(VOVWORLD) -ວັນນະຄະດີພາສາສາດ ແມ່ນວິຊານຳຄວາມຮູ້ມາໃຫ້ນັກຮຽນຢ່າງຫຼວງຫຼາຍ, ຊ່ວຍລໍ່ລ້ຽງຈິດວິນຍານ. ເພື່ອສ້າງອາລົມໃຫ້ແກ່ນັກຮຽນສຳລັບວິຊາຮຽນນີ້, ໂຮງຮຽນຫຼາຍແຫ່ງຢູ່ທ້ອງຖິ່ນໄດ້ຜັນຂະຫຍາຍວິທີສອນບັນດາບົດປະພັນວັນນະຄະດີຜ່ານເວທີສະແດງ ເພື່ອນຳບົດຮຽນຕົວຈິງມາໃຫ້ນັກຮຽນ, ສ້າງແຫຼ່ງອາລົມໃນການຮ່ຳຮຽນ ແລະ ເສີມຂະຫຍາຍຄວາມສາມາດ, ຫົວຄິດປະດິດສ້າງຂອງນັກຮຽນ
ຮຽນວັນນະຄະດີຜ່ານເວທີສະແດງ |
ເມື່ອທຽບໃສ່ວັນນະຄະດີຂຽນ, ວັນນະຄະດີພື້ນເມືອງຍາມໃດກໍ່ຖືກທຳການສະແດງ ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ໃນບັນດາສະພາບແວດລ້ອມແຫ່ງການດຳເນີນຊີວິດພື້ນເມືອງຕ່າງໆ. ເພື່ອເຮັດບັນດາບົດປະພັນວັນນະຄະດີພື້ນເມືອງມີຊີວິດ ໃນສະພາບແວດລ້ອມເວທີສະແດງນັ້ນ, ຮູບການເວທີສະແດງພື້ນເມືອງ ແມ່ນການເຄື່ອນໄຫວຕົວຈິງທີ່ມີຜົນປະໂຫຍດ, ພ້ອມກັນນັ້ນກໍ່ຜ່ານຮູບການນີ້, ໄດ້ຊ່ວຍນັກຮຽນເສີມຂະຫຍາຍຄວາມສາມາດປະດິດຄິດສ້າງຂອງຕົນ ຜ່ານເລື່ອງພວກນ້ອງເລືອກ ເອົາບັນດາບົດປະພັນ, ແຕ່ງບົດລະຄອນດ້ວຍຕົວເອງ, ອອກແບບເວທີສະແດງດ້ວຍຕົນເອງທີ່ແທດເໝາະກັບພາບພົດ ຂອງບົດປະພັນວັນນະຄະດີພື້ນເມືອງເມື່ອກ່ອນນີ້.
ແຕ່ປີ 2002, ບັນດາຄູອາຈານພາກວິຊາວັນນະຄະດີ ໃນໂຮງຮຽນມັດທະຍົມຕອນປາຍ ລົງເລິກວິຊາພາສາຕ່າງປະເທດສັງກັດມະຫສວິທະຍາໄລພາສາຕ່າງປະເທດ-ມະຫາວິທະຍາໄລ ຮ່າໂນ້ຍ ໄດ້ຜັນຂະຫຍາຍວິທີການສອນວັນນະຄະດີມຸ່ງໄປສູ່ຜູ່ຮຽນ, ຖືເອົາຜູ້ຮຽນເປັນໃຈກາງ, ຊ່ວຍໃຫ້ຜູ້ຮຽນໄດ້ຜ່ານຕົວຈິງກ່ຽວກັບຕົວລະຄອນໃນບົດປະພັນວັນນະຄະດີ ດ້ວຍການສວມບົດຂອງຕົນ. ໃນບັນດາຊົ່ວໂມງຮຽນ, ພວກນ້ອງໄດ້ອ່ານບົດປະພັນວັນນະຄະດີ, ຊອກຄວາມເຂົ້າໃຈແລ້ວກໍ່ຂຽນເປັນບົດນິພົນ ແລະ ສະແດງເປັນບົດລະຄອນ, ຫຼັງຈາກນັ້ນກໍ່ຈັດຕັ້ງກອງປະຊຸມສຳມະນາ, ຫຼື ຈັດຕັ້ງເປັນບັນດາເຫດການ, ການລະຫຼິ້ນວັດທະນະນຳວິທະຍາດ ທີ່ມີລັກສະນະສິລະປະກຳ. ນີ້ແມ່ນວິທີຊ່ວຍໃຫ້ນັກຮຽນສຳພັດກັບວິຊາຮຽນຢ່າງເປັນເຈົ້າການ, ທັງເປັນການຝຶກຝົນຫຼໍ່ຫຼອມທາງດ້ານທັກສະ ເຮັດວຽກເປັນກຸ່ມ, ທັກສະສ້າງຫົວເລື່ອງ, ເສີມຂະຫຍາຍຄວາມສາມາດຮຽນດ້ວຍຕົນເອງ. ວິທີຮຽນນີ້ຍາມໃດກໍ່ໄດ້ຮັບຄວາມເຫັນດີ ເຂົ້າຮ່ວມຈາກພວກນ້ອງນັກຮຽນ ລົງເລິກວິຊາພາສາຕ່າງປະເທດຢ່າງສຸດໃຈ.
