ອາຊີບຫາແມງກະພຸນຢູ່ໂກໂຕ, ແຂວງກວາງນິງ

ໃນ​ຊຸມມື້ນີ້, ຢູ່​ເຂດ​ທະ​ເລ​ໂກ​ໂຕ​ທີ່​ຂຶ້ນ​ກັບ​ແຂວງກວາງ​ນິງ ມີ​ຄວາມ​ຟົດ​ຟື້ນຫຼາຍ​ຂຶ້ນ​ຍ້ອນ​ແມ່ນ​ລະ​ດູ​ແມງ​ກະ​ພຸນ. ອາ​ຊີບ​ຫາແມງ​ກະ​ພຸນແມ່ນ​ສາ​ມາດ​ນຳ​ມາ​ເຊິ່ງ​ລາຍ​ໄດ້​ສູງ​ໃຫ້​ແກ່​ຊາວ​ປະ​ມົງ​ນັບ​ພັນ​ຄົນ​ພ້ອມ​ກັບ​ເຈົ້າ​ຂອງ ແລະ ແຮງ​ງານ​ຢູ່​ຕາມ​ຮາກ​ຖານ​ປຸງ​ແຕ່ງ. ຈາກນັ້ນ, ອາ​ຊີບ​ຫາແມງ​ກະ​ພຸນໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ​ເສດ​ຖະ​ກິດ, ສິ່ງ​ແວດ​ລ້ອມ​ຢູ່​ເມືອງ​ເກາະ​ໂກ​ໂຕ   .

 

ອາຊີບຫາແມງກະພຸນຢູ່ໂກໂຕ, ແຂວງກວາງນິງ  - ảnh 1
ອາ​ຊີບ​ຫາແມງ​ກະ​ພຸນຢູ່​ໂກ​ໂຕ, ແຂວງ​ກວາງ​ນິງ

        ໃນ​ຕອນ​ທ່ຽງ​ຄືນ, ກຳ​ປັ່ນ​ຂອງ​ອ້າຍ ດິງວັນ​ທຸຍ ໄດ້​ເລີ່​ມ​ເດີນ​ທະ​ເລ​ໃນ​ທ່າມ​ກາງ​ນ້ຳ​ໝອກກົ້ວ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ກຳ​ປັ່​ນ​ຫາ​ປາ​ນັບ​ຮ້ອຍ​ລຳ​ອື່ນ, ກຳ​ປັ່ນ​ຂອງ​ອ້າຍ ດິງວັນ​ທຸຍຖືກ​ປະ​ກອບ​ດ້ວຍ​ເຄ​ື່ອງ​ຫາ​ປາ​ທົ່ວ​ໄປ​ເຊັ່ນ: ແຫ, ດອກ​ໄຟ 1000W , ຫວິງ…ວຽກ​ງານ​ຂອງ​ອ້າຍ ດິງວັນ​ທຸຍ ບໍ່​ພຽງ​ແຕ່​ຈັບ​ຫາ​ປາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຫາແມງ​ກະ​ພຸນອີກ​ດ້ວຍ. ນັບ​ແຕ່​ເດືອນ​ຈຽງ​ຫາ​ເດືອນ 4 ໂດຍ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ແຕ່ລະປີ, ແມງ​ກະ​ພຸນມີ​ຄົບ​ທຸກ​ສີ​ຄື​ສີ​ຂາວ, ສີ​ຂຽວ, ສີ​ແດງ ແລະ ໃນ​ຊວງ​ເວ​ລານີ້, ແມງ​ກະ​ພຸນມີ​ເຕັມ​ຢູ່​ໜ້າ​ນ້ຳ​ທະ​ເລ. ​ອ້າຍ ດິງວັນ​ທຸຍ ໃຫ້​ຮູ້​ວ່າ : 

