ໄລຍະ 2011 – 2015, ອັດຕາຄອບຄົວທຸກຍາກໃນທົ່ວປະເທດຄິດສະເລ່ຍໄດ້ຫຼຸດຜ່ອນ 2%ຕໍ່ປີ, ສະເພາະບັນດາເມືອງທຸກຍາກໄດ້ຫຼຸດລົງກວ່າ 6%. ໝາກຜົນແຫ່ງຫຼຸດຜ່ອນຄວາມທຸກຍາກ ໄດ້ປະກອບສ່ວນເຂົ້າໃນຄາດໝາຍການເຕີບໂຕເສດຖະກິດແບບຍືນຍົງ, ຮັບປະກັນການຫນູນຊ່ວຍຊີວິດສັງຄົມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ.
(ພາບປະກອບ)
|
ລັດຖະບານຫວຽດນາມໄດ້ອະນຸມັດຜ່ານໂຄງການເປົ້າໝາຍແຫ່ງຊາດ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016-2020 ດ້ວຍຍອດຄ່າໃຊ້ຈ່າຍເກືອບ 48.400 ຕື້ ດົງ(ກວ່າ 2 ຕື້ USD ). ໂຄງການເປົ້າໝາຍແຫ່ງຊາດໄດ້ວາງຄາດໝາຍ ຫຼຸດຜ່ອນອັດຕາຄອບຄົວທຸກຍາກໃນທົ່ວປະເທດຄິດສະເລ່ຍແຕ່ 1 – 1,5%ຕໍ່ປີ ຕາມມາດຖານທຸກຍາກສຳພັດຫຼາຍສົ້ນທີ່ນຳໃຊ້ໃຫ້ແກ່ ໄລຍະ 2016-2020, ປົວແປງການທຳມາຫາກິນ, ຫາເງິນລ້ຽງຊີບ, ຍົກສູງຄຸນນະພາບການດຳລົງຊີວິດຂອງຜູ້ທຸກຍາກ, ຮັບປະກັນລາຍຮັບສະເລ່ຍໃສ່ຫົວຄົນຂອງຄອບຄົວທຸກຍາກໃນທົ່ວປະເທດໃນທ້າຍປີ 2020 ເພີ່ມຂຶ້ນ 1,5 ເທົາເມື່ອທຽບໃສ່ທ້າຍປີ 2015. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ຢືນຢັນວ່າ :
“ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຕາມມາດຖານຄສວາມທຸກຍາກຫຼາຍສົ້ນແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ໃນປະຈຸບັນຂອງລັດ. ລັດສ້າງເງື່ອນໄຂສົ່ງເສີມພໍ່ແມ່ປະຊາຊົນຜູ້ທຸກຍາກມີເຈດຈຳນົງບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ສ້າງຄວາມຮັ່ງມີເທື່ອລະກ້າວ, ຄ່ອຍໆຮັດແຄບຄວາມແຕກໂຕ່ນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ, ລະຫວ່າງເຂດຕ່າງໆ, ບັນດາຊັ້ນຄົນ. ພາລະກິດນີ້ ພຽງໄດ້ປະສົບຜົນສຳເລັດຂະນະທີ່ສາມາດລະດົມໄດ້ກຳລັງແຮງສັງລວມຂອງທົ່ວປວງຊົນ, ຂອງທັງລະບົນການເມືອງ, ເສີມຂະຫຍາຍກຳລັງພາຍໃນໂດຍສົມທົບກັບການຊ່ວຍເຫຼືອຈາກປະຊາຄົມໂລກ ”
ໄລຍະ 2011-2015, ຫຼາຍແຜນນະໂຍບາຍ, ນະໂຍບາຍ, ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຂອງລັດຖະບານຫວຽດນາມ ກໍໄດ້ປະກາດໃຊ້, ປະກອບສ່ວນຮັບປະກັນການໜູນຊ່ວຍຊີວິດສັງຄົມ, ຊຸກຍູ້ການເຕີບໂຕເສດຖະກິດ, ພັດທະນາແບບຍືນຍົງ. ໝາກຜົນມີຢູ່ວ່າ ອັດຕາຄອບຄົວທຸກຍາກໃນທົ່ວປະເທດໄດ້ຫຼຸດຜ່ອນຈາກ 14,2% ໃນປີ 2010 