ບາເຣ້ຍ - ຫວູງເຕົ່າ ຍູ້ແຮງການສ້າງນະຄອນອັດສະລິຍະ

(VOVWORLD) - ໂດຍປະຕິບັດຕາມແຜນຮ່າງພັດທະນາຕົວເມືອງອັດສະລິຍະແບບຍືນຍົງຂອງລັດຖະບານ ຫວຽດນາມ ໄລຍະປີ 2018  2025, ສະພາປະຊາຊົນແຂວງບ່າເຣ້ຍ-ຫວູງເຕົ່າ ຫາກໍ່ປະກາດໃຊ້ມະຕິຮັບຮອງເອົາ “ແຜນຮ່າງພັດທະນາຕົວເມືອງອັດສະລິຍະໄລຍະປີ 2020  2022, ກຳນົດທິດຮອດປີ 2025, ວິໄສທັດຮອດປີ 2030”. 
  ຈຸດປະສົງຂອງແຜນຮ່າງແມ່ນສູ້ຊົນຮອດປີ 2025, ຫັນໂປຼແກຼມອັດສະລິຍະໃນການຄຸ້ມຄອງບໍລິຫານ ເພື່ອຮັບໃຊ້ໃຫ້ແກ່ວິສາຫະກິດ, ປະຊາຊົນ ແລະ ແຂກທ່ອງທ່ຽວໃຫ້ສຳເລັດໂດຍພື້ນຖານ.
ບາເຣ້ຍ - ຫວູງເຕົ່າ ຍູ້ແຮງການສ້າງນະຄອນອັດສະລິຍະ - ảnh 1ບາເຣ້ຍ - ຫວູງເຕົ່າ ຍູ້ແຮງການສ້າງນະຄອນອັດສະລິຍະ ພາບ: baotainguyenmoitruong.vn

ຕາມແຜນການພັດທະນາຕົວເມືອງອັດສະລິຍະແຂວງບ່າເຣ້ຍ-ຫວູງເຕົາໄລຍະປີ 2020 – 2022, ການກຳນົດທິດຮອດປີ 2025, ວິໄສທັດຮອດປີ 2030, ແຂວງບ່າເຣ້ຍ-ຫວູງເຕົ່າ ຈະກາຍເປັນຕົວເມືອງອັດສະລິຍະ ໂດຍຜ່ານການນຳໃຊ້ຜົນງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ - ການສື່ສານເຂົ້າສູ່ທຸກຂົງເຂດເສດຖະກິດ-ສັງຄົມໃສ່ຄຸນລັກສະນະພື້ນຖານຄື: ພື້ນຖານເສດຖະກິດອັດສະລິຍະ, ການເຄື່ອນຍ້າຍອັດສະລິຍະ, ສິ່ງແວດລ້ອມອັດສະລິຍະ, ພົນລະເມືອງທີ່ສະຫລາດ, ຊີວິດອັດສະລິຍະ. ທັງໝົດເຫຼົ່ານັ້ນ ຈະນຳມາເຊິ່ງຜົນປະໂຫຍດຫລາຍຢ່າງໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ອຳນາດການປົກຄອງ.

ນະຄອນຫວູງເຕົ່າ ຈະແມ່ນທ້ອງຖິ່ນແຫ່ງທຳອິດທີ່ໝູນໃຊ້ການສ້າງພື້ນຖານນິຕິກຳ, ພື້ນຖານໂຄງລ່າງດ້ານເຕັກນິກ ແລະ ຖານຂໍ້ມູນ ເພື່ອກໍ່ສ້າງຕົວເມືອງອັດສະລິຍະ. ທ່ານ ຫງວຽນຈ້ອງຖຸ້ຍ, ຫົວໜ້າຫ້ອງການຄຸ້ມຄອງຕົວເມືອງນະຄອນຫວູງເຕົ່າໃຫ້ຮູ້ວ່າ: ໃນໄລຍະປີ 2020 – 2022, ທາງນະຄອນຈະຜັນຂະຫຍາຍ ແລະ ນຳໃຊ້ຊ໊ອບແວເຂົ້າໃນການຄຸ້ມຄອງທີ່ດິນ, ຕົວເມືອງ, ສິ່ງແວດລ້ອມ, ການຄົມມະນາຄົມ, ການທ່ອງທ່ຽວ…ປະຊາຊົນ, ແຂກທ່ອງທ່ຽວຈະໄດ້ສຳຜັດກັບແຫຼ່ງຂໍ້ມູນຂ່າວສານດັ່ງກ່າວໄດ້ຢ່າງງ່າຍດາຍ, ສະດວກກ່ວາ.

