(VOVWORLD) -“ການສູ້ຮົບຢູ່ດິນແດນ ລາວ ຫຼື ດິນແດນ ຫວຽດນາມ ມັນຄືກັນໝົດ, ການເສຍສະຫຼະຢູ່ປະເທດ ລາວ ຫຼື ປະເທດ ຫວຽດນາມ ມັນກໍເຊັ່ນດຽວກັນ”.
ກ່ອນນີ້ກວ່າ 7 ທົດສະວັດ, ມີປະຊາຊົນ, ຊາວໜຸ່ມ ຫວຽດນາມ ນັບໝື່ນໆຄົນ ຕ້ອງໄດ້ໂຈະການຮຽນ, ປະຄອບຄົວ ແລະ ຈາກບ້ານເກີດເມືອງນອນຂອງຕົນ ເພື່ອເດີນທາງໄປປະຕິບັດໜ້າທີ່ສາກົນຢູ່ ລາວ ເພື່ອສົມທົບກັນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຍາດເອົາເອກະລາດ, ເສລີພາບມາໃຫ້ແຕ່ລະປະເທດ. ວັນທີ 30 ຕຸລາ 1949 ບັນດານັກຮົບເຫຼົ່ານັ້ນ ກໍໄດ້ເອີ້ນຢ່າງເປັນທາງການວ່າ “ທະຫານອາສາສະໝັກ ຫວຽດນາມ” ເມື່ອຄະນະປະຈຳສູນກາງພັກຄອມມູນິດ ອິນດູຈີນ ຕັດສິນໃຈຈັດສົ່ງກຳລັງທະຫານອາສາສະໝັກ ຫວຽດນາມ ໄປຊ່ວຍເຫຼືອລາວ. ນີ້ແມ່ນບາດລ້ຽວສຳຄັນໃນວິວັດການພັດທະນາສາຍພົວພັນລະຫວ່າງສອງປະເທດ, ເປີດໄລຍະໃໝ່ແກ່ການຮ່ວມສຳພັນສູ້ຮົບຕ້ານສັດຕູໂຕດຽວກັນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄປຊ່ວຍເຫຼືອ ລາວ ຄົບຮອບ 73 ປີ (30/10/1949 – 30/10/2022), ເຊີນທ່ານຜູ້ຟັງທຸກໆທ່ານຮັບຟັງຄວາມຊົງຈຳ ແລະ ເລື່ອງລາວຕ່າງໆຂອງທະຫານອາສາສະໝັກ ຫວຽດນາມ ຢູ່ປະເທດ ລາວ ລ້ານຊ້າງ ສະໄໝລະເບີດລູກປືນ.
“ຖ້າເປັນທະຫານສູ້ຮົບ, ໜ້າທີ່ໃດທີ່ເພິ່ນມອບໃຫ້ກໍຕ້ອງປະຕິບັດໃຫ້ສໍາເລັດ. ເຖິງເຮົາຮູ້ວ່າ ມັນມີຄວາມຫຍຸ້ງຍາກລຳບາກກໍ່ຕາມ ແຕ່ອ້າຍນ້ອງທະຫານພວກຂ້າພະເຈົ້າ ຜູ້ໃດກໍຍິ້ມແຍ້ມແຈ່ມໃສ, ມີນ້ຳໃຈ ແລະ ເຈດຈຳນົງ ເປັນປັດໄຈສຳຄັນ. ພວກຂ້າພະເຈົ້າຍາມໃດກໍຮັກແພງກັນ, ອູ້ມຊູຊ່ວຍເຫຼືອກັນ, ໃຫ້ກຳລັງໃຈກັນ ເພື່ອເຮັດແນວໃດປະຕິບັດສຳເລັດໜ້າທີ່ ແລະ ນຳເອົາກຽດສະຫງ່າມາໃຫ້ປະເທດຊາດ ແລ້ວກັບເມືອບ້ານເກີດເມືອງນອນຫາພໍ່ຫາແມ່ທີ່ເຖົ້າແກ່ກຳລັງລໍຖ້າເຮົາ”.
“ການສູ້ຮົບຢູ່ດິນແດນ ລາວ ຫຼື ດິນແດນ ຫວຽດນາມ ມັນຄືກັນໝົດ, ການເສຍສະຫຼະຢູ່ປະເທດ ລາວ ຫຼື ປະເທດ ຫວຽດນາມ ມັນກໍເຊັ່ນດຽວກັນ”.
