ເປີດກ້ວາງໂອກາດສ້າງວຽກເຮັດງານທຳໃຫ້ຄົນພິການ

(VOVWORLD) -    ປີ 2010, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄົນພິການ ແລະ ຖືເອົາວັນທີ 18 ເມສາໃນແຕ່ລະປີແມ່ນວັນຄົນພິການຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ທົ່ວທັງສັງຄົມ ສະແດງຄວາມຕັດສິນໃຈແບ່ງປັນ, ຮ່ວມເດີນທາງ ແລະ ໜູນຊ່ວຍ ຄົນພິການໃນຊີວິດ, ພິເສດແມ່ນການຍົກສູງການບຳລຸງສ້າງ, ສອນວິຊາຊີບ, ໃຫ້ຄຳປຶກສາໃນການຄັດເລືອກແຮງງານ, ຊ່ວຍ ຄົນພິການບືນຕົວຂຶ້ນເຊື່ອມຕົວເຂົ້າກັບສັງຄົມ
 ເປີດກ້ວາງໂອກາດສ້າງວຽກເຮັດງານທຳໃຫ້ຄົນພິການ  - ảnh 1ເປີດກ້ວາງໂອກາດສ້າງວຽກເຮັດງານທຳໃຫ້ຄົນພິການ 

ປັດຈຸບັນ ຫວຽດນາມ ມີຄົນພິການປະມານ 7 ລ້ານຄົນ ກວມເອົາປະມານ 7% ຈຳນວນປະຊາກອນ. ໃນຫຼາຍທົດສະວັດທີ່ຜ່ານມາ, ລັດຫວຽດນາມຢາມໃດກໍ່ເອົາໃຈໃສ່ບຸລິມະສິດແກ່ແຫຼ່ງກຳລັງ ແລະ ປະຕິບັດຫຼາຍແຜນນະໂຍບາຍຊ່ວຍເຫຼືອສັງຄົມ, ຮັບບັນດາສິດທິຄົນພິການ ແລະ ຊຸກຍູ້ການເຂົ້າຮ່ວມຂອງຄົນພິການເຂົ້າໃນຊີວິດສັງຄົມ. ໂດຍປະຕິບັດນະໂຍບາຍເບິ່ງແຍ່ງດູແລຄົນພິການ, ມາຮອດປັດຈຸບັນ ທົ່ວປະເທດມີກ່ວາ 2.400.000 ຄົນ ໄດ້ຮັບການອຸດໜູນສັງຄົມ ໃນນັ້ນມີຄົນພິການປະເພດໜັກ 500.000 ຄົນ ດ້ວຍຄ່າໃຊ້ຈ່າຍກວ່າ 7000 ຕື້ດົງ. ພ້ອມກັບບັນດາການເຄື່ອນໄຫວໜູນຊ່ວຍສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ຄົນພິການ, ລະບົບນະໂຍບາຍກົນໄກສອນວິຊາຊີບສ້າງວຽກເຮັດງານທຳແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນ, ປະກອບສ່ວນຊ່ວຍໃຫ້ຄົນພິການສາມາດປົວແປງການດຳລົງຊີວິດ ແລະ ເຊື່ອມຕົວເຂົ້າກັບສັງຄົມ. ໃນຊຸມປີມໍ່ໆມານີ້ ລັດຫວຽດນາມໄດ້ມີນະໂຍບາຍໃຫ້ບຸລິມະສິດແກ່ການຮຽນວິຊາຊີບ, ສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ, ທ່ານນາງ ຫງວຽນທິລານແອງ, ຜູ້ອຳນວຍການສູນພັດທະນາເພື່ອວົງຄະນະຍາດໃຫ້ຂໍ້ສັງເກດວ່າ :

    “ ທີ 1 ແມ່ນຍັງມີບັນດາຫົວໜ່ວຍບຳລຸງສ້າງວິຊາຊີບ ຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການຂອງ ຄົນພິການເທື່ອ. ມີບ່ອນບຳລຸງສ້າງວິຊາຊີບຕ່າງໆຢູ່ທ້ອງຖິ່ນ, ແຕ່ອາຊີບເຫຼົ່ານັ້ນ ບໍ່ແທດເໝາະ. ເຂົາເຈົ້າຮຽນວິຊາຊີບ ແຕ່ບໍ່ສາມາດເຮັດວຽກຢູ່ທ້ອງຖິ່ນໄດ້. ອີກບັນຫາໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ, ນັ້ນແມ່ນການໄປມາ ຮອດສະຖານທີ່ບຳລຸງສ້າງຂອງຄົນພິການ ຍ້ອນທາງຄົມມະນາຄົມ, ຍານພາຫະນະໄປມາຍັງຖືກຈຳກັດຢູ່. ນີ້ກໍແມ່ນສິ່ງກີດຂວາງສຳລັບ ຄົນພິການ   ” 

