ຫ້ອງຮຽນຮ້ອງເພງພື້ນເມືອງເຂດດິນແດນ ກວາງ ຢູ່ໃຈກາງຄຸ້ມຖະໜົນເກົ່າ ໂຮ້ຍອານ

(VOVWORLD) -ນອກຈາກບັນດາເຕັກນິກພື້ນຖານຂອງການຂັບຮ້ອງເພງພື້ນເມືອງແລ້ວ, ຍັງມີບັນດາຮູບແບບເພງພື້ນເມືອງຂອງທາງພາກກາງ, ທິດເໜືອພາກກາງ ເພື່ອໃຫ້ນັກຮຽນມີພື້ນຖານກ່ຽວກັບຮູບແບບເພງພື້ນເມືອງຕື່ມອີກ.

ຫ້ອງຮຽນຮ້ອງເພງພື້ນເມືອງເຂດດິນແດນ ກວາງ ຢູ່ໃຈກາງຄຸ້ມຖະໜົນເກົ່າ ໂຮ້ຍອານ - ảnh 1

 ຫ້ອງຮຽນຮ້ອງເພງພື້ນເມືອງເຂດດິນແດນ ກວາງ

(ພາບ: qdnd.vn)

ຖ້າຫາກໄດ້ມາຢ້ຽມຢາມຖະໜົນເກົ່າ ໂຮ້ຍອານ, ຍ່າງເລາະທ່ຽວຊົມຢູ່ບັນດາເສັ້ນທາງນ້ອຍໆແຕ່ສວຍງາມ, ເຕັມໄປດ້ວຍແສງໂຄມໄຟໃນຍາມຕອນຄ່ຳນັ້ນ, ເພື່ອນຈະໄດ້ຮັບຟັງບັນດາທຳນອງເພງພື້ນເມືອງເຂດດິນແດນ ກວາງ, ເຖິງວ່າມັນມີຄວາມລຽບງ່າຍແຕ່ເຕັມໄປດ້ວຍຄວາມເມົາມົວຫຼົງໄຫຼໄປກັບສຽງດົນດີພື້ນເມືອງ. ນັ້ນແມ່ນສຽງຂັບຮ້ອງຂອງບັນດານັກຮຽນທີ່ມາຮຽນຮ້ອງເພງພື້ນເມືອງໂດຍສູນວັດທະນະທຳ, ກິລາ, ທ່ອງທ່ຽວ ໂຮ້ຍອານ ຈັດຕັ້ງ.

        ໃນເວລາ 19 ໂມງ, ຄູສອນ ແລະ ນັກຮຽນຂອງຫ້ອງຮຽນສອນຮ້ອງເພງພື້ນເມືອງຢູ່ເຂດໃຈກາງຖະໜົນເກົ່າ ໂຮ້ຍອານ ໄດ້ເລີ່ມເຂົ້າຫ້ອງ. ຫ້ອງຮຽນນີ້ມີສາດພຽງ 2 ຜືນໄດ້ປູຢູ່ທາງຂ້າງເຮືອນວັດທະນະທຳ ຊາຮີ່ນ, ເຖິງວ່າຫ້ອງຮຽນມີຄວາມລຽບງ່າຍ, ແຕ່ທັງຄູສອນ ແລະ ນັກຮຽນລ້ວນແຕ່ມີຄວາມເມົາມົວຫຼົງໄຫຼໄປກັບບັນດາທຳນອງເພງພື້ນເມືອງ, ບັນດາຕອນທີ່ຄັດມາຈາກການຂັບ ໂບ້ຍ, ຂັບຮໍ່ຄວານ, ໂຕ້ຕອບກັນຈາກດິນແດນເຂດ ກວາງ.

        ໂດຍໄດ້ຮູ້ວ່າ, ແຕ່ລະມື້ມີຄູສອນພຽງ 2 - 3 ຄົນຮັບຜິດຊອບການສອນ, ຫຼິ້ນເຄື່ອງດົນຕີ ແລະ ນັບທັງວີທີການສະແດງ ເພື່ອເຮັດແນວໃດໃຫ້ຖືກຕ້ອງຕາມສຽງເພງພື້ນເມືອງ. ມື້ນີ້, ເຖິງວ່າມີຄູສອນ ຟຸ່ງທິງອັກເຫ້ວ ພຽງຜູ້ດຽວກໍ່ຕາມ, ແຕ່ຄວາມເມົາມົວຫຼົງໄຫຼໃນການສອນຂອງຄູ ຫຼື ການຮຽນຂອງນັກຮຽນກໍ່ບໍ່ໄດ້ຫຼຸດລົງແຕ່ຢ່າງໃດ. ເອື້ອຍ ງອັກເຫ້ວ, ແບ່ງປັນວ່າ.

