(VOVWORLD) - ທີ່ການພົບປະປະຈຳປີໂດຍສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງ, ມີອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ແລະ ລາວ ເກືອບ 100 ຄົນ
ແຕ່ລະປີ, ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບບັນດາອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ລາວ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະເລືອດເນື້ອ, ບັນດາການອຸທິດສ່ວນອັນໃຫຍ່ຫຼວງເພື່ອຍາດເອົາສັນຕິພາບໃຫ້ແກ່ປະເທດ ລາວ ຄືໃນທຸກວັນນີ້. ນີ້ກໍ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ທົບທວນຫວນຄືນບັນດາຄວາມຊົງຈຳອັນດີງາມລະຫວ່າງຄວາມສຳພັນໃນການສູ້ຮົບ ຫວຽດນາມ - ລາວ ໃນການຕໍ່ສູ້ຕ້ານສັດຕູລວມ, ຍາດເອົາເອກະພາບໃຫ້ແກ່ປະເທດຊາດ.
ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ |
ທີ່ການພົບປະປະຈຳປີໂດຍສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງ, ມີອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ແລະ ລາວ ເກືອບ 100 ຄົນ ແລະ ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ ປະມານ 30 ຄົນມີໂອກາດໄດ້ພົບປະ, ໂອ້ລົມນຳກັນດ້ວຍຄວາມອົບອຸ່ນທີ່ຫ້ອງປະຊຸມຂອງສະຖານທູດ ສປປ ລາວ ປະຈຳ ຫວຽດນາມ. ມີອະດີດນັກຮົບບາງຄົນເຄີຍຕິດຕໍ່ພົວພັນ, ພົບກັນເປັນປະຈຳ, ແຕ່ກໍ່ມີຫຼາຍຄົນປີໜຶ່ງຈຶ່ງໄດ້ພົບປະກັບເພື່ອນຮ່ວມກົມກອງຂອງຕົນເທື່ອໜຶ່ງ. ການພົບປະໄດ້ຈັດຕັ້ງໃນບັນຍາກາດທີ່ອົບອຸ່ນສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈມິດຕະພາບ, ດ້ວຍຄວາມຊົງຈຳເລິກເຊິ່ງຫຼາຍຢ່າງ. ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໄດ້ຢ້ຳຄືນບັນດາຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ປະກອບສ່ວນໃຫ້ແກ່ສາຍພົວພັນທີ່ຫາຍາກລະຫວ່າງ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ:
ສຽງທ່ານ ທອງສະຫວັນ ພົມວິຫານ
ບັນດາອະດີດນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ເຂົ້າຮ່ວມລາຍການ
|
ໂດຍເປັນພະນັກງານເຄື່ອນໄຫວຢູ່ທ້ອງຖິ່ນກ່ອນປີ 1945, ຮອດປີ 1954, ໄດ້ຖືກສົ່ງໄປຊ່ວຍປະເທດລາວ, ລຸງ ຮ່າມີງເຕີນ, ຫົວໜ້າຄະນະຕິດຕໍ່ພົວພັນສະມາຄົມມູນເຊື້ອຄະນະຜູ້ທີ່ປຶກສາການທະຫານ 100, ດ້ວຍຮູບຮ່າງສູງ, ຈ່ອຍ, ເຖິງວ່າຜົມຫງອກຫຼາຍແລ້ວກໍ່ຕາມ ແຕ່ຜິວພັນຂອງລຸງຍັງຂາວໃສ ແລະ ແຂງແຮງຢູ່. ຫຼຽນໄຊ, ຫຼຽນກາ 4 ແຖວປະດັບໃນໜ້າເອິກ ໄດ້ສະແດງໃຫ້ເຫັນການອຸທິດຕົນເພື່ອພື້ນຖານເອກະລາດຂອງທັງ 2 ປະເທດ. ໃບໜ້າຂອງລຸງຍິ້ມແຍມແຈ່ມໃສຂຶ້ນຕື່ມເມື່ອຖືກຖາມກ່ຽວກັບບັນດາຄວາມຊົງຈຳໃນໄລຍະປະຕິບັດງານຢູ່ລາວ:
