ງານປະກວດດົນຕີປະສານສຽງໂຮ້ຍອານ- ຂົວເຊື່ອມຕໍ່ກັບເພື່ອນມິດສາກົນ


(vovworld)- ທຳ​ມະ​ດາ​ເມື່ອ​ຮອດ​ວັນ​ໄຫວ​້​ພະ​ຈັນ​, ບັນ​ດາ​ເຮືອນ​ບູ​ຮານ​​ຢູ່​ໂຮ້ຍ​ອານ ​ລ້ວນ​ແຕ່ມອດ​ໄຟ, ແທນ​ທີ່ນັ້ນ​ແມ່ນ​ບັນ​ດາ​ໂຄມ​ໄຟ​ມີ​ສີ​ຫລາຍ​ຫລາຍ​ ​ເຮັດ​ໃຫ້​ຄ​ຸ້ມ​ເມືອງເກົ່າ​ໂຮ້ຍ​ອານ ສວຍ​ງາມກວ່າ. ສະ​ເພາະ​ຄ່ຳ​ຄືນ​ວັນໄຫວ້​ພະ​ຈັນເດືອນ 3 (ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ) ປີນີ້, ຄຸ້​ມ​ເມືອງ​ເກົ່າ ໂຮ້ຍ​ອານ ຍິ່ງ​ຟົດ​ຟື້ນກວ່າ ຍ້ອນ​ການ​ມີ​ຫນ້າ​ຂອງ​ນັກ​ສິ​ລະ​ປິນ​ສະ​ໝັກ​ຫລິ້ນ 1500 ຄົນ​​ທີ່ມາ​ຈາກ ກອງ​​ດົນ​ຕີປະ​ສານ​ສຽງ 45 ກອງ​​ຂອງ 45 ປະ​ເທດ​ໃນ​ໂລກ. ເຂົາ​ເຈົ້າ​ມາ​ໂຮ້ຍ​ອານ, ແຂວງ ກວ໋າງ​ນາມ ເພື່ອ​ເຂົ້າ​ຮ່ວມ​ງານປະ​ກວດ​ດົນ​ຕີ​ປະ​ສານ​ສຽງ​ສາ​ກົນ​ຫວຽດ​ນາ​ມ​ຄັ້ງ​ທີ 4 ​ຖືກ​ດຳ​ເນີນ​ໄປ​ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ເຫດ​ການ​ສິ​ລະ​ປະ​ດົນ​ຕີ​ທີ່​ມີ​ຂອບ​ຂະ​ຫນາດ​ສາ​ກົນ​ນີ້ ກໍ​ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ, ໂຄ​ສະ​ນາ​ພາບ​ພົດ​ຂອງ​ໂຮ້ຍ​ອານ​ເຖິງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.  

        ສຽງ​ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ຜ່ານ​ໄປ​ແລ້ວນັ້ນ ແມ່ນ​ສຽງ​​ດົນ​ຕີ​ປະ​ສານ​ສຽງ​​ໂດຍໂຮງ​ຮຽນ​ມັດ​ທະ​ຍົມ Bogor ປະ​ເທດ​ອິນ​ໂດ​ເນ​ເຊຍ ສະ​ແດງ ນີ້​ແມ່ນບົດ​ເພງ​​ທີ່​ເປັນ​ມູນ​ເຊື້ອ​ຂອງ​ນະ​ຄອນ​ຫລວງ ຈາ​ກາ​ຕາ ​ທີ່​ມີຊື່​ວ່າ Sirih Kuning. ກອງ​​ດົນ​ຕີປະ​ສານ​ສຽງ ​ນີ້ ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນນີ້ 6 ເດືອນ, ດ້ວຍ​ສະ​ມາ​ຊິກ 18 ຄົນ ຊື່ງ​ແມ່ນ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ Bogor ​ທັງ​ແມ່ນກອງ​​ດົນ​ຕີປະ​ສານ​ສຽງ ​ຫນຸ່ມກວ່າ​ໝູ່​ໃນ​ງານ​ປະ​ກວດ​ດົນ​ຕີ​ປະ​ສານ​ສຽງ​ຄັ້ງ​ນີ້. ​ອ້າຍ​ຄູ Benhasinaga, ຄູ​ສອນ ໂຮງ​ຮຽນ​ມັດ​ທະ​ຍົມ Bogor Raya ​ເປັນ​ຫົວ​ຫນ້າ​ກອງ​ດົນ​ຕີ​ປະ​ສານ​ສຽງ ໄດ​້​ແບ່ງ​ປັນ​ວ່າ:

        “ເຂົ້າ​ຮ່ວມ​​ງານປະ​ກວດ​ຄັ້ງ​ນີ້ ພວກຂ້າ​ພະ​ເຈົ້າ​ສະ​ແດງ ສາມ​ບົດ​ເພງ​​ທຳ​ອິດ​ເປັນ​ພາ​ສາ​ອັງ​ກິດ ແລະ ອີກ​ບົດ​ເພງ​ທີ​ສອງ​ແມ່ນ​ເພງ​ມູນ​ເຊື້ອ​ຂອງ Jakarta ແລະ ບົດ​ເພງ​ທີ​ສາມ​ ຂອງ​ເຂດ​ທາງ​ທິດ​ເຫນືອເກາະ Sumatera. ເຖິງວ່າ ໝາກ​ຜົນ​​​ທີ່ກອງ​​ດົນ​ຕີປະ​ສານ​ສຽງ​ອິນ​ໂດ​ເນ​ເຊຍຍ​າດ​ໄດ້​ໃນ​ງານປະ​ກວດ​​ຄັ້ງນີ້​ຄືແນວ​ໃດ​ກໍ​ຕາມ ແຕ່​ເມື່ອ​ໄດ້​ເຂົ້າ​ຮ່ວມ​ງານ​ປະ​ກວດ​​ດົນ​ຕີປະ​ສານ​ສຽງຫວຽດ​ນາມ ຄັ້ງ​ນີ້ ກອງ​​ດົນ​ຕີປະ​ສານ​ສຽງ ອິນ​ໂດ​ເນ​ເຊຍ ມ​ີ​ໂອ​ກາດ​ໄດ້​ພົບ​ປະ ແລກ​ປ່ຽນ​ກັບ​ເພື່ອນ​ມິດ​ສາ​ກົນ.”

ງານປະກວດດົນຕີປະສານສຽງໂຮ້ຍອານ- ຂົວເຊື່ອມຕໍ່ກັບເພື່ອນມິດສາກົນ - ảnh 1
ກອງ​ດົນ​ຕີ​ປະ​ສານ​ສຽງ ອິນ​ໂດ​ເນ​ເຊຍ
ພາບ:vov5

        ສຳ​ລັບ ກອງ​​ດົນ​ຕີປະ​ສານ​ສຽງ ມາ​ເລ​ເຊຍ ແລ້ວ, ທ່ານ​ນາງ Hartini, ສະ​ມາ​ຊິກກອງ​ສິ​ລະ​ປະ ມ​າ​ເລ​ເຊຍ ໃຫ້​ຮູ້​ວ່າ ກອງ​​ດົນ​ຕີປະ​ສານ​ສຽງມາ​ເລ​ເຊຍ ລວມ​ມີ ສະ​ມາ​ຊິກ​ທັງ​ໝົດ 15 ຄົນ, ລ້ວນ​ແຕ່​ມີ​ອາ​ຍຸ​ສູງ​ໃກ້​ຈະ​ອອກ​ກິ​ນ​ເບ້ຍ​ບຳ​ນານ​ແລ້ວ ​ແຕ່ເຄີຍ​ເຂົ້າ​ຮ່ວມ​ງ​ານປະ​ກວດ​​ດົນ​ຕ​ີ​ປະ​ສານ​ສຽງ​ທັງຢູ່​ພາຍ​ໃນປະ​ເທດ ແລະ ຕ່າງ​ປະ​ເທດ​ເປັນ​ຫລາຍ​ຄັ້ງ​  ແລະ  ​ໄດ້​ຮັບລາງວັນ​ສູງ​ຫລາ​ຍ​ລາງວັນ. ​ງານ​ປະ​ກວດ​​ດົນ​ຕີ​ປະ​ສານ​ສຽງຄັ້ງ​ນີ້​ດຳ​ເນີ​ນ​ໄປ​ຢູ່​ຕາມ​ຖະ​ຫນົນ​ສາຍ​ຕ່າງໆ​ຂອງ ໂຮ້ຍ​ອານ ໄດ້​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ໃຫມ່​ອ່ຽມ​ໃຫ້​ພວກ​ຂ້າ​ພະ​ເຈົ້າ. ນັ້ນກໍ​ແມ່ນຄວາມ​ຮູ​້​ສຶກ​ລວມ​ຂອງ​ທ່ານ​ນາງ Hartini ກອງ​​ດົນ​ຕີປະ​ສານ​ສຽງ ມາ​ເລ​ເຊຍ ແລະ ເພື່ອນ Chandra ​ກອງ​ດົນ​ຕີ​ປະ​ສານ​ສຽງ   ຟິ​ລິບ​ປີນ.

