ມານະພະຍາມຍາມ ຮັກສາວັດທະນະທຳພື້ນເມືອງຢູ່ເຮືອນລວມ ເຕເຣຊາ

(VOVWORLD) -          ພ້ອມກັບຄວາມມານະພະຍາຍາມ ຊ່ວຍພວກນ້ອງຊາວເຜົ່າສ່ວນໜ້ອຍ ບົນເສັ້ນທາງໄປຊອກຮຽນໜັງສື, ເຮືອນລວມຊົນເຜົ່າ ເຕເຣຊາ ຂຶ້ນກັບນິກາຍ ໜືເວືອງຮວ່າບິ່ງ ໃນນະຄອນບວນມາຖວດ ແຂວງ ດັກລັກ ຍັງຊ່ວຍໃຫ້ພວກນ້ອງນ້ອຍຢູ່ແຫ່ງນີ້ ໄດ້ຊອກຮູ້ກ່ຽວກັບວັດທະນະທຳພື້ນເມືອງຂອງເຜົ່າຕົນ, ຈາກນັ້ນກໍ່ປຸກລຸກຄວາມນິຍົມຊົມຊອບ ແລະ ຫວັງຮັກສາສິີສັນວັດທະນະທຳຂອງເຜົ່າຕົນໃຫ້ແກ່ພວກນ້ອງ
ມານະພະຍາມຍາມ ຮັກສາວັດທະນະທຳພື້ນເມືອງຢູ່ເຮືອນລວມ ເຕເຣຊາ  - ảnh 1ພວກນ້ອງນັກຮຽນໃນເຮືອນລວມ ເຕເຣຊາ ຍັງໄດ້ຮຽນ ເສບເຄື່ອງດົນຕີພື້ນເມືອງປະເພດຕ່າງໆ 

ພາຍຫຼັງທີ່ໄດ້ຮ່ຳຮຽນ ແລະ ຜູກພັນກັບອາຊີບຕ່ຳແຜ່ນແພພື້ນເມືອງເປັນເວລາ 5 ປີ ຢູ່ໃນເຮືອນລວມຊົນເຜົ່າ ເຕເຣຊາ, ເຮີຢູແອນເຮີລອງ ໄດ້ຖືກແຕ່ງຕັ້ງເປັນເອື້ອຍຄູສອນວິຊາຊີບໃຫ້ແກ່ພວກນ້ອງນັກຮຽນ. ໃນຕອນບ່າຍແຕ່ລະມື້, ໃນເຮືອນລວມຕັ້ງຢູ່ກ້ອງຮົ່ມໄມ້ທີ່ເຢັນສະບາຍ, ມີນ້ອງສາວປະມານ 8 ຫາ 10 ຄົນ ໄວ 10 ຫາ 11 ປີພວມນັ່ງຕັ້ງໃຈຮຽນວິຊາຊີບຢູ່ຂ້າງກີ່ຕ່ຳຫູກ, ມິີນັກຮຽນແອບຈັດເສັ້ນດ້າຍ, ມີນັກຮຽນຜູ້ແອບຝັ້ນໄໝ,  ແລະ ມີນັກຮຽນຍັງແອບວິທີສ້າງລວດລາຍ. ເຮີຢູແອນເຮີລອງ ພວມໄດ້ເອົາໃຈໃສ່ຕິດຕາມພວກນ້ອງນັກຮຽນແຕ່ລະຄົນ ແລະ ໄດ້ແນະນຳລະອຽດໃຫ້ແກ່ພວກນ້ອງ ເພື່ອປະຕິບັດໃຫ່ຖືກຕາມວິທີ ເພື່ອເຮັດແນວໃດຈະໄດ້ຜະລິດຕະພັນງາມ ແລະ ໄດ້ມາດຕະຖານ. ເຮີຢູແອນ ໃຫ້ຮູ້ວ່າ ນີ້ບໍ່ພຽງແຕ່ວຽກງານ ທີ່ນຳມາເຊິ່ງຄວາມມ່ວນ, ສ້າງລາຍຮັບເທົ່ານັ້ນ ສຳຄັນກວ່າໝູ່ກໍ່ແມ່ນການຊ່ວຍໃຫ້ນາງ ໄດ້ສ້າງພະລັງຊີວິດໃຫ້ແກ່ພວກນ້ອງນັກຮຽນ  ແລະ ສາມາດຮັກສາອາຊີບຫັດຖະກຳທີ່ມີມາແຕ່ດົນນານ. ນາງ ເຮີຢູແອນເຮີລອງ ເວົ້າວ່າ:

