(VOVWORLD) -ພ້ອມກັບການພັດທະນາເສດຖະກິດສັງຄົມ, ວຽກງານ ລົບລ້າງ ຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ຍາມໃດກໍ່ແມ່ນໜຶ່ງໃນບັນດາເປົ້າໝາຍໃຫຍ່ລຸລ່ວງ ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກລັດຖະບານຫວຽດນາມ
ປະຊາຊົນຢູ່ຫຼາຍເຂດຍັງທຸກຍາກຍ້ອນບໍ່ມີດິນເພື່ອທຳການຜະລິດ |
ໂດຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016-2020, ສະພາແຫ່ງຊາດຫວຽດນາມ ໄດ້ລົງທຶນດ້ວຍຈຳນວນເງິນເກືອບ 48.400 ຕື້ດົ່ງ ເພື່ອສຸມແຫຼ່ງກຳລັງໃຫ້ແກ່ບັນດາເຂດທີ່ທຸກຍາກໂດຍຜ່ານ 5 ໂຄງການເຊັ່ນ ໂຄງການຊ່ວຍໜູນແກ່ການຫຼຸດຜ່ອນຄວາມທຸກຍາກໂດຍໄວ ແລະ ຍືນຍົງ; ໂຄງການພັດທະນາເສດຖະກິດສັງຄົມຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ໂຄງການຊ່ວຍໜູນພັດທະນາການຜະລິດ, ເຮັດໃຫ້ການທຳມາຫາກິນເປັນຫຼາຍຮູບຫຼາຍແບບ, ທະວີຄູນຮູບແບບຫຼຸດຜ່ອນຄວາມທຸກຍາກ; ໂຄງການສື່ສານ, ຖະແຫຼງຂ່າວ; ໂຄງການຍົກສູງຄວາມສາມາດ ແລະ ຕິດຕາມກວດກາ; ຕີລາຄາ, ແນໃສ່ຫຼຸດຜ່ອນຄວາມຜິດໂຕນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກຢູ່ບັນດາເຂດ ແລະ ພາກ, ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ເຂດປະສົບຄວາມຫຍຸ້ງຍາກ. ໃນຂະບວນວິວັດຈັດຕັ້ງຜັນຂະຫຍາຍປະຕິບັດໂຄງການ, ມີຫຼາຍທ້ອງຖິ່ນ, ຄອບຄົວທີ່ມີຫຼາຍມາດຕາການແກ້ໄຂທີ່ເໝາະສົມ, ເສີມຂະຫຍາຍໄດ້ທ່າແຮງຂອງທ້ອງຖິ່ນ. ແຕ່ເຖິງຢ່າງໃດກໍ່ຕາມໝາກຜົນຫຼຸດຜ່ອນຄວາມທຸກຍາກຍັງບໍ່ທັນໝັ້ນຄົງ, ຍັງມີຄວາມຜິດໂຕນກັນກ່ຽວກັບຄວາມຮັ່ງມີ ແລະ ທຸກຍາກລະຫວ່າງບັນດາເຂດ. ທ່ານ ຫວໍວັນໄບ ຫົວໜ້າກົມ, ຫົວໜ້າຫ້ອງການປະສານງານໂຄງການ 135, ຄະນະກຳມະການຊົນເຜົ່າໃຫ້ຮູ້ວ່າ:
“ນີ້ແມ່ນໜຶ່ງໃນບັນດາບັນຫາທີ່ບັນດາກະຊວງ, ຂະແໜງການມີຄວາມເປັນຫ່ວງທີ່ສຸດ, ພິເສດທາງຄະນະກຳມະການຊົນເຜົ່າ. ການຫຼຸດຜ່ອນຄວາມທຸກຍາກໃນທົ່ວປະເທດຍັງແມ່ນຜົນງານອັນໃຫຍ່ເຊັ່ນນັ້ນ, ແຕ່ຄວາມທຸກຍາກພັດເຕົ້າໂຮມຢູ່ເຂດບັນດາເຜົ່າສ່ວນໜ້ອຍ. ດັ່ງນັ້ນ ວຽກງານຫຼຸດຜ່ອນຄວາມທຸກຍາກຕ້ອງມີນະໂຍບາຍຕັດສິນ, ປ່ຽນແປງໃໝ່ເພື່ອເຮັດແນວໃດ ນະໂຍບາຍຕ້ອງລົງສູ່ບັນດາເຂດທີ່ແຕກຕ່າງກັນ. ປັດຈຸບັນໂຄງການພັດທະນາເສດຖະກິດສັງຄົມ ຢູ່ບັນດາຕາແສງທີ່ຫຍຸ້ງຍາກເປັນພິເສດ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນປະຕິບັດຕາມເປົ້າໝາຍລວມ, ລົງທຶນຄືກັນ, ຕາແສງທີ່ຫຍຸ້ງຍາກເປັນພິເສດຢູ່ເຂດທາງທິດຕາເວັນຕົກພາກໃຕ້ ກໍ່ປຽບເໝືອນຕາແສງພິເສດຂອງເມືອງເມື່ອງແຕ, ແຂວງ ລາຍເຈົາ, ບັນດາແຂວງເຂດໄຕງວຽນ”
