ກາລະໂອກາດຊຸກຍູ້ການພົວພັນມິດຕະພາບ ອິນໂດເນເຊຍ- ຫວຽດນາມ


(vovworld)- ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ, ປະ​ທັບ​ໃຈ, ດູ​ດ​ດື່ມ, ນັ້ນ​ແມ່ນ​ ຄວາມ​ຮູ້​ສຶກ​ຂອງ​ຜູ້​ຊົມ​ທັງ​ໝົດ​ທີ່​ມີ​ຫນ້າ​ຢູ່​ງານ​ລາ​ຕີ​ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ ອິນ​ໂດ​ເນ​ເຊຍ -ຫວຽດ​ນາມ ຊື່ງດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 2/12 ​ຜ່ານ​ມາຢູ່ ຮ່າໂນ້ຍ. ເຫດ​ການນີ້ ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ບັນ​ດາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​​ຫລາຍ​ເຜົ່າ​ພັນ​ຂອງ​ສອງ​ປະ​ເທດ, ພ້ອມ​ທັງ​ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ.

                ຢູ່​ຫໍ​ປະ​ຊຸມ​ວິ​ທະ​ຍາ​ໄລ​​ການຟ້ອນ ຮ່າ​ໂນ້ຍ ດ້ວຍ​ເນື້ອ​ທີ 250 ຕາ​ລາງ​ແມັດ, ເປີ​ດ​ສາກງານ​ລາ​ຕີ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ - ສິ​ລະ​ປະ ອິນ​ໂດ​ເນ​ເຊຍ -ຫວຽດ​ນາມ ແມ່ນ​ລາຍ​ການ​ສະ​ແດງ​ຂອງ​ນັກ​ສິ​ລະ​ປິນ Trie Aprina Safitri ພ້ອມ​ກັບ​ວົງ​ດົນ​ຕີ​ພື້ນ​ເມືອງ​ມາ​ຈາກ ອິນ​ໂດ​ເນ​ເຊຍ. ສອງ​ບົດ​ເພ​ງ​ທຳ​ອິດ​ເປີດ​ສາກ​ລາຍ​ການ ນັ້ນ​ແມ່ນ​ເພງ: Kalangkang ແລະ Tibelat ໄດ້​​ສະ​ແດງ​ດ້ວຍ​ສຽງ​ດົນ​ຕີ​ພື້ນ​ເມືອງ​ຄື: Kecapi, Suling ແມ່ນ​ເວົ້າ​ເຖິງ​ຄວາມ​ຮັກ​ຂອງ​ນາງ​ສາວ​ຜູ້​ຫນຶ່ງ.

ກາລະໂອກາດຊຸກຍູ້ການພົວພັນມິດຕະພາບ ອິນໂດເນເຊຍ- ຫວຽດນາມ - ảnh 1
  ​ລາຍ​ການ ​ຟ້ອນMaung Lugay(ອິນ​ໂດ​ເນ​ເຊຍ)
ພາບ:vov

        ງານ​ລາ​ຕີ​ຍິ່ງ​ຟົດ​ຟື້ນ​ກວ່າ​ດ້ວຍ​ລາຍ​ການ​ຟ້ອນ Maung Lugay ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ Sunda ຢູ່ Bandung  ໂດຍ​ນັກຟ້ອນ Hardyanti Pratiwi ແລະ Agus Badeng  ສະ​ແດງ. ໃນ​ຊຸດ​ອາ​ພອນ​ພື້ນ​ເມືອງ​ຂອງ​ຊ​ົນ​ເຜົ່າ Sunda, ນັກ​ຟ້ອນ 2 ຄົນ​ໄດ້​ສະ​ແດງວາດ​ຟ້ອນ Maung Lugay ​ຈຶກ​ຈັກ​ຫ້າວ​ຫັນ ເຂົ້າ​ກັບ​ຈ​ັງ​ຫວະ​ທີ່​ສ້າງ​ຄວາມ​ທັບ​ໃຈທີ່​ສຸດ. ເນື້ອ​ໃນ​ຂອງວາດ​ຟ້ອນນີ້​ແມ່ນ​ເວົ້າ​ເຖິງ​ຊີ​ວິດ, ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ​ຂອງ​ປູ່​​ຍ່າ​ຕາ​ຍາຍ​ຊົນ​ເຜົ່າ Sunda. ທ່ານ Yoyon Darsono, ນັກ​ເສບດົນ​ຕີ​ຂອງກອງ​ສິ​ລະ​ປະ​ກອນ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ:

