ແຂວງຢາລາຍຊ່ວຍເຫລືອຜູ້ທີ່ເຄີຍມີການກະທຳຜິດລະເມີດກົດໝາຍກັບຄືນສູ່ຊີວິດເປັນປົກກະຕິເຊື່ອມຕົວເຂົ້າກັບວົງຄະນາຍາດ

(VOVWORLD) - ບັນດາຜູ້ທີ່ກ່ອນນີ້ມີການກະທຳຜິດທີ່ເຄີຍເດີນຕາມກຸ່ມພວກປະຕິການ Fulro ພາຍຫລັງສິ້ນສຸດໄລຍະດັດສ້າງ ກັບຄືນເມືອບ້ານ ເຂົາເຈົ້າຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂເພື່ອນຳຊີວິດເຂົ້າສູ່ປົກກະຕິຈາກອຳນາດການປົກຄອງແຂວງ. ເຂົາເຈົ້າສ່ວນຫລາຍພາຍຫລັງເຊື່ອມຕົວເຂົ້າກັບວົງຄະນາຍາດກໍລ້ວນແຕ່ປະຕິບັດບັນດານະໂຍບາຍແລະກົດໝາຍຂອງລັດ, ສ້າງຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ.
ແຂວງຢາລາຍຊ່ວຍເຫລືອຜູ້ທີ່ເຄີຍມີການກະທຳຜິດລະເມີດກົດໝາຍກັບຄືນສູ່ຊີວິດເປັນປົກກະຕິເຊື່ອມຕົວເຂົ້າກັບວົງຄະນາຍາດ - ảnh 1ພະນັກງານຕຳຫລວດ ລົງຢ້ຽມຢາມ ອ້າຍ ເຣີເຈີມບຣົງ ຜູ້ທີ່ກ່ອນນີ້ແມ່ນ  Fulro

ຕົ້ນຊຸມປີ 2000, ແຂວງ ຢາລາຍ ໄດ້ທົດລອງຮູບແບບຄຸ້ມຄອງ, ສຶກສາຜູ້ທີ່ກ່ອນນີ້ແມ່ນພວກ Fulro ຢູ່ໃນຊຸມຊົນ, ລະດົມທັງລະບົບການເມືອງ ແລະ ປະຊາຊົນເຂົ້າຮ່ວມ. ພາກສ່ວນທີ່ເຂົ້າຮ່ວມຮູບແບບຄຸ້ມຄອງສຶກສານັ້ນ ລວມມີ ເຈົ້າກົກເຈົ້າເຫລົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ, ຜູ້ມີຍົດສັກຕຳແຫນ່ງ, ພະນັກງານໃນລະບົບການເມືອງ. ຍ້ອນເຫດນັ້ນ ວຽກງານສຶກສາອົບຮົມແນວຄິດຈິດໃຈ ກໍໄດ້ມີການຫັນປ່ຽນຢ່າງຕັ້ງຫນ້າ, ຄວາມສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມກໍເປັນປົກກະຕິ. ນັບແຕ່ປີ 2005 ມີຈຳນວນ 5000 ຄົນທີ່ໄດ້ນຳເຂົ້າຄຸ້ມຄອງ ແຕ່ມາຮອດປະຈຸບັນ ມີພຽງກວ່າ 1000 ຄົນ.

ເດືອນທັນວາ ປີ 2015 ແລະ ເດືອນເມສາ ປີ 2016 ຄຳນະກຳມະການປະຊາຊົນ ແຂວງ ຢາລາຍ ໄດ້ປະກາດໃຊ້ຄຳສັ່ງເລກທີ153 ແລະ ຂໍ້ຕົກລົງ ເລກທີ 44 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ, ສຶກສາຜູ້ເຂົ້າຮ່ວມ Fulro ຢູ່ໃນຊຸມຊົນ.