    “ເມື່ອແມງ​ກະ​ພຸນຟູ​ຂຶ້ນສູ່​ໜ້າ​ນ້ຳ​ທະ​ເລ, ເຮົາ​ມີ​ແຕ່​ສ​້ອນ​ມັນ​ເທົ່າ​ນັ້ນ. ຖ້າ​ຫາກ​ສຸ​ຂະ​ພາບ​ດີ, ກໍ​ສາ​ມາດ​ສ້ອນ​ໄດ້ຫຼາຍ. ໄປ​ຫາແມງ​ກະ​ພຸນຈົ້ນ​ຂ້ອນ​ແຈ້ງ​ກໍ​ເຂົ້າ​ຝັ່ງ​ເພື່ອ​ຂາຍ​ໃຫ້​ລູກ​ຄ້າ. ເລື່ອງ​ໄປ​ຫາ ແມງ​ກະ​ພຸນ​ກໍຂຶ້ນ​ກັບ​ແຕ່​ລະ​ມື້, ມີບາງມື້ ແມງ​ກະ​ພຸນກໍ​ຟູ​ຂຶ້ນຫຼາຍ, ກໍ​ສາ​ມາດ​ສ້ອນ​ໄດ້​ນັບ​ພັນ​ໂຕ, ແຕ່​ບາງມື້​ກໍ​ບໍ່​ມີ​ຈັກ​ໂຕ​ເລີຍ ”

    ຫຼາຍ​ປີ​ທີ່​ຜ່ານ​ມາ, ແມງ​ກະ​ພຸນຍາມ​ໃດ​ກໍ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ຊາວ​ປະ​ມົງ​ຕ້ອງຫຼີກ​ເວັ້ນເພາະ​ເຂົາ​ເຈົ້າ​ຢ້ານ​ແຫ​ຖືກ​ຂາດ, ແຕ່​ມາ​ຮອດ​ບັດ​ນີ້, ບັງ​ເອີນ ແມງ​ກະ​ພຸນໄດ້​ກາຍ​ເປັນ​ສິ່ງ​ທີ່​ມີ​ຄ່າ, ຊາວ​ປະ​ມົງ​ທັງຫຼາຍ​ກໍ​ພາ​ກັນ​ໄປ​ຫາ ແມງ​ກະ​ພຸນ. ບໍ່​ມີ​ໃຜ​ຈະ​ຄິດ​ວ່າ ສັດ​ນ້ຳ​ປະ​ເພດນີ້ ພັດ​ກາຍ​ເປັນ​ອາ​ຫານ​ພິ​ເສດ​ທີ່​ມີ​ຄຸນ​ຄ່າ​ທາງ​ດ້ານ​ໂພ​ສະ​ນາ​ການ​ສູງ, ແລ້ວ​ກໍ​ນຳ​ໄປ​ປຸງ​ແຕ່​ເພື່ອ​ສົ່ງ​ອອກ. ແຕ່​ສິ​ບ​ປີ​ມານີ້, ໂກ​ໂຕ​ຊຶ່ງ​ແມ່ນ​ອູ່ແມງ​ກະ​ພຸນຂອງ​ທົ່ວ​ປະ​ເທດ ໄດ້​ດຶງ​ດູດ​ຊາວ​ປະ​ມົງ, ແຮງ​ງານ​ນັບ​ພັນ​ຄົນ​ຈາກ​ແຂວງ ນາມດິ້ງ, ທ້າຍ​ບີງ, ແທງ​ຮ້​ວາ, ເງະ​ອານ ຫຼັ່ງ​ໄຫຼເຂົ້າມາ​ໃນ​ຍາມ​ລະ​ດູແມງ​ກະ​ພຸນ.