ຕ້ອງຫັນຂໍ້ມູນກ່ຽວກັບທີ່ດິນ, ເຮືອນຢູ່ເປັນດີຈີຕອນໃຫ້ໄດ້. ນຳເຄື່ອງມືເຂົ້າໃນຊ໊ອບແວຄືທ່ອງທ່ຽວອັດສະລິຍະ. ຕົວຢ່າງຄື: ແຂກທ່ອງທ່ຽວມາຫວູງເຕົ່າ ຢາກເຂົ້າອິນເຕີແນັດເພື່ອຊອກຫາທັດສະນີຍະພາບ, ທິວທັດທຳມະຊາດ, ຮ້ານອາຫານນັ້ນ ຈະມີເຄື່ອງມືສະໜອງໃຫ້ແກ່ແຂກທ່ອງທ່ຽວ. ອົງການລັດກໍ່ກວດກາໄດ້ຈຳນວນແຂກທ່ອງທ່ຽວທີ່ມາຜັກຕາມໂຮງແຮມແຫ່ງຕ່າງໆ.

ຕາມທ່ານເຈິ່ນດີ່ງຄວາ, ເລຂາຄະນະພັກນະຄອນຫວູງເຕົາແລ້ວ, ເພື່ອປະຕິບັດຄາດໝາຍດັ່ງກ່າວໃຫ້ໄດ້, ຕ້ອງມີບາດກ້າວບຸກທະລຸໃນການຜັນຂະຫຍາຍໂປຼແກຼມເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ, ບໍລິຫານ…

ໄລຍະປີ 2023 – 2025, ແຂວງບ່າເຣ້ຍ-ຫວູງເຕົ່າ ຈະກໍ່ສ້າງ ແລະ ຜັນຂະຫຍາຍໂປຼແກຼມອັດສະລິຍະໃນບັນດາຂົງເຂດ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ໄລຍະຫລັງປີ 2025 ແມ່ນຈະສືບຕໍ່ປະຕິບັດລະບົບໃຫ້ສຳເລັດ, ເປີດກ້ວາງການນຳໃຊ້ໃນຂອບຂະເຂດທົ່ວແຂວງ.

ນັກຊ່ຽວຊານຄຸ້ມຄອງເຕັກໂນໂລຊີຂໍ້ມູນຂ່າວສານຫລາຍຄົນຖືວ່າ, ເພື່ອປະຕິບັດເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ແຂວງບ່າເຣ້ຍ-ຫວູງເຕົ່າ ຕ້ອງປະຕິບັດວຽກງານຫລາຍຢ່າງ. ໃນສະເພາະໜ້າ, ດ້ວຍທ່າໄດ້ປຽບທີ່ມີຢູ່ແລ້ວກ່ຽວກັບດ້ານພື້ນຖານໂຄງລ່າງ, ແຂວງສາມາດນຳໃຊ້ພາຫະນະໜູນຊ່ວຍເຕັກໂນໂລຊີຂໍ້ມູນຂ່າວສານສື່ສານ (ICT) ແລະ ພາຫະນະອື່ນອີກ ເພື່ອຊຸກຍູ້ກຳລັງແກ່ງແຍ້ງ; ປ່ຽນແປງໃໝ່, ສ້າງການຄຸ້ມຄອງຂອງອຳນາດການປົກຄອງຕົວເມືອງໃຫ້ກະທັດລັດ.

ທ່ານໂດງອັກຫວີງ, ຮອງຫົວໜ້າສູນໃຫ້ຄຳປຶກສາດ້ານວິຊາການ ແລະ ຕີລາຄາປະສິດທິຜົນການລົງທຶນເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ຖືວ່າ: ແຂວງບ່າເຣ້ຍ-ຫວູງເຕົ່າ ຄວນປັບປຸງ ແລະ ຍົກສູງຄຸນນະພາບການດຳລົງຊີວິດ, ກະຕຸ້ນການເຕີບໂຕ ແລະ ພັດທະນາເສດຖະກິດ-ສັງຄົມ; ຖືປະຊາຊົນເປັນໃຈກາງ, ມຸ່ງໄປເຖິງເປົ້າໝາຍ ທຸກພາກສ່ວນໃນສັງຄົມ ລ້ວນແຕ່ໄດ້ຮັບຜົນປະໂຫຍດ, ຈາກນັ້ນ ເຂົ້າຮ່ວມການລົງທຶນກໍ່ສ້າງ ແລະ ຕິດຕາມກວດກາ, ຄຸ້ມຄອງຕົວເມືອງອັດສະລິຍະ. ທ່ານກ່າວວ່າ:

