ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ່ອນຫຼັງຈາກໄພນ້ຳຖ້ວມ ຢູ່ບັນດາແຂວງເຂດພູດອຍທາງພາກເໜືອຫວຽດນາມ

(VOVWORLD) -ໃນຊຸມມື້ທີ່ຜ່ານມາ, ຢູ່ບາງແຂວງເຂດພູດອຍທາງພາກເໜືອຫວຽດນາມ ໄດ້ຮັບຜົນຮ້າຍຢ່າງໜັກໜ່ວງຈາກນ້ຳແກ່ງຖ້ວມ ແລະ ດິນເຊາະເຈື່ອນ, ອັນໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອີນຊີ ແລະ ຊັບສິນຂອງປະຊາຊົນ

ດ້ວຍຈິດໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນທົ່ວປະເທດ ໜູນຊ່ວຍພໍ່ແມ່ພີນ້ອງບັນດາແຂວງເຂດປະສົບກັບໄພນ້ຳຖ້ວມນັ້ນ, ບັນດາອົງການສຳນັກງານຈາກສູນກາງລົງຮອດທ້ອງຖິ່ນ ພ້ອມກັບປະຊາຊົນທົ່ວປະເທດ ໄດ້ປຸກລະດົມຂະບວນການຮ່ວມແຮງຮ່ວມໃຈ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບກັບໄພທຳມະຊາດ.  

ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ່ອນຫຼັງຈາກໄພນ້ຳຖ້ວມ ຢູ່ບັນດາແຂວງເຂດພູດອຍທາງພາກເໜືອຫວຽດນາມ - ảnh 1ບັນດາພະນັກງານເລ້ຍລາຍເງິນສະໜັບສະໜູນຜູ້ຮັບເຄາະຮ້າຍຈາກໄພນ້ຳຖ້ວມ 

            ເຫດຝົນຕົກໜັກ, ນ້ຳຖ້ວມທີ່ຫາກໍເກີດຂຶ້ນເມື່ອຕົ້ນເດືອນສິງຫາຢູ່ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອຊຶ່ງລວມມີ ອຽນບ້າຍ, ດ້ຽນບຽນ, ເຊີນລາ, ກາວບັງ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ, ເຮືອນຊານນັບຮ້ອຍຫຼັງຖືກນ້ຳຖ້ວມ, ເພພັງ, ເນື້ອທີ່ນາຫຼາຍແຮັກຕາຖືກເສຍຫາຍ, ລະບົບທາງຫຼວງ, ກິດຈະກຳຊົນລະປະທານຖືກເປເພຢ່າງໜັກ, ຄາດວ່າ ຍອດຄວາມເສຍຫາຍ  ໄດ້ຂຶ້ນເຖິງເກືອບ 1000 ຕື້ດົງ. ເພື່ອຫນູນຊ່ວຍປະຊາຊົນເຂດປະສົບໄພທຳມະຊາດ, ບັນດາພະນັກງານ, ລັດຖະກອນ, ກຳມະກອນບັນດາກະຊວງ, ຂະແໜງການຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ປຸກລະດົມການເລ້ຍລາຍເງິນສະໜັບສະໜູນພໍ່ແມ່ປະຊາຊົນເຂດປະສົບໄພທຳມະຊາດ. ຈຳນວນເງິນສະໜັບສະໜູນປະຊາຊົນຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອທີ່ເລ້ຍລາຍຈາກແຫຼ່ງເງິນຕ່າງໆໄດ້ຂຶ້ນເຖິງນັບຮ້ອຍຕື້ດົງ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ພ້ອມກັບຄະນະປະຕິບັດງານ ໄດ້ລົງກວດກາ, ຊີ້ນຳແກ້ໄຂຜົນຮ້າຍຢ່ອນຫຼັງຈາກໄພນ້ຳຖ້ວມຢູ່ທ້ອງຖິ່ນຕ່າງໆ, ພ້ອມທັງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ແບ່ງປັນຄວາມເຈັບປວດ, ຄວາມສູນເສຍຂອງບັນດາຄອບຄົວປະສົບເຄາະຮ້າຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ໃຫ້ຮູ້ວ່າ ລັດຖະບານໄດ້ໜູນຊ່ວຍ 10 ລ້ານດົງໃຫ້ແກ່ແຕ່ລະຄອບຄົວທີ່ມີຜູ້ເສຍຊີວິດ ແລະ ຫາຍສາບສູນ, 5 ລ້ານດົງໃຫ້ແກ່ຜູ້ຮັບບາດເຈັບ. ປະຈຸບັນ, ບັນດາທ້ອງຖິ່ນພວມຮີບຮ້ອນ ແກ້ໄຂຜົນຮ້າຍຢ່ອນຫຼັງຈາກໄພນ້ຳຖ້ວມ, ຊ່ວຍປະຊາຊົນສ້າງຊີວິດການເປັນຢູ່ເປັນປົກກະຕິ.

