(VOVWORLD) -ຕໍ່ໜ້າການຂະຫຍາຍຕົວຂອງບັນດາພາຫະນະສື່ມວນຊົນ, ໃນທຸກວັນນີ້, ປຶ້ມອ່ານບໍ່ສາມາດຮັກສາທີ່ຕັ້ງແຖວໜ້າໃນການຕອບສະໜອງຄວາມຕ້ອງການຢ່ອນອາລົມຂອງທຸກໆຄົນ
ຍັງມີຫຼາຍຄົນມັກເກັບຮັກສາ, ສະສົມ ແລະ ໂຄສະນາປຶ້ມເກົ່າ ແລະ ໜັງສືພິມເກົ່າ. ສຳລັບເຂົາເຈົ້າແລ້ວ, ນີ້ບໍ່ພຽງແຕ່ແມ່ນເພື່ອຕອບສະໜອງຄວາມເມົາມົວອ່ານປຶ້ມເທົ່ານັ້ນ, ຫາກຍັງແມ່ນການຫຼິ້ນປຶ້ມເພື່ອຮັກສາບັນດາສິ່ງທີ່ຍອດຍິ່ງທາງດ້ານພູມປັນຍາຂອງຊາດອີກດ້ວຍ.
ປຶ້ມອ່ານເກົ່າຍັງແມ່ນແຫຼ່ງຂໍ້ມູນຂ່າວສານທີ່ດີສຳລັບນັກສຶກສາ, ນັກຄັ້ນຄ້ວາທັງຫຼາຍ |
ເກືອບ 20 ປີທ່ານຜ່ານມາ, ອ້າຍຈິ້ງຮຸ່ງເກືອງ, ຢູ່ນະຄອນບັກນິງ ໄດ້ໄປຖະໜົນທຸກສາຍ, ຮ້ານຂາຍປຶ້ມອ່ານຫຼາຍຮ້ານທັງຢູ່ພາກໃຕ້, ພາກເໜືອເພື່ອຊອກຊື້ປຶ້ມອ່ານທີ່ມີຄຸນຄ່າ. ປະຈຸບັນ, ອ້າຍເກືອງໄດ້ມີປຶ້ມອ່ານ, ວາລະສານກວ່າ 8000 ຫົວ, ໃນນັ້ນມີປຶ້ມຫຼາຍຫົວ, ໜັງສືພິມເກົ່າຫຼາຍສະບັບທີ່ມີຄຸນຄ່າຫາຍາກ. ອ້າຍຈິ້ງຮຸ່ງເກືອງ ໃຫ້ຮູ້ວ່າ ລາວໄດ້ເຂົ້າຮ່ວມເວທີປາໄສ sachxua.net; ບັນດາງານສະແດງປຶ້ມ, ໜັງສືພິມເພື່ອແນະນຳຕໍ່ມວນຊົນ ແລະ ບັນດາຜູ້ນິຍົມອ່ານປຶ້ມກ່ຽວກັບປຶ້ມອ່ານຫົວຕ່າງໆທີ່ມີຄຸນຄ່າຫາຍາກໂດຍຕົນເອງໄດ້ເກັບກຳມາໄດ້. ອ້າຍຈິ້ງຮຸ່ງເກືອງເວົ້າວ່າ :
“ ນັບແຕ່ຄາວຍັງນ້ອຍ, ເຮົາມັກອ່ານປຶ້ມທີ່ສຸດ, ມັກຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳທີ່ໄດ້ເຊື່ອມຊຶມເຂົ້າໃນຈິດໃຈຂອງເຮົາເອງ. ເພາະສະນັ້ນ, ເຮົາມັກໄປຊອກຊື້ປຶ້ມອ່ານ ແລະ ຮັກສາໄວ້. ໝູ່ເພື່ອນກໍເຄີຍຕິເຮົາແປກປະຫຼາດ, ແຕ່ສຳລັບເຮົາແລ້ວ, ກໍຫວັງຢາກເກັບຮັກສາສິ່ງໃດໜຶ່ງຂອງຊາດເພາະປຶ້ມອ່ານເກົ່າພວມຄ່ອຍໆສູນຫາຍໄປ. ເຮົາເກັບຮັກສາປຶ້ມອ່ານ ກໍປຽບເໝືອນການຮັກສາຄວາມຊົງຈຳຂອງຊາດໄວ້ ”