        “ສູນວັດທະນະທຳ, ກິລານະຄອນ ໄດ້ສົມທົບກັບໂຮງຮຽນມັດທະຍົມຕອນຕົ້ນ ຮຸຍຮ້ຽວ ເປີດຫ້ອງສອນຂັບຮ້ອງເພງພື້ນເມືອງນີ້ມາເປັນເວລາເກືອບ 10 ປີແລ້ວ. ບັນດານັກຮຽນເມື່ອເຂົ້າຮ່ວມການສອນລ້ວນແຕ່ມີຄວາມເບີກບານມ່ວນຊື່ນ, ເປີດອົກເປີດໃຈ ແລະ ມີຄວາມນິຍົມຊົມຊອບ. ຕອນຄ່ຳມື້ໃດພວກນ້ອງນັກຮຽນກໍ່ມາຮຽນຢ່າງຄົບຖ້ວນ, ບໍ່ພຽງແຕ່ຮຽນວິທີຂັບຮ້ອງເທົ່ານັ້ນ, ຫາກຍັງທັງຮັບໃຊ້ນັກທ່ອງທ່ຽວທີ່ມາຮັບຟັງອີກດ້ວຍ.”

        ເອື້ອຍ ງອັກເຫ້ວ, ແມ່ນໜຶ່ງໃນຈຳນວນຄູສອນມີປະສົບການຫຼາຍຢ່າງຂອງກອງສະແດງສະສິລະປະພື້ນເມືອງ ຂຶ້ນກັບສູນວັດທະນະທຳກິລາໂຮ້ຍອານ ໄດ້ເຂົ້າຮ່ວມການສອນໃນແຕ່ລະມື້ຢູ່ຫ້ອງຮຽນໂດຍບໍ່ຄິດຄ່ານີ້. ສອນບົດເພງພື້ນເມືອງທີ່ເປັນມູນເຊື້ອຂອງ ກວາງນາມ ບົດເພງ 1 ກໍ່ໃຊ້ເວລາປະມານ 2 – 3 ວັນ, ເດືອນໜຶ່ງກໍ່ຈະໄດ້ປະມານ 30 ບົດ. ນອກຈາກບັນດາເຕັກນິກພື້ນຖານຂອງການຂັບຮ້ອງເພງພື້ນເມືອງແລ້ວ, ຍັງມີບັນດາຮູບແບບເພງພື້ນເມືອງຂອງທາງພາກກາງ, ທິດເໜືອພາກກາງ ເພື່ອໃຫ້ນັກຮຽນມີພື້ນຖານກ່ຽວກັບຮູບແບບເພງພື້ນເມືອງຕື່ມອີກ. ເອື້ອຍ ງອັກເຫ້ວ, ໃຫ້ຮູ້ຕື່ມອີກວ່າ.

        “ຍ້ອນມີຄວາມເມົາມົວຫຼົງໄຫຼກັບອາຊີບ ແລະ ເຫັນວ່າພວກນ້ອງນັກຮຽນກໍ່ມີຄວາມເມົາມົວເຊັ່ນດຽວກັນ, ສະນັ້ນຄູສອນກໍ່ມີຄວາມດີໃຈທີ່ສຸດ. ບາງມື້ຍ້ອນຄາວຽກບໍ່ໄດ້ໄປສອນ, ແຕ່ຂ້າພະເຈົ້າກໍ່ຄິດຮອດພວກນ້ອງນັກຮຽນຫຼາຍ. ພວກຂ້າພະເຈົ້າຢາກສືບທອດໃຫ້ພວກນ້ອງບັນດາທຳນອງເພງເຂດດິນແດນ ກວາງ, ມີນັກຮຽນຫຼາຍຄົນກໍມີແງ່ຫວັງ ແລະ ເຕີບໃຫຍ່, ສາມາດຄວ້າໄດ້ລາງວັນສູງຢູ່ຕາມງານປະກວດສຽງຂັບຮ້ອງຂອງນະຄອນ”.

