ການ​ເສັງ “Aku dan ອິ​ນ​ໂດ​ເນ​ເຊ​ຍ” - ໂອ​ກາດ​ສະ​ແດງ​ຄວາມ​ຮັກ​ທີ່​ມີ​ຕໍ່ ອິນ​ໂດ​ເນ​ເຊຍ

(VOVWORLD) -ດ້ວຍຄວາມປາດຖະໜາຢາກໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບ ປະຊາຊົນ, ວັດທະນະທຳ, ປະເທດ ອິນໂດເນເຊຍ ແລະ ພາສາ ອິນໂດເນເຊຍ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ໄດ້ຮັບຄວາມນິຍົມຢູ່ ຫວຽດນາມ ໃນອະນາຄົດນັ້ນ, ຕົ້ນເດືອນຕຸລາ ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ປຸກລະດົມການເສັງສ້າງຄຼິບວີດີໂອ ດ້ວຍຫົວຂໍ້ “Aku dan ອິນໂດເນເຊຍ” (ແປວ່າ ຂ້ອຍ ແລະ ອິນໂດເນເຊຍ)  ສຳລັບ ຊາວຫວຽດນາມ ທີ່ຮູ້ພາສາ ອິນໂດເນເຊຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີ ແຫ່ງການພົວພັນສອງຝ່າຍ ຫວຽດນາມ - ອິນໂດເນເຊຍ (ວັນທີ 30 ທັນວາ 1955  30 ທັນວາ 2020). 

ພິທີມອບລາງວັນການເສັງດັ່ງກ່າວ ໄດ້ດຳເນີນໃນງານລາຕີ “ຄ່ຳຄືນແຫ່ງໄມຕີຈິດມິດຕະພາບ ອິນໂດເນເຊຍ - ຫວຽດນາມ” ທີ່ຈັດຂຶ້ນໃນວັນທີ 16 ພະຈິກ ຜ່ານມາ ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ຕໍ່ໄປເຊີນທ່ານຕິດຕາມບົດສາລະຄະດີຂອງນັກຂ່າວ ງວຽນຮ່າ ກ່ຽວກັບຄວາມໝາຍຂອງການເສັງດັ່ງກ່າວ.

    ພາຍຫຼັງປຸກລະດົມມາເປັນເວລາເກືອບ 1 ເດືອນ, ແຕ່ວັນທີ 3 – 24 ຕຸລາ, ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງຈໍານວນ 22 ບົດ ຈາກຜູ້ເຂົ້າຮ່ວມໃນທົ່ວປະເທດ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ຢູ່ ອິນໂດເນເຊຍ. ຜ່ານຄຼິບວີດີໂອ ທີ່ມີຄວາມຍາວ 2 ນາທີ, ບັນດາຜູ້ເຂົ້າຮ່ວມຈະແບ່ງປັນກ່ຽວກັບການຄົ້ນຫາຂອງເຂົາເຈົ້າຢູ່ ອິນໂດເນເຊຍ, ກ່ຽວກັບຄວາມຮັກທີ່ເຂົາເຈົ້າມີຕໍ່ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ອິນໂດເນເຊຍ.

ການ​ເສັງ “Aku dan ອິ​ນ​ໂດ​ເນ​ເຊ​ຍ” - ໂອ​ກາດ​ສະ​ແດງ​ຄວາມ​ຮັກ​ທີ່​ມີ​ຕໍ່ ອິນ​ໂດ​ເນ​ເຊຍ - ảnh 1 ດິງທິທ໊າຍລິງ ຜູ້ໄດ້ຮັບລາງວັນທີ 2 ແລະ ຫງວຽນທິເຮືອງ ຜູ້ໄດ້ຮັບລາງວັນທີ 3 ໃນການເສັງ “Aku dan ອິນໂດເນເຊຍ”