ໃນຍອດແຫຼ່ງກຳລັງຫຼຸດຜ່ອນຄວາມທຸກຍາກ, ສ່ວນທີ່ສະຫງວນໃຫ້ແກ່ເຂດພູດອຍ ຂອງປະຊາຊົນບັນດາເຜົ່າແມ່ນກວມກວ່າ 80%, ບັນດາລະບົບນະໂຍບາຍທີ່ສະຫງວນໃຫ້ແກ່ຂົງເຂດນີ້ແມ່ນໃຫຍ່ ຫຼວງທີ່ສຸດ. ຕາມທ່ານ ໂງເຈືອງທີ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບຫຼຸດຜ່ອນຄວາມທຸກຍາກ ສັງກັດກະຊວງແຮງງານ ທະຫານເສຍອົງ ແລະ ສັງຄົມແລ້ວ ຍ້ອນອັດຕາຄອບຄົວທຸກຍາກຍັງສູງເກີນໄປ, ດັ່ງນັ້ນ ເຖິງວ່ານະໂນບາຍໄດ້ສະຫງວນບຸລິມະສິດຫຼາຍຢ່າງໃຫ້ແກ່ຂົງເຂດນີ້ກໍ່ຕາມ ແຕ່ກໍ່ຍັງຄົງຕ້ອງການໄລຍະເວລາເພື່ອນະໂຍບາຍ ເສີມຂະຫຍາຍໄດ້ຄຸນປະໂຫຍດ. ທ່ານກ່າວວ່າ:
“ພາຍຫຼັງປະຕິບັດໂຄງການຊ່ວຍໜູນການຫຼຸດຜ່ອນຄວາມທຸກຍາກໂດຍໄວ ແລະ ຍືນຍົງມາເປັນເວລາ 12 ປີ, ແລະ ອີງໃສ່ສະພາບການຕົວຈິງຢູ່ບັນດາເມືອງ, ພວກຂ້າພະເຈົ້າໄດ້ຖືວ່າເປົ້າໝາຍເຖິງປີ 2020 ແມ່ນມີ 50% ຈຳນວນເມືອງທຸກຍາກ ສາມາດຫຼຸດພົ້ນອອກຈາກເປົ້າໝາຍໜູນຊ່ວຍຫຼຸດຜ່ອນຄວາມທຸກຍາກໂດຍໄວ ແລະ ຍືນຍົງແມ່ນສາມາດບັນລຸໄດ້. ແຕ່ຢູ່ບັນດາເມືອງທີ່ຫຍຸ້ງຍາກເປັນພິເສດນັ້ນ, ຍັງຄົງຕ້ອງສືບຕໍ່ລົງທຶນ, ຍົກຕົວຢ່າງຄື ເມືອງ ເມື່ອງລາດ ແຂວງ ແທັງຮວ໋າ, ເມືອງ ບາກອ້າຍ ແຂວງ ນິງທວ້ນ”
ປີ 2018 ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໄດ້ດຳເນີນການຕິດຕາມກວດກາ ກ່ຽວກັບສະພາບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຂອງສະພາແຫ່ງຊາດ, ຕີລາຄາລະອຽດກ່ຽວກັບການພັດທະນາ, ການປ່ຽນແປງທາງດ້ານຄຸນນະພາບໃນໂຄງການຫຼຸດຜ່ອນຄວາມທຸກຍາກ. ອັດຕາຄອບຄົວທຸກຍາກຕາມມາດຖານທຸກຍາກ ຫຼາຍສົ້ນຫຼຸດລົງເຫຼືອພຽງຕ່ຳກວ່າ 6%. ທ່ານ ບຸ່ຍສີເລິ້ຍ ຮອງປະທານກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດໃຫ້ຮູ້ວ່າ:
“ມາຮອດປັດຈຸບັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ສ້າງຕັ້ງຄະນະຕິດຕາມກວດກາ ແລະ ໄດ້ຕົກລົງທາງດ້ານເນື້ອໃນ, ແບບວິທີເປັນທີ່ຮຽບຮ້ອຍແລ້ວ ແລະ ເລືອກເອົາບໍລິເວນ ເພື່ອເລີ່ມຜັນຂະຫຍາຍປະຕິບັດ ໃນຊຸມເດືອນຕົ້ນປີ 2019. ເປົ້າໝາຍຄັ້ງນີ້ແມ່ນຕີລາຄາຢ່າງຮອບດ້ານ, ສັງລວມສຳລັບທຸກໆນະໂຍບາຍທີ່ໄດ້ປະຕິບັດໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ສຳລັບປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ, ເຂດໝູ່ເກາະ, ຊາຍແດນ. ຜ່ານນັ້ນກໍ່ສາມາດຢັ້ງຢືນນະໂຍບາຍໃດທີ່ສາມາດຮັກສາໄວ້ເພື່ອປະຕິບັດ, ນະໂຍບາຍໃດຕ້ອງຍົກເລີກໄປ ແລະ ນະໂຍບາຍໃດຕ້ອງປັບປຸງໃຫ້ດີຂຶ້ນ”
ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນ ຍົງໄລຍະ 2016-2020 ຂອງສະພາແຫ່ງຊາດ ໄດ້ປະຕິບັດເປັນເວລາເຄິ່ງໄລຍະທາງແລ້ວ. ໄລຍະທີ່ຈະມາເຖິງລັດຖະບານ ຫວຽດນາມສືບຕໍ່ມີບັນດານະໂຍບາຍຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ. ພ້ອມກັນນັ້ນ ກໍ່ຕ້ອງແກ້ໄຂບັນຫາແຮງງານ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຈາກນັ້ນກໍ່ຮັບປະກັນເງື່ອນໄຂການເຮັດວຽກ, ຮັບປະກັນຄວາມປອດໄພ ແລະ ເງື່ອນໄຂຢ່າງພຽງພໍ ເພື່ອຊ່ວຍໃຫ້ຜູ້ອອກແຮງຢູ່ເຂດຊົນເຜົ່າສ່ວນໜ້ອຍ ທຳການຜະລິດເປັນປົກກະຕິ.