        “Maung Lugay ແມ່ນ​ຖື​ເອົາ​ຮູບ​ໂຕ​ເສືອ ພວມ​ບືນ​ຂຶ້ນ, ສະ​ນັ້ນ ບັນ​ດາທ່າ​ຟ້ອນນີ້​ແມ່ນ​ຈຶກ​ຈັກ​ຫ້າວ​ຫັນ​ວ່ອ​ງ​ໄວ ແລະ ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ. .ບັນ​ດາ​ວາດ​ຟ້ອນນັ້ນ ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເກັ່ງ​ກ້າ​ສາ​ມາດ​ເພື່ອ​ປົກ​ປ້ອງ​ຄວາມ​ຖືກ​ຕ້ອງ. ວາດ​ຟ້ອນນີ້ກ​ໍ​ສ​ະ​ແດງ​ໃຫ້​ເຫັນ​ຄວ​າມ​ປ​ິ​ຕິ​ຊົມ​ຊື່ນ ຍ້ອນ​ວ່າ ມັ​ນ​ແມ່ນ​ຮູບ​ພາບ​ແຫ່ງ​ການ​ຕໍ່​ສູ້​ເພື່ອ​ບັນ​ດາ​ຄຸນ​ຄ່າ​ຂອງຊີ​ວິດມະ​ນຸດ.”

        ດ້ວຍ​ຈຸດ​ປະ​ສົງ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ບັນ​ດາ​ນັກ​ສຶກ​ສາ​ຮຽນ​ປີ​ສຸດ​ທ້າຍ​ຢູ່​ວິ​ທະ​ຍາ​ໄລ​ການຟ້ອນ ຫວຽດ​ນາມ ກໍ​ນຳ​ມາ​ເຊິ່ງ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລ​ິກ​ເຊິ່ງ​ໃຫ້​ແກ່​ຜູ້​ຊົມ​ເວົ້າ​ລ​ວມ ແລະ ເພື່ອນ​ມິດ​ມາ​ຈາກ ອິນ​ໂດ​ເນ​ເຊຍ ເວົ້າ​ສະ​ເພາະ. ໃນ​ຊຸດ​ອາ​ພອນ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຜົ່າ ເກີ​ຕູ ແລະ ຊາວ​ເຜົ່າ​ຜູ້​ໄທ, ບັນ​ດາ​ນາງ​ສາວ​ຫວຽດ​ນາມ​ ສະ​ແດງ​ບັນ​ດາ​ວາດ​ຟ້ອນ​ທີ່​ອອນ​ຊອນຊື່ງໄດ້​ວາດ​ພາບ​ຄ​ຸນ​ລັກ​ສະ​ນະ​ທີ່​ສຸ​ພາບ​​ອ່ອນ​ໂຍນ​ຂອງ​ແມ່​ຍິງເກີ​ຕູ, ຜູ້​ໄທ ເວົ້າ​ສະ​ເພາະ ແລະ ແມ່​ຍິງ​ຫວຽດ​ນາມເວົ້າ​ລ​ວມ.

ກາລະໂອກາດຊຸກຍູ້ການພົວພັນມິດຕະພາບ ອິນໂດເນເຊຍ- ຫວຽດນາມ - ảnh 2
ບັນ​ດາ​ນາງ​ສາວ​ຫວຽດ​ນາມ​ໃນ​ຊຸດ​ອາ​ພອນ​ພື້ນ​ເມືອງ
​​ຂອງ​ເຜົ່າ ເກີ​ຕູ

ພາບ:vov

ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ​ຟ້ອນ​ໄດ້​ກາຍ​ເປັນ​ງານ​ລາ​ຕີ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃ​ຈ ຜ່ານ​ວາດ​ຟ້ອນ Mojang Priangan ໂດຍ​ບັນ​ດາ​ນັກ​ສຶກ​ສາ​ວິ​ທະ​ຍາ​ໄລ​ການ​ຟ້ອນ ຫວຽດ​ນາມ ສະ​ແດງ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ຟ້ອນ​ມາ​ຈາກ​ອິນ​ໂດ​ເນ​ເຊຍ. ເພື່ອນ ໂດ​ທິ​ຈາງ​ຮ່​ວຽນ, ນັກ​ສຶກ​ສາ​ຟ້ອນ​ເຂົ້າ​ຮ່ວມ​ລາຍ​ການ​ພົວ​ພັນ​ແລ​ກ​ປ່ຽນ​ໃຫ້​ຮູ​້​ວ່າ ຮຽນ​ວາດ​ຟ້ອນນີ້​ກໍ​ບໍ່​ຍາກ​ປານ​ໃດ ແຕ່​ຟ້ອນ​ໃຫ້​ງາມ​ ແລະ ດູດ​ດື່ມ​ໃຈ​ຜູ້​ຊົມກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ.