ສຳລັບອ້າຍຕະທູຟອງຢູ່ຮ່າໂນ້ຍ, ການເກັບຮັກສາບັນດາປຶ້ມອ່ານເກົ່າ, ໜັງສືພິມເກົ່າ ແມ່ນບໍ່ພຽງແຕ່ເພື່ອຕອບສະໜອງຄວາມຕ້ອງການໃນການອ່ານປືຶ້ມເທົ່ານັ້ນ, ຫາກຍັງແມ່ນວິທີເພື່ອຊ່ວຍອ້າຍເກັບຮັກສບັນດາປຶ້ມອ່ານທີ່ມີຄຸນຄ່າ. ອ້າຍຕະທູຟອງແບ່ງປັນວ່າ ເມື່ອເຂົ້າຮ່ວມເວທີປາໄສປຶ້ມເກົ່າ, ງານວາງສະແດງປຶ້ມ, ໜັງສືພິມໃນແຕ່ລະເທື່ອນັ້ນ, ກໍແມ່ນຂົວເຊື່ອມຕໍ່ເພື່ອຊ່ວຍອ້າຍແບ່ງປັນຄຳເຫັນກັບໝູ່ເພື່ອນກ່ຽວກັບປຶ້ມເກົ່າຫຼາຍຫົວທີ່ມີຄຸນຄ່າ, ໃນນັ້ນມີປຶ້ມ “ ກົດໝາຍ” ຊຶ່ງແມ່ນປຶ້ມທີ່ໄດ້ຈຳໜ່າຍເມື່ອປີ 1884 ຊຶ່ງພິມດ້ວຍຕົວອັກສອນລາຕິນເປັນຊຸດທຳອິດ, ຫຼືປຶ້ມປະຕິທິນ ທີ່ໄດ້ຈຳໜ່າຍເມື່ອປີ 1872 ຊຶ່ງໄດ້ບັນທຶກບັນດາເອກະສານການປົກຄອງ, ບັນຊີລາຍຊື່ພວກເຈົ້າສານາອາມາດຢູ່ບັນດາເຂດແຄ້ວນໃນສະໄໝລາດຊະວົງຫງວຽນ…ດ້ວຍຈຳນວນປຶ້ມອ່ານ, ວາລະສານກວ່າ ເກືອບ 9000 ຫົວ, ເຮືອນຂອງອ້າຍຍາມໃດກໍກາຍເປັນທີ່ຮູ້ຈັກດີຂອງບັນດານັກສຶກສາ, ນັກຄົ້ນຄ້ວາທີ່ຢາກໄປຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳຂອງຊາດ. ອ້າຍຕະທູຟອງ ໃຫ້ຮູ້ວ່າ :
“ບັນດາປຶ້ມອ່ານ, ໜັງສືພິມເກົ່າຊຶ່ງພວກຂ້າພະເຈົ້າເກັບກຳມາໄດ້ນັ້ນ ແມ່ນເພື່ອຊ່ວຍຜູ້ອ່ານຊອກຮູ້ກ່ຽວກັບ ປຶ້ມອ່ານ, ໜັງສືພິມຫຼາຍສະບັບຊຶ່ງຫຼາຍຄົນມີແຕ່ໄດ້ຍິນເທົ່ານັ້ນ, ຫາກບໍ່ໄດ້ເຫັນດ້ວຍຕາຈັກເທື່ອ. ມີເພື່ອນໜຸ່ມຫຼາຍຄົນທີ່ໄດ້ລຶ້ງເຄີຍກັບສື່ມວນຊົນທັນສະໄໝໃນປະຈຸບັນ, ເມື່ອໄດ້ຈັບອ່ານໜັງສືພິມທີ່ໄດ້ພິມຈຳໜ່າຍທີ່ດົນນານມາແລ້ວ ດ້ວຍສິ່ງພິມ, ຈິດຕະກຳທີ່ສວຍງາມນັ້ນ, ໄດ້ເຮັດໃຫ້ເຂົາເຈົ້າມີຄວາມຕື້ນຕັນໃຈ. ຂ້າພະເຈົ້າຄິດວ່າ ບັນດາເພື່ອນໜຸ່ມເມື່ອໄດ້ອ່ານ ປຶ້ມ, ໜັງສືພິມເກົ່າເຊັ່ນນີ້ , ແນ່ນອນວ່າ ຈະເຮັດໃຫ້ເຂົາເຈົ້າເມົາມົວອ່ານປຶ້ມຫຼາຍກ່ວາເກົ່າ ”
