ຄົ້ນຫາຮ້ານອາຫານລາວຢູ່ ຮ່າໂນ້ຍ

(vovworld)- ຢູ່​ຮ່າ​ໂນ້ຍ, ຮ​້ານ​ອາ​ຫານ​ໄທ, ຍີ່​ປຸ່ນ, ສ​ເກົາ​ຫລີ…ຫລາຍ​ພໍ​ສົມ​ຄວນ,  ແຕ່ສຳ​ລັບ​ບັນ​ດາ​ຜູ້​ມັກ​ອາ​ຫານ​ລາວ​ແລ້ວ, ເລື່ອງ​ຊອກ​ໄດ້​​ຮ້ານ​ອາ​ຫານ​ລາວແຫ່ງ​ຫນຶ່ງ ບໍ່​ແມ່ນ​ເລື່ອ​ງ​ງ່າຍ.  ໂດຍ​ຖືກ​ຕັ້ງ​ຢູ່​ແຄມ​ຖະ​ຫນົນ ເກົາ​ໄຢ ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ທາງ​ທິດ​ຕາ​ເວັນ​ຕົກ​ປະ​ມານ 6 ກີ​ໂລ​ແມັດ, ຮ້ານ​ອາ​ຫານ​ລາວ​ນຳ​ມາ​ໃຫ້​ທ່ານບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລົດ​ຊາດ​ພື້ນ​ເມືອງ​ຂອງ​ປະ​ເທດ​ລ້ານ​ຊ້າງ ພ້ອມ​ກັບ​ບັນ​ຍາ​ກາດ​ຢູ່​ທີ່ນີ້​ສະ​ຫງົບ​ງຽບ ສະ​ນັ້ນ ຜູ້​ໃດ​ມາ​​ຮັບ​ປະ​ທານ​ຢູ່​ຮ້ານ​ອາ​ຫານນີ້​ເທື່ອ​ຫນຶ່ງ​ແລ້ວ ​ອາດ​ຈະ​ຢາກ​ມາ​ອີກຫລາຍ​ຄັ້ງ​.


ຄົ້ນຫາຮ້ານອາຫານລາວຢູ່ ຮ່າໂນ້ຍ - ảnh 1

​ເມື່ອ​ມາ​ຮອດ​ຮ້ານ​ອາ​ຫານ​ລາວ, ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ ນັ້ນ​ແມ່ນ​ປະ​ຕູ​ເຂົ້າ​ຮ້ານ​ອາ​ຫານ​ລາວ ໄດ້​ຮັບ​ການ​ປະ​ດັບ​ປະ​ດາດ້ວຍ​ຮູ​ບ​ແບບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລາວ ແລະ ທ່ານ​ຈະ​ໄດ້​ຮັບ​ຟັງ​ສຽງ​ດົນ​ຕີ​ລາວ​ທີ່​ມ່ວນ​ອ່ອນ​ຊອນ. ໃນ​ເນື້ອ​ທີ່​ເກືອບ 1000 ຕາ​ແມັດ, ຮ້ານ​ອານ​ຫານ​ລາວ ຖືກ​ຈັດ​ແບ່ງ​ເປັນ 3 ເຂດ​. ເຂດ​ກາງ​ແຈ້ງ ໄດ້​ສັບ​ຊ້ອນ​ໂຕະ​ຕັ່ງ​ເປັນ​ລະ​ບຽບ​ງາມ​ຕາ ແລະ​ປະ​ດັບ​ປະ​ດາດ້ວຍ​ຕົ້ນ​​ພ້າວ​, ຕົ້ນ​ໄມ້​ໄຜ່, ຕົ້ນດອກ​ຈຳ​ປາ​ ​ທີ່​ງາມ​ຕາ ເຮັດ​ໃຫ້​ທ່ານ​ຮູ້​ສຶກ​​ສະ​ຫວາດ​ສະ​ເຫວີຍ​ທີ່​ສຸດ; ເຂດ​ໃນ​ຮົ່ມ​ກໍ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ຮູບຊ້າງຊື່ງເປັນ​ສັນ​ຍາ​ລັກ​ຂອງ​ລາວ ແລະ ​ສາ​ມາດບັນ​ຈຸ​ແຂກ​ມາ​ຮັບ​ປະ​ທານ​ອາ​ຫານ​ໄດ້ປະ​ມານ 200 ຄົນ. ນອກນັ້ນ ຍັງ​ມີ​​ຫ້ອງ​ກາ​ເຟ​, ດົນ​ຕີ​​ກໍ​ສາ​ມາດ​ບັນ​ຈຸແຂກໄດ້150 ຄົນ​.ເພື່ອນ ຫງວຽນ​ຮ່າ​ເຟືອງ ຜູ້​ມັກ ອາ​ຫານ​ລາວ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ຍິນ​ໝູ່​ເພື່ອນ​ເວົ້າ​ວ່າ ຮ້ານ​ອາ​ຫານ​ລາວ ຢູ່ ຖະ​ຫນົນ ເກົາ​ໄຢ ຮ່າ​ໂນ້ຍ ແຊບ​ຫລາຍ. ສະ​ນັ້ນ ມື້ນີ້ ຂ້າ​ພະ​ເຈົ້າ​ຈຶ່ງພາ​ໝູ່​ເພື່ອນ​ມາ​ ທົດ​ລອງ​ຊີມອາ​ຫານ​​ຢູ່​ຮ້ານນີ້. ແລະ ເມື່ອ​ໄດ້​ມານັ່ງ​ຮັບ​ປະ​ທານ​ອາ​ຫານ​ລາວ​​​ຢູ່​ຮ້ານນີ້ແລ້ວ ​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ຄື​ດັ່ງ​​ພວມຢູ່​ລາວ.”


