(VOVWORLD) - ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ ເຮືອນຫລັງທີ 2 ຂອງບັນດາທະຫານເສຍອົງຄະລະດັບໜັກ ເຊິ່ງມີອັດຕາສ່ວນເສຍອົງຄະແມ່ນແຕ່ 81 – 100%. ຢູ່ເຮືອນຄົວລວມຂອງສູນ, ບັນດາພາລະກອນຮັບໃຊ້ໄດ້ແບ່ງອາຫານເປັນພູດໃຫ້ທະຫານເສຍອົງຄະແຕ່ລະຄົນ.
ພາຍຫລັງສົງຄາມ, ທະຫານເສຍອົງຄະ, ທະຫານເຈັບປ່ວຍຫລາຍຄົນຕ້ອງຮັບມືຕໍ່ການສູ້ຮົບບໍ່ມີສຽງປືນ, ນັ້ນແມ່ນການຕໍ່ສູ້ຕ້ານພະຍາດ ແລະ ບັນດາບາດແຜຍ້ອນລູກລະເບີດໃນການຕໍ່ສູ້ຄັ້ງຕ່າງໆ. ເພື່ອໃຫ້ມີສຸຂະພາບແຂງແຮງດີ, ພ້ອມກັບຄວາມເບິ່ງແຍງດູແລຢ່າງສຸດຈິດສຸດໃຈຂອງບັນດາທ່ານໝໍ ແລະ ຍາດຕິພີ່ນ້ອງ, ບັນດານັກຮົບເກົ່າຕ້ອງບືນຕົວຂຶ້ນດ້ວຍຕົນເອງ, ດ້ວຍການກິນດື່ມ, ດຳເນີນຊີວິດພິເສດ. ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2019), ບົດຂຽນຂອງນັກຂ່າວ ທູຮັ່ງ.
ພ້ອມກັນເບິ່ງແຍງດູແລບັນດາທະຫານເສຍອົງຄະໃຫ້ມີສຸຂະພາບແຂງແຮງ ແລະ ມີຄວາມເບີກບານມ່ວນຊື່ນ (ພາບ: TTXVN) |
ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ, ແຂວງ ບັກນິງ. ມີເນື້ອທີ່ກ້ວາງ 2,5 ເຮັກຕາຢູ່ຕາແສງ ນິງສາ, ເບິ່ງພາຍນອກຄືວ່າມີຄວາມມິດງຽບ, ແຕ່ພາຍໃນນັ້ນ ພັດມີສຽງຄຶກຄັກວົນແຊວ. ນັ້ນແມ່ນສຽງຂອງບັນດາເພື່ອນຮ່ວມກົມກອງທີ່ຮ້ອງເພງໃຫ້ກັນຟັງ, ສຽງເວົ້າສຽງຫົວຂອງກຸ່ມທີ່ກຳລັງຫຼິ້ນໝາກຮຸກ ແລະ ພ້ອມທັງສຽງຮ້ອງຄາງເຈັບຂອງບັນດາທະຫານເສຍອົງຄະທີ່ຖືກບາດເຈັບຢູ່ກະໂຫຼກຫົວ ໃນຍາມທີ່ບໍ່ຄວບຄຸມຕົນເອງໄດ້. ທ່ານ ເຈິ່ນຕ໊ວນແອັງ ເຊິ່ງແມ່ນຜູ້ທີ່ປິ່ນປົວຢູ່ແຫ່ງນີ້ມາເກືອບ 40 ປີໄດ້ແບ່ງປັນວ່າ:
“ເມື່ອສົງຄາມສິ້ນສຸດ, ຂ້າພະເຈົ້າກໍຖືກເຈັບຄືແນວນີ້ມາແລ້ວ. ອ້າຍນ້ອງພວກຂ້າພະເຈົ້າ ເຖິງວ່າໄດ້ຮັບບາດເຈັບກໍ່ຕາມ ແຕ່ກໍ່ບໍ່ໄດ້ເຮັດເສຍຄຸນນະທາດຂອງທະຫານລຸງໂຮ່. ອ້າຍນ້ອງກໍ່ຮັກແພງກັນປ້ຽບເໝືອນອ້າຍນ້ອງເກີດຮ່ວມທ້ອງພໍ່ແມ່ດຽວກັນ. ນັ່ງໂອ້ລົມນຳກັນ, ກີຕາແທ້ແມ່ນບໍ່ຮູ້ຈັກຫຼິ້ນ ແຕ່ກໍ່ພາກັນດີດໄປແບບນັ້ນຊື່ໆ ເພື່ອສ້າງຄວາມມ່ວນຊື່ນ, ເຮັດໃຫ້ລືມຄວາມເຈັບປວດໄປໃນແຕ່ລະມື້ເທົ່ານັ້ນ.”
ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ ເຮືອນຫລັງທີ 2 ຂອງບັນດາທະຫານເສຍອົງຄະລະດັບໜັກ ເຊິ່ງມີອັດຕາສ່ວນເສຍອົງຄະແມ່ນແຕ່ 81 – 100%. ຢູ່ເຮືອນຄົວລວມຂອງສູນ, ບັນດາພາລະກອນຮັບໃຊ້ໄດ້ແບ່ງອາຫານເປັນພູດໃຫ້ທະຫານເສຍອົງຄະແຕ່ລະຄົນ. ໃນລາຍການອາຫານ, ມີເຍື່ອງອາຫານຂົົ້ວໜ້ອຍທີ່ສຸດ ເພາະວ່າ ພວກລຸງກິນນ້ຳມັນບໍ່ໄດ້. ບັນດາເຍື່ອງທີ່ຕົ້ມນັ້ນ ຕ້ອງໄດ້ຕົ້ມໃຫ້ມັນເປື່ອຍກ່ວາ. ທ່ານໝໍ ຟ້າມທິຟາ ເຮັດວຽກຢູ່ນີ້ມາໄດ້ 17 ປີ ໃຫ້ຮູ້ວ່າ: ຍ້ອນຈຸດພິເສດສະເພາະຂອງຄົນເຈັບຢູ່ທີ່ນີ້ 90% ແມ່ນເຈັບກະດູກສັນຫລັງ, ເປັນລ່ອຍເຄິ່ງຄີງ, ພາໄປເຖິງທາງເດີນປັດຊະວະອັກເສບຊ້ຳເຮື້ອ, ສະນັ້ນ ຕ້ອງກິນອາຫານທີ່ມີທາດ ໂປຣຕິນ ໜ້ອຍ, ກິນຜັກໃຫ້ຫລາຍເພື່ອບຳລຸງແຮ່ທາດ, ເພີ່ມກຳລັງພູມຕ້ານທານໃຫ້ແກ່ຮ່າງກາຍ.
“ການກິນດື່ມໄດ້ແບ່ງອອກເປັນ 4 ໝວດ ນັ້ນແມ່ນໝວດເບົາຫວານ, ໝວດຄວາມດັນເລືອດ, ໝວດຫລອດເລືອດ ແລະ ຫົວໃຈ ແລະ ໝວດທາງເດີນປັດຊະວະອັກເສບ.”
ພ້ອມກັນເບິ່ງແຍງດູແລບັນດາທະຫານເສຍອົງຄະໃຫ້ມີສຸຂະພາບແຂງແຮງ ແລະ ມີຄວາມເບີກບານມ່ວນຊື່ນ (ພາບ: TTXVN) |
ໂດຍໄດ້ຮັບການເບິ່ງແຍງ, ປິ່ນປົວຈາກບັນດາແພດໝໍ, ພະຍາບານ ແລະ ພາລະກອນຮັບໃຊ້, ທະຫານເສຍອົງຄະທີ່ມາປິ່ນປົວຢູ່ສູນນີ້ ສ່ວນຫລາຍບາດແຜຄ່ອຍໆດີຂຶ້ນເປັນປົກກະຕິ, ຟື້ນຟູສຸຂະພາບ ແລະ ສາມາດອອກແຮງງານໄດ້ສ່ວນໃດສ່ວນໜຶ່ງ. ເພື່ອເອົາຊະນະໂລກໄພໄຂ້ເຈັບ, ໄປພ້ອມກັບການເບິ່ງແຍງດູແລຢ່າງສຸດຈິດສຸດໃຈຂອງບັນດາແພດໝໍ, ບັນດາທະຫານເສຍອົງຄະລະດັບໜັກ…ຍາມໃດກໍ່ພະຍາຍາມພາກພຽນຝຶກຝົນອອກກຳລັງກາຍ, ດຳເນີນຊີວິດຢ່າງສະໜ່ຳສະເໝີ ແລະ ມີຄວາມປະເອີບໃຈໃນຊີວິດການເປັນຢູ່. ສຽງເພງຂອງບັນດາສະຫາຍ, ຂອງເພື່ອນຮ່ວມກົມກອງໄດ້ປະກອບສ່ວນລະດົມກຳລັງໃຈ ພ້ອມກັນຜ່ານຜ່າຄວາມເຈັບປວດຢູ່ໃນນຮ່າງກາຍຂອງແຕ່ລະຄົນ. ທ່ານ ບຸຍວັນຟຸກ, ທະຫານເສຍອົງຄະລະດັບໜັກ ໃຫ້ຮູ້ວ່າ:
“ເຮົາອອກກຳລັງກາຍດ້ວຍການນັ່ງຢູ່ລົດເຂັນ, ປິ່ນລໍ້ລົດເຂັນອ້ອມຕຶກສຳນັກງານ ເຄື່ອນໄຫວໄປ - ມາ ໃນແຕ່ລະວັນ. ຫວ່າງມໍ່ໆມານີ້, ມີບາງຄະນະໄດ້ມາເຜີຍແຜ່ການແອບກາຍບຳລຸງສຸຂະພາບ ເພື່ອໃຫ້ເຮົາຮຽນແອບເອງ.”
