(VOVWORLD) -ໂດຍໄດ້ຜ່ານຜ່າພະຍຸລົມແຮງຂອງທະເລ, ສອງອ້າຍຄູແມ່ນ ຫງວຽນກົງກວາ ແລະ ຫງວຽນຊວນຢ້ຽວ ໄດ້ໄປຮອດໂຮງຮຽນປະຖົມຊິງໂຕນ, ຕາແສງ ຊິງໂຕນ ເມືອງ ເຈື່ອງຊາ, ແຂວງ ແຄັງຮວ່າ ເພື່ອສອນໜັງສືໃຫ້ແກ່ພວກນັກຮຽນຢູ່ທີ່ນິີ້. ໂດຍຖືໃນໂຕພາລະກິດສ້າງຄົນອັນສູງສົ່ງ ພ້ອມກັບຄວາມກະຕືລືລົ້ນຂອງໄວໜຸ່ມ, ບັນດາອ້າຍຄູໜຸ່ມໄດ້ໄປຮອດເຂດໝູ່ເກາະທີ່ຫ່າງໄກ ເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ພວກນັກຮຽນ ອັນໄດ້ຊ່ວຍໃຫ້ເຂົາເຈົ້າສືບຕໍ່ສ້າງສາ ແລະ ປົກປັກຮັກສາ ປະເທດຊາດໃນອະນາຄົດ
(ພາບປະກອບ) |
ໂຮງຮຽນປະຖົມ ຊິງໂຕນ ຖືກຕັ້ງຢູ່ໃນທ່າມກາງຕົ້ນ ຫູກວາງຂຽວອຸມທຸມ. ບັນດາຫ້ອງຖືກກໍ່ສ້າງແບບຖາວອນ, ສາມາດຮັບປະກັນໃຫ້ພວກນັກຮຽນມາຮຽນ ນັບແຕ່ວັນຈັນຫາວັນເສົາໃນອາທິດ, ບໍ່ວ່າໃນມື້ທຳມະດາ ຫຼື ໃນມື້ເກີດພະຍຸລົມແຮງ. ການສອນຢູ່ເກາະແມ່ນບໍ່ງ່າຍດາຍປານໃດ, ເມື່ອຫາກໍ່ໄປຍັງເກາະ, ບັນດາອ້າຍຄູຍັງບໍ່ທັນຄິດເຖິງເວລານັກຮຽນຕ້ອງຮຽນຢູ່ຫ້ອງຮຽນຕ່າງໆ ແບບຮຽນລວມຈາກຫ້ອງປໍ 1 ຫາ ປໍ 5, ຈາກຊັ້ນອະນຸບານເຖິງຫ້ອງປໍ 4. ຈຸນັກຮຽນນີ້ເຮັດບົດຝຶກຫັດ, ສ່ວນຈຸນັກຮຽນອື່ນກໍ່ຮຽນຫັດອ່ານ, ແຕ່ສອງອ້າຍຄູໜຸ່ມກໍ່ລ້ວນແຕ່ແມ່ນຜູ້ອາສາສະໝັກ ໄປປະຕິບັດງານຢູ່ເກະ ແລະ ມີຄວາມຫວັງຢາກຖ່າຍທອດຄວາມຮູ້ ໃຫ້ແກ່ລູກຫຼານຂອງປະຊາຊົນທີ່ດຳລົງຊີວິດຢູ່ເກາະຊິງໂຕນ. ອ້າຍຄູທັງສອງຄົນນີ້ຕ່າງກໍ່ຍັງບໍ່ທັນສ້າງຄອບຄົວເທື່ອ, ຍ້ອນເປັນເພດຊາຍດັ່ງນັ້ນ ບັນດາອ້າຍຄູກໍ່ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ ເມື່ອທຳການສອນ ແລະ ເບິ່ງແຍງເດັກອະນຸບານ, ແຕ່ເຖິງຢ່າງໃດກໍ່ຕາມ ຍ້ອນມີຄວາມຮັກເດັກ, ບັນດາອ້າຍຄູໄດ້ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ, ສົບທົບກັບບັນດາພະນັກງານນັກຮົບ, ພໍ່ແມ່ນນັກຮຽນເພື່ອດຳເນີນການສອນ ແລະ ເບິ່ງແຍງໃຫ້ແກ່ເດັກອະນຸບານໃຫ້ດີກວ່າເກົ່າ. ອ້າຍຄູ ຫງວຽນກົງກວາ ເປີດເຜີຍວ່າ:
“ນັບແຕ່ຄາວຂ້າພະເຈົ້າເປັນນັກຮຽນ, ຂ້າພະເຈົ້າກໍ່ຫວັງຢາກໄປສອນຢູ່ເຂດຫ່າງໄກສອກຫຼີກ, ຫຼື ເຂດໝູ່ເກາະ. ພາຍຫຼັງຮຽນຈົບມະຫາວິທະຍາໄລ, ຂ້າພະເຈົ້າໄດ້ໄປສອນຢູ່ນະຄອນ ຍາຈາງ ເປັນເວລາປະມານ 3 ປີ. ຫຼັງຈາກນັ້ນກໍ່ໄດ້ຍິນຂ່າວພະແນກສຶກສາ ແລະ ບຳລຸງສ້າງແຂວງ ແຄັງຮວ່າ ຄັດເລືອກເອົາຄູໄປປະຕິບັດງານຢູ່ເກາະ ເຈື່ອງຊາ, ຂ້າພະເຈົ້າໄດ້ຂຽນໃບຄຳຮ້ອງສະໝັກໃຈໄປປະຕິປັດວຽກງານຢູ່ທີ່ນີ້.” (ເທບ)
