(VOVWORLD) -ພໍ່ແມ່ພີນ້ອງຢູ່ບ້ານເຈື່ອງຮ່ວາ ຕາແສງເຈື່ອງຫຼາກ, ເມືອງໂອມົນ, ນະຄອນເກີນເທີ, ໃຜໆກໍຮູ້ຈັກ ແລະ ນິຍົມນັບຖື 2 ຜົວເມຍລຸງຫງວຽນວັນກວາງ
ປີນີ້ລຸງກວາງມີອາຍຸ 70ປີ, ຄອບຄົວຂອງລາວແມ່ນເປົ້າໝາຍແຮງງານທຸກຍາກ, ແຕ່ພັດຕ້ອງລ້ຽງລູກ 6 ຄົນ ທີ່ເປັນຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ. ປະຈຸບັນ, ຄອບຄົວຂອງລາວໄດ້ຮັບການເລືອກເຟັ້ນຈາກສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນ ເກີນເທີວ່າ ແມ່ນໜຶ່ງໃນສອງຄອບຄົວສະມາຊິກທີ່ດີເດັ່ນໄດ້ຮັບການສະເໜີຍ້ອງຍໍຊົມເຊີຍໃນທົ່ວປະເທດ.
ສອງຜົວເມຍລຸງຫງວຽນວັນກວາງ |
ລຸງຫງວຽນວັນກວາງໄດ້ພາເມຍອອກຈາກດິນແດນແຫ່ງບ້ານເກີດເພື່ອທຳມາຫາກິນຫາເງິນລ້ຽງຊີບຢູ່ໂລກນິງ ໝາຍເຖິງແຂວງບີງເຟືອກໃນປະຈຸບັນ ເພື່ອເປັນກຳມະກອນຢ່າງພາລາ, ແລ້ວກໍຖືກຕິດທາດພິດສີສົ້ມດີໂອຊິນຢູ່ປ່າພາກຕາເວັນອອກໂດຍບໍ່ຮູ້ຈັກຕົນຖືກຕິດທາດພິດເລີຍ. ແຕ່ລະມື້, ລຸງກວາງໄປເຮັດຮັບຈ້າງຫຼືຊື້ຂາຍຜະລິດຕະພັນກະເສດຢູ່ຕະຫຼາດ, ເມຍຂອງລຸງ ກໍໄປເກັບຊື້ສິ່ງເສດເຫຼືອເພື່ອຫາເງິນໃຫ້ຄອບຄົວຕື່ມອີກ. ການດຳລົງຊີວິດຂອງສອງຜົວເມຍລຸງກວາງແມ່ນທຸກຍາກແຕ່ມີຄວາມອົບອຸ່ນ. ຈົນຮອດມື້ໜຶ່ງ, ສອງຜົວເມຍລຸງ ກວາງໄດ້ພົບເຫັນພວກລູກຂອງພວກເຂົາ ພໍແຕ່ຮອດອາຍຸ 5 ປີ ຕ່າງກໍເຈັບເປັນຢ່າງຕໍ່ເນື່ອງ, ແຂນຂາລີບໄປ, ຮ່າງກາຍໄດ້ຫົດເຂົ້າຄືຄົນບໍ່ສົມປະກອບ. ຄວາມເຈັບປວດໂສກເສົ້າໄດ້ວຽນມາສູ່ກັບຄອບຄົວຂອງລຸງກວາງ ຂະນະທີ່ບໍ່ເຂົ້າໃຈວ່າ ມີເລື່ອງຫຍັງເກີດຂຶ້ນໃນຮ່າງກາຍຂອງພວກລູກ ແລະ ພວກທ່ານໝໍກໍບໍ່ສາມາດປິ່ນປົວໄດ້. ລຸງຫງວຽນວັນກວາງແບ່ງປັນວ່າ :
“ ຄາວຍັງນ້ອຍລູກຄົນໃດ ກໍເປັນປົກກະຕິ ແລະ ສວຍງາມ. ແຕ່ບັງເອີນ ພໍແດ່ຮອດອາຍຸ 5 ປີ ກໍເລີ່ມເກີດບັນຫາເລີຍ. ຄາວນັ້ນ, ຖ້າຫາກຮູ້ຈັກຈະເປັນຄືໃນປະຈຸບັນ, ເຮົາຈະເອົາລູກຄົນດຽວເທົ່ານັ້ນ. ຄິດວ່າ ລູກຄົນນີ້ຖືກເຈັບເປັນ, ເຮົາກໍອາໄສລູກຄົນອື່ນ, ແຕ່ສຸດທ້າຍລູກຄົນໃດກໍຖືກຕິດພະຍາດໝົດ. ”
ອີຕົນພວກລູກ, ລຸງກວາງໄດ້ປຶກສາກັບເມຍ ຕ້ອງພະຍາຍາມ ເຮັດແນວໃດເພື່ອໃຫ້ລູກໆມີບ່ອນເພິ່ງພາອາໄສເມື່ອເຈັບເປັນແຕ່ລະເທື່ອ. ລຸງໄດ້ອອກແຮງງານຫຼາຍກ່ວາ, ຈາກການປູກພືກຜັກ, ຄ້າຂາຍສິນກະເສດ ຕະຫຼອດຮອດການຮັບໃຊ້ພິທີສູ່ຂໍ, ງານດອງ, ຢູ່ໃສຕ້ອງການແຮງງານ, ລຸງກໍໄປເຮັດ. ລຸງໄດ້ບອກສອນພວກລູກຕ້ອງມີຄວາມມານະອົດທົນ, ຜ່ານຜ່າຊາຕາກຳ, ອອກແຮງງານຕາມຄວາມສາມາດເພື່ອຫາເງິນລ້ຽງຊີບ.