    ເຫດນ້ຳແກ່ງຖ້ວມທີ່ຮ້າຍແຮງໄດ້ເກີດຂຶ້ນຢູ່ເມືອງ ເມືອ່ງລາ, ແຂວງເຊີນລາ ໄດ້ເຮັດໃຫ້ນັບຮ້ອຍຄອບຄົວຕົກເຂົ້າສູ່ສະພາບນອນກາງດິນກິນກາງຊາຍ ຍ້ອນເຮືອນຊານ, ຊັບສິນທັງໝົດຂອງປະຊາຊົນຖືກນ້ຳມ້ວນໄປ. ພາຍຫຼັງໄພນ້ຳຖ້ວມ, ພ້ອມກັບການສຸມໃສ່ຊ່ວຍບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ, ແຂວງເຊີນລາໄດ້ຮີບຮ້ອນລົງໄປສຳຫຼວດຕົວຈິງ, ກຳນົດບັນດາສະຖານທີ່ຕັ້ງຖິ່ນຖານຄົງທີ່ຄືນໃໝ່, ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ປົກກະຕິ. ທ່ານ ຮວ່າງວັນເຈິດ ເລຂາພັກແຂວງໆເຊີນລາ ໃຫ້ຮູ້ວ່າ : 

    “ ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າສຸມໃສ່ການບູລະນະສ້ອມແປງລະບົບທາງຄົມມະນາຄົມ ແລະ ພື້ນຖານໂຄງລ່າງ. ປະຈຸບັນ, ເສັ້ນທາງໄດ້ທະລຸລົງຮອດໝູ່ບ້ານຕ່າງໆແລ້ວ, ແຕ່ຄວນເລັ່ງໃສ່ເປີດທາງໂດຍໄວ. ທີ 2 ແມ່ນຕ້ອງມອບໜ້າພຽງກໍ່ສ້າງເຮືອນໃຫ້ແກ່ບັນດາຄອບຄົວ, ຍູ້ໄວການຕັ້ງເຮືອນ ແລະ ປະກອບພາຫະນະໂດຍຈຳເປັນ ຄືຕຽງນອນ, ຜ້າຮົ່ມ, ໝອນ…ໃຫ້ແກ່ປະຊາຊົນ. ທີ 3 ແມ່ນຍູ້ແຮງການແບ່ງດິນທຳການຜະລິດເພື່ອໃຫ້ພໍ່ແມ່ປະຊາຊົນທຳການຜະລິດເປັນປົກກະຕິໃນສະເພາະໜ້າ ແລະ ຍາວນານ ”