ລຸງ ຫງວຽນວັນຫຍ້າ ເຄີຍເປັນທະຫານລົດຖັງຢູ່ສະໜາມຮົບ ຊຽງຂວາງ (ພາບ: Thi Uyen) |
ນັ້ນແມ່ນຈິດໃຈເຫຼັກ ແລະ ແນວຄວາມຄິດອັນໝັ້ນແກ່ນຂອງທະຫານ ຫວຽດນາມ ເຊິ່ງຍາມໃດກໍໄດ້ຮັບການເຊື່ອມຊຶມຈິດໃຈຊີ້ນຳນຳພາ ແລະ ຄຳບອກສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: ເມື່ອເຄື່ອນໄຫວຢູ່ປະເທດ ລາວ ແມ່ນຕ້ອງເຄົາລົບເພື່ອນ, ຖືການຊ່ວຍເພື່ອນຄືຊ່ວຍຕົນເອງ, ຖືປະຊາຊົນລາວ ຄື ພໍ່ແມ່ພີ່ນ້ອງຂອງຕົນ, ຮັກພູຜາປ່າໄມ້, ແມ່ນ້ຳລຳເຊ, ໄຮ່ນາຮົ້ວສວນ, ຕົ້ນໄມ້ໃບຫຍ້າຂອງລາວ ຄືກັບບ້ານເກີດເມືອງນອນຂອງຕົນ. ເພາະສະນັ້ນ, ບັນດາພະນັກງານ, ນັກຮົບ ຫວຽດນາມ ຍາມໃດກໍໃກ້ຊິດສະໜິດສະໜົມກັບປະຊາຊົນ, ຮ່ວມມືກັບພະນັກງານນັກຮົບຂອງລາວຢ່າງແໜ້ນແຟ້ນ, ບໍ່ມີການຈຳແນກ ແມ່ນຄົນ ຫວຽດນາມ ຫຼື ຄົນລາວ. ຊ້ຳບໍ່ໜຳ, ມີນັກຮົບຫຼາຍຄົນທີ່ເຄື່ອນໄຫວຢູ່ ພາກໃຕ້ຂອງລາວ ໄດ້ນຸ່ງຜ້າສະຫຼົງ, ຈົ່ງຜົມຍາວ, ປະຕິບັດ 3 ພ້ອມ ເພື່ອຂົນຂວາຍປະຊາຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປະຊາຊົນລາວໄດ້ຮັກແພງຄືລູກຫຼານຂອງຕົນ. ເນື່ອງຈາກນັ້ນ, ກຳລັງທະຫານອາສາສະໝັກ ຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຕັດສິນໃຈພ້ອມກັບເພື່ອນລາວ ຕໍ່ສູ້ຈົນສຸດຄວາມສາມາດ, ເພື່ອເອກະລາດ, ເສລີພາບ ແລະ ຄວາມຜາສຸກຂອງປະຊາຊົນ. ມີບັນດາສະຫາຍນັກຮົບຄື ສະຫາຍ ເລທ້ຽວຮຸຍ ໄດ້ເອົາຕົວເອງໄປບັງລູກປືນ ເພື່ອປ້ອງກັນ ສະເດັດເຈົ້າ ສຸພານຸວົງ ຢູ່ບັ້ນຮົບທ່າແຂກ ປີ 1946 ຫຼື ຄວາມເຊື່ອໝັ້ນທີ່ ເປັນອຳມະຕະຂອງອ້າຍທະຫານຂັບລົດຖັງ ຫງວຽນວັນຫຍາ ຢູ່ສະໜາມຮົບ ຊຽງຂວາງ ໃນເມື່ອກ່ອນ.
“ໃນຕົວທະຫານພວກຂ້າພະເຈົ້າ ຍາມໃດກໍຝັກໃຝ່ຄວາມເຊື່ອໝັ້ນທີ່ເປັນອຳມະຕະວ່າ: “ຈະບໍ່ຕາຍ. ຕ້ອງມີຄວາມເຊື່ອໝັ້ນຄືແນວນັ້ນ ຈຶ່ງໄປແນວໜ້າສູ້ຮົບໄດ້!”.