ປີ 2007, ຈາກການຊ່ວຍເຫຼືອໃນເບື້ອງຕົ້ນຂອງກອງທຶນໜູນຊ່ວຍຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນເກີນເທີ, ລຸງກວາງໄດ້ລະດົມໃຈແກ່ລູກຄົນທີ 5 ແລະ ທີ 6 ຂອງຕົນໄປຮຽນວິຊາຊີບ ສ້ອມແປງໂທລະສັບເພື່ອຫາເລິນລ້ຽງຊີບດ້ວຍຕົນເອງ. ພວກລູກຂອງລຸງກວາງຍ່າງດ້ວຍຂາລີບ ແຕ່ມີມານະຈິດອັນໃຫຍ່ຫຼວງສ້າງຊີວິດໃຫ້ຕົນເອງ. ລຸງຫງວຽນວັນກວາງ ໃຫ້ຮູ້ວ່າ :
“ ການດຳລົງຊີວິດປະສົບກັບຄວາມຫຍຸ້ງຍາກ, ແຕ່ມີຄວາມໝັ້ນທ່ຽງຢູ່ບ່ອນວ່າ ມີຄວາມຮັກລະຫວ່າງພໍ່ກັບລູກ, ຜົວກັບເມຍ. ໃນຄອບຄົວ ບໍ່ເກີດເລື່ອງຜິດກັນຈັກເທື່ອ. ຂ້າພະເຈົ້າພະຍາຍາມບອກສອນລູກເຕົ້າ ແລະ ເປັນແບບຢ່າງໃຫ້ພວກລູກເຮັດຕາມ ”
ປະຈຸບັນ, ລູກທັງ 6 ຄົນຂອງລຸງໄດ້ສ້າງຄອບຄົວໝົດແລ້ວ, ແຕ່ຄວາມເຈັບປວດທາດພິດສີສົ້ມຍັງຄົງຄຸກຄາມຢູ່ ຍ້ອນໂລກພະຍາດພວມທຳລາຍຮ່າງກາຍຂອງທັງພວກຫຼານຂອງລຸງກວາງ. ຄອບຄົວຂອງລຸງມີຜູ້ຕິດທາດພິດສີສົ້ມດີໂອຊິນລວມທັງໝົດ 8 ຄົນ, ໃນນັ້ນມີລູກ 6 ຄົນ ແລະ ຫຼານ 2 ຄົນ.
ທ່ານນາງ ເຈີນທິລຽນກຽວ, ປະທານສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນເກີນເທີໃຫ້ຮູ້ວ່າ :
“ຄອບຄົວລຸງກວາງແມ່ນຄອບຄົວລວມມີ 3 ລຸ່ນຄົນຖືກຕິດທາດພິດສີສົ້ມດີໂອຊິນ. ເວລາຄອບຄົວຂອງລຸງປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ກໍມີສັງຄົມ, ມີ ສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນໜູນຊ່ວຍ. ແຕ່ລຸງເອງ ໄດ້ມີແຜນການ, ມີການຄິດໄລ່ເພື່ອແນະນຳໃຫ້ລູກທຸກຄົນສ້າງອາຊີບໃຫ້ຕົນເອງ ເພື່ອບືນຕົວຂຶ້ນ ຜ່ານຜ່າຊາຕາກຳທີ່ອາພັບ, ຫຼຸດຜ່ອນການແບກຫາບຂອງສັງຄົມ. ນີ້ແມ່ນແບບຢ່າງ ບືນຕົວຂຶ້ນ ຜ່ານຜ່າຄວາມຫຍຸ້ງຍາກຢ່າງປະຕິຫານ”
ເມື່ອໄດ້ພົບປະຕົວຈິງກັບບັນດາຄອບຄົວຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຢູ່ຫວຽດນາມ, ໃຜໆກໍເຫັນວ່າ ເຂົາເຈົ້າແມ່ນຄົນພິການ, ຖືກເສຍປຽບໃນການດຳລົງຊີວິດຍ້ອນຜົນຮ້າຍຢ່ອນຫຼັງຈາກສົງຄາມປະໄວ້ໃຫ້. ເລື່ອງລາວຜ່ານຜ່າຄວາມຫຍຸ້ງຍາກເພື່ອເຊື່ອມຕົວເຂົ້າກັບສັງຄົມຢ່າງສຳເລັດຜົນຂອງຄອບຄົວ ລຸງຫງວຽນວັນກວາງ ໄດ້ກາຍເປັນແບບຢ່າງຊຶ່ງໄດ້ຮັບຄວາມນິຍົມນັບຖືຈາກສັງຄົມ.