ເພື່ອບັນລຸໄດ້ຜົນສຳເລັດນັ້ນ ຕ້ອງມີ 2 ປັດໄຈ ນັ້ນແມ່ນດຶງດູດການປະກອບສ່ວນຂອງປະຊາຊົນ ເມື່ອເຂົ້າຮ່ວມການກໍ່ສ້າງຕົວເມືອງອັດສະລິຍະ. ຕົວຢ່າງຄືຢູ່ ຫວູງເຕົ່າ ພວມມີທ່າໄດ້ປຽບກ່ຽວກັບສິ່ງໃດນັ້ນ ເຮົາຕ້ອງຜັນຂະຫຍາຍໂປຼແກຼມອັດສະລິຍະກ່ຽວກັບສິ່ງນັ້ນກ່ອນ, ແລະ ຮັບເອົາການຕີລາຄາ, ການສ່ອງແສງຈາກປະຊາຊົນ ເພື່ອຊ່ວຍໃຫ້ພວກເຮົາປະຕິບັດທັງແຜນຮ່າງ, ແຕ່ລະໂຄງການ ແລະ ໜ້າທີ່ກໍ່ສ້າງຕົວເມືອງອັດສະລິຍະໃຫ້ສຳເລັດ.

ບາເຣ້ຍ - ຫວູງເຕົ່າ ຍູ້ແຮງການສ້າງນະຄອນອັດສະລິຍະ - ảnh 2ບາເຣ້ຍ - ຫວູງເຕົ່າ ຍູ້ແຮງການສ້າງນະຄອນອັດສະລິຍະ 

ສ່ວນທ່ານຫງວຽນເຈື່ອງທັ໊ງ, ຫົວໜ້າສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ - ສະພາມະຫາບັນດິດ ແລະ ວິທະຍາສາດເຕັກໂນໂລຊີ ຫວຽດນາມ, ເລື່ອງກາຍເປັນຕົວເມືອງອັດສະລິຍະ ແມ່ນທັງວິວັດທະນາການພັດທະນາໄລຍະຍາວ, ບໍ່ອາດປະຕິບັດໃນບຶດໜຶ່ງຍາມດຽວໄດ້, ເຊິ່ງຕ້ອງເຄື່ອນໄຫວ, ຮັກສາການເຊື່ອມຕໍ່ ເພື່ອສ້າງເປັນລະບົບຊີວະພາບໃຫ້ແກ່ການບໍລິການອື່ນໄປພ້ອມກັນ. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ອາດຈະລະດົມແຫຼ່ງທຶນຈາກສັງຄົມ ເພື່ອສະໜອງເຄື່ອງມືໃຫ້ແກ່ປະຊາຊົນຕື່ມອີກ. ທ່ານຫງວຽນເຈື່ອງທັ໊ງ ກ່າວວ່າ:

ສາມາດນຳໃຊ້ງົບປະມານແຫ່ງລັດ ຫຼື ງົບປະມານຈາກວິສາຫະກິດ, ວິສາຫະກິດອາດຈະນຳໃຊ້ທຶນຂອງເຂົາເຈົ້າເອງ ເພື່ອສະໜອງການບໍລິການຄື ໄຟຟ້າ, ນ້ຳປະປາ, ສາທາລະນະສຸກ, ຂີ້ເຫຍື້ອ, ສະພາບແວດລ້ອມການສຶກສາ…ບັນດາວິສາກະກິດເອກະຊົນນັບທັງລັດວິສາຫະກິດ ກໍ່ສາມາດປະຕິບັດໄດ້ຢ່າງສົມບູນແບບ, ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ບໍລິການ.

ບົນພື້ນຖານຂອງບົດຮຽນທີ່ມີຢູ່ແລ້ວ, ພື້ນຖານເຕັກໂນໂລຊີພວມຄ່ອຍໆສ້າງຂຶ້ນໃຫ້ເປັນຮູບປະທຳ, ພ້ອມກັບປັດໄຈມະນຸດ ແລະ ແຫຼ່ງກຳລັງດ້ານການເງິນ ໄດ້ຮັບການລົງທຶນຖືກຈຸດປະສົງ, ແຂວງບ່າເຣ້ຍ-ຫວູງເຕົ່າ ມີພື້ນຖານຢ່າງຄົບຖ້ວນເພື່ອກໍ່ສ້າງຕົວເມືອງອັດສະລິຍະ ດ້ວຍເປົ້າໝາຍນຳມາເຊິ່ງຄວາມສະດວກ, ປອດໄພ, ເປັນມິດໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ./.

ຕອບກັບ

ຂ່າວ/ບົດ​ອື່ນ