“ຂ​້າ​ພະ​ເຈົ້າ​ແມ່ນ​ຜູ້​ເຂົ້າ​ຮ່ວມ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ເພື່ອນ ອິນ​ໂດ​ເນ​ເຊຍ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ວາດ​ຟ້ອນ​ຂອງ​ຫວຽດ​ນາມອອນ​ຊອນກວ່າ, ແຕ່​ວາດ​ຟ້ອນ​ຂອງ​ອິນ​ໂດ​ເນ​ເຊຍ ແມ່ນຫ້າວ​ຫັນ ແລະ ມ່ວນ​ຊື່ນກວ່າ. ບັນ​ດາ​ນັກ​ສິ​ລະ​ປິນ​ຂອງ​ອິນ​ໂດ​ເນ​ເຊຍ ແມ່ນ​ມີ​ລີ​ລາ​ການ​ຟ້ອນ​ດີ."​

ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ ອິນ​ໂດ​ເນ​ເຊຍ ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາ​ຍ​ຢ່າງ​ໃຫ້​ແກ່​ຜູ້​ຊົມ. ນີ້ບໍ່​ພຽງ​ແຕ່ ແມ່ນ​ລາຍ​ການ​ສິ​ລະ​ປະ​ທຳ​ມະ​ດາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຂອງ​ອິນ​ໂດ​ເນ​ເຊ​ຍ​ອີກ​ດ້ວຍ. ນັ້ນ​ແມ່ນ​ຄວາມ​ຮູ້​ສຶກ​ຂອງ​ເພື່ອນ ດາວ​ທິ​ອຽນ,ນັກ​ສຶກ​ສາ​ວິ​ທະ​ຍາ​ໄລ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ພາຍ​ຫລັງ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ.

        “ນ້ອງ​ເຫັນ​ວ່າ ວັດ​ທະ​ນະ​ທຳ ອິນ​ໂດ​ເນ​ເຊຍ ແມ່ນ​ດູດ​ດື່ມ​ໃຈ. ເມື່ອ​ໄດ້​ຮັບ​ຊົມ ນ​້ອງ​ມີ​ຄວາມ​ເຂົ້າ​ໃຈ​ສ່ວນ​ໃດ​ຫນຶ່ງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ອິນ​ໂດ​ເນ​ເຊຍ. ບັນ​ດາ​ວາດ​ຟ້ອນ​ຂອງ​ອິນ​ໂດ​ເນ​ເຊຍ ມ່ວນ ແລະ ສ້າງ​ຄວ​າມ​ປະ​ທັບ​ໃຈ​ຫລາຍ. ນ້ອງ​ຫວັງ​ວ່າ ການ​ເຄື່ອນ​ໄຫວ​ຄື​ແນວນີ້ ຈະ​ຖືກ​ຈັດ​ຂຶ້ນ​ຫລາຍ​ຄັ້ງ​ກວ່າ ເພື່ອ​ໃຫ້​ນັກ​ສຶກ​ສາ​ຫວຽດ​ນາມ ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ກວ່າ.”

ຕາມ​ທ່ານ Sadikin, ທູດ​ວັດ​ທະ​ນະ​ທຳ ແລະ ຖະ​ແຫລງ​ຂ່າວ, ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ ຮ່າ​ໂນ້ຍ ແລ້ວ, ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພິ​ເສດ​ມຸ່ງ​ໄປ​ສູ່​ການ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ(30/12/1955-30/12/2015) ຖືກ​ຈັດ​ຂຶ້ນ​ໃນ​ປີ​ຫນ້າ. ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຄ້າຍ​ຄື​ກັນ ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢູ່ ອິນ​ໂດ​ເນ​ເຊຍ​ໃນ​ທ້າຍ​ເດືອນ12 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