ການຮ່ວມມືພາກລັດ-ເອກະຊົນໃນການເຄື່ອນໄຫວຄຸ້ມຄອງນ້ຳສະອາດຢູ່ ອິນໂດເນເຊຍ


(vovworld)- ສານ​ລັດ​ຖະ​ທຳ​ມະ​ນູນ ອິນ​ໂດ​ເນ​ເຊຍ ຫາ​ກໍ​ຍົກ​ເລີກ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ນ້ຳ ຊື່ງ​ປະ​ກາດ​ໃຊ້​ເມື່ອ​ປີ 2004. ນີ້​ແມ່ນ​ບາດ​ກ້າວ​ເດີນ ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ເລື່ອ​ງ​ສ້າງ​ກອບ​ກົດ​ໝາຍ​ເພື່ອ​ພັດ​ທະ​ນາ​ຮູບ​ແບບ​ການ​ຮ່ວມ​ມື​ພາກ​ລັດ-ເອ​ກະ​ຊົນ​ໃນ​ການ​ຜະ​ລິດ ແລະ ສະ​ຫນອງ​ນ້ຳ​ສະ​ອາດ. ການ​ປ່ຽນ​ແປງນີ້ ເພື່ອ​ແນ​ໃສ່ບັນ​ລຸ​ຈຸດ​ໝາຍ​ເພີ່ມ​ຈຳ​ນວນ​ຄອບ​ຄົວ​ໄດ້​ນຳ​ໃຊ້​ນ້ຳ​ສະ​ອາດ​ຈາກ 25% ​ໃຫ້ຂຶ້ນ​ເຖິງ 60% ໃນ​ປີ 2019.

ການຮ່ວມມືພາກລັດ-ເອກະຊົນໃນການເຄື່ອນໄຫວຄຸ້ມຄອງນ້ຳສະອາດຢູ່  ອິນໂດເນເຊຍ - ảnh 1

ພາບ​ປະ​ກອບ:baomoi.com

        ພາຍ​ຫລັງ​ຫລາຍ​ປີ​ທີ່​ນຳ​ໃຊ້​ນ້ຳ​ບາ​ດານ​ເພື່ອ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ, ອ້າຍ Andi Nirwanto, ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ Tangerang  ແຂວງ Banten ປະ​ເທດ ອິນ​ໂດ​ເນ​ເຊຍ ໄດ້​ຕົກ​ລົງ​ຫັນ​ມາ​ນຳ​ໃຊ້​ນ້ຳ​ສະ​ອາດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ໄລ​ຍະ​ຍາວ​ນັບ​ແຕ່​ເມື່ອ​ສະ​ເຫນີ​ໄດ້​ນຳ​ໃຊ້​ນ້ຳ​ສະ​ອາດ​ມາ​ຮອດ​ປະ​ຈຸ​ບັນ, Andi Nirwanto ​ບໍ່​ທັນ​​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ບໍ​ລິ​ສັດ​ນຳ້​ສະອາດ​ເທື່ອ. ເລື່ອງ​ລາວ​ຂອງ ອ້າຍ Andi Nirwanto ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຕົວຢ່າງກ່ຽວ​ກັບ​ການບໍ​ລິ​ການ​ສະ​ຫນອງ​ນ້ຳ​ສະ​ອາດ​ຢ່າງຊັກ​ຊ້າ ແລະ ຂາດ​ລັກ​ສະ​ນະ​ວິ​ຊາ​ການ​ຂອ​ງ​ບັນ​ດາ​ບໍ​ລິ​ສັດ​ນ້ຳ​ສະ​ອາດ​ຂອງ​ລັດ.

        ເພາະ​ສະ​ນັ້ນ ​ຫວ່າງ​ແລ້ວນີ້ ສານ​ລັດ​ຖະ​ທຳ​ມະ​ນູນ ອິນ​ໂດ​ເນ​ເຊຍ ໄດ້​ຍົກ​ເລ​ິກ ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ນ້ຳທີ່​ປະ​ກາດ​ໃຊ້​ເມື່ອ​ປີ 2004. ຕາມ​ບັນ​ດາ​ເອ​ກະ​ສານ​ທີ່​ປະ​ກາດ​ໃຊ້​ຫວ່າງ​ແລ້ວນີ້​ແທນ​ທີ່​ກົດ​ໝາຍ​ເກົ່າ, ເລື່ອງ​ນຳ​ໃຊ້​ນ້ຳ​ສະ​ອາດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ. ເພາະ​ສະ​ນັ້ນ ປະ​ຈຸ​ບັນ ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ພວມ​ພິ​ຈາ​ລະ​ນາ ແລະ ຍູ້​ແຮງ​ຮູບ​ແບບ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ​ໃນ​ການ​ຜະ​ລິດ ແລະ ສະ​ຫນອງ​ນ້ຳ​ສະ​ອາດ ເພື່ອ​ບັນ​ລຸ​ຈຸດ​ໝາຍ​ເພີ່ມ​ຈຳ​ນວນ​ຄອບ​ຄົວ​ໄດ້​ນຳ​ໃຊ້​ນ້ຳ​ສະ​ອາດ​ແຕ່ 25% ຂຶ້ນ​ເຖິງ 60% ໃນ​ປີ 2019.