        “ແນວຄວາມຄິດຫຼັກໆຂອງນ້ອງ ແມ່ນເລົ່າກ່ຽວກັບບັນດາຄວາມຊົງຈຳທີ່ດີງາມ ໃນຂະນະທີ່ພວມຮ່ຳຮຽນຢູ່ ອິນໂດເນເຊຍ.  ຄວາມແຕກຕ່າງກັນລະຫວ່າງການດຳລົງຊີວິດໃນປັດຈຸບັນ ແລະ ການດຳລົງຊີວິດໃນໄລຍະ 1 ປີ ທີ່ໄປຮຽນຕາມທຶນການສຶກສາ Darmasiswa ໄດ້ເປັນແຮງຈູງໃຈໃຫ້ຂ້າພະເຈົ້າເຂົ້າຮ່ວມການເສັງນີ້. ຂ້າພະເຈົ້າຫວັງວ່າ ແຕ່ລະຄົນຈະມີຫຼາຍມູມມອງທີ່ແຕກຕ່າງກັນກ່ຽວກັບປະເທດ ອິນໂດເນເຊຍ ຕື່ມອີກ. ທຸກຄົນສາມາດເຫັນໄດ້ວ່າ ອິນໂດເນເຊຍກໍນຳມາໃຫ້ນ້ອງ ແລະ ເພື່ອນຄົນອື່ນໆ ມີບັນດາພາບຖ່າຍທີ່ສວຍງາມໃນຊີວິດ, ແຕ່ບໍ່ຈຳເປັນຕ້ອງແມ່ນໄປຮຽນຢູ່ ເອີຣົບ ຫຼື ອາເມລິກາ”.

        “ໃນຄຼິບວິດີໂອນີ້, ພວກນ້ອງໄດ້ແບ່ງປັນກ່ຽວກັບບັນດາການຄົ້ນຫາຂອງຕົນໃນໄລຍະຮ່ຳຮຽນ ຢູ່ ອິນໂດເນເຊຍ. ທຸກສິ່ງທຸກຢ່າງທີ່ນ້ອງຮູ້, ນ້ອງເຂົ້າໃຈກ່ຽວກັບປະເທດນີີ້, ສິ່ງທີ່ເຮັດໃຫ້ນ້ອງຄິດຮອດປະເທດ ອິນໂດເນເຊຍ ທີ່ສຸດ ແລະ ລົງທ້າຍ ວີດີໂອນີ້, ນ້ອງໄດ້ຂັບຮ້ອງຕອນໜຶ່ງໃນບົດເພງ Tanah Air, ບົດເພງທຳອິດຂອງ ອິນໂດເນເຊຍ ເຊິ່ງນ້ອງໄດ້ຮັບຟັງ ແລະ ສຳລັບນ້ອງແລ້ວ ອິນໂດເນເຊຍ ປຽບເໝືອນດັ່ງປະເທດທີ 2 ຂອງຕົນ”.

        “ນ້ອງເຂົ້າຮ່ວມການເສັງນີ້ ຍ້ອນວ່າ ນ້ອງຢາກປະກອບສ່ວນເລັກໆນ້ອຍໆ ເຂົ້າໃນການແຜ່ຂະຫຍາຍວັດທະນະທຳ ອິນໂດເນເຊຍ, ພິເສດແມ່ນແພ ບາຕິກ ໃຫ້ເພື່ອນໆຢູ່ມະຫາວິທະຍາໄລ ສັງຄົມ ແລະ ມະນຸດສາດ ຮ່າໂນ້ຍ ແລ້ວຫຼັງຈາກນັ້ນແມ່ນບັນດາເພື່ອນນັກສຶກສາໃນທົ່ວນະຄອນ ຮ່າໂນ້ຍ. ຄຼິບວີດີໂອຂອງນ້ອງ ແມ່ນກ່ຽວຂ້ອງເຖິງເຫດການ “’ງານບຸນແລກປ່ຽນວັດທະນະທຳ” (Culture exchange) ຢູ່ນະຄອນ Kudus, ນ້ອງໄດ້ສຳຜັດກັບການແຕ້ມ Batik ແລະ ຮູ້ສຶກວ່າປະທັບໃຈອີ່ຫຼີ”.

