(VOVWORLD) -ປະຈຸບັນ, ຮ່າໂນ້ຍ ມີພື້ນທີ່ປະດິດຄິດສ້າງນັບຮ້ອຍແຫ່ງ ແລະ ພື້ນທີ່ວັດທະນະທຳ, ສິລະປະນັບສິບແຫ່ງ. ເພື່ອໃຫ້ບັນດາພື້ນທີ່ປະດິດຄິດສ້າງນີ້ເສີມຂະຫຍາຍທີ່ຕັ້ງ ແລະ ບົດບາດໃນຊີວິດສັງຄົມ, ພ້ອມກັນນັ້ນ ກໍກາຍເປັນ “ສູນບຳລຸງ” ໃຫ້ພື້ນທີ່ປະດິດຄິດສ້າງ ແລະ ດຶງດູດໄວໜຸ່ມ, ຮ່າໂນ້ຍ ຕ້ອງມີການລົງທຶນ ແລະ ມີຄວາມເອົາໃຈໃສ່ກວ່າອີກໃນໄລຍະຈະມາເຖິງ.
ກຸ່ມຄົ້ນຄ້ວາກ່ຽວກັບພື້ນທີ່ປະດິດຄິດສ້າງ. ພາບ:VOV |
ພື້ນທີ່ປະດິດຄິດສ້າງ ແມ່ນສະຖານທີ່ຫນຶ່ງ, ອາດຈະແມ່ນພື້ນທີ່ຕົວຈິງຫລືທາງໄກ ທີ່ນໍາເອົາຜູ້ທີ່ມີຄວາມປະດິດຄິດສ້າງມາຫາກັນ. ເປັນບ່ອນເຕົ້າໂຮມ, ແບ່ງປັນ ແລະ ຫນູນຊ່ວຍການເຄື່ອນໄຫວເຊື່ອມຕໍ່ພັດທະນາທຸລະກິດ ແລະ ດຶງດູດປະຊາຄົມໃນຂົງເຂດການປະດິດຄິດສ້າງ, ວັດທະນະທໍາແລະ ເຕັກໂນໂລຊີ. ບັນດາພື້ນທີ່ປະດິດຄິດສ້າງ ຄື: DocLab, Manzi, Heritage Space, Wow Hanoi… ພວມສ້າງແຮງບັນດານໃຈໃຫ້ການເຄື່ອນໄຫວປະດິດຄິດສ້າງ, ການລະຫລິ້ນຂອງບັນດານັກສິລະປິນ, ໄວໜຸ່ມ.
ຢູ່ຮ່າໂນ້ຍ, ບັນດາ ພື້ນທີ່ປະດິດຄິດສ້າງ ພວມຄ່ອຍໆຫັນປ່ຽນຈາກເຂດກວ້າງໃຫຍ່ຄືເຂດ Zone 9 ໄປເປັນເຂດນ້ອຍພຽງ 2-3 ຕາແມັດ, ດ້ວຍຈຳນວນຫຼາຍ, ປະກົດຕົວຢູ່ທົ່ວທຸກແຫ່ງ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງໄວໜຸ່ມ, ສ້າງເອກະລັກສະເພາະຂອງຮ່າໂນ້ຍ.
ພວກເຮົາຈົ່ງພ້ອມກັນຟັງແນວຄວາມຄິດຈາກຜູ້ກໍ່ຕັ້ງພື້ນທີ່ປະດິດຄິດສ້າງ:
“ຢູ່ພື້ນທີ່ປະດິດຄິດສ້າງ ເຂົາເຈົ້າຕ້ອງສ້າງໄດ້ສິ່ງທີ່ໃຫມ່ ແລະ ດີໃຫ້ແກ່ສັງຄົມ ແລະ ວົງຄະນາຍາດ”.