ການເກັບຮັກສາປຶ້ມອ່ານ, ໜັງສືພິມເກົ່າ ກໍຕ້ອງສຸມເຫື່ອແຮງ. ເພື່ອມີປຶ້ມອ່ານທີ່ມີຄຸນຄ່ານັ້ນ, ນອກຈາກການໄປຊອກຫາ, ຮູ້ວິທີເກັບຮັກສາ, ຜູ້ນິຍົມອ່ານປຶ້ມຕ້ອງມີຄວາມເຂົ້າໃຈກ່ຽວກັບຜູ້ແຕ່ງປຶ້ມ, ສຳນັກພິມຈຳໜ່າຍ, ວັນເວລາຈຳໜ່າຍ, ບັນດາເຫດການທີ່ກ່ຽວຂ້ອງເຖິງຜະລິດຕະພັນການພິມ, ຈາກນັ້ນ ກໍສາມາດຮູ້ເຖິງຄຸນຄ່າຂອງປຶ້ມອ່ານທີ່ຕົນເອງເກັບກຳມາໄດ້. ອ້າຍຕະທູຟອງ ແບ່ງປັນວ່າ : (ເທບ) : “ ສຳລັບຜູ້ເກັບກຳປຶ້ມເກົ່າ, ໄລຍະທາງ ແລະ ວັນເວລາ ແມ່ນບໍ່ສຳຄັນ ແລະ ບໍ່ແມ່ນສິ່ງກີດກວາງ. ພຽງແຕ່ໄດ້ຍິນຂ່າວຢູ່ບ່ອນໃດມີປຶ້ມອ່ານທີມີຄຸນຄ່າແລ້ວ, ໃນທັນທີ່, ກໍອອກເດີນທາງໄປຊື້ໂລດ. ຖ້າຫາກຊັກຊ້ານັ້ນ, ປຶ້ມຫົວນັ້ນອາດຈະຖືກສູນເສຍໄປ ”
ສ່ວນນັກຄົ້ນຄ້ວາປະຫວັດສາດວັດທະນະທຳ ວູ້ເທ້ລອງ ເປີດເຜີຍວ່າ :
“ ການເກັບກຳປຶ້ມອ່ານ, ໜັງສືພິມເກົ່າແມ່ນການເຄື່ອນໄຫວວັດທະນະທຳລະດັບສູງ. ມີບັນດາເພື່ອນໜຸ່ມເມົາມົວກັບການເກັບຮັກສາປຶ້ມອ່ານ, ໜັງສືພິມເກົ່າທີ່ມີຄຸນຄ່າຫາຍາກຊຶ່ງ ທັງຊີວິດຂ້າພະເຈົ້າໄຝ່ຝັນຢາກເຫັນມັນໄດ້. ບັນດາໜັງສືພິມເກົ່າ ໄດ້ບັນທຶກຂໍ້ມູນຂ່າວສານຂອງຍຸກສະໄໝກ່ອນນີ້ນັບຮ້ອຍປີ ແລະ ໃນປະຈຸບັນໄດ້ກາຍເປັນວັດຖຸບູຮານທາງດ້ານວັດທະນະທຳ ”
ສຳລັບບັນດາວຽກງານທີ່ມີຄວາມໝາຍນີ້ ໄດ້ຊ່ວຍປຸກລຸກຄວາມນິຍົມອ່ານປຶ້ມ ແລະ ຮັກສາວັດທະນະທຳການອ່ານໃນໄວໜຸ່ມ, ທັງນີ້ກໍເປັນການປະກອບສ່ວນອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ.