ຄົ້ນ​ຫາ​ວັດ ພູປ່າ​ເຂົາ​ຄວາຍ ທີ່​ຕັ້ງ​ຢູ່​ລະ​ຫວ່າງກາງ​ພູ​ຜາ​ປາ​ໄມ້

(VOVWORLD) -ປະເທດແດນແຫ່ງຈຳປາ ບໍ່ພຽງແຕ່ເປັນທີ່ຮູ້ຈັກວ່າ ແມ່ນປະເທດສະຫງົບຫງຽບ, ປະຊາຊົນເປັນມິດສະໜິດສະໜົມ, ຮັກແພງແຂກຄົນ ເທົ່ານັ້ນ, ຫາກຍັງໄດ້ຮັບການຮູ້ຈັກກັນດີວ່າ ແມ່ນປະເທດທີ່ມີລະບົບວັດວາອາຮາມຕັ້ງຢູ່ທົ່ວທຸກແຫ່ງໃນທົ່ວປະເທດອີກດ້ວຍ. ໂດຍຫ່າງຈາກນະຄອນຫຼວງ ວຽງຈັນ ໄປທາງທິດເໜືອປະມານກວ່າ 40 ກິໂລແມັດ, ວັດປ່າພູເຂົາຄວາຍ ຕັ້ງຢູ່ສາຍພູເຂົາຄວາຍ, ແຂວງ ວຽງຈັນ - ເຊິ່ງເປັນໜຶ່ງໃນບັນດາວັດວາອາຮາມທີ່ສັກສິດຂອງ ລາວ. ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ມີຊື່ສຽງຍ້ອນມີທາດສີ່ລຽມ 5 ທາດທີ່ໄດ້ອອກແບບຕາມສະຖາປັດຕະຍາກຳຂອງ ອິນເດຍ ເທົ່ານັ້ນ ຫາກຍັງເປັນບ່ອນເຕົ້າໂຮມການປະຕິບັດທຳກຳມະຖານຂອງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂອງ ລາວ ແລະ ໄທ ອີກດ້ວຍ.
ຄົ້ນ​ຫາ​ວັດ ພູປ່າ​ເຂົາ​ຄວາຍ ທີ່​ຕັ້ງ​ຢູ່​ລະ​ຫວ່າງກາງ​ພູ​ຜາ​ປາ​ໄມ້ - ảnh 1ວັດປ່າພູເຂົາຄວາຍ ມີທາດສີ່ລຽມ 5 ທາດທີ່ໄດ້ອອກແບບຕາມສະຖາປັດຕະຍາກຳຂອງ ອິນເດຍ

