ເມືອງດົ່ງວັນ, ແຂວງຮ່າຢາງ ບືນຕົວຂຶ້ນໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ

(VOVWORLD) -ເມືອງ ດົ່ງວັນ ມີ 19 ຕາແສງ, ເທດສະບານ ດ້ວຍ 17 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນເຜົ່າ ມົ້ງ ກວມເອົາ 87%.

ເມືອງດົ່ງວັນ, ແຂວງຮ່າຢາງ ບືນຕົວຂຶ້ນໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ - ảnh 1 (ເມືອງດົ່ງວັນ ໄດ້ສ້າງບັນດາຮູບແບບການຜະລິດ, ດຳເນີນທຸລະກິດເກັ່ງ)

ເມືອງ ດົ່ງວັນ, ເຊິ່ງແມ່ນເມືອງພູດອຍທາງທິດເໜືອແຂວງ ຮ່າຢາງ ຕັ້ງຢູ່ເຂດຈຸດສຸມຂອງເຂດພູພຽງຫີນ ດົ່ງວັນ. ໂດຍແມ່ນ 1 ໃນຈຳນວນ 62 ເມືອງທຸກຍາກໃນທົ່ວປະເທດ, ໃນໄລຍະຜ່ານມາ, ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ທີ່ນີ້ບັນລຸໄດ້ຜົນງານຫຼາຍຢ່າງ, ປະກອບສ່ວນປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

        ເມືອງ ດົ່ງວັນ ມີ 19 ຕາແສງ, ເທດສະບານ ດ້ວຍ 17 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນເຜົ່າ ມົ້ງ ກວມເອົາ 87%. ອຳນາດການປົກຄອງທ້ອງຖິ່ນໄດ້ກຳນົດການພັດທະນາເສດຖະກິດໃຫ້ຕິດພັນກັບວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານກໍ່ສ້າງຊົນນະບົດໃໝ່ແມ່ນໜ້າທີ່ຕົ້ນຕໍ. ເດືອນ ມີນາ 2017, ຄະນະກຳມະການປະຊາຊົນເມືອງ ດົ່ງວັນ ໄດ້ປະກາດໃຊ້ແຜນການກ່ຽວກັບການ “ກໍ່ສ້າງຊົນນະບົດໃໝ່ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເປັນພິເສດໃນບໍລິເວນເມືອງດົ່ງວັນ ໄລຍະ 2016 - 2020”. ແຜນການໄດ້ຮັບການປະຕິບັດຢູ່ 46 ບ້ານ, ມາຮອດປະຈຸບັນມີຈຳນວນ 30 ບ້ານໄດ້ຫຼຸດພົ້ນອອກຈາກສະພາບທຸກຍາກເປັນພິເສດແລ້ວ.

ເມືອງດົ່ງວັນ, ແຂວງຮ່າຢາງ ບືນຕົວຂຶ້ນໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ - ảnh 2 (ທ່ານ ຢິງຈີ໊ແທັ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ດົ່ງວັນ)

ແຕ່ລະປີ, ເມືອງ ດົ່ງວັນ ໄດ້ກວດກາຄືນ, ຈັດປະເພດຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກ ແລະ ຄອບຄົວມີຄ່າຄອງຊີບຢູ່ໃນລະດັບປານກາງ. ບົນພື້ນຖານນັ້ນ, ທາງເມືອງ ໄດ້ສຸມແຫຼ່ງກຳລັງເພື່ອໜູນຊ່ວຍປະຊາຊົນ, ຊ່ວຍໃຫ້ປະຊາຊົນໄດ້ສຳຜັດກັບບັນດາແຫຼ່ງທຶນກູ້ຢືມບຸລິມະສິດເພື່ອພັດທະນາການລ້ຽງສັດ, ປູກຝັງ, ເຮັດຫັດຖະກຳອຸດສາຫະກຳຂະໜາດນ້ອຍ. ຍ້ອນພູມີປະເທດເປັນພູຫີນ, ຂາດນ້ຳ, ບໍ່ມີດິນປູກຝັງ, ສະນັ້ນ ຂະແໜງກະສິກຳເມືອງ ດົ່ງວັນ ຈຶ່ງໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນຫັນປ່ຽນຜົນລະປູກ, ສັດລ້ຽງທີ່ມີມູນຄ່າເສດຖະກິດສູງຄື: ປູກໝາກຈອງ, ປູກເຂົ້າ, ສາລີພັນປະສົມ ເພື່ອເພີ່ມສະມັດຕະພາບທາງດ້ານປະລິມານ. ທ່ານ ຢິງຈີ໊ແທັ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ດົ່ງວັນ, ໃຫ້ຮູ້ວ່າ.