     ສຳລັບ 53 ຄອບຄົວທີ່ມີເຮືອນຊານຖືກເພພັງ ແລະ ນ້ຳມ້ວນໄປຢູ່ເມືອງໝູ່ກັງຈາຍ, ແຂວງອຽນບ້າຍນັ້ນ, ໄດ້ຖືກອຳນາດການປົກຄອງຊັບຊ້ອນຢູ່ກັບບັນດາຄອບຄົວຍາດຕິພີນ້ອງ ແລະ ຢູ່ຫ້ອງການສຳນັກງານບາງແຫ່ງ. ທ່ານ ວູ້ຕ້ຽນດຶກ ປະທານຄະນະກຳມະການປະຊາຊົນເມືອງ ໝູ່ກັງຈາຍ, ແຂວງອຽນບາຍ ໃຫ້ຮູ້ວ່າ : (ເທບ) “ ປະຈຸບັນ, ເມືອງໄດ້ມີເຂດຕັ້ງຖິ່ນຖານຄົງທີ່ໃໝ່ຢູ່ຕາແສງນ້ຳກໍ, ທາງເມືອງໄດ້ໜູນຊ່ວຍສ່ວນໜຶ່ງຕາມການກຳນົດ, ນັ້ນແມ່ນຄອບຄົວລະ 20 ລ້ານດົງ, ແລ້ວກໍມອບໃຫ້ອ້າຍນ້ອງ, ຍາດພີນ້ອງ, ທະຫານລາດ ແລະ ຕຳຫຼວດຕາແສງຊ່ວຍເຫຼືອປະຊາຊົນປຸກເຮືອນ. ສຳລັບບັນດາຄອບຄົວທີ່ມີເຮືອນຖືກນ້ຳມ້ວຍໄປ ແລະ ເພພັງນັ້ນ, ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນຈະໜູນຊ່ວຍສ່ວນໜຶ່ງໃຫ້ແກ່ພໍ່ແມ່ປະຊາຊົນເພື່ອປຸກເຮືອນໃໝ່ ”

     ຍັງອີກເວລາພຽງກວ່າອາທິດ, ຢູ່ບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດຊາດ, ຈະເປີດສົກຮຽນໃໝ່ 2017 – 2018. ແຕ່ຜົນສະທ້ອນຈາກໄພນ້ຳຖ້ວມທີ່ຜ່ານມາ ບໍ່ແມ່ນໜ້ອຍສຳລັບສະພາບການຮ່ຳຮຽນ ແລະ ການກະກຽມເປີດສົກຮຽນໃໝ່ຢູ່ໂຮງຮຽນຕ່າງໆ. ທ່ານ ຫງວຽນຊີ້ກວນ, ຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງດ້ຽນບຽນ ເປີດເຜີຍວ່າ : 

    “ ໃນເວລາລໍ່ຖ້າ, ດ້ວຍຈິດໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພວກຂ້າພະເຈົ້າໄດ້ປຸກລະດົມຂະບວນການ ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນພາຍໃນຂະແໜງ, ໃນບໍລິເວນເພື່ອໜູນຊ່ວຍພວກນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ໂຮງຮຽນແຫ່ງນີ້ຊ່ວຍເຫຼືອໂຮງຮຽນແຫ່ງອື່ນ, ບັນດາອົງການ, ສ່ວນບຸກຄົນຜູ້ໃຈບຸນໃຈກຸສົນ ກໍໄດ້ໃຫ້ການຊ່ວຍເຫຼືອເພື່ອເປີດສົກຮຽນໃໝ່ເປັນປົກກະຕິ”

       ດ້ວຍການຮ່ວມແຮງຮ່ວມໃຈຂອງພໍ່ແມ່ປະຊາຊົນໃນທົ່ວປະເທດ, ເຮືອນໃໝ່ ຫຼັງຕ່າງໆໄດ້ຮັບການປຸກສ້າງຢູ່ເຂດປະສົບໄພນ້ຳຖ້ວມຫວ່າງແລ້ວນີ້, ບັນດາເສັນທາງຕາແສງຕໍ່ຕາແສງ, ເມືອງຕໍ່ເມືອງພວມໄດ້ຮັບການບູລະນະສ້ອມແປງຢ່າງຮີບດ່ວນ. ຈິດໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງວົງຄະນະຍາດໄດ້ຕໍ່ພະລັງແຮງເພື່ອໃຫ້ປະຊາຊົນ ເຂດປະສົບໄພນ້ຳຖ້ວມຜ່ານຜ່າຄວາມຫຍຸ້ງຍາກ, ນຳການດຳລົງຊີວິດກັບຄືນສູ່ປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