ສ່ວນອ້າຍຄູ ຫງວຽນຊວນຢ້ຽວ ກໍ່ສະໝັກໃຈຂຽນໃບຄຳຮ້ອງຂໍໄປປະຕິບັດງານຢູ່ເກາະ ຊິງໂຕນ ເພື່ອສອນໜັງສືໃຫ້ແກ່ເດັກໃນເກາະ. ຫ້ອງຮຽນໂດຍອ້າຍຄູ ຫງວຽນຊວນຢ້ຽວ ສອນນັ້ນກໍ່ມີເກນອາຍຸແຕກຕ່າງກັນ ແລະ ລະດັບການສຶກສາກໍ່ແຕກຕ່າງກັນຈາກຊັ້ນອະນຸບານຫາປະຖົມ. ອ້າຍຄູ ຫງວຽນຊວນຢ້ຽວ ເວົ້າວ່າ:
“ພວກຫຼານຕ່າງກໍ່ເປັນເດັກຄຳຮູ້ ແລະ ມີຄວາມຂະຫຍັນຂັນເຄື່ອນທີ່ສຸດ, ພໍ່ແມ່ນັກຮຽນກໍ່ມີຄວາມເອົາໃຈໃສ່ເຖິງລູກເຕົ້າຂອງຕົນ ດັ່ງນັ້ນກໍ່ເປັນການຊ່ວຍໃຫ້ແກ່ຄູໄດ້ຫຼາຍທີ່ສຸດ. ເມື່ອໄດ້ຮັບໜ້າທີ່ໄປປະຕິບັດງານຢູ່ທີ່ນີ້, ຂ້າພະເຈົ້າດີໃຈທີ່ສຸດ. ທັງດີໃຈ ແລະ ທັງເປັນຫ່ວງ. ເປັນຫ່ວງແມ່ນຢູ່ບ່ອນວ່າ ເຮົາອອກໄປໄກເຊັ່ນນີ້ ກໍ່ເປັນຫ່ວງໃຫ້ຄອບຄົວຂອງຕົນ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອໄດ້ຮັບຄັດເລືອກໄປເຮັດວຽກຢູ່ເຂດໝູ່ເກາະທີ່ຫ່າງໄກ. ເຮົາໝັ້ນໝາຍຈະອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ ໃຫ້ແກ່ວຽກງານຂອງປະເທດຊາດ”.
ສິ່ງທີ່ເຮັດໃຫ້ອ້າຍຄູໜຸ່ມນີ້ມີຄວາມເປັນຫວ່ງທີ່ສຸດ ແມ່ນການຊ່ວຍເຫຼືອພວກນ້ອງນັກຮຽນພັດທະນາຢ່າງຮອບດ້ານ. ຍ້ອນເຫດນີ້ເອງອ້າຍຄູ ຢ້ຽວ ແລະ ອ້າຍຄູ ກວາ ທັງສວມບົດບາດແມ່ນຄູ, ທັງເປັນເພື່ອນຄົນໜຶ່ງເພື່ອເລົ່າບັນດາເລື່ອງລາວຢູ່ດິນຕໍ່ແຜ່ນໃຫ້ແກ່ບັນດານ້ອງນັກຮຽນຮູ້. ອ້າຍຄູ ຢ້ຽວ ໃຫ້ຮູ້ອີກວ່າ:
“ຄວາມຫຍຸ້ງຍາກກໍ່ມີຫຼາຍທີ່ສຸດ, ແຕ່ພວກຂ້າພະເຈົ້າໄດ້ຮຽນຮູ້ຈາກເພື່ອນຮ່ວມອາຊີບ, ຍົກສູງວິຊາສະເພາະ. ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ຈະນຳຄວາມຮູ້ຫຼາຍຢ່າງມາຖ່າຍທອດໃຫ້ແກ່ພວກນ້ອງນັກຮຽນ, ເພື່ອຊ່ວຍໃຫ້ພວກນ້ອງເມື່ອກັບຄືນດິນຕໍ່ແຜ່ນ ຈະມີລະດັບຄວາມຮູ້ຢ່າງພຽງພໍເພື່ອເຊື່ອມຕົວເຂົ້າກັບສັງຄົມ”.
ຢູ່ເຂດໝູ່ເກາະທີ່ຫ່າງໄກບໍ່ມີປຶ້ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນຢ່າງພຽງພໍ, ຢູ່ເກາະແຫ່ງນີ້ຍັງຂາດເຂີນຫຼາຍສິ່ງຫຼາຍຢ່າງເມື່ອທຽບໃສ່ດິນຕໍ່ແຜ່ນ. ຍ້ອນເຫດນີ້ເອງ, ດ້ວຍຄວາມຮັກເດັກ ແລະ ຄວາມເມົາມົວສຸມຈິດສຸມໃຈກັບອາຊີບເປັນຄູນັ້ນ, ບັນດາອ້າຍຄູຢູ່ເກາະ ຊິງໂຕນ ເວົ້າສະເພາະ ແລະ ບັນດາຜູ້ເປັນຄູເວົ້າລວມທີ່ພວມເຮັດວຽກຢູ່ເມືອງເກາະ ເຈື່ອງຊາ, ຍາມໃດກໍ່ພ້ອມແລ້ວທີ່ຈະຜ່ານຜ່າພະຍຸລົມແຮງ, ຄວາມທຸກຍາກທຸກຢ່າງເພື່ອກະກຽມສຳພາລະໃຫ້ແກ່ພວກນ້ອງນັກຮຽນຢ່າງຄົບຖ້ວນກ່ອນທີ່ຈະເຕີບໃຫຍ່.