    ອາ​ຊີບ​ຫາແມງ​ກະ​ພຸນກໍ​ມີ​ຄວາມ​ລຳ​ບາກ​ທີ່​ສຸດ. ແມງ​ກະ​ພຸນບັນ​ຈຸ​ນ້ຳ​ທະ​ເລ ອັນ​ໄດ້​ເຮັດ​ໃຫ້ແມງ​ກະ​ພຸນໜັກ​ພໍ​ສົມ​ຄວນ, ສະ​ເລ່ຍ​ແມ່ນ​ແຕ່ 15-20 ກີ​ໂລກ​ຣາມ/ໂຕ, ມີຫຼາຍ​ໂຕ​ນ້ຳ​ໜັກ​ຂອງ​ມັນ​ກໍ​ຂຶ້ນ​ເຖິງ 50-60 ກີ​ໂລກ​ຣາມ, ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ນັບ​ເຖິງ​ເລື່ອງ​ຕີນ​, ມື​ຖືກ ແມງ​ກະ​ພຸນ​ກັດ​ຈົນ​ໃຄ່​ບວມ. ແຕ່​ເຫື່ອ​ແຮງ​ຂອງ​ຊາວ​ປະ​ມົງ​ໄດ້​ຮັບ​ການ​ຕອບ​ແທນ, ຂະ​ນະ​ທີ່ ແມງ​ກະ​ພຸນ​ແຕ່​ລະ​ໂຕ​ມີ​ລາ​ຄາ​ປະ​ມານ​ແຕ່ 10 ຫາ 40 ພັນ​ດົງ. ກຳ​ປັ່ນຫຼາຍ​ລຳ​ຂອງ​ຊາວ​ປະ​ມົງ ມີ​ບາງ​ຄຳ່​ຄືນກໍ​ສາ​ມາດ​ຫາແມງ​ກະ​ພຸນໄດ້​ກວ່າ 1000 ໂຕ, ຂາຍ​ໄດ້​ນັບ​ສິບ​ລ້ານ​ດົງ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ແມງ​ກະ​ພຸນ​ກາຍ​ເປັນ​ສິ່ງ​ທີ່ມີ​ລາ​ຄາ ຂະ​ນະ​ທີ່​ໄດ້​ຜ່ານ​ການ​ປຸງ​ແຕ່ງ. ຢູ່​ເກາະ​ໂກ​ໂຕ ແລະ ຕາ​ແສງ​ເກາະ ແທງ​ເລີນ, ຮາກ​ຖານ​ປຸງ​ແຕ່ງ ແມງ​ກະ​ພຸນ​ໄດ້​ຮັບ​ກາ​ນ​ສ້າງ​ຕັ້ງ​ຢ່າງຫຼວງຫຼາຍ ແລະ ເຄື່ອນ​ໄຫວ​ໃນ​ຕະຫຼອດ​ວັນ ແລະ ຄືນ​. ທ່ານ ຫງວຽນ​ຫວຽດ​ເງີ້ຍ ເຈົ້າ​ຂອງ​ຮາກ​ຖານ​ປຸງ​ແຕ່ງ ແມງ​ກະ​ພຸນ​ໃຫ້​ຮູ້​ວ່າ :

    “ ເມື່ອ​ໄດ້​ເກັບ​ຊື້ແມງ​ກະ​ພຸນ​ແລ້ວ, ກໍ​ນຳ​ເອົາ​ມາ​ຮາກ​ຖານ​ປຸງ​ແຕ່ງ ເພື່ອ​ໃຫ້​ກຳ​ມະ​ກອນ​ຈັດ​ແບ່ງ​ປະ​ເພດ. ທຳ​ອິດ​ແມ່ນ​ນຳ​ເຂົ້າ​ອ່າງ​ເຄື່ອງ​ຈັກ​ພົ້ນ​ສູນກາງປະ​ມານ 10 ຫາ 12 ຊົວ​ໂມງ ເພື່ອ​ທຳ​ຄວາມ​ສະ​ອາດ ແລະ ເຮັດ​ໃຫ້ ແມງ​ກະ​ພຸນ​ແຂງຂຶ້ນ. ແລ້ວ​ກໍ​ເອົາແຊ່​ນ້ຳ​ເກືອປະ​ມານ 2-3 ມື້, ບາງ​ເທື່ອ​ກໍ​ຮອດ​ເດືອນ​ເພື່ອມ​ໃຫ້ ແມງ​ກະ​ພຸນ​ຂາວ, ແຂງ ແລະ​ງາມ. ”