        “ກ່ຽວກັບຂົງເຂດລ້ຽງສັດ, ພວກຂ້າພະເຈົ້າໄດ້ສຸມໃສ່ລ້ຽງງົວ. ປູກຫຍ້າສ້າງເປັນແຫຼ່ງອາຫານທີ່ມີໂພສະນາການໃຫ້ແກ່ງົວ, ຮັກສາແນວພັນງົວເຫຼືອງຢູ່ເຂດພູສູງໄວ້. ພວກຂ້າພະເຈົ້າກໍ່ສຸມໃສ່ການລ້ຽງເຜິ້ງ. ປະຈຸບັນ, ດົ່ງວັນ ມີເຜິ້ງ 17.000 ຝູງ, ພັດທະນາເນື້ອທີ່ເຂດວັດຖຸດິບຕົ້ນກ້ານກ່ຳໃຫ້ແກ່ເຜິ້ງແມ່ນປະມານ 1.200 ເຮັກຕາ. ແຕ່ລະປີ, ຜະລິດຕະພັນນ້ຳເຜິ້ງທີ່ເກັບໄດ້ແມ່ນປະມານ 8 ໂຕນ, ມີລາຄາປະມານ 40 ຕື້ດົ່ງ (ເກືອບ 1,9 ລ້ານ USD), ແຫຼ່ງລາຍຮັບດັ່ງກ່າວແມ່ນໃຫຍ່ຫຼວງທີ່ສຸດ. ທາງແຂວງ ໄດ້ໜູນຊ່ວຍຄອບຄົວລ້ຽງເຜິ້ງ 1 ລ້ານດົ່ງຕໍ່ຝູງ ໂດຍບໍ່ຄິດໄລ່ດອກເບ້ຍໃນເວລາ 24 ເດືອນ. ນະໂຍບາຍດັ່ງກ່າວໄດ້ຊ່ວຍໃຫ້ຄອບຄົວທຸກຍາກມີເງື່ອນໄຂພັດທະນາການຜະລິດ”.

        ເມືອງ ດົ່ງວັນ ຍັງມີຕົ້ນໄມ້ຊະນິດໜຶ່ງທີ່ເປັນເອກະລັກສະເພາະທີ່ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງຕື່ມອີກ ນັ້ນແມ່ນຕົ້ນບັກວິດ. ຕົ້ນບັກວິດສາມາດປຸງແຕ່ງເປັນເຂົ້າໜົມບັກວິດ, ຊາບັກວິດ, ເຫຼົ້າດອກບັກວິດ… ເມື່ອທຽບໃສ່ເມືອງຕ່າງໆໃນແຂວງຮ່າຢາງ ແລ້ວ, ດົ່ງວັນ ແມ່ນເມືອງປູກຕົ້ນບັກວິດຫຼາຍທີ່ສຸດ. ແຕ່ລະປີ, ຮອດງານບຸນດອກບັກວິດ ເມືອງດົ່ງວັນ ໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ, ສ້າງແຫຼ່ງລາຍຮັບໄດ້ຫຼາຍພໍສົມຄວນໃຫ້ແກ່ທ້ອງຖິ່ນ.

        ຍ້ອນອຳນາດການປົກຄອງທ້ອງຖິ່ນຕັ້ງໜ້າເຂົ້າຮ່ວມ ກໍຄືການບືນຕົວຂຶ້ນຂອງປະຊາຊົນ, ຢູ່ເມືອງດົ່ງວັນ ໄດ້ສ້າງບັນດາຮູບແບບການຜະລິດ, ດຳເນີນທຸລະກິດເກັ່ງ, ເປັນແບບຢ່າງຄື: ສະຫະກອນຕ່ຳແຜ່ນແພພື້ນເມືອງ ຢູ່ບ້ານ ຊ່າຟິ່ນອາ, ຕາແສງ ຊ່າຟິ່ນ. ເມືອງ ດົ່ງວັນ ໄດ້ໜູນຊ່ວຍໃຫ້ສະຫະກອນກູ້ຢືມທຶນ 300 ລ້ານດົ່ງ ເພື່ອພັດທະນາເຂດວັດຖຸດິບປູກຕົ້ນປ່ານ, ບຸກເບີກໜ້າພຽງ, ຊື້ວັດຖຸອຸປະກອນໃຫ້ແກ່ສະຫະກອນ. ຜະລິດຕະພັນຂອງສະຫະກອນໄດ້ມີຈຸດຢືນຢູ່ຕະຫຼາດພາຍໃນປະເທດ ແລະ ສົ່ງອອກໄປຍັງຕ່າງປະເທດ. ເອື້ອຍ ວ່າງທິເກົ່າ, ຫົວໜ້າໜ່ວຍຜະລິດຂອງສະຫະກອນການບໍລິການສັງລວມກະສິກຳປ່າໄມ້ບ້ານ ຊ່າຟິ່ນ, ໃຫ້ຮູ້ວ່າ.