ໂດຍຕັ້ງຢູ່ລະຫວ່າງກາງພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ ດ້ວຍເນື້ອທີ່ 20 ເຮັກຕາ ຂອງຕີນ ພູເຂົາຄວາຍ ອັນໃຫຍ່ໂຕມະໂຫຖານ ຢູ່ບ້ານ ນານົກຄຸ້ມ, ເມືອງ ທຸລະຄົມ ແຂວງ ວຽງຈັນ, ສະນັ້ນ, ກ່ອນໜ້ານີ້ ມີໜ້ອຍຄົນທີ່ຮູ້ຈັກເຖິງ ວັດປ່າພູເຂົາຄວາຍ. ຕາມທາງນັບແຕ່ທາງຫຼວງເຂົ້າໄປຫາວັດປະມານກວ່າ 9 ກິໂລແມັດ, ມີປ້າຍທີ່ແຕ້ມດ້ວຍຮູບພະພຸດປະລິນິບພານ  ແລະ ກໍເປັນປ້າຍຊີ້ທາງໃຫ້ແຂກທ່ອງທ່ຽວເຂົ້າໄປໃນວັດ, ເຂົ້າໄປຕາມເສັ້ນທາງແດງຕື່ມອີກປະມານ 5 ກິໂລແມັດ ກໍຈະຮອດປະຕູໂຂງຂອງວັດ. ລຽບຕາມສອງແຄມທາງເຂົ້າວັດນັ້ນ ແມ່ນໄດ້ປົກຄຸມໄປດ້ວຍສີຂຽວອຸ່ມທຸ່ມຂອງພູຜາປ່າໄມ້. ຍິ່ງຫຍັບເຂົ້າໄປໃກ້ ຍິ່ງເຫັນຮູບປັ້ນພະອົງຕ່າງໆປະກົດຂຶ້ນມາ ດ້ວຍທ່າທີ ແລະ ຮູບຮ່າງທີ່ແຕກຕ່າງກັນ ເຊິ່ງຖືກຕັ້ງສະຫຼັບກັບຕົ້ນໄມ້ໃບຫຍ້າ ຄືດັ່ງເຊື່ອມຕົວເຂົ້າກັບທຳມະຊາດ. ວັດປ່າພູເຂົາຄວາຍ ຍາມໃດກໍດຶງດູດພຸດທະສາສະນິກກະຊົນ, ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກມາປະຕິບັດທຳ, ຊົມວິວ, ໂດຍສະເພາະແມ່ນ ຫຼັງຈາກທີ່ລັດຖະບານ ລາວ ຜ່ອນຜັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານ ບຸນສວນ ສີຈຽງພິມ, ແຂກທ່ອງທ່ຽວມາຈາກນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນວ່າ:

                                           (ສຽງຂອງ ທ່ານ ບຸນສວນ ສີຈຽງພິມ )
ຄົ້ນ​ຫາ​ວັດ ພູປ່າ​ເຂົາ​ຄວາຍ ທີ່​ຕັ້ງ​ຢູ່​ລະ​ຫວ່າງກາງ​ພູ​ຜາ​ປາ​ໄມ້ - ảnh 2ວັດຖ້ຳ

ວັດປ່າພູເຂົາຄວາຍ ໄດ້ຕັ້ງລຽບຕາມຕີນພູ ດ້ວຍກິດຈະກຳຕ່າງໆຄື ສາຂານັ່ງສະມາທິ, ວັດຖ້ຳ, ນ້ຳຕົກຕາດ, ເຂດປະຕິບັດທຳກຳມະຖານ, ສວນຮູບປັ້ນ… ດ້ວຍສີຂຽວອຸ່ມທຸ່ມຂອງພູຜາປ່າໄມ້ ພ້ອມດ້ວຍນ້ຳຕົກຕາດທີ່ໄຫຼເຢັນຕະຫຼອດປີນັ້ນ ຍິ່ງເຮັດໃຫ້ວັດປ່າພູເຂົາຄວາຍມີສະເໜ່ ແລະ ກາຍເປັນສະຖານທີ່ດູດດື່ມແຂກທ່ອງທ່ຽວເດີນທາງມາທ່ຽວຊົມ ແລະ ນະມັດສະການ.  ເອື້ອຍ ກົງເດືອນ ສົວໄຊຍະວົງ ຢູ່ບ້ານ ເກີນ, ແຂວງວຽງຈັນ ກໍຍາດແຍ່ງເວລາ ໃນວັນທ້າຍອາທິດເພື່ອພາຄອບຄົວໄປຢາມວັດ ໄດ້ແບ່ງປັນວ່າ:

                                  (ສຽງຂອງ ເອື້ອຍ ກົງເດືອນ ສົວໄຊຍະວົງ)
ຄົ້ນ​ຫາ​ວັດ ພູປ່າ​ເຂົາ​ຄວາຍ ທີ່​ຕັ້ງ​ຢູ່​ລະ​ຫວ່າງກາງ​ພູ​ຜາ​ປາ​ໄມ້ - ảnh 3ຮູບພະພຸດທະເຈົ້າປະລິນິບພານ