       ແມງ​ກະ​ພຸນສຳ​ເລັດ​ຮູບ​ຖືກ​ເອົາ​ໃສ່​ແກ​ສ ປະ​ມານ 9-12 ກີ​ໂລກ​ຣາມ, ຂາຍ​ດ້ວຍ​ລາ​ຄາ​ປະ​ມານ 1 ລ້ານ​ດົງ. ສະ​ເພາະ ແມງ​ກະ​ພຸນ​ແດງ ແມ່ນ​ຂາຍ​ໄດ້​ນັບ​ສິບ ລ້ານ​ດົງ. ປີ​ກາຍນີ້, ຮາກ​ຖານ​ຂອງ ທ່ານ ຫງວຽນ​ຫວຽດ​ເງີ້ຍຂາຍ ແມງ​ກະ​ພຸນ​ໄດ້​ກວ່າ 2 ໝື່ນ​ແກ​ສ ກໍ​ໄດ້​ກຳ​ໄລເກືອບ 1 ຕື້​ດົງ. ນາງ​ມາຍ​ທິ​ຖາວ ກຳ​ມະ​ກອນ​ຢູ່​ທ້ອງ​ຖິ່ນ​ເປີ​ດ​ເຜີຍ​ວ່າ :

    “ ລຳ​ບາກ​ໜ໊ອຍ​ໜຶ່ງ ແຕ່​ມີ​ລາຍ​ຮັບ​​ດີ, ປົກ​ກະ​ຕິ. ມີ​ບາງ​ເດືອນ​ລາຍ​ຮັບ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຂຶ້ນ​ເຖິງ​ກວ່າ​ສິບ​ລ້ານ​ດົງ ”

      ເມື່​ອ​ລະ​ດູ​ຫາ ແມງ​ກະ​ພຸນສິ້ນ​ສຸດ​ລົງ, ປະ​ຊາ​ຊົນ​ໃນ​ເກາະ​ກໍ​ຫັນ​ມາ​ເຮັດ​ອາ​ຊີບ​ທ່ອງ​ທ່ຽວ, ຈັບ​ຫາ​ປາ. ອາ​ຊີບ​ຫາແມງ​ກະ​ພຸນໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ໃນ​ເກາະ​ໂກ​ໂຕ​ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີຫຼາຍ​ຂຶ້ນ. ມີ​ໂຮງ​ແຮມ, ພັດ​ທະ​ຄານຫຼາຍ​ແຫ່ງ​ໄດ້​ຖືກ​ປຸກ​ສ້າງ. ທ່ານ​ດາວ​ວັນ​ວູ້ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ໂກ​ໂຕ ໃຫ້​ຮູ້​ວ່າ :

     “ ພວກ​ຂ້າ​ພະ​ເຈົ້າ​ຈັດ​ສັນ​ໃຫ້​ເຂດ​ຮາກ​ຖານ​ປຸງ​ແຕ່ງແມງ​ກະ​ພຸນຢູ່​ໄກ​ກັບ​ເຂດ​ຊຸມ​ຊົນ, ສະ​ຖານ​ທີ່​ທ່ອງ​ທ່ຽວ ເພື່ອ​ຮັບ​ປະ​ກັນ ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ສະ​ເໜີ​ໃຫ້​ບັນ​ດາຮາກ​ຖານ​ປຸງ​ແຕ່ງແມງ​ກະ​ພຸນ​ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຕ້ອງ​ມີ​ລະ​ບົບ​ບຳ​ບັດ​ນ້ຳ​ເສຍ​ເພື່ອ​ຮັກ​ສາ​ສິ່ງ​ແວດ​ລ້ອ​ມ ”

       ໃນ​ຍາວ​ນານ, ໂກ​ໂຕ​ຈະ​ພະ​ຍາ​ຍາມ​ນຳແມງ​ກະ​ພຸນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ, ເພື່ອ​ໃຫ້​ອາ​ຫານ​ພິ​ເສດນີ້ ກາຍ​ເປັນ​ຂອງ​ຂວັນ​ທີ່​ມີ​ຄວາ​ມ​ໝາຍ​ສຳ​ລັບ​ແຂກ​ທ່ອງທ່ຽວທັງ​ຢູ່​ໃຫ້ຫຼື​ໄກ​ເມື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ເກາະ​ໃນ​ແຕ່​ລະ​ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