ຄົ້ນຫາຮ້ານອາຫານລາວຢູ່ ຮ່າໂນ້ຍ - ảnh 2

ເພື່ອນ ຜາ​ດອນ ຊື່ງ​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ​ 3 ຄົນ​ລົງ​ທຶນ​ຮ່ວມ​ກັນ​ສ້າງ​ຕັ້ງ​ຮ້ານ​ອາ​ຫານ​ລາວ ແບ່ງ​ປັນ​ວ່າ: ນອກ​ຈາກ​ຢາກ​ໃຫ້​ແຂກ​ມາ​ຮັບ​ປະ​ທານ​ອາ​ຫານ​ແລ້ວ, ເຈົ້າ​ຂອງ​ຮ້ານ​ຍັງຢາກ​ໃຫ້ແຫ່ງນີ້​ແມ່ນ​ບ່ອນ​ພົບ​ປະ​ລື້ງ​ເຄີຍ​ຂອງ​ເພື່ອນ​ລາວ ແລະ ຫວຽດ​ນາມນຳ​ກັນ.


ຄົ້ນຫາຮ້ານອາຫານລາວຢູ່ ຮ່າໂນ້ຍ - ảnh 3

ເຍື່ອງ​ອາ​ຫານ​ທຸກ​ປະ​ເພດຢູ່​ທີ່ນີ້​ທີ່​ເຕັມ​ໄປ​ດ້ວຍ​ລົດ​ຊາດ​ລາວ ລ້ວນ​ແຕ່​ແມ່ນ​ພໍ່​ຄົວ​ລາວ​ປຸງ​ແຕ່ງ, ໃນ​ນັ້ນ ເຍື່ອງ​ອາ​ຫານທີ່​ແຂກ​ຄົນ​ມັກ​ທີ່​ສຸດນັ້ນ​ແມ່ນ: ລາບ, ເຂົ້າ​ຫນຽວ​ລາວ,ຕ່ຳ​ໝາກ​ຮຸ່ງ, ປີ້ງ​ໄກ່ ​ແລະ ຈຸ່ມປະ​ເພດ​ຕ່າງໆ. ​ ​ເຈົ້າ​ຂອງ​ຮ້ານ​​ໃຫ້ຮູ​້​ວ່າ, ເຄື່ອງ​ປຸງ​ແຕ່ງ​ອາ​ຫານ​ປະ​ເພດ​ຕ່າງໆ 80% ລ້ວນ​ແຕ່​ເອົາ​ມາ​ຈາກ​ລາວ. ວິ​ທີ​ປຸງ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ​ຕ້ອງ​ເໝາະ​ສົມ​ກັບ​ລົດ​ຊາດ​ຂອງ​ຊາວ​ຕ່າງ​ປະ​ເທດ. ເພື່ອນ ຜາ​ດອນ ໃຫ້​ຮູ້​ວ່າ:


ເພື່ອນ ປາ​ລະ​ມີ ຜາ​ສຸ້ຍ​ໄຊ​ງາມ, ນັກ​ສຶກ​ສາ​ປີ​ທີ 2 ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ ທໍ​ລະ​ນີ​ສາດ ແບ່ງ​ປັນ​ວ່າ:



ທ່ານ​ຜູ້​ຟັງ​ທີ​ເຄົາ​ລົບ? ຮ້ານ​ອາ​ຫານ​ຕ່າງ​ປະ​ເທດ​ຢູ່ ຮ່າ​ໂນ້ຍ ມີ​ຫລາຍ​, ແຕ່​ເມື່ອ​ທ່ານ​ມາຮັບ​ປະ​ທານຮ້ານ​ອາ​ຫານ​ລາວຢູ່​ເຮືອນ​ເລກທີ 110, ຖະໜົນເກົາ​ໄຢ ຮ່າ​ໂນ້ຍ ທ່ານ​ຈະ​ຮູ້​ສຶກ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ ດ້ວຍ​ເຍື່ອງ​ອາ​ຫານ​ທີ່​ແຊບ​ນົວ, ລົດ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລາວ ​ກໍ​ຄືເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ເທດ​ລາວ​ທີ່​ສວຍ​ງາມ.

ຕອບກັບ

ຂ່າວ/ບົດ​ອື່ນ