ນັບແຕ່ເມື່ອຫໍກາງຂອງວັດໄດ້ຮັບການບູລະນະປະຕິສັງຂອນໃນທ້າຍຊຸມປີ 1990 ດ້ວຍທາດສີ່ລຽມ 5 ທາດ ທີ່ໄດ້ອອກແບບຕາມສະຖາປັດຕະຍາກຳ ຂອງ ອິນເດຍ ນີ້, ຈຸດທີ່ເປັນເອກະລັກສະເພາະຂອງວັດ ແມ່ນ ຮູບປັ້ນພະພຸດທະເຈົ້ານັ່ງສະມາທິ ທີ່ມີຄວາມສູງເກືອບ 20 ແມັດ, ຮູບປັ້ນພະພຸດທະເຈົ້າປະລິນິບພານ ພ້ອມດ້ວຍຮູບປັ້ນໃຫຍ່ນ້ອຍນັບຮ້ອຍຮູບທີ່ໄດ້ຕັ້ງຢູ່ອ້ອມຫໍກາງຂອງວັດ.  ນອກຈາກນັ້ນ, ວັດປ່າພູເຂົາຄວາຍ ຍັງມີສວນຮູບປັ້ນ ທີ່ພັນລະນາກ່ຽວກັບຜົນກຳຂອງບັນດາການກະທຳຜິດຂອງຄົນເຮົາ, ຄວາມໝາຍຂອງບັນດາຮູບປັ້ນນີ້ ແມ່ນເພື່ອແນໃສ່ສຶກສາໃຫ້ຄົນເຮົາ ຈົ່ງກະທຳແຕ່ສິ່ງດີໆ.

ຄົ້ນ​ຫາ​ວັດ ພູປ່າ​ເຂົາ​ຄວາຍ ທີ່​ຕັ້ງ​ຢູ່​ລະ​ຫວ່າງກາງ​ພູ​ຜາ​ປາ​ໄມ້ - ảnh 4

ປັດຈຸບັນນີ້, ວັດປ່າພູເຂົາຄວາຍ ນັບມື້ໄດ້ເປັນທີ່ຮູ້ຈັກກັນດີວ່າ ແມ່ນສະຖານທີ່ສັກສິດ ແລະ ດຳເນີນພິທີກຳຕ່າງໆຂອງພຸດທະສາສະໜາ ກໍຄື ຄວາມງາມຂອງບັນດາກິດຈະກຳສະຖາປັດຕະຍາກຳທາງສາສະໜາ ແລະ ທິວທັດທຳມະຊາດທີ່ສວຍສົດງົດງາມ, ປອດໂປ່ງແຫ່ງນີ້. ພະອາຈານ ບຸນຍືນ ວົງແສງເດືອນ ຮອງເຈົ້າອາວາດຂອງວັດປ່າພູເຂົາຄວາຍ ແບ່ງປັນວ່າ:

                                     (ສຽງຂອງ ພະອາຈານ ບຸນຍືນ ວົງແສງເດືອນ) 

ແຕ່ລະປີ, ວັດປ່າພູເຂົາຄວາຍ ໄດ້ຕ້ອນຮັບແຂກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດນັບພັນຄະນະມາທ່ຽວຊົມ, ກາບໄຫວ້ບູຊາ, ໂດຍສະເພາະແມ່ນໃນໂອກາດວັນບຸນຂອງວັດ ໃນຍາມເດືອນສອງ. ປັດຈຸບັນ, ວັດປ່າພູເຂົາຄວາຍ ພວມສືບຕໍ່ກໍ່ສ້າງບັນດາກິດຈະກຳທັງໝົດໃຫ້ສຳເລັດ ເພື່ອໃຫ້ສະຖານທີ່ແຫ່ງນີ້ ກາຍເປັນບ່ອນນະມັດສະການຂອງພຸດທະສາສະນິກກະຊົນ ແລະ ແຂກທ່ອງທ່ຽວສາກົນ ເມື່ອມາທ່ອງທ່ຽວຢູ່ປະເທດລ້ານຊ້າງ./. 

ຕອບກັບ

ຂ່າວ/ບົດ​ອື່ນ