ງານວາງສະແດງ“ຄົ້ນຫາ ສິງກະໂປ - ສີສັນມໍລະດົກ” ຖືກຈັດຂຶ້ນຢູ່ ຮ່າໂນ້ຍ

(vovworld) - ງານ​ວາງສະ​ແດງ “ຄົ້ນ​ຫາ​ສິງກະ​ໂປ - ສີສັນ​ມໍ​ລະ​ດົກ” ພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ເຮັດ​ໃຫ້​ຜູ້​ຊົມ​ຫວຽດນາມ ​ມີ​ຄວາມເຂົ້າ​ໃຈ​​ຕື່ມກ່ຽວ​ກັບປະ​ເທດ​ຊາດ, ປະຊາຊົນ ​ແລະ ວັດທະນະທຳ ສິງກະ​ໂປ - ຊື່​ງ​ແມ່ນ​ປະ​ເທດ​ສະມາຊິກ​ຕັ້ງຫນ້າ​ຂອງ ອາ​ຊຽນ ທັງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ເຈລະຈາ​ຍຸດ​ທະ​ສາດ​ຂອງ ຫວຽດນາມ. ນີ້​ແມ່ນ​ເຫດການ​ວັດທະນະທຳ​ທີ່ມີ​ຄວາມ​ໝາຍ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

        ​ເມື່ອ​ເຂົ້າຢ້ຽມງານ​ວາງສະ​ແດງ​ຄັ້ງ​ນີ້, ຜູ້​ຊົມ​ຈະ​ໄດ້​ຊົມ​ບັນດາ​ວັດຖຸ​ພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ທີ່​ວາດ​ພາບກ່ຽວ​ກັບ​ໝູ່​ບ້ານ​ປະມົງ​ຂອງ​ສິງ​ກະ​ໂປໃນ​ສັດຕະວັດ​ທີ 19. ຜ່ານ​ນັ້ນ ຜູ້​ຊົມ​ສາມາດ​ເຂົ້າ​​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ສິງກະ​ໂປ​ຈາກ​ໝູ່​ບ້ານ​ປະມົງ​ແຫ່ງ​ນ້ອຍໆ​ໄດ້​ກາຍ​ເປັນ​ສູນ​ການ​ຄ້າ​ທີ່​ຄັບຄາ​ຫນາ​ແຫນ້ນ. ງານ​ວາງສະ​ແດງ​ໄດ້​ແບ່ງ​ອອກເປັນ  6 ພາກສ່ວນ​ຄື: ປະຫວັດສາດ, ປະຊາຊົນ, ບັນດາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ງານ​ບຸນ​ຕ່າງໆ​ຂອງ​ບັນດາ​ເຜົ່າ ​ແລະ ວັດທະນະທຳ​ທີ່​ມີ​ຫລາຍ​ຮູບ​ແບບ ກໍ່​ຄື​ເຍື່ອງ​ອາຫານ​ພື້ນ​ເມືອງ​ທີ່​ລື​ຊື່ຕ່າງໆ. ​ເພື່ອນ Nguyen Thi Vang, ນັກ​ສຶກສາ​ມະຫາວິທະ​ຍາ​ໄລ​ວັດທະນະທຳ ​ແບ​່ງປັນ​ວ່າ:

        “​ເມື່ອ​ມາ​ຊົມ​ງານ​ວາງສະ​ແດງ ນ້ອງ​ຈຶ່ງ​ເຂົ້າ​​ໃຈ​​​ໄດ້ກ່ຽວກັບ​ຈຸດວັດທະນະທຳ​ສະ​ເພາະຂອງປະ​ເທດ ສິງກະ​ໂປ, ​ເຊິ່ງ​ແມ່ນປະ​ເທດ​ທີ່​ພັດທະ​ນາກ​ວ່າ​ໝູ່​ຢູ່ ອາຊີ, ພິ​ເສດ ສິ່ງ​ແວດ​ລ້ອມ​ທີ່ຂຽວ​ສະອາດ ​ຊຶ່ງ​ແມ່ນ​​ແຫ່ງທີ່​ມີ​ສີສັນ​ວັດທະນະທຳ​ສະ​ເພາະ, ອັນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢາມເປັນ​ຈຳນວນ​ຫລວງຫລາຍ ​.”