        ກໍ່ຕາມເອື້ອຍ ງອັກເຫ້ວ ແລ້ວ, ໃນເບື້ອງຕົ້ນ, ນັກຮຽນພຽງແມ່ນເດັກນ້ອຍຢູ່ໂຮງຮຽນຊັ້ນປະຖົມບາງແຫ່ງເທົ່ານັ້ນ. ຮູບພາບພວກນ້ອງນັກຮຽນຈັບເຈ້ຍຂຽນບົດເພງພື້ນເມືອງເຂດດິນແດນ ກວາງ, ເມົາມົວກັບການຮ້ອງເພງ, ຫຼິ້ນເຄື່ອງດົນຕີຕາມການແນະນຳຂອງຄູສອນ… ສິ່ງນັ້ນ ບໍ່ພຽງແຕ່ໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວເທົ່ານັ້ນ ຫາກນັບທັງຊາວທ້ອງຖິ່ນອີກດ້ວຍ. ມາຮອດປະຈຸບັນຫ້ອງຮຽນນີ້ໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍຄົນ, ຢູ່ໃນເກນອາຍຸທີ່ແຕກຕ່າງກັນສຳລັບຜູ້ທີ່ມີຄວາມເມົາມົວຫຼົງໄຫຼກັບບັນດາທຳນອງເພງພື້ນເມືອງ. ຍ້ອນຄວາມເມົາມົວກັບເພງພື້ນເມືອງສະນັ້ນເອື້ອຍ ເຈືອງທິເຮືອງ, ຊາວບ້ານຄຸ້ມຖະໜົນເກົ່າ ກໍ່ໄດ້ເຂົ້າຮ່ວມຫ້ອງຮຽນນີ້.

        “ຂ້າພະເຈົ້າໄປຢ້ຽມຊົມຄຸ້ມຖະໜົນເກົ່່າ, ໄດ້ພົບເຫັນຫ້ອງຮຽນສອນເພງພື້ນເມືອງ, ຂ້າພະເຈົ້າດີໃຈຫຼາຍ. ຕອນກາງເວັນໄປເຮັດວຽກລຳບາກແລ້ວ, ແຕ່ພໍຮອດຕອນຄ່ຳ ຂ້າພະເຈົ້າກໍ່ພະຍາຍາມມາຮຽນຮ້ອງເພງນີ້. ຍ້ອນຂ້າພະເຈົ້າມີຄວາມເມົາມົວຢູ່ແລ້ວ, ສະນັ້ນຈຶ່ງຮຽນໄດ້ໄວ້”.

        ເອື້ອຍ ຮ່າເຟືອງຮ່ຽນ, ມາຈາກນະຄອນໂຮ່ຈີມິນ ກໍ່ເຊັນດຽວກັນ, ເຖິງວ່າອາໄສຢູ່ ໂຮ້ຍອານ ເປັນເວລາສັ້ນໆໃນຍາມໄປປະຕິບັດງານ, ແຕ່ເອື້ອຍກໍ່ໄດ້ເຂົ້າຮ່ວມຫ້ອງຮຽນດັ່ງກ່າວເປັນປະຈຳ. ເອື້ອຍ ເຟືອງຮ່ຽນ, ແບ່ງປັນວ່າ.

        “ນ້ອງໄປທ່ຽວຫຼິ້ນຢູ່ຄຸ້ມຖະໜົນເກົ່າ, ເຫັນວ່າທຸກຄົນຮ້ອງເພງພື້ນເມືອງ ແລະ ໄດ້ຮູ້ວ່ານີ້ແມ່ນຫ້ອງສອນຮ້ອງເພງພື້ນເມືອງ ຂ້າພະເຈົ້າມີຄວາມມ່ວນຊື່ນຫຼາຍ, ຍ້ອນວ່າ ນັບແຕ່ກ່ອນນ້ອງກໍ່ມີຄວາມເມົາມົວກັບເພງພື້ນເມືອງຢູ່ແລ້ວ, ແຕ່ບໍ່ມີບ່ອນຮຽນ. ສະນັ້ນ, ນ້ອງໄດ້ເຂົ້າຮ່ວມຫ້ອງຮຽນນີ້ເພື່ອຮູ້ວິທີຮ້ອງເພງ ແລະ ນ້ອງໄດ້ເຂົ້າຮ່ວມເປັນປະຈຳ. ບັນດາຄູສອນຢູ່ທີ່ນີ້ມີຄວາມສຸດອົກສຸດໃຈກັບນັກຮຽນທີ່ສຸດ”.

        ບໍ່ມີໄຟແສງສີຄືຢູ່ເວທີສະແດງ, ມີພຽງແຕ່ແສງດອກໄຟຕາມທາງສ່ອງເຂົ້າລະບຽງເຮືອນວັດທະນະທຳ ຊາຮີ່ນ ແລະ ບັນດາສຽງຕົບມື້ຂອງນັກທ່ອງທ່ຽວທີ່ມາຈາກທຸກສາລະທິດ… ມີແຕ່ຄວາມລຽບງ່າຍຄືແນວນັ້ນ, ແຕ່ຄູສອນ ແລະ ນັກຮຽນຂອງຫ້ອງຮຽນນີ້ນັບມື້ນັບໄດ້ສ້າງຄວາມດຶງດູດໃຈ ໃນທ່າມກາງຄວາມສວຍງາມຢູ່ຄຸ້ມຖະໜົນເກົ່າ ໂຮ້ຍອານ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