ກໍຍ້ອນມີຄວາມເຊື່ອໝັ້ນທີ່ເປັນອຳມະຕະນັ້ນ ຈຶ່ງຊ່ວຍໃຫ້ອ້າຍທະຫານ ຫງວຽນວັນຫຍາ ລອດຊີວິດມາໄດ້ພາຍຫຼັງໄດ້ຈັດພິທີໄຫວ້ອາໄລເຖິງ 2 ຄັ້ງ. ເມື່ອໂອ້ລົມນຳພວກຂ້າພະເຈົ້າ, ລຸງເລົ່າດ້ວຍຄວາມຕື້ນຕັນໃຈວ່າ: “ກ່ອນຈະເຂົ້າຮ່ວມບັ້ນຮົບມື້ວັນທີ 26 ຕຸລາ 1972 ເຊິ່ງເປັນບັ້ນຕໍ່ສູ້ມີປັດໄຈຕັດສິນໄຊຊະນະຂອງການຕໍ່ສູ້ໄລຍະທີ 3 ບັ້ນຮົບລະດູຝົນປີ 1972, ກົມກອງໄດ້ຈັດພິທີໄຫວ້ອາໄລກ່ອນໃຫ້ແກ່ ລຸງ ແລະ ໝູ່ຮ່ວມກົມກອງຂອງຕົນ ເພາະເພິ່ນຄິດວ່າ ພວກລຸງຈະບໍ່ມີວັນກັບຄືນມາອີກ”. ເມື່ອຄອບຄົວ ແລະ ໂຮງຮຽນ ເຊິ່ງເປັນບ່ອນທີ່ລຸງເຮັດວຽກກ່ອນໄປສູ້ຮົບ ໄດ້ຮັບຂ່າວວ່າ ລຸງຫາຍສາບສູນ, ຄິດວ່າລຸງເສຍຊີວິດແລ້ວ ສະນັ້ນ, ຄອບຄົວລຸງກໍຈັດພິທີໄຫວ້ອາໄລຄັ້ງທີ 2 ໃຫ້ແກ່ລຸງຢູ່ທາງບ້ານ.
ລຸງ ຫງວຽນວັນຫຍຸ້າ ໄດ້ບັນທຶກຄວາມຊົງຈຳຂອງຕົນໃນສະໄໝສູ້ຮົບ ແລະ ເປັນນັກຊ່ຽວຊານດ້ານການທະຫານຢູ່ ລາວ ໄວ້ເປັນຢ່າງດີ (ພາບ: Thi Uyen) |
ບັນດາເລື່ອງລາວກ່ຽວກັບຄວາມສູນເສຍທີ່ເຈັບແສບ, ຄວາມຫຍຸ້ງຍາກກາກກຳຂອງທະຫານອາສາສະໝັກ ຫວຽດນາມ ຢູ່ສະໜາມຮົບລາວ ແມ່ນມີຫຼາຍຈົນເລົ່າບໍ່ໝົດ. ເຖິງຢ່າງໃດກໍຕາມ ສຳລັບທະຫານອາສາສະໝັກ ຫວຽດນາມ ແລ້ວ ນັ້ນແມ່ນຄວາມຊົງຈຳຂອງໄລຍະເວລາແຫ່ງຄວາມສະຫງ່າອົງອາດ, ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈທີ່ໄດ້ອຸທິດສ່ວນແກ່ພາລະກິດແຫ່ງການປົກປັກຮັກສາເອກະລາດຂອງທັງສອງຊາດ, ໄດ້ປະກອບສ່ວນເຂົ້າໃນການສ້າງ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ. ຄວາມໂຊກດີເມື່ອໄດ້ກັບຄືນມາປະເທດ, ກັບມາຫາບ້ານເກີດເມືອງນອນ ແລະ ຄອບຄົວ, ໄດ້ດຳລົງຊີວິດໃນໄລຍະສັນຕິພາບ ແລະ ເຫັນປະຈັກຕາການພັດທະນາຂອງທັງສອງປະເທດນັ້ນ ແມ່ນສິ່ງທີ່ສຸດຍອດທີ່ສຸດແລ້ວ. ທ່ານພົນຈັດຕະວາ ຮວິ່ງດັກເຮືອງ - ອາຍຸ 103 ປີ, ເຊິ່ງເປັນຄົນທີ່ເຄີຍເຂົ້າຮ່ວມການຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ ຢູ່ສະໜາມຮົບລາວ ໄດ້ແບ່ງປັນຄືແນວນັ້ນ ໃນງານໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ ເຊິ່ງຈັດຂຶ້ນໃນວັນທີ 18 ກໍລະກົດ ປີ 2022 ຢູ່ ຮ່າໂນ້ຍ.
ທ່ານພົນຈັດຕະວາ ຮວິ່ງດັກເຮືອງ ແບ່ງປັນຄວາມຮູ້ສຶກໃນງານໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ |
“ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອ ລາວ ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ຜົນງານອັນຍິ່ງໃຫຍ່ເຊິ່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດທີ່ຍາດມາໄດ້ໃນພາລະກິດປົກປັກຮັກສາປະເທດຊາດ. ພວກຂ້າພະເຈົ້າກໍດີໃຈຫຼາຍເມື່ອເຫັນການພັດທະນາຢ່າງບໍ່ຢຸດຢັ້ງຂອງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ".