    “ເມື່ອຮຽນຕ່ຳແຜ່ນເປັນເວລາດົນນານແລ້ວ, ບັນດາເອື້ອຍຄູ ກໍ່ໄດ້ອຳນວຍຄວາມສະດວກໃຫ້ແກ່ຂ້າພະເຈົ້າ ມີເງື່ອນໄຂຢູ່ນີ້ເພື່ອສອນຄືນໃຫ້ພວກນ້ອງນັກຮຽນ. ເມື່ອເຮົາຮຽນ, ເຮົາກໍ່ຮູ້ສຶກວ່າງ່າຍກວ່າເວລາເຮົາສອນ ເພາະວ່າເມື່ອສອນພວກນ້ອງນັກຮຽນກໍ່ມີບາງຄົນ ບໍ່ສາມາດຮຽນໄດ້, ດັ່ງນັ້ນກໍ່ຕ້ອງມີຄວາມມານະອົດທົນ ແລະ ດັດແກ້ແຕ່ລະລາຍລະອຽດ, ທັງຊີ້ບອກໃຫ້ພວກນ້ອງວິທີນັບເສັ້ນໄໝ, ວິທີຈັດເສັ້ນດ້າຍ. ເມື່ອສອນກໍ່ຮູ້ສຶກວ່າມ່ວນຫຼາຍ ແລະ ເປັນໜ້າຈັບໃຈ ເພາະວ່າອາດຈະຖ່າຍທອດໃຫ້ແກ່ຜູ້ອື່ນໄດ້, ເຂົາເຈົ້າກໍ່ຮູ້ເຮັດຕາມແບບຂອງເຮົາເຮັດ, ຈາກນັ້ນຂ້າພະເຈົ້າອາດຈະຮັກສາອາຊີບພື້ນເມືອງຂອງເຜົ່າຕົນໄວ້ໄດ້”

     ໂດຍໄດ້ຮຽນມາຈາກຄົນລຸ້ນກ່ອນ, ນ້ອງ ເຮີເວິງ ອາຍຸ 13 ປີ ເຊົາເຜົ່າ ເມີນົງ ຢູ່ຕາແສງ ດັກສັກ ເມືອງ ດັກມິນ ແຂວງ ດັກນົງ ກໍ່ພວມຕັ້ງໜ້າຮຽນວິຊາຕ່ຳແຜ່ນ. ນອກຈາກຮຽນວັດທະນະທຳຢູ່ໂຮງຮຽນແລ້ວ, ໃນເວລາມີເວລາວ່າງຍາມຕອນບ່າຍ, ເຮີເວິງ ກໍ່ຍັງຍາດເວລາໄປຍັງສາລາບ້ານ ທີ່ສະຫງວນສະເພາະໃຫ້ແກ່ກຸ່ມນັກຮຽນ ຮຽນວິຊາຕ່ຳແຜ່ນຂອງເຮືອນລວມ ເຕເຣຊາ ເພື່ອໄດ້ຮັບການແນະນຳຈາກນາງ ເຮີຢູແອນ ຕື່ມອີກ. ເຮີເວິງ ໄດ້ແບ່ງປັນວ່າ ໃນຄອບຄົວນ້ອງພຽງແຕ່ມີແມ່ຍາຮູ້ຕ່ຳແຜ່ນແພພື້ນເມືອງເທົ່ານັ້ນ. ແຕ່ແມ່ຍາກໍ່ໄດ້ເຖົ້າແລ້ວ ຕາກໍ່ບໍ່ເຫັນຮຸ່ງ ດັ່ງນັ້ນກໍ່ບໍ່ເຫັນລາວນັ່ງຢູ່ໃນກີ່ຕ່ຳຫູກອີກແລ້ວ. ນັບແຕ່ມື້ໄດ້ໄປເຮືອນລວມ, ໄດ້ເບິ່ງພວກເອື້ອຍນ້ອງແມ່ຍິງຮຽນວິຊາຕ່ຳແຜ່ນແພ, ນ້ອງກໍ່ມີຄວາມຊົມຊອບທີ່ສຸດ ແລະ ຢາກຮຽນຕ່ຳແຜ່ນແພພື້ນເມືອງດ້ວຍຕົນເອງ ເຊິ່ງມີລວດລາຍ  ຂອງຊາວເຜົ່າເມີນົງ. ນ້ອງ ເຮີເວິງ ໃຫ້ຮູ້ວ່າ:

   “ນ້ອງກໍ່ຮຽນຕ່ຳແຜ່ນໄດ້ສອງອາທິດແລ້ວ ແລະ ຮູ້ສຶກເປັນໜ້າຈັບໃຈ ດັ່ງນັ້ນນ້ອງກໍ່ຂໍນຳເອື້ອຍຄູໃຫ້ນ້ອງຮຽນນຳ. ປັດຈຸບັນນ້ອງກໍສາມາດຕ່ຳແຜ່ນແພໄດ້ແລ້ວ ດ້ວຍລວດລາຍທີ່ງາມຕາ. ນ້ອງກໍ່ມີຄວາມຫວັງວ່າເມື່ອເຮົາຮູ້ວິທີຕ່ຳແຜ່ນແພຢ່າງຄ່ອງແຄ້ວແລ້ວ ແລະ ເມື່ອໃຫຍ່ຂຶ້ນ ກໍອາດຈະຢູ່ນີ້ເພື່ອຕ່ຳແຜ່ນ ຫຼື ເປີດຮ້ານຕ່ຳແຜ່ນນອ້ຍໆໃນໝູ່ບ້ານ ແລະ ຖ່າຍທອດໃຫ້ແກ່ພວກນ້ອງນັກຮຽນໃນບ້ານ”.

