ໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນ ຜ່ານຜ່າຄວາມທຸກຍາກ

(VOVWORLD) - ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນທຸກຂັ້ນ ໄດ້ກາຍເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ໄດ້ຊ່ວຍໃຫ້ເຂົາເຈົ້າມີກຳລັງໜູນຕື່ມອີກ ເພື່ອບືນຕົວຂຶ້ນໃນຊີວິດການເປັນຢູ່. 

ສົງຄາມໄດ້ຜ່ານພົ້ນໄປແລ້ວ ແຕ່ຄວາມເຈັບປວດຍັງມີຢູ່ນຳຫລາຍຄອບຄົວ.   ເພື່ອປະກອບສ່ວນບັນເທົາຄວາມເຈັບປວດນັ້ນ, ໃນຊຸມປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ໜູນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ມອບເຮືອນແຫ່ງສາຍຈິດມິດໃຈ, ມອບງົວແນວະພັນ, ໜູນຊ່ວຍເງິນທຶນ, ສ້າງວຽກເຮັດງານທຳ…ຜ່ານນັ້ນ ໄດ້ຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມທຸກຍາກ ບືນຕົວຂຶ້ນໃນຊີວິດການເປັນຢູ່.

ລຸງ ຫງວຽນວັນມິງ ຢູ່ນະຄອນ ດົງຮ່າ, ແຂວງ ກ໋ວາງຈີ້, ເມື່ອຕອນເປັນທະຫານອາສາສະໝັກຢູ່ ລາວ, ລາວຖືກທາດພິດສີສົ້ມ ເຮັດໃຫ້ລູກຊາຍກົກຂອງລາວໄດ້ຮັບຜົນກະທົບຈາກທາດພິດສີສົ້ມ, ອາຍຸໄດ້ຊາວປາຍປີແລ້ວ ແຕ່ເບິ່ງຍັງຄືເດັກນ້ອຍ, ສະນັ້ນ ສອງຜົວເມຍລຸງຕ້ອງປ່ຽນກັນເບິ່ງແຍງດູແລ, ນັບແຕ່ການກິນຢູ່ຕະຫລອດຮອດຍາມເອົາລຸກນອນ. ວຽກງານບໍ່ຖາວອນ, ໃນຄອບຄົວມີຄົນເຈັບຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວລຸງ ມິງ  ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ.

ໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນ ຜ່ານຜ່າຄວາມທຸກຍາກ - ảnh 1 ລູກຊາຍກົກຂອງລຸງ ມິງ ໄດ້ຮັບຜົນກະທົບຈາກທາດພິດສີສົ້ມ (ພາບ: ແທງຮ໊ຽວ)

ລຸງ ມິງ ມີຄວາມໃຝ່ຝັນວ່າ ຢາກມີເງິນເປີດຮ້ານຂາຍວັດສະດຸກໍ່ສ້າງຂະໜາດນ້ອຍ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ຄອບຄົວ. ເມື່ອເຂົ້າໃຈຄວາມມຸ່ງມາດປາດຖະໜາຂອງລຸງ ມິງ,  ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນແຂວງ ກ໋ວາງຈີ້ ໄດ້ໜູນຊ່ວຍເງິນໃຫ້ຄອບຄົວລຸງ ມິງ 10 ລ້ານດົ່ງ ເພື່ອພັດທະນາວິທີຫາເງິນລ້ຽງຊີບ. ຈາກຈຳນວນເງິນດັ່ງກ່າວ ລຸງ ມິງ ໄດ້ຊື້ອຸປະກອນ, ເຄື່ອງຈັກ, ເຄື່ອງມືທີ່ຈຳເປັນ ເພື່ອສ້າງອາຊີບ. ລຸງ ມິງ ແບ່ງປັນວ່າ:

ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ, ຂະແໜງການທຸກຂັ້ນ ກໍ່ຄືສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຄອບຄົວຂ້າພະເຈົ້າໄດ້ຮັບການໜູນຊ່ວຍເງິນທຶນເພື່ອທຳການຄ້າຂາຍ. ໃນໄລຍະຜ່ານມາ, ຄອບຄົວໄດ້ພັດທະນາດ້ານເສດຖະກິດຕື່ມອີກ ເພື່ອໃຫ້ລູກໄປໂຮງຮຽນ. ຂ້າພະເຈົ້າຫວັງວ່າ ສັງຄົມຈະພ້ອມກັນຮ່ວມແຮງຮ່ວມໃຈໜູນຊ່ວຍ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ພັດທະນາເສດຖະກິດ, ຊ່ວຍໃຫ້ເຂົາເຈົ້າຫລຸດພົ້ນອອກຈາກຄວາມທຸກຍາກ.

ຖືກທາດພິດສີສົ້ມດ້ວຍອັດຕາສ່ວນເສຍອົງຄະກ່ວາ 80%, ບໍ່ສາມາດອອກແຮງງານໄດ້, ຊີວິດຂອງປ້າ ເຢືອງທິບີ່ງ ຢູ່ຕາແສງ ເຕິນເລິບ, ເມືອງ ກຣົງບຸກ, ແຂວງ ດັກລັກ ຕ້ອງອີງໃສ່ການຊ່ວຍເຫຼືອຂອງເອື້ອຍຄີງ ເຢືອງທິລານ. ໂດຍໄດ້ຮັບການໜູນຊ່ວຍຈາກສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນເມືອງ ກຣົງບຸກ ແລະ ຫ້ອງການແຮງງານ - ທະຫານເສຍອົງຄະ ແລະ ສັງຄົມເມືອງ, ປີ 2018, ສອງເອື້ອຍນ້ອງປ້າ ບີ່ງ ໄດ້ຮັບເຮືອນແຫ່ງສາຍຈິດມິດໃຈທີ່ມີມູນຄ່າ 40 ລ້ານດົ່ງ. ຕໍ່ຈາກນັ້ນ, ທາງສະມາຄົມກໍ່ສືບຕໍ່ຂົນຂວາຍບັນດາຜູ້ໃຈບຸນໃຈກູສົນໜູນຊ່ວຍງົວແນວພັນ 1 ໂຕທີ່ມີມູນຄ່າ 15 ລ້ານດົ່ງ ເພື່ອເປັນວິທີຫາເງິນລ້ຽງຊີບ. ຈາກການໜູນຊ່ວຍດັ່ງກ່າວ, ຊີວິດການເປັນຢູ່ຂອງສອງເອື້ອຍນ້ອງປ້າ ບີ່ງ ຄ່ອຍໆເປັນປົກກະຕິເທື່ອລະກ້າວ. ປ້າ ເຢືອງທິລານ ໃຫ້ຮູ້ວ່າ:

 “ກ່ອນນີ້ແມ່ນຢູ່ເຮືອນຕູບ. ນັບແຕ່ເມື່ອມີເຮືອນຫລັງກ້ວາງໃຫຍ່ງາມຕາແລ້ວ, ສອງເອື້ອຍນ້ອງພວກຂ້າພະເຈົ້າກໍ່ມີບ່ອນຊົ້ນແດດຊົ້ນຝົນ ແລະ ອຳນາດການປົກຄອງເມືອງກໍ່ໜູນຊ່ວຍປື້ມບັນຊີເງິນຝາກປະຢັດໃຫ້ 1 ຫົວພ້ອມກັບງົວແນວພັນຕື່ມອີກ 1 ໂຕ. ປະຈຸບັນ, ງົວໂຕນັນພວມຖືພາ.”

ໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນ ຜ່ານຜ່າຄວາມທຸກຍາກ - ảnh 2ປ້າ ເຢືອງທິລານ  ໄດ້ຮັບງົວແນວພັນ ເພື່ອໜູນຊ່ວຍວິທີຫາເງິນລ້ຽງຊີບ (ພາບ: ນາມຈາງ)

ຄອບຄົວລຸງ ຫງວຽນວັນມິງ ຫຼື ເອື້ອຍນ້ອງປ້າ ເຢືອງທິບີ່ງ ແມ່ນສອງໃນຈຳນວນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນກ່ວາ 3 ລ້ານຄົນໃນທົ່ວປະເທດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ການໜູນຊ່ວຍຈາກສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທຸກຂັ້ນເວົ້າສະເພາະ ແລະ ທົ່ວສັງຄົມເວົ້າລວມໃນຫລາຍປີຜ່ານມາ. ດ້ວຍຈິດໃຈ “ສາມັກຄີ - ສາຍຈິດມິດໃຈ - ຮັບຜິດຊອບ - ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ”, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທຸກຂັ້ນ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ປະສົບເຄາະຮ້າຍ ໂດຍຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງຄື: ຢື້ຢາມຖາມຂ່າວ, ມອບຂອງຂວັນເນື່ອງໃນໂອກາດວັນບຸນ, ບຸນປີໃໝ່ປະຈຳຊາດ, ຍາມເຈັບເປັນ; ໜູນຊ່ວຍການກໍ່ສ້າງ, ສ້ອມແປງເຮືອນໃຫ້ສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ; ມອບປື້ມບັນຊີເງິນຝາກປະຢັດ, ມອບລົດເຂັນ, ມອບງົວແນວພັນ ເພື່ອໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ດ້ວຍບັນດາວຽກງານຢ່າງລະອຽດຄືດັ່ງກ່າວ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນທຸກຂັ້ນ ໄດ້ກາຍເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ໄດ້ຊ່ວຍໃຫ້ເຂົາເຈົ້າມີກຳລັງໜູນຕື່ມອີກ ເພື່ອບືນຕົວຂຶ້ນໃນຊີວິດການເປັນຢູ່. ທ່ານໂງຊອງຮ່າວ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແຂວງ ດັກລັກ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າສືບຕໍ່ກຳໄດ້, ສືບສວນສະພາບຄວາມຫຍຸ້ງຍາກຂອງຜູ້ປະສົບເຄາະຮ້າຍທີ່ທຸກຍາກຢ່າງແທ້ຈິງ ເພື່ອໜູນຊ່ວຍໃຫ້ທັນການ, ເພີ່ມທະວີວຽກງານໂຄສະນາດ້ານການສຶກສາ, ທະວີຄູນແບບຢ່າງ ເຮັດແນວໃດ ເພື່ອໃຫ້ທຸກຂັ້ນທຸກຂະແໜງການ, ມະຫາຊົນມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ເພື່ອສ້າງກຳລັງໜູນ, ເປັນຕົ້ນແມ່ນແຫຼ່ງເງິນທຶນ ເພື່ອຮ່ວມແຮງຮ່ວມໃຈ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແກ້ໄຂຄວາມຫຍຸ້ງຍາກໃນສະເພາະໜ້າ, ເຮັດແນວໃດ ເພື່ອຍົກຊີວິດການເປັນຢູ່ຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມບືນຕົວຂຶ້ນເພື່ອເຊື່ອມຕົວເຂົ້າກັບວົງຄະນະຍາດ.

ໃນໄລຍະຈະມາເຖິງ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນທຸກຂັ້ນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ຈະມີແຜນການ ສືບຕໍ່ຜັນຂະຫຍາຍທິດທາງດັ່ງກ່າວ ເພື່ອໃຫ້ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ມີເງື່ອນໄຂພັດທະນາເສດຖະກິດ, ສ້າງແຫຼ່ງລາຍຮັບ, ສ້າງຊີວິດການຢູ່ໃຫ້ເປັນປົກກະຕິ./.

ຕອບກັບ

ຂ່າວ/ບົດ​ອື່ນ