ປັດຈຸບັນ, ໃນໃຈທະຫານອາສາສະໝັກ ຫວຽດນາມ ຍາມໃດກໍຈົດຈຳບຸນຄຸນການເບິ່ງແຍງລ້ຽງດູ, ການອູ້ມຊູຊ່ວຍເຫຼືອ, ອາລົມຈິດຄວາມຮັກແພງຂອງປະຊາຊົນລາວ ທີ່ໄດ້ຊ່ວຍຕົນປະຕິບັດສຳເລັດໜ້າທີ່ສາກົນ ແລະ ປະກອບສ່ວນສຳຄັນເຂົ້າໃນການທ້ອນໂຮມປະເທດຊາດເປັນເອກະພາບ.
ນັກຮົບວິລະຊົນ ຟ້າມມິງຢາມ ສະໄໝເປັນບ່າວ ໄປສູ້ຮົບຢູ່ ລາວ |
“ຍ້ອນມີສາລີ, ມັນຕົ້ນ, ໝາກອຶຂອງປະຊາຊົນລາວ ພວກຂ້າພະເຈົ້າ ຈຶ່ງສາມາດຢູ່ລອດ ແລະ ປະຕິບັດສຳເລັດໜ້າທີ່ຂອງຕົນ”.
“ຄາວນັ້ນ, ປະຊາຊົນລາວກໍອຶດຫິວຫຼາຍ, ແຕ່ອັນໃດແຊບ ເຂົາເອົາໄປໃຫ້ທະຫານ ຫວຽດນາມ ໝົດ".
“ຂ້າພະເຈົ້າຍັງຈື່ໄດ້ດີວ່າ ມີຄັ້ງໜຶ່ງ, ຂ້າພະເຈົ້າໄປຂຸດອຸມົງຊ່ວຍເພື່ອນລາວ, ຕອນນັ້ນ, ກຳລັງຫິວ ບັນດາເພື່ອນລາວໄດ້ເອົາເຂົ້າປຽກເຂົ້າຂາໝູມາສູ່ກິນ. ຂ້າພະເຈົ້າຕື້ນຕັນໃຈຫຼາຍ, ຍ້ອນວ່າ ໃນຈຸດເວລາທີ່ຫິວແນວນັ້ນ ແລະ ຢູ່ກາງສະໜາມຮົບອີກ ແຕ່ໄດ້ຮັບຄວາມຮັກແພງຈາກບັນດາເພື່ອນລາວ ຄືແນວນັ້ນ ແມ່ນມີຄວາມສຸກອີຫຼີ”.
ດ້ວຍການຊີ້ນຳນຳພາທີ່ສະຫຼາດສ່ອງໃສ, ເຈດຈຳນົງ, ຄວາມຕັດສິນໃຈສູງ, ອົງອາດກ້າຫານ, ຄວາມສາມັກຄີ, ຄວາມຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງທະຫານ ແລະ ປະຊາຊົນສອງປະເທດ ກໍໄດ້ສ້າງຄວາມສຳເລັດທີ່ມະຫັດສະຈັນ, ຕີສັດຕູຜູ້ຮຸກຮານໃຫ້ຖອຍໄປ, ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ. ບັນດາສິ່ງເຫຼົ່ານັ້ນ ໄດ້ກາຍເປັນສັນຍາລັກອັນໃສແຈ້ງແຫ່ງຄວາມສາມັກຄີ, ຄວາມຜູກພັນອັນໜຽວແໜ້ນ ແລະ ນ້ຳໃຈສາກົນຄອມມູນິດ, ສ້າງພື້ນຖານໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ຫາຍາກໃນໂລກ. ເຖິງວ່າປັດຈຸບັນມີອາຍຸຈະສູງ, ສຸຂະພາບກໍບໍ່ແຂງແຮງປານໃດກໍຕາມ ແຕ່ບັນດາທະຫານອາສາສະໝັກ ຫວຽດນາມ ຍັງສືບຕໍ່ເປັນແບບຢ່າງ, ສຶກສາໃຫ້ຄົນລຸ້ນໜຸ່ມຜ່ານບັນດາເລື່ອງລາວ, ການປະຖະກະຖາ ຫຼື ຜ່ານການກະທຳທີ່ແທດຈິງຄື ຮັບອຸປະກະລະນັກສຶກສາລາວ ທີ່ພວມຮຽນຢູ່ ຫວຽດນາມ ດ້ວຍຄວາມຫວັງວ່າ ຈະສ້າງລຸ້ນສືບທອດໃຫ້ແກ່ສາຍພົວພັນມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ./.