“ພື້ນທີ່ປະດິດຄິດສ້າງ ຍາມໃດກໍ່ຈະໄດ້ປ່ຽນແປງ, ເປີດກວ້າງ ມັນຈະພັດທະນາພ້ອມກັບໂຄງປະກອບພື້ນຖານເສດຖະກິດກໍ່ຄືຄວາມຮັບຮູ້ຂອງສັງຄົມ”.
ພື້ນທີ່ປະດິດຄິດສ້າງພວມສ້າງສີສັນ, ຄວາມເປັນຫນ້າສົນໃຈຂອງຕົວເມືອງ, ສ້າງແຮງບັນດານໃຈປະດິດຄິດສ້າງ ແລະ ການຟື້ນຟູຕົວເມືອງ. ສະນັ້ນ, ຕ້ອງມີນະໂຍບາຍເພື່ອສົ່ງເສີມ ແລະ ດຶງດູດໂຄງການໄວໜຸ່ມເປັນຈຳນວນຫຼວງຫຼາຍ ເພື່ອແນໃສ່ຫັນບັນດາຂົງເຂດວັດທະນະທຳ ຂອງ ນະຄອນຫຼວງ ດ້ວຍວິທີເຂົ້າເຖິງທີ່ເປັນເອກະລັກສະເພາະຄື: ກຸ່ມງານວາງສະແດງ, ດົນຕີ, ງານຕະຫລາດນັດ ຫຼື ພື້ນທີ່ປະດິດຄິດສ້າງ Complex 01 ຢູ່ຕາແສງ ກວາງຈູງ, ເມືອງ ດົ່ງດາ, ຮ່າໂນ້ຍ.
ຮ່າໂນ້ຍ ກໍ່ຕ້ອງສ້າງກອງທຶນໜູນຊ່ວຍດ້ານຫົວຄິດປະດິດສ້າງ, ການລົງທຶນຄວາມສ່ຽງຂອງບັນດານັກລົງທຶນເອກະຊົນ, ກອງທຶນລົງທຶນຄວາມສ່ຽງຕ່າງປະເທດ, ບັນດາວິສາຫະກິດຈະຮ່ວມມືກັບອຳນາດການປົກຄອງພັດທະນາພື້ນທີ່ປະດິດຄິດສ້າງ, ຫັນນະຄອນຫລວງເປັນນະຄອນແຫ່ງການລະຫລິ້ນມ່ວນຊື່ນ ດ້ວຍຮູບແບບສິລະປະທີ່ເປັນເອກະລັກສະເພາະ. ທ່ານນາງຮອງສາດສະດາຈານ, ດຣ. ຫງວຽນທູເຟືອງ, ຫົວຫນ້າສະຖາບັນວັດທະນະທຳສິລະປະ ເນັ້ນຫນັກວ່າ:
“ມາຮອດປັດຈຸບັນ, ບັນດາພື້ນທີ່ປະດິດຄິດສ້າງໄດ້ຮັບການຍອມຮັບ. ນັ້ນເປັນພື້ນຖານຂອງການພັດທະນາ ແຕ່ພັດທະນາຄືແນວໃດຕ້ອງມີການເອົາໃຈໃສ່ຕື່ມອີກ. ຕາມຄວາມຄິດເຫັນຂອງຂ້າພະເຈົ້າ, ໃນໄລຍະຈະມາເຖິງ, ຕ້ອງມີບັນດານະໂຍບາຍລະອຽດກ່ຽວກັບການຮ່ວມມືພາກລັດ - ເອກະຊົນ ໃນການໜູນຊ່ວຍບັນດາພື້ນທີ່ປະດິດຄິດສ້າງ, ພິເສດແມ່ນບັນດາພື້ນທີ່ປະດິດຄິດສ້າງຂະໜາດນ້ອຍ ແລະ ກາງ, ສືບຕາມເປົ້າໝາຍບໍ່ຫວັງຜົນກຳໄລ”.