“ໃນວິວັດການເຄື່ອນໄຫວເປັນເວລາ 38 ປີຢູ່ປະເທດລາວ, ຂ້າພະເຈົ້າມີຄວາມເປັນກຽດໄດ້ພົບປະ ແລະ ເຮັດວຽກກັບບັນດາສະຫາຍການນຳຂັ້ນສູງເກືອບທັງໝົດຂອງປະເທດລາວ ຄື: ປະທານ ໄກສອນ ພົມວິຫານ, ປະທານ ຄຳໄຕ ສີພັນດອນ. ໃນ 38 ປີຜ່ານມາ, ນອກຈາກໄດ້ຊ່ວຍພວກເພື່ອນລາວ ກ່ຽວກັບວຽກງານຄວາມຄິດການເມືອງ ແລະ ສ້າງແຜນການຕໍ່ສູ້ແລ້ວ, ຂ້າພະເຈົ້າຍັງຊ່ວຍປະເທດລາວ ຮຽບຮຽງດ້ານປະຫວັດສາດ, ຂຽນປື້ມກ່ຽວກັບການນຳຂອງເຂົາເຈົ້າ. ບັນດາສະຫາຍການນຳລາວ ໄດ້ມອບຫຼຽນໄຊ, ຫຼຽນກາ ໃຫ້ຂ້າພະເຈົ້າຜ່ານໄລຍະຕ່າງໆຢ່າງລຽນຕິດ.”
ສົງຄາມໄດ້ຜ່ານພົ້ນໄປແລ້ວ, ບັນດານັກຮົບເສນາຮັກໃນເມື່ອກ່ອນຍັງຄົງແຕ່ງຕັ້ງບັນດາຄະນະໄປຢ້ຽມຢາມສະໜາມຮົບເກົ່າ ສົມທົບກັບການເຄື່ອນໄຫວກວດ ແລະ ປິ່ນປົ່ວພະຍາດຕາມວິຊາສະເພາະຂອງຕົນເປັນປະຈຳ. ໂດຍໄດ້ເປັນທຳນຽມໄປແລ້ວ, ປີບາປີ, ຄະນະຂອງ ປ້າ ໂງຈ້ອງເຕີ໋ນ, ນັກຮົບເສນາຮັກຍິງຢູ່ສະໜາມຮົບພາກກາງ ແລະ ພາກໃຕ້ຂອງລາວ ໄດ້ຈັດຕັ້ງການໄປກວດພະຍາດໃຫ້ແກ່ປະຊາຊົນ ແລະ ອະດີດນັກຮົບຂອງ 3 ແຂວງ, ແຕ່ລະແຂວງແຕ່ 100 – 200 ຄົນ. ມາຮອດປະຈຸບັນ, ຄະນະໄດ້ຈັດການກວດ ແລະ ປິ່ນປົ່ວພະຍາດໃຫ້ປະຊາຊົນ ແລະ ອະດີດນັກຮົບຢູ່ແຂວງຕ່າງໆຄື: ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ຄຳມ່ວນ. ປ້າ ເຕີ໋ນ ຄິດຮອດຄິດເຖິງຄວາມຊົງຈຳຂອງຕົນນັບທັງຄາວຍັງເປັນນັກຮົບເສນາຮັກຍິງຢູ່ສະໜາມຮົບພາກກາງ ແລະ ພາກໃຕ້ຂອງລາວແຕ່ປີ 1968 - 1972:
“ຄວາມຊົງຈຳເລິກເຊິ່ງທີ່ສຸດຂອງຂ້າພະເຈົ້າແມ່ນໝໍ້ເຂົ້າປຽກໄກ່. ຊຸມປີນັ້ນ, ເມື່ອຈັດກອງປະຊຸມຂອງຄະນະຊາວໜຸ່ມ, ຢາກມີບັນຍາກາດມ່ວນຊື່ນຕ້ອງອີ່ມທ້ອງກ່ອນ. ຂ້າພະເຈົ້າແມ່ນນັກຮົບເສນາຮັກເຂົ້າໃໝ່, ມີເສື້ອເສີດຮູບດອກໄມ້ແຕ່ບໍ່ໄດ້ນຸ່ງ, ຂ້າພະເຈົ້າເອົາເສື້ອຜືນນັ້ນໄປປ່ຽນເອົາເຂົ້າ. ທຳມະດາປ່ຽນໄດ້ພຽງເຂົ້າໂລໜຶ່ງເທົ່ານັ້ນ ແຕ່ວ່າບໍ່ຮູ້ເປັນຫຍັງຂ້າພະເຈົ້າຄືປ່ຽນເຂົ້າໄດ້ 3 ໂລ ແລະ ໄກ່ໂຕໜຶ່ງອີກ. ຕອນຄ່ຳມື້ນັ້ນ, ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງປີ 68 – 69, ຄະນະຊາວໜຸ່ມຂອງຂ້າພະເຈົ້າມີໝໍ້ເຂົ້າປຽກໃຫຍ່. ນັ້ນແມ່ນຄວາມຊົງຈຳອັນສວຍງາມທີ່ສຸດທີ່ຕິດພັນກັບຂ້າພະເຈົ້າຕາມການເວລາ ກ່ຽວກັບນ້ຳໃຈຂອງປະຊາຊົນລາວ ທີ່ມີຕໍ່ທະຫານ ຫວຽດນາມ ໃນຊຸມວັນຕໍ່ຕ້ານ.”