        “ພວກ​ຂ້າ​ພະ​ເຈົ້າ​​ມາ​ຈາກ ກອງ​​ດົນ​ຕີປະ​ສານ​ສຽງ ​ແຫ່ງ​ຊາດມາ​ເລ​ເຊຍ. ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ງານ​ປະ​ກວດ​​ດົນ​ຕີ​ປະ​ສານ​ສຽງ​ ຄັ້ງ​ທຳ​ອິດ​ຢູ່ ຈີນ. ຄັ້ງ​ນີ້​ແມ່ນ​ ຢູ່ ຄຸ້ມ​ເມືອງ​ເກົ່າ ໂຮ້ຍ​ອານ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ໄດ້ພົບ​ປະ​ແລກ​ປ່ຽນ​ກັບ​ເພື່ອນ​ມິດ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ, ເຊື່ອມ​ຕໍ່​ກັບ​  ກອງ​​​ດົນ​ຕີປະ​ສານ​ສຽງ ພ້ອມ​ທັງ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ເຂດ​ດິນ​ແດນນີ້.”

        “ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ດີ​ໃຫ້​ບັນ​ດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ ອາ​ຊຽນ ເພື່ອເຕົ້າ​ໂຮມ​ກັນ, ພ້ອມ​ກັນ​ຮ້ອງ​ເພງ​​ຕາມ​ຖະ​ຫນົນຫົນ​ທາງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ດົນ​ຕີ​ແມ່ນ​ພາ​ສາ​ສາ​ກົນ, ຜ່ານດົນ​ຕີ​​ພວກ​ເຮົາ​ສາ​ມາດຫຍັບ​​ເຂົ້າໃກ້​ກັນ​ກວ່າ.”

ງານປະກວດດົນຕີປະສານສຽງໂຮ້ຍອານ- ຂົວເຊື່ອມຕໍ່ກັບເພື່ອນມິດສາກົນ - ảnh 2
ກອງ​ດົນ​ຕີ​ປະ​ສານ​ສຽງ​ມາ​ຈາກ​ໄທ​
ພາບ:vov5

        ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ນອກ​ງານ​ປະ​ກວດ​ດົນ​ຕີ​ປະ​ສານ​ສຽງ ນັ້ນ​ແມ່ນ​​ການເດີນ​ຂະ​ບວນ​ຢູ່​ອ້ອມ​ແອ້ມ​ຄຸ້ມ​ເມືອງ​ເກົ່າ ໂຮ້ຍ​ອານ ໃນ​ຊຸດ​ອາ​ພອນ​​ປະ​ຈຳ​ຊາດ​ຂອງ​ບັນ​ດາ​ປະ​ເທດ. ໂຮ້ຍ​ອານ ໄດ້​ສ້າງ​ຄ​ວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງໃຫ້​ເພື່ອນ​ມິດ​ສາ​ກົນ​. ເພື່ອນ Chakrapong ອາ​ຍຸ 21 ປີ ຊື່ງ​ແມ່ນ​ສະ​ມາ​ຊິກ​ໃນ​ກອງ​​ດົນ​ຕີປະ​ສານ​ສຽງ ໄທ​ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ງານ​ປະ​ກວດ​ດົນ​ຕີ​ປະ​ສານ​ສຽງ​ທີ່​ມີ​ຂ​ອບ​ຂະ​ຫນາດ​ໃຫຍ່​ຄື​ແນວນີ້​ຢູ່​ຫວຽດ​ນາມ. ຂ້າ​ພະ​ເຈົ້າ ແລະ ກອງ​ດົນ​ຕີ​ປະ​ສານ​ສຽງ​ໄທ​ມາ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ ສະ​ນັ້ນ​ເຫັນ​ວ່າ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ພິ​ເສດ ໄດ້​ລຶ້ງ​ເຄີຍ​ກັບ​ເພື່ອນ​ມິດ​ສາ​ກົນ​ຫລາຍ​ຄົນ. ດົນ​ຕີ ໄດ້​ເຊື່ອມ​ຕໍ່​ພວກ​ຂ້າ​ພະ​ເຈົ້າ​ນຳ​ກັນ ແລະ ຊ່ວຍ​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ກັນ​ກວ່າ.”