        ນັ້ນແມ່ນຄໍາແບ່ງປັນຂອງ ຟ້າມອ໊ຽນແອັວງ ຜູ້ໄດ້ຮັບລາງວັນທີໜຶ່ງ, ດິງທິທ໊າຍລິງ ຜູ້ໄດ້ຮັບລາງວັນທີ 2 ແລະ ຫງວຽນທິເຮືອງ ຜູ້ໄດ້ຮັບລາງວັນທີ 3 ໃນການເສັງ “Aku dan ອິນໂດເນເຊຍ”  ກ່ຽວກັບເຫດຜົນ ແລະ ສານທີ່ເຂົາເຈົ້າຝາກຝັງໃນຄຼິບວີດີໂອຂອງຕົນ.

ການ​ເສັງ “Aku dan ອິ​ນ​ໂດ​ເນ​ເຊ​ຍ” - ໂອ​ກາດ​ສະ​ແດງ​ຄວາມ​ຮັກ​ທີ່​ມີ​ຕໍ່ ອິນ​ໂດ​ເນ​ເຊຍ - ảnh 2ນາງ ຟ້າມອ໊ຽນແອັວງ (ຜູ້ທຳອິດ, ຢູ່ເບື້ອງຊ້າຍ) 

      ນາງ ຟ້າມອ໊ຽນແອັວງ ບໍ່ພຽງແຕ່ສ້າງຄວາມປະທັບໃຈ ຍ້ອນການນຳໃຊ້ພາສາ ອິນໂດເນເຊຍ ໄດ້ຢ່າງລຽນໄຫຼເທົ່ານັ້ນ, ຫາກຍັງແມ່ນຍ້ອນເລື່ອງລາວຂອງລາວອີກດ້ວຍ. ນັ້ນແມ່ນເລື່ອງລາວຂອງ ແອັວງ ທີ່ໄດ້ຮ່ຳຮຽນຢູ່ ອິນໂດເນເຊຍເປັນເວລາ 1 ປີ. ກັບມາ ຫວຽດນາມ, ບັງເອີນ ນາງໄດ້ເຫັນຮ້ານອາຫານແຫ່ງໜຶ່ງທີ່ເຂັ້ມຂຸ້ນໄປດ້ວຍລົດຊາດຂອງ ອິນໂດເນເຊຍ. ເຍື່ອງ “mie goreng” (ເອີ້ນວ່າ ໝີ່ຜັດ) ຫຼື  “Nasi goren” (ເຂົ້າຜັດ) ໄດ້ເຮັດໃຫ້ນາງຄິດເຖິງຄວາມຊົງຈຳໃນໄລຍະກ່ອນນີ້ 3 ປີ. ບັນດາຮູບພາບທີ່ສະໜິດສະໜົມກັບໝູ່ກັບເພື່ອນ, ການໄປທັດສະນະສຶກສາ, ບັນດາເຍື່ອງອາຫານຕ່າງໆ ພັດປະກົດຂຶ້ນມາ… ຕອນທ້າຍຄຼິບວີດີໂອ ແມ່ນຄຳສະແດງຄວາມຂອບໃຈຂອງນາງ ແອັວງ ສຳລັບໂຄງການທຶນການສຶກສາ Darmasiswa ຂອງ ລັດຖະບານ ອິນໂດເນເຊຍ ແລະ ປາດຖະໜາວ່າ ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບສະໜິດແໜ້ນ, ສອງປະເທດພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ທີ່ພວມແຜ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ.

        ເຖິງວ່າຜູ້ເຂົ້າຮ່ວມການເສັງແຕ່ລະຄົນຕ່າງກໍມີການສະແດງ ແລະ ລະດັບການໃຊ້ພາສາ ອິນໂດເນເຊຍທີ່ແຕກຕ່າງກັນກໍຕາມ ແຕ່ສິ່ງສຳຄັນກວ່າ ນັ້ນແມ່ນຄວາມຮັກເຊິ່ງເຂົາເຈົ້າມີຕໍ່ ອິນໂດເນເຊຍ, ນັ້ນແມ່ນຄວາມສຸດຈິດສຸດໃຈຂອງເຂົາເຈົ້າທີ່ສະຫງວນໃຫ້ແກ່ຄຼິບວີດີໂອຂອງຕົນ. ບາງຄົນສ້າງຄຼິບພຽງແຕ່ໜຶ່ງວັນ, ແຕ່ບາງຄົນຕ້ອງເສຍເວລາເປັນອາທິດ ຈຶ່ງສຳເລັດ.        