“ຫ້ອງຮຽນຂອງນ້ອງແຕ່ງບົດປະພັນ ດາມຊັນ ດ້ວຍຫົວເລື່ອງ: ດາມຊັນແຫ່ງເທບນີຍາຍ ເຊິ່ງສະແດງໃຫ້ເຫັນຄວາມຄາດຫວັງຢາກພິດຊິດທຳມະຊາດຂອງຊາວເຜົ່າເອເດ. ນີ້ແມ່ນລາຍລະອຽດທີ່ດີທີ່ມ່ວນ ແລະ ມີຄວາມໝາຍທາງດ້ານຈິດໃຈສຳລັບມະນຸດ”.
“ຫ້ອງຮຽນຂອງນ້ອງ ປະຕິບັດການສະແດງບົດລະຄອນ: ຄ່ຳຄືນແຫ່ງຄວາມຮັກຍາມລະດູບານໃໝ່ ເຊິ່ງໄດ້ຄັດຈາກບົດປະພັນສອງຜົວເມຍ ອາຝູ. ພວກນ້ອງກໍ່ພໍໃຈທີ່ສຸດ ໃນການສະແດງຕອນເຂົ້າຮ່ວມງານບຸນຂອງບັນດາຄູ່ບ່າວສາວຊາວຊົນເຜົ່າ. ມີການຟ້ອນຄູ່, ແລະ ການລະຫຼິ້ນພື້ນເມືອງຕ່າງໆ”.
ບົດປະພັນວັນນະຄະດີແຕ່ລະບົດທີ່ຖືກສະແດງຜ່ານເວທີນັ້ນ, ພວກນ້ອງນັກຮຽນ ໄດ້ເລືອກເຟັ້ນບັນດາບົດປະພັນວັນນະຄະດີທີ່ໂດດເດັ່ນ, ຄັດສະເໜີບັນດາຕອນທີ່ມີຄວາມໝາຍສຶກສາອົບຮົມອັນໃຫຍ່ຫຼວງ, ເຊິ່ງໄດ້ດຶງດູດຄວາມສົນໃຈບໍ່ພຽງແຕ່ຈາກບັນດາເພື່ອນນັກຮຽນເທົ່ານັ້ນ, ຫາກຍັງດຶງດູດໃຈບັນດາຄູອາຈານ ດ້ວຍວິທີສະແດງທີ່ມີຊີວິດຊີວາ. ປັດຈຸບັນວິທີສອນ ແລະ ຮຽນໃໝ່ນີ້ພວມໄດ້ຮັບການປະຕິບັດຢູ່ໃນໂຮງຮຽນຫຼາຍແຫ່ງ ຈາກຊັ້ນມັດທະຍົມຕອນຕົ້ນຕະຫຼອດຮອດ ໂຮງຮຽນມັດທະຍົມຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ. ດ້ວຍວິທີຮຽນນີ້, ພວກນ້ອງນັກຮຽນບໍ່ພຽງແຕ່ເຂົ້າໃຈ ກ່ຽວກັບບົດປະພັນວັນນະຄະດີເທົ່ານັ້ນ ຫາກຍັງແນະນຳບົດປະພັນໃຫ້ແກ່ທຸກໆຄົນ ດ້ວຍຮູບການທີ່ດູດດື່ມ ແລະ ມີປະສິດທິຜົນ, ພ້ອມກັນນັ້ນກໍ່ຊ່ວຍໃຫ້ພວກນ້ອງນັກຮຽນ ເພີ່ມຄວາມຊົມຊອບວັນນະຄະດີ, ສິລະປະ, ລັກສະນະຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ, ພ້ອມທັງເສີມຂະຫຍາຍພອນສະຫວັນໃນການຟ້ອນ, ຂັບຮ້ອງ, ການສະແດງ ແລະ ບັນດາການເຄື່ອນໄຫວລວມໝູ່ຂອງພວກນ້ອງນັກຮຽນ. ທ່ານ ຫງວຽນແອັງຈຸງ ຫົວໜ້າຄະນະອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ຟານງອັກຫ໋ຽນ ໃນແຂວງ ກ່າເມົາ ຖືວ່າ:
“ດ້ວຍວິທີປະສານບັນດາບົດປະພັນວັນນະຄະດີເຂົ້າໃນເວທີສະແດງ, ກໍ່ສາມາດວາດພາບເຖິງບັນຍາກາດຕົວຈິງຢູ່ຫວຽດນາມໃນຊ່ວງເວລາກ່ອນນີ້ ຜ່ານແຕ່ລະບົດລະຄອນທີ່ພວກນ້ອງໄດ້ເລືອກເຟັ້ນ. ໂດຍຜ່ານແຕ່ລະບົດລະຄອນນັ້ນ, ຈະນຳສານທີ່ມີຄວາມໝາຍເຖິງພວກນ້ອງນັກຮຽນທັງຫຼາຍ, ຜ່ານນັ້ນກໍ່ເປັນການໂຄສະນາກ່ຽວກັບບັນດາບົດຮຽນທີ່ດີ ໃນການດຳລົງຊີວິດ”.
ຍ້ອນມີການເຄື່ອນໄຫວ ສອນບັນດາບົດປະພັນວັນນະຄະດີຜ່ານເວທີສະແດງ, ພວກນ້ອງນັກຮຽນຄ່ອຍໆມີຄວາມຊົມຊອບວັນນະຄະດີ. ຜ່ານນັ້ນກໍ່ຊ່ວຍນັກຮຽນເພີ່ມລະດັບຄວາມຮູ້, ພິເສດແມ່ນຄຸນລັກສະນະຂອງຕົວລະຄອນ ໃນບັນດາບົດປະພັນທີ່ພວກນ້ອງໄດ້ກຳແໜ້ນ.
“ການສອນວິຊາວັນນະຄະດີພາສາສາດຜ່ານເວທີສະແດງ ນ້ອງຮູ້ສຶກວ່າມ່ວນຫຼາຍ ເພາະໄດ້ຊ່ວຍວິຊາຮຽນມີຊີວິດຊີວາ ແລະ ເຮັດໃຫ້ນັກຮຽນນັກຮູ້ສຶກມັກການຮ່ຳຮຽນ”.
ຍ້ອນບັນດາການເຄື່ອນໄຫວຕົວຈິງ, ມີຫົວຄິດປະດິດສ້າງ, ພິເສດແມ່ນການສອນບົດປະພັນວັນນະຄະດີຜ່ານເວທີສະແດງ, ວິຊາວັນນະຄະດີພາສາສາດໄດ້ກາຍເປັນວິຊາທີ່ດູດດື່ມ ແລະ ໃກ້ຊິດຕິດແທດກັບພວກນ້ອງນັກຮຽນຫຼາຍກວ່າ. ນັ້ນແມ່ນຜົນງານທີ່ກຳເນີດມາຈາກຄວາມມານະພະຍາຍາມ ແລະ ຄວາມສຸມຈິດສຸມຂອງບັນດາຄູອາຈານ ໃນພາກວິຊາວັນນະຄະດີພາສາສາດ ຂອງບັນດາໂຮງຮຽນໃນປັດຈຸບັນ.