        ພິ​ເສດ ທີ່​ງານປະ​ກວ​ດ​ຄັ້ງ​ນີ້ ກອງ​​ດົນ​ຕີປະ​ສານ​ສຽງ Vinschool One, ​ຕາງ​ຫນ້າ​​ໃຫ້​ກຸ່ມ​ນັກ​ຮຽນ​ມັດ​ທະ​ຍົມ ຫວຽດ​ນາມ ໄດ້​ຮັບ​ລາງວັນ​ຄຳ​ໃນ​ງານ​ປະ​ກວດ​​ດົນ​ຕີ​ປະ​ສານ​ສຽງ​ເພງພື້ນ​ເມືອງ ແລະ ລາງວັນ ​ເຕັມ​ໄປ​ດ້ວຍ​ແງ່​ຫວັງ…. ນ້ອງ ເຟືອງ​ຖາວ, ແບ່ງ​ປັນ​ວ່າ:

        “ພວກ​ນ້ອງ​ດີ​ໃຈ​ຫລາຍ​ເມື່ອກອງ​​ດົນ​ຕີປະ​ສານ​ສຽງ​ຂອງ​ຫວຽດ​ນາມ ໄດ້​ຮັບ​ລາງວັນ. ບັນ​ດາ​ເພື່ອນ​ມິດ​ສາ​ກົນ ​ລ້ວນ​ແຕ່ນິ​ຍົມ​ຊົມ​ຊອບ​ລາຍ​ການ​ຂອງ​ພວກ​ນ້ອງ​ທີ່​ສຸດ. ໃນ​ໄລ​ຍະ​ດຳ​ເນີນ​​ງານ​ປະ​ກວດ, ຍາມ​ໃດ​ພວກ​ນ້ອງ​ກໍ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ ແລະ ຊ່ວຍ​ເຫລືອ​ບັນ​ດາ​ເພື່ອນ​​ມິດສາ​ກົນ​ເພື່ອ​ໃຫ້​ພວກ​ເພື່ອນ​ຮູ້​ສຶກ ຄ​ືວ່າພວ​ມ​ຢູ່​ປະ​ເທດ​ຕົນ​.”

        ລາງວັນ​ອ​ັນ​ສູງ​ສົ່ງ​ໃນງ​ານ​ປະ​ກວດ​​ດົນ​ຕີ​ປະ​ສານ​ສຽງ​ຄັ້ງ​ນີ້​ແມ່ນ​ມອບ​ໃຫ້​ກອງ​ປະ​ສານ​ສຽງ PSM Unpar Tabela Harati ມາ​ຈາກ​ປະ​ເທດ ອິນ​ໂດ​ເນ​ເຊຍ.

        ງານ​ປະ​ກວດ​ດົນ​ຕີ​ປະ​ສານ​ສຽງ​ຫວຽດ​ນາມ​ຄັ້ງ​ທີ 4 ອັດ​ລົງ​ດ້ວຍ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ຮ່ວມ​ຂ​ອງ​ບັນ​ດາກອງ​ດົນ​ຕີ​ປະ​ສານ​ສຽງ​​ຂອງ ປະ​ເທດຕ່າງໆ​ ອັ​ນໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາ​ຄີ​ມິດ​ຕະ​ພາບ ແລະ ການ​ເຊື່ອມໂຍງ​ດ້ານ ສິ​ລ​ະ​ປະດົນ​ຕີ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ນຳ​ກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