         ດ້ານອື່ນ, ດ້ວຍບັນດາຂໍ້ຄວາມຈຳກັດທາງດ້ານສຸຂະພາບ, ກາລະໂອກາດຮຽນວິຊາຊີບ, ການມີວຽກເຮັດງານທຳທີ່ແທດເໝາະໃຫ້ແກ່ຄົນພິການ, ນັບແຕ່ກ່ອນເປັນຕົ້ນມາຍາມໃດກໍ່ເປັນສີ່ງກີດຂວາງ. ມີຫຼາຍວຽກງານບໍ່ພຽງແຕ່ຕ້ອງການສຸຂະພາບເທົ່ານັ້ນ ຫາກຍັງຕ້ອງການລະດັບຄວາມຮູ້ ແລະ ທັກສະ ອີກດ້ວຍ ໃນນັ້ນຄົນພິການສ່ວນຫຼາຍຍັງບໍ່ທັນຜ່ານການບຳລຸງສ້າງ, ດັ່ງນັ້ນ ການຊອກຫາວຽກເຮັດງານທຳໃຫ້ແກ່ຄົນພິການແມ່ນບັນຫາບໍ່ງ່າຍດາຍແຕ່ຢ່າງໃດ. ທ່ານ ນາງ ຫງວຽນ ທິ ຊວຽນ ແມ່ຍິງຄົນພິການພວມຮຽນວິຊາຊີບຢູ່ຮ່າໂນ້ຍແບ່ງປັນວ່າ:

      “ ກ່ອນນີ້, ຂ້າພະເຈົ້າໄດ້ຮຽນຖັກແສ່ວແລ້ວ. ພາຍຫຼັງຮຽນຈົບ, ຂ້າພະເຈົ້າກໍໄດ້ໄປຂໍເຂົ້າເຮັດວຽກຢູ່ຮາກຖານບາງແຫ່ງ, ແຕ່ເຂົາເຈົ້າ ກໍບໍ່ຕ້ອງການແຮງງານ, ຍ້ອນອາຊີບຖັກແສ່ວ ບໍ່ຕ້ອງການແຮງງານຫຼາຍ. ເຂົາເຈົ້າກໍບອກວ່າ ເຮົາບໍ່ມີສຸຂະພາບພຽງພໍ ດັ່ງນັ້ນ  ພວກເຂົາປະຕິເສດ. ເພາະວ່າ ໄປຂໍເຮັດວຽກບໍ່ໄດ້ , ດັ່ງນັ້ນ ຂ້າພະເຈົ້າຈຶ່ງຕັດສິນຮຽນວິຊາຊີບຕັດຫຍິບນີ້” 

       ທ່ານ ນາງ ຫງວຽນ ທິ ລານ ແອງ ຜູ້ອຳນວຍການສູນພັດທະນາເພື່ອວົງຄະນາຍາດຖືວ່າ ການແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນພິການໃນປັດຈຸບັນແມ່ນຕ້ອງມີບັນດານະໂຍບາຍຕື່ມອີກ ພ້ອມທັງສົມທົບກັບບັນດາວິທີການແກ້ໄຂຢ່າງຄົບຊຸດ.  ທ່ານ ນາງ ຫງວຽນ ທິ ລານ ແອງ ໃຫ້ຮູ້ວ່າ:

          “ ຄວນກວດກາ ແລະ ສ້າງບັນດານະໂຍບາຍໃຫ້ສົມບູນແບບເພື່ອສອດຄ່ອງກັບເປົ້າໝາຍແຮງງານຄົນພິການ. ທີ 2 ແມ່ນ ຕ້ອງປະຕິບັດນະໂຍບາຍຈາກຂອດສ້າງນະໂຍບາຍ ແລະ ບັນດາສິດຜົນປະໂຫຍດຂອງຜູ້ໄດ້ຮັບຈາກນະໂຍບາຍຢ່າງເຂັ້ມງວດ. ດ້ານອື່ນ ບັນດາວິສາຫະກິດກໍຕ້ອງເປີດອົກເປີດໃຈກ່ວາ, ຖືນີ້ແມ່ນໂອກາດເພື່ອເປີດສູ່ຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ. ອີກດ້ານໜຶ່ງ, ຄົນພິການ ກໍຄວນຊອກຫາໂອກາດໃຫ້ແກ່ຕົນເອງ, ຖ້າຫາກປະສົບກັບຄວາມຫຍຸ້ງຍາກ ກໍບໍ່ຄວນທໍ້ຖອຍໃຈ, ຕ້ອງຜ່ານຜ່າ ”

     ເພື່ອຫຼີກລ້ຽງການສິ້ນເປືອງທາງດ້ານແຫຼ່ງແຮງງານ, ຄົນພິການຍັງມີຄວາມສາມາດອອກແຮງງານຢ່າງພຽງພໍ, ພ້ອມກັບບັນດານະໂຍບາຍ   ຊ່ວຍເຫຼືອສັງຄົມ ກໍ່ຍັງຕ້ອງການມີບັນດາວິທີການແກ້ໄຂເພື່ອສົ່ງເສີມ ສ້າງສະພາບແວດລ້ອມການອອກແຮງງານທີ່ສະດວກ ເພື່ອໃຫ້ຄົນພິການມີວຽກເຮັດງານທຳທີ່ເໝາະສົມ. ດ້ານອື່ນກໍ່ຄວນຍູ້ແຮງວຽກງານໂຄສະນາໃນວົງຄະນາຍາດເພື່ອຮັບຮູ້ຈະແຈ້ງກ່ຽວກັບຄົນພິການ, ພ້ອມກັນນັ້ນກໍ່ຄວນຍູ້ແຮງການໃຫ້ຄຳປຶກສາໃຫ້ແກ່ຄົນພິການ ແລະ ຖ່າຍທອດຄວາມຮູ້, ສອນວິຊາຊີບທີ່ຈຳເປັນເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ, ຕະຫຼາດ, ຮັບປະກັນໃຫ້ເຂົາເຈົ້າມີຄວາມໝັ້ນໃຈປະກອບອາຊີບ ທັງນີ້ກໍ່ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາຂອງຕົນໃຫ້ແກ່ການພັດທະນາຂອງສັງຄົມ. 

ຕອບກັບ

ຂ່າວ/ບົດ​ອື່ນ