ວັດລາຄານາວົງ ຊຸງທຸມ ຊ່ວຍນັກຮຽນທຸກຍາກໄປໂຮງຮຽນ

(VOVWORLD) -ວັດລາຄານາວົງ ຊຸງທຸມ ແມ່ນວັດຂອງຊາວເຜົ່າຂະແມຖືກຕັ້ງຢູ່ຕາແສງລາຍຮ່ວາ, ເທດສະບານວິ້ງເຈົາຂອງແຂວງຊອກຈັງ. ຢູ່ວັດນີ້ ພວມລ້ຽງດູ ແລະ ສິດສອນນັກຮຽນທີ່ທຸກຍາກຫຼາຍຄົນ
ວັດລາຄານາວົງ ຊຸງທຸມ ຊ່ວຍນັກຮຽນທຸກຍາກໄປໂຮງຮຽນ - ảnh 1 ວັດລາຄານາວົງ ຊຸງທຸມ ແມ່ນວັດຂອງຊາວເຜົ່າຂະແມຖືກຕັ້ງຢູ່ຕາແສງລາຍຮ່ວາ, ເທດສະບານວິ້ງເຈົາຂອງແຂວງຊອກຈັງ

    ປະຈຸບັນ, ວັດລາຄານາວົງ ຊຸງທຸມ ພວມລ້ຽງດູນັກຮຽນ 21 ຄົນທີ່ມາຈາກຫຼາຍແຫ່ງຢູ່ແຂວງຊອກຈັງ. ພວກນັກຮຽນເຫຼົ່ານີ້ ແມ່ນເດັກກຳພ້າກຳພອຍ, ພໍ່ແມ່ປະປ່ອຍຫຼືຄອບຄົວປະສົບກັບຄວາມຫຍຸ້ງຍາກ ບໍ່ມີເງື່ອນໄຂໃຫ້ລູກໄປຮ່ຳໄປຮຽນ. ແຕ່ລະມື້, ຄູບາໃນວັດໃຫ້ເງິນແກ່ພວກນ້ອງ ຜູ້ລະແຕ່ 10 ຫາ 20 ພັນດົງເພື່ອກິນອາຫານເຊົ້າ. ວັດສົ່ງເສີມພວກນ້ອງ ປະຢັດເງິນ 5 ພັນດົງຕໍ່ວັນເພື່ອເປັນສ່ວນແຮ່ໄວ້ໃນພາຍພາກໜ້າ. ພະອາຈານ ເຈີນຮ່ວຽນ ຮອງເຈົ້າອະທິການ ວັດລາຄານາວົງ ຊຸງທຸມ ໃຫ້ຮູ້ວ່າ :

    “ ເມື່ອເຫັນພໍ່ແມ່ພີນ້ອງປະສົບກັບຄວາມຫຍຸ້ງຍາກ, ດັ່ງນັ້ນ, ອາດຕະມາໄດ້ຮັບພວກເດັກທີ່ມີສະພາບຄອບຄົວທຸກຍາກຂາດເຂີນມາລ້ຽງດູ. ພວກອາຕະມາເບິ່ງແຍງລ້ຽງດູເພື່ອໃຫ້ພວກເດັກສືບຕໍ່ໄປໂຮງຮຽນ ”

   ວັດໄດ້ຈັດແຈງໃຫ້ພວກນ້ອງມີບ່ອນກິນບ່ອນຢູ່, ບໍ່ເກັບຄ່າຮຽນ, ສະໜອງເຄື່ອງນຸ່ງ, ປຶ້ມອ່ານ, ປຶ້ມຂຽນ ແລະ ສອນ. ນອກຊົ່ວໂມງຮຽນ, ພວກນ້ອງຍັງໄດ້ຮຽນຄຳພີສາສະໜາພຸດ, ພາສາຂະແມ. ຮອດທ້າຍອາທິດ, ຖ້າຫາກມີຄວາມຕ້ອງການ, ພວກນ້ອງອາດຈະໄດ້ກັບເມືອຢ້ຽມຢາມຄອບຄົວຂອງຕົນ. ນ້ອງແຢງຊາງ ຮຽນຫ້ອງ ປ 5 ໂຮງຮຽນປະຖົມລາຍຮ່ວາ ໃຫ້ຮູ້ວ່າ :

   “ ເມື່ອຢູ່ນຳພໍ່ແມ່, ນ້ອງຕ້ອງໄປຈັບຫາປາເພື່ອຫາເງິນໄປໂຮງຮຽນ. ຄອບຄົວນ້ອງທຸກຍາກ, ນ້ອງມີອ້າຍເອື້ອຍນ້ອງນຳກັນ 5 ຄົນ. ດັ່ງນັ້ນ, ແມ່ຕູ້ຂອງນ້ອງໄດ້ພານ້ອງໄປຢູ່ວັດ. ຄູບາຢູ່ວັດໄດ້ຊື້ ເຄື່ອງນຸ່ງ, ປຶ້ມອ່ານ, ປຶ້ມຂຽນໃຫ້ນ້ອງ. ໄດ້ໄປໂຮງຮຽນ, ນ້ອງດີໃຈຫຼາຍ. ”

    ບັນຍາກາດໃນວັດຍາມໃດກໍຄຶກຄື້ນມ່ວນຊື່ນດ້ວຍສຽງເວົ້ານົວຫົວມ່ວນຂອງພວກເດັກໄຮ້ດຽງສາ. ນອກຊົ່ວໂມງຮຽນ, ພວກນ້ອງຍັງໄດ້ຫຼິ້ນກິລາ, ຫຼິ້ນເກມຕ່າງໆ. ຜ່ານນັ້ນ ກໍເປັນການບັນເທົ່າຄວາມຄິດຮອດຄິດເຖິງຄອບຄົວ. ນ້ອງຕັງຈາຍ, ນັກຮຽນ ຫ້ອງ ມ4 ໂຮງຮຽນມັດທະຍົມສົມບູນລາຍຮ່ວາ ເປີດເຜີຍວ່າ :