ລົງເຫຼືອພຽງ 4,25% ໃນປີ 2015, ຕາມມາດຖານຄວາມທຸກຍາກໄລຍະ 2011-2015, ຄິດສະເລ່ຍຫຼຸດຜ່ອນ 2%ຕໍ່ປີ. ລາຍຮັບຄິດສະເລ່ຍໃນສ່ຫົວຄົນຂອງຄອບຄົວທຸກຍາກໃນທົ່ວປະເທດໄດ້ເພີ່ມຂຶ້ນ 1,6 ເທົາເມື່ອທຽບໃສ່ທ້າຍປີ 2011. ນາງ ຈ້ຽວທິເຮືອງ ຊາວກະສີກອນທີ່ເຂົ້າຮ່ວມໂຄງການປູກຜັກສະອາດເພື່ອຫຼຸດຜ່ອນຄວາມທຸກຍາກ ເວົ້າວ່າ :
“ໂຄງການແມ່ນແນໃສ່ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ຄອບຄົວຕົນເສຍກ່ອນ, ຕໍ່ຈາກນັ້ນ ແມ່ນວົງຄະນະຍາດ ແລະ ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນ. ເມື່ອກຸ່ມປູກຜັກສະອາດ ປອດສານພິດ ໄດ້ຮັບການຫນູນຊ່ວຍຈາກໂຄງການ ຫຼຸດຜ່ອນຄວາມທຸກຍາກ, ພວກຂ້າພະເຈົ້າເຫັນວ່າ ບໍ່ແມ່ນປູກຜັກຊະນິດໃດທີ່ແປກປະຫຼາດ, ຫາກປູກຜັກຢູ່ທ້ອງຖິ່ນຂອງຕົນ. ລາຄາຜັກຂາຍອອກກໍສູງຂຶ້ນ, ການຈຳໜ່າຍສິນຄ້າໄດ້ຮັບການຮັບປະກັນ, ລາຍຮັບກໍໄດ້ປົວແປງໃຫ້ສູງຂຶ້ນ. ຕ້ອງມາຈາກກຳລັງພາຍໃນຂອງຕົນເພື່ອ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ”
ແຫຼ່ງກຳລັງປະຕິບັດນະໂຍບາຍ ແລະ ໂຄງການຫຼຸດຜ່ອນຄວາມທຸກຍາກແມ່ນປັດໄຈສຳຄັນເພື່ອຫຼຸດຜ່ອນຄວາມທຸກຍາກຢ່າງວອ່ງໄວ ແລະ ແບບຍືນຍົງ. ທ່ານ ໂງເຈືອ່ງທີ ຫົວໜ້າຫ້ອງການແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າມີແຜນວາດກ່ຽວກັບລະດັບຄວາມທຸກຍາກຂອງແຕ່ລະເຂດ, ແຕ່ລະແຂວງ. ນີ້ແມ່ນຮາກຖານເພື່ອໃຫ້ບັນດາອົງການວາງນະໂຍບາຍຄົ້ນຄ້ວາເພື່ອມີວິທີແກ້ໄຂຢ່າງເໝາະສົມ. ບັນດາຈັດແບ່ງແຫຼ່ງກຳລັງ ແມ່ນຄວນໄດ້ຮັບການຄິດໄລ່ເພື່ອເຮັດແນວໃດ ເຫັນໄດ້ເຖິງເຂດໃດທີ່ຕ້ອງການຊ່ວຍເຫຼືອ, ແມ່ນຕ້ອງມີວິທີການແກ້ໄຂຄື ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການປະກັນສຸຂະພາບ ”
ການປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແມ່ນແຜນນະໂຍບາຍໃຫຍ່ ຂອງພັກ ແລະ ລັດ ແນໃສ່ປົວແປງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຜູ້ທຸກຍາກ, ປະກອບສ່ວນຮັດແຄບຄວາມຜິດໂຕ່ນກັນກ່ຽວກັບລະດັບຄອງຊີບ ລະຫວ່າງບັນດາເຂດແຄ້ວນ. ຜົນງານໃນການຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ. ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດເປົ້າໝາຍສະຫັດສະວັດຂອງ ສ.ປ.ຊ ຊຶ່ງຫວຽດນາມໄດ້ໝັ້ນໝາຍ.