        ມີບໍລິສັດ​ຫນຶ່ງ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​​ໝູນ​ໃຊ້​ຮູບ​ແບບ​ດັ່ງ​ກ່າວ​, ນັ້ນ​ແມ່ນ​ບໍ​ລິ​ສັດ Aetra Air Tangerang. ແຕ່​ລະ​ວິ​ນາ​ທີ ມີນ້ຳ​ 900  ລິດທີ່ສູບ​ມາ​ຈາກ​ແມ່​ນ້ຳ Cisadane ແລະ ຖືກ​ກັ່ນ​ຕອງ​ຢູ່​ໂຮງ​ຈັກ Aetra Air Tangerang. ປະ​ຈຸ​ບັນ ບໍ​ລິ​ສັດ​ນີ້ ໄດ້​ສະ​ຫນອງ​ນ້ຳ​ສະ​ອາດ​ໃຫ້​ 72.000 ຄອບ​ຄົວ ແລະ 560 ໂຮງ​ງານ. ທ່ານ Ungtung Suruadi, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Aetra Air Tangerang ໃຫ້​ຮູ້​ວ່າ:

        “ການ​ພົວ​ພັນ​ຮ່ວມ​ມື​ຂອງ​ບໍ​ລິ​ສັດ ແມ່ນ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ. ວິ​ສາ​ຫະ​ກິດ​ພ້ອມ​ແລ້ວທີ່​ຈະ​​ເຂົ້​າຮ່ວມວຽກ​ງານກ່ຽວ​ຂ​້ອງ​ເຖິງ​ບໍ​ລິ​ການ​ສາ​ທາ​ລະ​ນະ​​ໃຫ້​ໄດ້ເຄິ່ງໜຶ່ງ.”

        ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ ອິ​ນ​ໂດ​ເນ​ເຊຍ ໄດ້​ນຳ​ໃຊ້​ນ້ຳ​ສະ​ອາດ, ຄຽງ​ຄູ່​ກັບ​ການກຽມ​ພ້ອມຂອງ​ບັນ​ດາ​ວິ​ສາຫະ​ກິດ​ພາກ​ເອ​ກະ​ຊົນ​ແລ້ວ, ບົດ​ບາດ​ຂອງ​ລັດ​ຖະ​ບານ​ກໍ​ສຳ​ຄັນ​ທີ່​ສຸດ. ທ່ານ Tamin Zakaria Amin, ຫົວ​ຫນ້າ​ກົມ​ພ​ັດ​ທະ​ນາ​ລະ​ບົບ​ສະ​ຫນອງ​ນ້ຳ​ສະ​ອາດ​ຂອງ ອິນ​ໂດ​ເນ​ເຊຍ ເນັ້ນ​ຫນັກ​ວ່າ: ວຽກ​ງານນີ້ຄວນ​ມີ​ການ​ຫນູນ​ຊ່ວຍ​ຢ່າງ​ຕັ້ງ​ຫນ້າ​ຈາກການ​ນຳ​ບັນ​ດາ​ເມືອງ, ເຂດ.

        “ສິ່ງ​ສຳ​ຄັນນັ້ນ​ແມ່ນ​ຕ້ອງ​ມີ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ການ​ນຳ​ບັນ​ດາ​ທ້ອງ​ຖິ່ນ. ໃນ​ຂະ​ນະ​ທີ່​ບັນດາລັດ​ວິ​ສາ​ຫະ​ກິດ​ມີ​ຫລາຍ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ, ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ປະຕິບັດ, ກົງ​ກັນ​ຂ້າມ ບັນ​ດາ​ບໍ​ລິ​ສັດສະ​ຫນອງ​ນ້ຳ​ສະ​ອາດພາກ​ເອ​ກະ​ຊົນ​ພັດຖື​ນີ້​ແມ່ນ​ກາ​ລະ​ໂອ​ກາ​ດຳ​ເນີນ​ທຸ​ລະ​ກິດ​ທີ່ດູດ​ດື່ມ.”

        ພາຍ​ຫລັງ ສານ​ລັດ​ຖ​ະ​ທຳ​ມະ​ນູນ ອິນ​ໂດ​ເນ​ເຊຍ ຍົກ​ເລີກ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ນ້ຳ​ດັ່ງ​ກ່າວ, ກະ​ຊວງ​ໂຍ​ທາ​ທິ​ການ ແລະ ເຮືອນ​ຢູ່ ອິນ​ໂດ​ເນ​ເຊຍ ຈະປະ​ກາດ​ໃຊ້ມະ​ຕິ​ສະ​ບັບ​ໃຫມ່​ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ​ນ້ຳ​ສະ​ອາດໃນ​ເດືອນ 5 ນີ້. ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ​ພາກ​ເອກ​ະ​ຊົນ​ຫລາຍ​ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​ຂະ​ແຫນງ​ດຳ​ເນີນ​ທຸ​ລະ​ກິດ​ນ້ຳ​ສະ​ອາດ​ພວມ​ລໍ​ຖ້າ​ບັນ​ດາ​ກາ​ລະ​ໂອ​ກາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