ຄະນະນັກສອບເສັງລາວຍາດໄດ້ຫຼຽນເງິນໃນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ10

ຄະນະນັກສອບເສັງລາວຍາດໄດ້ຫຼຽນເງິນໃນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ10 - ảnh 1
ພາບ​ຈາກ facebook Souk Solo

(vovworld) – ຕອນ​ຄ່ຳ​ວັນ​ທີ 28/10, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ມອບ​ລາງວັນ​ການ​​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 10. ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 10 ວັນ​ຢ່າງ​ຟົດ​ຟື້ນນັ້ນ, ​ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ 57 ຫຼຽນ​ຄຳ, 22 ຫຼຽນ​ເງິນ, 33 ຫຼຽນ​ທອງ  ແລະ 74 ໃບ​ຢັ້ງ​ຢືນ​ທັກ​ສະ​ອາ​ຊີບ​ໃຫ້​ບັນ​ດາ​ນັກ​ສອບ​ເສັງ​ຂອງ 10 ປະ​ເທດ​ອາ​ຊຽນ. ຄະ​ນະ​ ຫວຽດ​ນາມ ຖືກ​ຈັດ​ອັນ​ດັບ​ໜຶ່ງ​ທົ່ວ​ຄະ​ນະ​ດ້ວຍ ຫຼຽ​ນ​ຄຳ 15 ຫຼຽນ, ຫຼຽນ​ເງິນ 6 ຫຼຽນ ແລະ ຫຼຽນ​ທອງ 7 ຫຼຽນ. ຄະ​ນະ​ຜູ້​ແທນ​ລາວ ​ມີນັກ​ສອບ​ເສັງ 13 ຄົນ​ເຂົ້າ​ຮ່ວ​ມ​ໃນ 8 ວິ​ຊາ, ໃນ​ນັ້ນ 7 ວິ​ຊາ​ແຂ່ງ​ຂັນ, 1 ວິ​ຊາ​ສາ​ທິດ, ຄະ​ນະຍາດ​ໄດ້ຫຼຽນ​​ເງິນ 1 ຫຼຽ​ນ ແລະ ໃບ​ຢັ້ງ​ຢືນ 2 ໃບ. ນີ້​ແມ່ນຫຼຽນ​​ເງິນທຳ​ອິດ​ທີ່​ຄະ​ນະ​ລາວ​​ຍາດ​ມາ​ໄດ້ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ການ​​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ. ຜູ້​ທີ່​ຍາດ​ໄດ້ຫຼຽນ​​ເງິນ​ແມ່ນ​ທ້າວ ສຸກ​ກະ​ເສີມ ໄຊ​ພອນ​ສີ ອາ​ຍຸ 22 ປີ​ຢູ່​ບໍ​ລິ​ສັດ ECME ໃນ​ການ​​ແຂ່ງ​ຂັນຊ່າງ​ໄຟ​ຟ້າ. ທ່ານ​ບຸນ​ມາ ສິດ​ທິ​ໂສມ, ຫົວ​ໜ້າ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ແລະ ຈັດ​ຫາ​ງານ, ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ຫົວ​ໜ​້າ​ຄະ​ນະ​ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ການ​​ແຂ່​ງ​ຂັນ​ປີນີ້, ໃຫ້​ຮູ້​ວ່າ:

ເທບ​ສຽງ​ທ່ານ​ບຸນ​ມາ


ຂ່າວ/ບົດ​ອື່ນ