    “ ຢູ່ວັດມ່ວນຫຼາຍ ເພາະມີໝູ່ເພື່ອນຫຼາຍຄົນ. ນ້ອງກໍໄດ້ເວົ້າຄວາມໃນໃຈໃຫ້ຄູບາຟັງກ່ຽວກັບເລື່ອງພໍ່ແມ່ປະປ່ອຍນ້ອງ. ຄູບາໄດ້ລະດົມໃຈນ້ອງ ຄວນມານະພະຍາຍາມຮ່ຳຮຽນ, ໃນອະນາຄົດ ຖ້າຢາກຮຽນວິຊາການຊ່າງ, ຄູບາຍັງຈະຊ່ວຍເຫຼືອ ”

     ພ້ອມກັບວັດ, ອຳນາດການປົກຄອງທ້ອງຖິ່ນຍາມໃດກໍເອົາໃຈໃສ່, ຊ່ວຍເຫຼືອພວກນ້ອງນັກຮຽນທີ່ທຸກຍາກ. ທ່ານ ເງວັນວຸຍ ຫົວໜ້າຂະແໜງສຶກສາເທດສະບານວິ້ງເຈົາ ໃຫ້ຮູ້ວ່າ :

   “ ວຽກງານຂອງຄູບາຢູ່ ວັດລາຄານາວົງ ຊຸງທຸມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊ່ວຍເຫຼືອທ້ອງຖິ່ນ, ພິເສດແມ່ນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ, ບັນດາພວກນ້ອງນັກຮຽນທີ່ມີສະພາບຄອບຄົວທຸກຍາກ ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປໂຮງຮຽນ. ພວກຂ້າພະເຈົ້າສືບຕໍ່ລາຍງານຄະນະກຳມະການປະຊາຊົນເທດສະບານ ແລະ ນຳສະເໜີວິທີການໜູນຊ່ວຍຕື່ມອີກ ເພື່ອເຮັດແນວໃດ ທ້ອງຖິ່ນມີສະຖານທີ່ຊ່ວຍເຫຼືອເດັກເຊັ່ນນັ້ນ ເພື່ອຊ່ວຍນັກຮຽນມີເງື່ອນໄຂຮ່ຳຮຽນທີ່ດີກ່ວາ ”

    ນັກຮຽນຫຼາຍຄົນ ໃນພາຍພາກໜ້າ ມີວຽກເຮັດງານທຳ, ມີການດຳລົງຊີວິດເປັນປົກກະຕິ, ໄດ້ເຕົ້າໂຮມກັບຄອບຄົວ. ນັ້ນກໍແມ່ນຄວາມພາກພູມໃຈຂອງວັດ.

ພະອາຈານ ເຈີນຮ່ວຽນ ຮອງເຈົ້າອະທິການ ວັດລາຄານາວົງ ຊຸງທຸມ ໃຫ້ຮູ້ວ່າ :

    “ ສັງຄົມປະຈຸບັນ, ບໍ່ວ່າຢູ່ໃສ ກໍລ້ວນແຕ່ຕ້ອງການມີຜູ້ເກັ່ງກ້າສາມາດ, ຜູ້ມີຄວາມຮູ້, ຖ້າຫາກວ່າບໍ່ມີ ຜູ້ເກັ່ງກ້າສາມາດ, ຜູ້ມີຄວາມຮູ້, ປະເທດຊາດກໍຍາກທີ່ຈະຂະຫຍາຍຕົວໄດ້. ເລື່ອງວັດຮັບເອົາພວກເດັກທີ່ມີສະພາບຫຍຸ້ງຍາກມາລ້ຽງດູ ແລະ ຊ່ວຍເຫຼືອໃນການຮ່ຳຮຽນນັ້ນ, ກໍແມ່ນເພື່ອຊ່ວຍພວກນ້ອງກາຍເປັນຜູ້ທີ່ມີປະໂຫຍດຕໍ່ສັງຄົມ ”

    ວັດລາຄານາວົງ ຊຸງທຸມ ຍັງແມ່ນບ່ອນເຜີຍແຜ່ນະໂຍບາຍ ກົດໝາຍຂອງລັດໃຫ້ແກ່ພວກນ້ອງນັກຮຽນ ເພື່ອກາຍເປັນຜູ້ທີ່ມີປະໂຫຍດຕໍ່ສັງຄົມ ແລະ ປະເທດຊາດໃນອະນາຄົດ. ແຕ່ລະປີ, ວັດລາຄານາວົງ ຊຸງທຸມ ຍັງເປີດຊຸດຮຽນໃຫ້ພວກນ້ອງນັກຮຽນທັງຢູ່ພາຍໃນແຂວງຊອກຈັງ ແລະ ຕ່າງແຂວງຝ. ວັດລາຄານາວົງ ຊຸງທຸມ ແມ່ນຈຸດທີ່ສະຫວ່າງສະໄຫວໃນວຽກງານມະນຸດສະທຳ ແລະ ຫັນວຽກງານການສຶກສາມາເປັນວຽກງານຂອງສັງຄົມຢູ່ແຂວງຊອກຈັງ.

ຕອບກັບ

ຂ່າວ/ບົດ​ອື່ນ