        "ສະຫະກອນໄດ້ສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງ 95 ຄົນ ເຊິ່ງແມ່ນບັນດາເອື້ອຍນ້ອງປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນທົ່ວເມືອງ ດົ່ງວັນ. ຊຸນປີຜ່ານມາ, ສະຫະພັນແມ່ຍິງເມືອງ ແລະ ສະຫະກອນ ກໍ່ໄດ້ຈັດຈັ້ງການສອນອາຊີບໄດ້ 2 ຫ້ອງ ແລະ ພວກຂ້າພະເຈົ້າໄດ້ສ້າງໜ່ວຍຮ່ວມມື, ຮ່ວມສຳພັນກັບສະຫະກອນໄດ້ 3 ໜ່ວຍ. ສ້າງລາຍຮັບໃຫ້ແກ່ສະມາຊິກສະຫະກອນແມ່ນຈາກ 4 ລ້ານ ຫາ 6 ລ້ານດົ່ງ/ເດືອນ. ໃນ 8 ເດືອນມານີ້, ສົ້ນອອກໃຫ້ແກ່ຜະລິດຕະພັນໄດ້ມີສະຖຽນລະພາບ, ມີວຽກເຮັດງານທຳຢ່າງຕໍ່ເນື່ອງ. ປະຈຸບັນ, ພວກຂ້າພະເຈົ້າຕ້ອງເປີດກວ້າງຕະຫຼາດ, ສ້າງວຽກເຮັດງານທຳໃຫ້ເອື້ອຍນ້ອງຕື່ມອີກ."

        ອຳນາດການປົກຄອງເມືອງ ດົ່ງວັນ ກໍ່ເອົາໃຈໃສ່ເຖິງວຽກງານສັງຄົມ, ປຸກລະດົມທຸກແຫຼ່ງກຳລັງສັງຄົມໃຫ້ແກ່ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ທ່ານ ຢິງຈີ໊ແທັ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ດົ່ງວັນ, ໃຫ້ຮູ້ວ່າ.

        "ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນບໍລິຈາກເງິນຊ່ວຍເຫຼືອຄອບຄົວທຸກຍາກ. ແຕ່ລະປີ, ພວກຂ້າພະເຈົ້າປຸກລະດົມໄດ້ຫຼາຍກວ່າ 10 ຕື້ດົ່ງ, ຜ່ານນັ້ນ ໄດ້ສົ່ງເສີມ, ລະດົມກຳລັງໃຈໃຫ້ຜູ້ອອກແຮງງານທຳການຜະລິດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ທາງເມືອງກໍ່ໄດ້ສຸມໃສ່ສ້າງບັນດາຮູບແບບຄື: ຕ່ຳແຜ່ນແພພື້ນເມືອງ, ເຮັດຫັດຖະກຳ, ອຸດສະຫະກຳຂະໜາດນ້ອຍ, ແມ່ຍິງຊ່ວຍເຫຼືອກັນສ້າງຄວາມຮັ່ງມີ... ຈາກສະຫະກອນບໍລິຫານສັງລວມກະສິກຳ, ປ່າໄມ້ບ້ານ ຊ່າຟິ່ນອາ, ພວກຂ້າພະເຈົ້າໄດ້ເປີດກວ້າງຮູບແບບນັ້ນຢູ່ 2 ແຫ່ງ, ແຫ່ງທີ 1 ແມ່ນຢູ່ຕາແສງ ລູ້ງກູ໊ ຂຶ້ນກັບບ້ານວັດທະນະທຳຊົນເຜົ່າ ໂລໂລ, ແຫ່ງທີ 2 ແມ່ນບ້ານວັດທະນະທຳທ່ອງທ່ຽວປະຊາຄົມຢູ່ ລູ້ງເກິ໋ມ, ຕາແສງ ສູ່ງລ່າ".

        ປະຈຸບັນ, ຊີວິດສັງຄົມຢູ່ເມືອງດົ່ງວັນ ໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ອັດຕາຄອບຄົວທຸກຍາກຫຼຸດລົງໃນແຕ່ລະປີແມ່ນ 6%, ພື້ນຖານໂຄງລ່າງທາງດ້ານເສດຖະກິດ - ສັງຄົມໄດ້ຮັບການລົງທຶນຢ່າງຄົບຊຸດເທື່ອລະກ້າວ. ເມືອງ ດົ່ງວັນ ໄດ້ວາງ ຄາດໝາຍຮອດປີ 2020 ແມ່ນ 100% ຂອງບ້ານຕ່າງໆຕ້ອງໄດ້ຫຼຸດພົ້ນອອກຈາກບ້ານທຸກຍາກເປັນພິເສດ; ສູ້ຊົນຫຼຸດຜ່ອນອັດຕາຄອບຄົວທຸກຍາກລົງສະເລ່ຍໃນແຕ່ລະປີຂອງທົ່ວເມືອງແມ່ນ 6,32%.

ຕອບກັບ

ຂ່າວ/ບົດ​ອື່ນ