ການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ10

ການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ10 - ảnh 1

ພາບ​ປະ​ກອບ:intern


(vovworld)- ​ ວັນ​ທີ 20/10 ຢ​ູ່ ຮ່າ​ໂນ້ຍ, ກອງ​ປະ​ຊ​ຸ​ມ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັັ້ງ ແລະ ຄະ​ນະ​ກຳ​ມະ​ການ​ເຕັກ​ນິກ​ຄັ້ງ​ທີ 2, ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 10 ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ໄດ້​ສຳ​ຫລວດກວດ​ກາ​ທຸກວຽກ​ງານ​ກະ​ກຽ​ມ​ຂອງ​ປະ​ເທດ​ເຈົ້າ​ພາບ ຫວຽດ​ນາມ; ການ​ປະ​ສານ​ສົມ​ທົບ, ການ​ຮ່ວມ​ມື​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ອາ​ຊຽນ ແມ່ນ​ເຫດກ​ານ​ສຳ​ຄັນ​ຍິ່ງ​ຂອງ ອາ​ຊຽນ ໃນ​ຂົງ​ເຂດ​ແຮງ​ງານ ແລະ ບຳ​ລຸງ​ສ້າງ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະ​ວີ​​ຄຸນ​ນະ​ພາບ​ສີ​ມື​ແຮງ​ງານ​ໃນ​ພາກ​ພື້ນ​ໃຫ​້​ຂຶ້ນ​ສູ່​ລະ​ດັບ​ສາ​ກົນ,  ສ້າງລັກ​ສະ​ນະ​ແກ້ງ​ແຍ້ງ​ຂອງ​ກຳ​ລັງ​ແຮງ​ງານ​ອາ​ຊຽນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