     ນອກຈາກໄດ້ຕຳແຜ່ນແພພື້ນເມືອງ, ພວກນ້ອງນັກຮຽນໃນເຮືອນລວມ ເຕເຣຊາ ຍັງໄດ້ຮຽນບາງວິຊາຊີບອື່ນໆເຊັ່ນ ຜະລິດເຄື່ອງສິລະປະຫັດຖະກຳ, ຜະລິດ ແລະ ເສບເຄື່ອງດົນຕີພື້ນເມືອງປະເພດຕ່າງໆ. ໃນຕອນບ່າຍແຕ່ລະມື້ ໃນບໍລິເວນເຮືອນລວມກໍ່ມີຫຼາຍກຸ່ມນັກຮຽນ ດ້ວຍບັນດາການເຄື່ອນໄຫວທີ່ແຕກຕ່າງກັນ, ພວກນ້ອງນັກຮຽນຍິງກໍ່ຮຽນຕ່ຳແຜ່ນແພພື້ນເມືອງ, ຫຍິບປັກທັກແສ່ວ, ພວກນ້ອງນັກຮຽນເພດຊາຍກໍ່ຮຽນເຮັດເຄື່ອງດົນຕີ, ເຄື່ອງສິລະປະຫັດຖະກຳ ຫຼື ຮຽນຕີຄ້ອງ, ເສບເຄື່ອງດົນຕີ. ນາງ ຫງວຽນທິຖ້ວນ ຜູ້ຮັບຜິດຊອບເຮືອນລວມ ເຕເຣຊາ ໃຫ້ຮູ້ວ່າ:

    “ພວກນ້ອງນັກຮຽນກໍ່ມີພອນສະຫວັນ, ພິເສດທາງດ້ານດົນຕີ ແລະ ວິຈິດຕະກຳ. ແຕ່ລະກຸ່ມຊົນເຜົ່າທີ່ແຕກຕ່າງກັນ ກໍ່ພັດມີຄວາມເປັນເອກະລັກສະເພາະ. ເພາະສະນັ້ນຢູ່ທີ່ນີ້ ພວກຂ້າພະເຈົ້າຫວັງຢາກໃຫ້ພວກນ້ອງຮຽນ ທັງນີ້ກໍເປັນການຮັກສາຄວາມເປັນເອກະລັກສະເພາະ ເພື່ອອະນຸລັກໃຫ້ລຸ້ນໜຸ່ມທີ່ມີຄວາມຊົມຊອບ,  ມີຄວາມເອກອ້າງທະນົງໃຈ ກ່ຽວກັບມໍລະດົກວັດທະນະທຳທີເປັນເອກະລັກຂອງຕົນ, ທັງເປັນການສືບທອດຈາກບັນດານັກສິລະປະການ ແລະ ພວກນ້ອງເອງກໍ່ຈະຂະຫຍາຍຕົວ.”

      ປັດຈຸບັນຢູ່ເຮືອນລວມຊົນເຜົ່າ ເຕເຣຊາ ພວມລ້ຽງດູສິດສອນໃຫ້ພວກນ້ອງນັກຮຽນ 20 ຄົນຈາກ ປໍ 1 ຫາ ມໍ 7  ພວກນ້ອງແມ່ນຂຶ້ນກັບ 14 ຊົນເຜົ່າທີ່ແຕກຕ່າງກັນໃນແຂວງ ດັກລັກ ແລະ ດັກນົງ. ບໍ່ພຽງແຕ່ໄດ້ຮຽນວັດທະນະທຳເທົ່ານັ້ນ ພວກນ້ອງນັກຮຽນຍັງໄດ້ສຳຜັດກັບສີສັນວັດທະນະທຳ ແລະ ວິຊາຊີບຂອງເຜົ່າຕົນ, ຜ່ານນັ້ນກໍ່ຊ່ວຍໃຫ້ພວກນ້ອງນັກຮຽນ ຍົກສູງລະດັບຄວາມຮູ້ທາງດ້ານວັດທະນະທຳ ແລະ ປຸກລຸກຄວາມຮັກສີສັນຂອງເຜົ່າຕົນ ເຊິ່ງເປັນຄວາມຄາດຫວັງ ຢາກອະນຸລັກຮັກສາວັດທະນະທຳທີ່ເປັນ ມູນເຊື້ອຂອງວົງຄະນາຍາດຂອງເຜົ່າຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