເຟື໋ອກ. ມາຮອດປັດຈຸບັນ, ມີກວ່າ 200 ຫໍສະໝຸດໄດ້ຖືກສ້າງຕັ້ງຢູ່ບັນດາໝູ່ບ້ານທີ່ຫ່າງໄກສອກຫຼີກ, ບໍລິເວນຕິດກັບຊາຍແດນຫຼືບັນດາທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນທົ່ວປະເທດດ້ວຍຄວາມຫວັງຈະຊ່ວຍໃຫ້ພວກເດັກຢູ່ແຫ່ງນີ້ເພີ່ມຄວາມຮູ້ຕື່ມອີກ, ອ້າຍຫງວຽນຕູ໋ແອັງໃຫ້ຮູ້ວ່າ:

 “ບໍ່ພຽງແຕ່ຝາກປື້ມເທື່ອດຽວເພື່ອສ້າງຫໍສະໝຸດເທົ່ານັ້ນ, ພວກເຮົາຈະເພີ່ມເຕີມປຶ້ມເປັນປະຈຳ. ແຕ່ລະປີພວກເຮົາກໍ່ໄດ້ຝາກປຶ້ມແຕ່ໜຶ່ງຫາສອງຖ້ຽວເພື່ອເພີ່ມເຕີມໃຫ້ແກ່ບັນດາຫໍສະໝຸດ, ທັງເປັນການທົດແທນແຫຼ່ງປຶ້ມອ່ານທີ່ຖືກສູນເສຍ ແລະ ຈະມີປຶ້ມອ່ານໃໝ່ຕື່ມອີກ. ຢູ່ໃນເມືອງດຽວກັນ, ຕາແສງ ແລະ ເຂດດຽວກັນຫຼືຢູ່ໃນໂຮງຮຽນແຫ່ງດຽວ, ພວກເຮົາຈະຮ່ວມສຳພັນລະຫວ່າງບັນດາຫໍສະໝຸດເພື່ອແລກປ່ຽນປືຶ້ມອ່ານໃຫ້ກັນ ແລະ ກັນ, ເພື່ອສ້າງແຫຼ່ງປຶ້ມອ່ານໃໝ່, ເຮັດໃຫ້ພວກນ້ອງມີຄວາມມັກຮຽນ, ທັງຊ່ວຍຫໍສະໝຸດເຄື່ອນໄຫວຢ່າງມີປະສິດທິຜົນກວ່າເກົ່າ”. 

ສິ່ງທີ່ ຫງວຽນຕູ໋ແອັງ ພ້ອມກັບບັນດາສະມາຊິກໃນກຸ່ມຮູ້ສຶກມີຄວາມອົບອຸ່ນ, ນັ້ນແມ່ນທຸກໆການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈກໍ່ລ້ວນແຕ່ໄດ້ຮັບການຕ້ອງສະໜອງຈາກປະຊາຊົນຢ່າງສຸດໃຈ. ບັນດາເພື່ອນໝຸ່ມກໍ່ໄດ້ພ້ອມກັນແຜ່ບໍລິຈາກເງິນ, ຮ່ວມແຮງຮ່ວມໃຈໄປຊື້ເອົາປື້ມ, ໄປຂໍປຶ້ມ, ຫຸ້ມຫໍ່ປຶ້ມແລ້ວກໍ່ຈັດຕັ້ງການສົ່ງປຶ້ມໃຫ້ເດັກຢູ່ເຂດພູສູງ. ຄວາມມ່ວນຊື່ນຂອງພວກນ້ອງນ້ອຍຢູ່ບັນດາບ້ານເຂດຫ່າງໄກສອກຫຼີກຂະນະທີ່ເປັນຄັ້ງທຳອິດໄດ້ຮັບບັນດາປຶ້ມອ່ານງາມ ແລະ ມ່ວນໂດຍພວກອ້າຍເອື້ອຍມອບໃຫ້ນັ້ນ, ແມ່ນຍາກທີ່ຈະພັນລະນາໄດ້. ນາງ ຫງວຽນທິຮວາແຈງ ອາດີດນັກສຶກສາສັງກັດວິທະຍາໄລເສດຖະກິດຕ່າງປະເທດນະຄອນໂຮ່ຈີມິນ, ສະມາຊິກໃນກຸ່ມແບ່ງປັນວ່າ:

 “ສິ່ງທີ່ດີທີ່ສຸດຂອງໂຄງການນີ້, ຕາມຂ້າພະເຈົ້າແລ້ວ, ແມ່ນຄວາມໝາຍຂອງເສັ້ນທາງທີ່ຍາວໄກຊຶ່ງກຸ່ມໄດ້ນຳມາໃຫ້ແກ່ພວກນ້ອງນ້ອຍ, ຈຸດປະສົງທີ່ກຸ່ມມຸ່ງໄປເຖິງນັ້ນ, ບໍ່ແມ່ນການປະກອບເຂົ້າສານ, ແບ່ງປັນອາຫານຂອງກິນ, ເຄື່ອງນຸ່ງເພື່ອຕອບສະໜອງຄວາມຕ້ອງການໃນສະເພາະໜ້າຂອງພວກນ້ອງນ້ອຍເທົ່ານັ້ນ, ພວກຂ້າພະເຈົ້າກໍ່ໄດ້ມຸ່ງໄປສູ່ແນວຄິດຍາວນານ, ນັ້ນແມ່ນໃນອະນາຄົດອັນໃກ້ໆນີ້, ພວກນ້ອງນ້ອຍອາດຈະກາຍເປັນບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດກວ່າເພື່ອສາມາດສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ ແລະ ດິນແດນທີ່ພວກນ້ອງພວມດຳລົງຊີວິດຢູ່”.

ນຳ 1.001 ຫໍສະໝຸດປຶ້ມອ່ານໄປຍັງເຂດຫ່າງໄກສອກຫຼີກ - ảnh 2 ພາບປະກອບ

ນັບແຕ່ນີ້ເຖິງປີ 2020 ກຸ່ມ “ວັນອາທິດແຫ່ງຄວາມຮັກແພງ” ໄດ່ວາງເປົ້າໝາຍຈະສຳເລັດ 1.001 ຫໍສະໝຸດດ້ວຍຄວາມຫວັງວ່າເດັກນ້ອຍຢູ່ທຸກໆແຫ່ງກໍ່ມີປຶ້ມອ່ານພຽງພໍເພື່ອອ່ານໃນແຕ່ລະວັນ. ຕາມແຜນການນີ້ແລ້ວ, ຈຳນວນປຶ້ມອ່ານທີ່ກຸ່ມຕ້ອງຊອກຫາແມ່ນ ຫຼວງຫຼາຍທີ່ສຸດ, ບັນດາການຂົນສົ່ງຈະຫຼາຍກວ່າ, ໜ້າວຽກຂອງແຕ່ລະສະມາຊິກກໍ່ຕ້ອງເພີ່ມຂຶ້ນຫຼາຍພໍສົມຄວານ, ແຕ່ໃຜໆກໍ່ມີຄວາມພໍໃຈອຸທິດສ່ວນເພະເຂົາເຈົ້າຮູ້ວ່າຕົນເອງພວມເຮັດວຽກງານທີ່ນຳຜົນປະໂຫຍດມາສູ່ຊີວິດມະນຸດ. ນາງ ຟ້າມທິຍືທຸ່ຍ ສະມາຊິກໃນກຸ່ມແບ່ງປັບວ່າ:

 “ໂດຍແມ່ນຜູ້ໜຶ່ງທີ່ມາຈາກເຂດບ້ານນາ, ດັ່ງນັ້ນ ຂ້າພະຮູ້ສຶກວ່າ ຕົນເອງ ແລະ ໝູ່ເພື່ອນເມື່ອກ່ອນນີ້ກໍ່ມີຄວາມຂາດແຄນປຶ້ມອ່ານທີ່ສຸດ. ດັ່ງນັ້ນເມື່ອລົງໄປຢ້ຽມຢາມເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກເຊັ່ນນີ້, ເຮົາເຫັນວ່າໂຄງການນີ້ມີຄວາມໝາຍທີ່ສຸດ. ວຽກງານນີ້ໄດ້ນຳແສງສະຫວ່າງທາງດ້ານວັດທະນະທຳມາສູ່ພວກນ້ອງຊາວເຜົ່າສ່ວນໜ້ອຍຫຼາຍຄົນ”.

ປຶ້ມອ່ານຂອງກຸ່ມ “ວັນອາທິດແຫ່ງຄວາມຮັກແພງ” ບໍ່ພຽງແຕ່ປະກົດມີໃນໂຮງຮຽນ, ຫໍວັດທະນະທຳຂອງຕາແສງຕ່າງໆ, ບັນດາສູນວັທະນະທຳ, ຫໍສະໝຸດຄອບຄົວເທົ່ານັ້ນ, ຫາກຍັງມີທັງຢູ່ວັດວາອາຮາມ, ໂບດ ແລະ ໃນໄລຍະທີ່ຈະມາເຖິງນີ້ຈະມີຢູ່ໃນຄ້າຍຄຸມຂັງ. ເມື່ອບັນດາໝູ່ບ້ານເຂດຫ່າງໄກສອກຫຼີກຕະຫຼອດ ຮອດເຂດພູສູງລ້ວນແຕ່ມີຫໍສະໝຸດປຶ້ມອ່ານນັ້ນ, ການເຂົ້າເຖິງກັບຕົວໜັງສື, ຄວາມຮູ້, ວັດທະນະທຳການອ່ານຂອງເດັກ ແລະ ທັງຜູ້ໃຫ່ຍຢູ່ແຫ່ງນີ້ຈະບໍ່ແມ່ນເລື່ອງທີ່ຫ່າງໄກອີກແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