        ເມື່ອຕີລາຄາກ່ຽວກັບຄຸນນະພາບຂອງບັນດາຄຼິບວີດີໂອທີ່ເຂົ້າຮ່ວມການເສັງ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ໃຫ້ຮູ້ວ່າ:

        “ໂດຍພື້ນຖານແລ້ວ, ເຂົາເຈົ້ານຳໃຊ້ພາສາ ອິນໂດເນເຊຍ ໄດ້ດີພໍສົມຄວນ, ແຕ່ຄຸນນະພາບຂອງບັນດາຄຼິບວີດີໂອນັ້ນ ແມ່ນຢູ່ໃນລະດັບປານກາງ ເພາະວ່າສ່ວນຫຼາຍເຂົາເຈົ້ານຳໃຊ້ Smart phone ສ້າງ. ແຕ່ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເຫັນໄດ້ເຖິງເຈດຕະນາດີ ແລະ ກຳລັງໜູນຂອງເຂົາເຈົ້າ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບັນດາຄຄຼິບວີດີໂອດັ່ງກ່າວ, ພິເສດແມ່ນ 3 ຄິຼບທີ່ໄດ້ຮັບລາງວັນ. ນັ້ນແມ່ນຄວາມສຸດຈິດສຸດໃຈ, ການແບ່ງປັນຈາກໃຈຈິງ  ພ້ອມດ້ວຍບັນດາຮູບພາບທີ່ມີຊີວິດຊີວາກ່ຽວກັບການດຳລົງຊີວິດຂອງເຂົາເຈົ້າທີ່ມີຕໍ່ ອິນໂດເນເຊຍ. ຄາດວ່າໃນປີໜ້າ, ພວກຂ້າພະເຈົ້າຈະສືບຕໍ່ຈັດຕັ້ງການເສັງດັ່ງກ່າວ ແລະ ຫວັງວ່າຈະດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍກວ່ານີ້ອີກ".

       ຈາກນັກສຶກສາຄົນໜຶ່ງທີ່ບໍ່ຮູ້ພາສາ ອິນໂດເນເຊຍ ຈັກໜ້ອຍ, ແຕ່ມາປັດຈຸບັນ, ນາງ ດິງທິຖ໊າຍລິງ ສາມາດເວົ້າໄດ້ຢ່າງລ່ຽນໄຫຼ ແລະ ຕອບບັນດາຄຳຖາມກ່ຽວກັບ ອິນໂດເນເຊຍ, ຮູ້ວິທີເຮັດແພບາຕິກ, ຟ້ອນບາງວາດຟ້ອນທີ່ເປັນມູນເຊື້ອຂອງອິນໂດເນເຊຍ… ອາດເວົ້າໄດ້ວ່າ ແຕ່ລະຄິຼບວີດີໂອ ທີ່ໄດ້ຮັບລາງວັນນັ້ນ ແມ່ນແທນໃຫ້ສຽງເວົ້າ, ຄວາມໃນໃຈ ແລະ ຄວາມຮັກຂອງບັນດາເພື່ອນໜຸ່ມ ຫວຽດນາມ ທີ່ສະຫງວນໃຫ້ແກ່ປະເທດ ອິນໂດເນເຊຍ ທີ່ສວຍງາມ. ພິທີມອບລາງວັນຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອໄດ້ຈັດຂຶ້ນໃນງານລາຕີ “ຄ່ຳຄືນແຫ່ງໄມຕີຈິດມິດຕະພາບ ອິນໂດເນເຊຍ - ຫວຽດນາມ” ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ. ໃນຈຸດເວລາຂຶ້ນຮັບລາງວັນ, ບັນດາເພື່ອນໜຸ່ມມີຄວາມປິຕິຊົມຊື່ນບໍ່ພຽງແຕ່ຍ້ອນໄດ້ເອີ້ນຊື່ຂຶ້ນແທ່ນຮັບລາງວັນອັນຊົງກຽດເທົ່ານັ້ນ ຫາກຍັງແມ່ນຄວາມມານະພະຍາຍາມ ແລະ ຄວາມຮັກຂອງເຂົາເຈົ້າໄດ້ແຜ່ຂະຫຍາຍໄປສູ່ຄົນອື່ນອີກດ້ວຍ. ຕໍ່ໄປນີ້ ຈະແມ່ນແຜນການຂອງເຂົາເຈົ້າໃນອະນາຄົດ.