5 ປີ ຜ່ານມາ ແຂວງ ຢາລາຍ ໄດ້ເປີດ 330 ຊຸດສຶກສາໃຫ້ຜູ້ທີ່ເຄີຍມີການກະທຳຜິດ. ຜ່ານນັ້ນ ກໍໄດ້ຊ່ວຍໃຫ້ເຂົາເຈົ້າບໍ່ມີການກະທຳຜິດອີກ, ມີຄວາມເຂົ້າໃຈທາດແທ້ທີ່ຊົ່ວຮ້າຍຂອງພວກ Fulroຫວັງຢາກແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຈາກນັ້ນມີຄວາມອຸ່ນອ່ຽນໃຈດຳລົງຊີວິດທຳມາຫາກິນ. ລຸງ Ksor Hir ຊາວເຜົ່າ ຢຣາຍ ຢູ່ ຕາແສງ ຮ່າເບົ່າ ແບ່ງປັນວ່າ:

ກ່ອນນີ້ ຂ້າພະເຈົ້າໄດ້ຂ້າມຊາດຢ່າງຜິດກົດໝາຍໄປຍັງ ອາເມລິກາ. ປະຈຸບັນ ຂ້າພະເຈົ້າໄດ້ກັບຄືນເມືອບ້ານເກີດເມືອງນອນແລ້ວ ແລະ ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກໃນການດຳລົງຊີວິດ ທຳມາຫາກິນ ຈາກລັດ. ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ.”

ແຂວງຢາລາຍຊ່ວຍເຫລືອຜູ້ທີ່ເຄີຍມີການກະທຳຜິດລະເມີດກົດໝາຍກັບຄືນສູ່ຊີວິດເປັນປົກກະຕິເຊື່ອມຕົວເຂົ້າກັບວົງຄະນາຍາດ - ảnh 2ການໂອ້ລົມສົນທະນາກ່ຽວກັບການພັດທະນາເສດຖະກິດ ສັງຄົມ ຢູ່ ຕາແສງ ຮ່າເບົ່າ

ມາຮອດປະຈຸບັນ ແຂວງ ຢາລາຍ ມີເກືອບ 1.500 ຄອບຄົວ ທີ່ມີສະມາຊິກຕ້ອງຄຸ້ມຄອງ, ສຶກສາ ຢູ່ ໃນຊຸມຊົນໄດ້ຊົມໃຊ້ບັນດານະໂຍບາຍ, ໂຄງການຫນູນຊ່ວຍຂອງລັດ. ຕາແສງ ຮ່າເບົ່າ ເມືອງ ດັກດວາ ແມ່ນທ້ອງຖິ່ນທີ່ມີຫລາຍຄົນເຂົ້າຮ່ວມ Fulroແລະ ກໍແມ່ນທ້ອງຖິ່ນນຳຫນ້າໃນວຽກງານຊ່ວຍເຫລືອບັນດາຜູ້ທີ່ເຄີຍມີການກະທຳຜິດລະເມີດກົດໝາຍໃຫ້ໄດ້ກັບຄືນຊີວິດທີ່ເປັນປົກກະຕິ. ທ່ານ ອີຮຽວ ຮອງປະທານ ຄະນະກຳມະການ ປະຊາຊົນ ຕາແສງ ຮ່າເບົ່າ ໃຫ້ຮູ້ວ່າ:

ໄລຍະຜ່ານມາ ຕາແສງໄດ້ມີຄວາມເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນທີ່ກ່ອນນີ້ໄດ້ມີການກະທຳຜິດ. ອຳນາດການປົກຄອງຕາແສງກໍ່ໄດ້ສົມທົບກັບແນວໂຮມ, ອົງການຈັດຕັ້ງມະຫາຊົນ ລົງພົບປະເພື່ອກຳແຫນ້ນຄວາມມຸ່ງມາດປາດຖະຫນາຂອງເຂົາເຈົ້າ. ນອກນັ້ນ ກໍຍັງມີກາຫນູນຊ່ວຍ, ຂົນຂວາຍເຂົາເຈົ້າ ເຂົ້າຮ່ວມຊຸດຝຶກອົບຮົມວິທະຍາສາດເຕັກນິກ ເພື່ອໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ບົວລະບັດຕົ້ນໄມ້, ສັດລ້ຽງ, ຫນູນຊ່ວຍແນວພັນປູກ, ພັນສັດລ້ຽງໃຫ້ເຂົາເຈົ້າ. ມາຮອດປະຈຸບັນ ເຂົາເຈົ້າໄດ້ມີຄວາມອຸ່ນອ່ຽນໃຈພັດທະນາເສດຖະກິດຄອບຄົວ.”

ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫລືອຈາກອຳນາດການປົກຄອງ, ຊີວິດການເປັນຢູ່ຂອງຜູ້ທີ່ເຄີຍມີການກະທຳຜິດໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ອ້າຍ ປູຍນາມ ຊາວເຜົ່າ ຢຣາຍ ຕາແສງ ອີອາເຢ ເມືອງ ອີອາ ກຣາຍ ແບ່ງປັນວ່າ:

ຂ້າພະເຈົ້າຂ້າມຊາຍແດນຢ່າງຜິດກົດໝາຍ ແລະ ຖືກຈຳຄຸກເກືອບ 2 ປີ. ເມື່ອໄດ້ກັບຄືນເມືອບ້ານ ທາງອຳນາດການປົກຄອງເມືອງ ກໍໄດ້ສ້າງເງື່ອນໄຂສະດວກໃຫ້ຂ້າພະເຈົ້າທຳມາຫາກິນ. ປະຈຸບັນ ຊີວິດການເປັນຢູ່ຂອງຄອບຄົວກໍ່ພໍຢູ່ພໍກິນແລ້ວ. ຂ້າພະເຈົ້າມີລູກ 4 ຄົນ, ໃນນັ້ນ ມີຜູ້ຫນຶ່ງເປັນຄົນພິການ. ທາງລັດກໍ່ສ້າງເງື່ອນໄຂສະດວກໃຫ້ຫລານໄດ້ຊົມໃຊ້ລະບອບນະໂຍບາຍຂອງເດັກພິການ

ຢູ່ບໍລິເວນ ແຂວງ ຢາລາຍ ໄດ້ປະກົດມີບັນດາແບບຢ່າງໃນການພັດທະນາເສດຖະກິດຄອບຄົວຂອງຜູ້ທີ່ເຄີຍມີການກະທຳຜິດລະເມີດກົດໝາຍ. ຕົວຢ່າງຄື ລຸງ ກາວວັນກວ່ຽນ ຕາແສງ ອາເຢີ ເມືອງ ດັກລັກ ດຳເນີນທຸລະກິດກ່ຽວກັບການປູກແນວພັນດອກກ້ວຍໄມ້, ແຕ່ລະເດືອນສ້າງລາຍຮັບມາໄດ້ 100 ລ້ານດົ່ງ. ສ່ວນ ທ່ານ ຫງວຽນດີງທ່ວນ ເປີດຮ້ານຂາຍເຄື່ອງເກົ່າ ອຸປະກອນການຜະລິດ ຢູ່ຕາແສງ ກາຢາງ ເມືອງດັກດວາ ແຕ່ລະເດືອນສ້າງລາຍຮັບມາໄດ້ປະມານ 50 ລ້ານດົ່ງ.

ການຊ່ວຍເຫລືອ, ສ້າງກາລະໂອກາດໃຫ້ແກ່ບັນດາຜູ້ທີ່ເຄີຍມີການກະທຳຜິດໄດ້ກັບຄືນມາສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິແມ່ນນະໂຍບາຍມະນຸດສະທຳ, ຕາມມູນເຊື້ອອຸ້ມຊູຊ່ວຍເຫລືອເຊິ່ງກັນແລະກັນຂອງຊາດຫວຽດນາມ. ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງເທົ່ານັ້ນຫາກຍັງປະກອບກຳລັງເຫື່ອແຮງຄວາມເຫັນດີເຫັນພ້ອມຂອງວົງຄະນາຍາດປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ການພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ໄລຍະຜ່ານມາແຂວງຢາລາຍໄດ້ຫັນນະໂຍບາຍນີ້ເປັນລະອຽດດ້ວຍບັນດາຮູບແບບ, ວີທີເຮັດຢ່າງແທດຈິງແລະມີປະສິດທິຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