ສ່ວນລຸງ ຫງວຽນແຄ໋ງລ້ວຽນ, ນັ່ງຢູ່ແຈໜຶ່ງກຳລັງຂຸ້ນຄິດເຖິງບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດແລ້ວ:
“ປີ 1964, ຂ້າພະເຈົ້າໄປລາວ ເຂົ້າຮ່ວມບັ້ນຮົບ 74, ປົດປ່ອຍທົ່ງໄຫຫີນ. ຫຼັງຈາກນັ້ນ, ຂ້າພະເຈົ້າໄປຊຳເໜືອ ເຂົ້າຮ່ວມກອງປືນໃຫຍ່ 37 ປົກປ້ອງໃຫ້ສູນກາງຂອງລາວ. ຢູ່ ຊຳເໜືອ ມີຖ້ຳໃຫຍ່, ທັງສູນກາງຂອງລາວຕັ້ງຢູ່ນັ້ນ, ຂ້າພະເຈົ້າປົກປ້ອງຢູ່ຮອບນອກ. ບັ້ນຮົບຢ່າງດຸເດືອດໃນທ້າຍປີ 1967 ໄດ້ເຮັດໃຫ້ກົມກອງຂອງຂ້າພະເຈົ້າຖືກເສຍຫາຍຢ່າງໜັກໜ່ວງ, ນັກຮົບປະມານ 20 ຄົນໄດ້ເສຍສະຫຼະຊີວິດເພື່ອປ້ອງກັນຄວາມປອດໄພໃຫ້ແກ່ສູນກາງລາວ.”
ເມື່ອໄດ້ຮັບຟັງບັນດາເລື່ອງລາວ, ບັນດາຄວາມຊົງຈຳຈາກບັນດາຕົວພະຍານ, ເພື່ອນ ວິໄລສັກ ພັນດານຸວົງ ແລະ ອວນຢ່າງ, ນັກສຶກສາສະຖາບັນພົວພັນຕ່າງປະເທດ ກໍ່ໄດ້ມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາການອຸທິດສ່ວນອັນໃຫຍ່ຫຼວງເຊິ່ງຄົນລຸ້ນກ່ອນໄດ້ເສຍສະຫຼະຊີວິດເພື່ອມີພື້ນຖານເອກະລາດຄືທຸກວັນນີ້:
ສຽງນັກສຶກສາ
ການພົບປະໄດ້ສິ້ນສຸດລົງໃນບັນຍາກາດທີ່ເຕັ້ມໄປດ້ວຍຄວາມຮັກແພງສະໜິດສະໜົມ, ບໍ່ຢາກອຳລາພາຈາກທຸກຄົນໃນຫ້ອງປະຊຸມໄດ້ພ້ອມກັບຟ້ອນລຳວົງ. ວາດຟ້ອນນີ້ຄືດັ່ງອາຫານດ້ານຈິດໃຈຂອງບັນດານັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ລາວເວົ້າສະເພາະ ແລະ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດລາວລ້ານຊ້າງ ເວົ້າລວມ.