        ອ໊ຽນແອັວງ: “ວຽກງານທີ່ນ້ອງກຳລັງເຮັດໃນປັດຈຸບັນແມ່ນໄດ້ນຳໃຊ້ພາສາ ອິນໂດເນເຊຍ ຫຼາຍພໍສົມຄວນ. ເຖິງຢ່າງໃດກໍຕາມ, ນ້ອງຫວັງວ່າ ໃນອະນາຄົດ, ນ້ອງຈະສາມາດເຮັດວຽກງານໃດໜຶ່ງທີ່ຊ່ວຍຊຸກຍູ້ການພົວພັນສອງຝ່າຍຂອງສອງປະເທດ, ນຳວັດທະນະທຳ, ຮູບພາບຂອງປະເທດຊາດ ແລະ ຊາວ ອິນໂດເນເຊຍ ໃຫ້ຫຍັບມໍ່ເຂົ້າກັບ ຫວຽດນາມ ຫຼາຍກວ່າ ແລະ ກົງກັນຂ້າມ ອາດຈະດ້ວຍທາງກົງ ຫຼື ທາງອອ້ມ.”

         ຖ໊າຍລິງ: “ກ່ຽວກັບແຜນການໃນອະນາຄົດ, ຄວາມຝັນຂອງນ້ອງແມ່ນ ຢາກກາຍເປັນເອກອັກຄະລັດຖະທູດ ເພາະວ່າ ປັດຈຸບັນ ນ້ອງກຳລັງຮຽນຢູ່ສະຖາບັນການຕ່າງປະເທດ. ສິ່ງສຳຄັນແມ່ນ ວຽກງານຂອງນ້ອງໃນອະນາຄົດ ຈະນຳໃຊ້ພາສາ ອິນໂດເນເຊຍ”.

         ເຮືອງ: “ປັດຈຸບັນ, ນ້ອງຍັງສືບຕໍ່ຮຽນພາສາ ອິນໂດເນເຊຍ ຢູ່ ມະຫາວິທະຍາໄລ. ພາຍຫຼັງຮຽນຈົບແລ້ວ, ນ້ອງຢາກຊອກວຽກໃດໜຶ່ງທີ່ນຳໃຊ້ພາສາ ອິນໂດເນເຊຍ. ເພາະວ່າ ນ້ອງມີຄວາມມັກຮັກພາສາ, ວັດທະນະທຳ ແລະ ຊາວອິນໂດເນເຊຍ ອີ່ຫຼີ່”.

        ຕ່າງຄົນຕ່າງກໍມີຄວາມຝັນຂອງໃຜລາວ, ແຕ່ເວົ້າລວມແລ້ວ ຜູ້ໃດກໍຢາກຕິດພັນກັບ ອິນໂດເນເຊຍ, ພາສາ ອິນໂດເນເຊຍ. ບັນດາການເຄື່ອນໄຫວຄື ການເສັງ “Aku dan ອິນໂດເນເຊຍ”   ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ສະແດງຄວາມຮັກຂອງຕົນ ທີ່ມີຕໍ່ ອິນໂດເນເຊຍ ເທົ່ານັ້ນ, ຫາກຍັງແມ່ນປະຖົມປັດໄຈ, ແມ່ນກຳລັງໜູນຊ່ວຍໃຫ້ເຂົາເຈົ້າມີຄວາມຫວັງຫັນຄວາມຝັນຂອງຕົນໃຫ້ປະກົດຜົນເປັນຈິງອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