ທ່ານ ຫງວຽນຄັກຢື, ຜູ້ອຳນວຍການສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ ໃຫ້ຮູ້ວ່າ: ຄວາມເອົາໃຈໃສ່ເບິ່ງແຍງດູແລຂອງບັນດາອົງການຈັດຕັ້ງ, ບຸກຄົນແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງ ເພື່ອໃຫ້ບັນດາທະຫານເສຍອົງຄະຢູ່ສູນນີ້ ຕັດສິນໃຈສູ້ຊົນ, ເອົາຊະນະໂລກພະຍາດຕ່າງໆ ເພື່ອມີຊີວິດທີ່ໃນຄວາມເບີກບານມ່ວນຊື່ນ, ເປັນຜົນປະໂຫຍດໃຫ້ກັບຄອບຄົວ ແລະ ສັງຄົມ. ທ່ານກ່າວວ່າ:
“ພວກຂ້າພະເຈົ້າປິ່ນປົວພະຍາດໃຫ້ພວກລຸງ ບໍ່ພຽງແຕ່ປົວດ້ວຍຢາເທົ່ານັ້ນ ຫາກຍັງປົວດ້ວຍຈິດໃຈ, ຄວາມຮັກແພງອີກດ້ວຍ. ມີຄວາມຮັກແພງໃກ້ຊິດສະໜິດສະໜົມ, ແບ່ງປັນເພື່ອໃຫ້ພວກລຸງທະຫານເສຍອົງຄະຮູ້ສຶກໄດ້ເຖິງຄວາມຈິງໃຈຂອງພວກຂ້າພະເຈົ້າ. ຫລາຍຄົນບໍ່ມີຄອບຄົວ, ບໍ່ມີເມຍ, ລູກ, ພະນັກງານພາລະກອນໄດ້ເອົາໃຈໃສ່ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ເພື່ອໃຫ້ພວກລຸງໄດ້ດຳລົງຊີວິດຄືດັ່ງໃນຄອບຄົວຂອງຕົນ.”
ເຖິງວ່າຕ້ອງຕໍ່ສູ້ກັບບັນດາບາດແຜຄວາມເຈັບປວດໃນຮ່າງກາຍກໍ່ຕາມ ແຕ່ບັນດາທະຫານເສຍອົງຄະທີ່ມາປິ່ນປົວຢູ່ສູນ ທ້ວນແທັ່ງ ນີ້ ຍາມໃດກໍ່ມີຄວາມປະເອີບໃຈ, ຮັກຊີວິດ, ບໍ່ມີຄວາມປົມດ້ອຍ, ບໍ່ຄິດຫງຳ. ບາງຄົນກໍ່ຮຽນອາຊີບສ້ອມແປງໂທລະທັດ, ເຄື່ອງໄຟຟ້າໃນຄອບຄົວ ເພື່ອມີຊີວິດທີ່ເປັນປະໂຫຍດໃຫ້ແກ່ສັງຄົມ. ເຈດຈຳນົງ, ມານະຈິດຂອງຜູ້ເປັນທະຫານໃນເມື່ອກ່ອນ ແມ່ນບັນດາແບບຢ່າງອັນໃສແຈ້ງ, ປະກອບສ່ວນສ້າງແຫຼ່ງບັນດານໃຈໃຫ້ແກ່ລຸ້ນໜຸ່ມໃນວັນນີ້./.