ການກໍ່ສ້າງບັນດາກຸ່ມປະດິດຄິດສ້າງ, ຕົວເມືອງອັດສະລິຍະພວມກາຍເປັນທ່າອ່ຽງທີ່ຫຼາຍປະເທດກໍາລັງປະຕິບັດ. ຕົວຢ່າງເຊັ່ນ Hollywood ແລະ Silicon Valley ໂດຍມີຫລາຍປະເທດນໍາເອົາໝູນໃຊ້ຕາມວິທີສະເພາະຂອງຕົນເອງ. ມີອີກຕົວຢ່າງຫນຶ່ງທີ່ໜ້າສົນໃຈນັ້ນແມ່ນ ນະຄອນ Bristol (ລາຊະອານາຈັກອັງກິດ), ນັກການເມືອງ George Ferguson, ໄດ້ຊື້ໂຮງງານຢາສູບທີ່ຖືກປະຖິ້ມໄວ້ ແລະ ສົ່ງເສີມໃຫ້ນັກສິລະປິນຫັນເຂດດິນທີ່ຖືກປະຖິ້ມນີ້ໃຫ້ເປັນສະຖານທີ່ສິລະປະ.
ພາຍໃຕ້ຝາມືຂອງນັກສິລະປິນ, ສະຖານທີ່ແຫ່ງນີ້ໄດ້ມີພະລັງຊີວິດໃໝ່ດ້ວຍຫລາຍໆລາຍການສະແດງສິລະປະ ຫຼື ການບໍລິການອື່ນໆໄດ້ເປີດອອກຕາມລຳດັບ. ຮູບແບບດັ່ງກ່າວສາມາດເຮັດໄດ້ຢູ່ຫວຽດນາມ, ພິເສດແມ່ນຢູ່ ນະຄອນຫຼວງ ຮ່າໂນ້ຍ. ທ່ານນາງ ປອ ຟ້າມກີ່ງເຮືອງ, ສະມາຊິກຂອງກຸ່ມຄົ້ນຄ້ວາ TRYSPACES ກ່ຽວກັບພື້ນທີ່ປະດິດຄິດສ້າງ ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ:
“ພວກເຮົາຮູ້ນຳກັນວ່າ ຮ່າໂນ້ຍ ມີຮາກຖານອຸດສາຫະກຳເກົ່າແກ່ຫລາຍແຫ່ງ ປະຈຸບັນໄດ້ຍົກຍ້າຍໄປອອກຈາກນະຄອນແລ້ວ. ນັ້ນແມ່ນບັນດາພື້ນທີ່ໃຫຍ່ ແລະ ມີບາງພື້ນທີ່ຄືດັ່ງມໍລະດົກທາງສະຖາປັດຕະຍະກໍາ, ມັນງາມຫລາຍ. ເຖິງຢ່າງໃດກໍຕາມ, ພວກເຮົາຈະນຳໃຊ້ພື້ນທີ່ນັ້ນຄືແນວໃດ ນັ້ນແມ່ນສິ່ງຕ້ອງປຶກສາຫາລື ແລະ ຈະເສຍເວລາກຳລັງເຫື່ອແຮງຫລາຍເພື່ອກໍ່ສ້າງມັນໃຫ້ເປັນພື້ນທີ່ເປັນປະໂຫຍດ”.
ປີ 2019, ຮ່າໂນ້ຍ ໄດ້ເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງ ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໃນຂົງເຂດການອອກແບບ ຢ່າງເປັນທາງການ. ເລື່ອງສືບຕໍ່ລົງທຶນເພື່ອໃຫ້ຮ່າໂນ້ຍ ກາຍເປັນ “ສູນບຳລຸງ" ຂອງພື້ນທີ່ປະດິດຄິດສ້າງ ນັ້ນແມ່ນເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາຂອງ ຮ່າໂນ້ຍ ທີ່ມີຕໍ່ UNESCO ຢ່າງມີປະສິດທິຜົນ.