ງານວາງສະແດງ“ຄົ້ນຫາ ສິງກະໂປ - ສີສັນມໍລະດົກ” ຖືກຈັດຂຶ້ນຢູ່ ຮ່າໂນ້ຍ - ảnh 1
ພິທີໄຂງານວາງສະແດງ
ພາບ: internet

        ບັນດາ​ຮ້ານ​ວາ​ງສະ​ແດງ​ແນະນຳ​ອາຊີບ​ທີ່​ເປັນ​ມູນ​ເຊື້​ອທີ່​ລື​ຊື່​ຄື: ອາຊີບ​ສະໝຸ​ນ​ໄພ​ພື້ນ​ເມືອງ, ອາຊີບ ​​ເຮັດ​ເກີບ​ສົ້ນ​ຍ່ອງ, ອາຊີບ​ບົດ​ເຄື່ອງ​ເທດ    ​ເມື່ອ​ເຂົ້າ​ຊົມ​ໃນ​ງານ​ວາງສະ​ແດງ​ນີ້, ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ເໝືອນດັ່ງ​ໄດ້ດຳລົງ​ຊີວິດພ້ອມ​ກັບ​ປະຊາຊົນ​ສິງກະ​ໂປ​ໃນ​ເມື່ອ​ກ່ອນ. ນອກ​ນັ້ນ ຢູ່​ທີ່​ນີ້ ຍັງ​ແນະນຳ​ບັນດາ​ເຍ່ືອງ​ອາຫານ​ທົ່ວ​ໄປ​ຂອງ​ສິງກະ​ໂປ​ຄື: ​ເຂົ້າ​ຊີ້ນໄກ Hainannese, ​ເຍື່ອງ​ອາຫານ Rojak ຂອງ​ອິນ​ເດຍ, Roti Plata, Satay ​ແລະ Peranakan Laksa. ນອ້ງ Le Van Anh ນັກ​ຮຽນ​ມັດທະຍົມ Nam Thanh Cong ​​ເວົ້າ​ວ່າ:

        “ຫລານ​​ເຫັນ​ວ່າ ຮູບ​ພາບ​ນຳ​ມາ​ວາງສະ​ແດງ​ຢູ່​ທີ່​ນີ້​ແມ່ນ​ງາມ​ຫລາຍ, ​ເຍື່ອງ​ອາຫານ​ກໍ​ແຊບນົວ, ຫລານຢາກ​ຊີ​ມເຍື່ອງ​ອາຫານ​​ເຫລົ່ານັ້ນ.”

        ການ​ເຄື່ອນ​ໄຫວ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ວາງສະ​ແດງ​ນັ້ນ​ແມ່ນ ຜູ້​ຊົມ​ໄດ້​ຄົ້ນ​ຫາ​ສິ່ງ​ເລິກ​ລັບ​ຂອງ​ປະ​ເທດ​ສິງ​ກະ​ໂປ​ ຜ່ານ​ການ​ເປີດບັນດາ​ຫີບ​​​ທີ່ວາງສະ​ແດງຢູ່​ທີ່​ນີ້. ​ແຕ່​ລະ​ຫີບ​ບັນຈຸ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຄວາມ​ອຸດົມ​ສົບ​ບູນ, ຫລາ​ຍຮູບ​ຫລາຍ​ແບບ ​ແລະ ສີສັນ​ຫລາກ​ຫລາຍ​ຂອງ​ບັນດາ​ງານ​ບຸນ, ຮີດຄອງ​ປະ​ເພນີ ​ແລະ ບັນດາ​ເຍື່ອງ​ອາຫານ​ໃນ​ງານ​ບຸນ​ຄື: ຮູບ​ພາບ​ກ່ຽວ​ກັບ​ເຂົ້າໜົມ​ໃນ​ບຸນວັນ​ເພງ​ເດືອນ 8, ບຸນປີ​ໃຫມ່​ຂອງ​ຊາວ​ຈີນ, ງານ​ບຸນ Hari Raya Puasa ຫລື​ງານ​ບຸນ​ສາສະຫນາ​ໃຫຍ່​ຂອງ​ວົງ​ຄະ​ນາ​ຍາດ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ, ງານ​ບຸນ Deepavali ​ແລະ ບຸນ​ກຼິສມາດ.        ຈຸດ​ພິ​ເສດ​ອີກ​ອັນ​ຫນຶ່ງ​ໃນ​ງານ​ວາງສະ​ແດງ​ທີ່ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ ນັ້ນ​ແມ່ນ​ການວາງສະ​ແດງ​ຊຸດ​ສະ​ແຕມ​ແນະນຳ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ, ໝາກ​ໄມ້, ບັນດາ​ເຫດການ​ປະຫວັດສາດ, ງານ​ບຸນ​ໃຫຍ່​ຂອງ​ສິງກະ​ໂປ. ຄຽງ​ຂ້າງ​ນັ້ນ ​ແມ່ນ​ຮູບພາບສິງ​ໂຕ 3 ມິ​ຕິ ສັນຍາ​ລັກ​ແຫ່ງ​ການທ່ອງທ່ຽວ​ຂອງ​ສິງກະ​ໂປ  ​ແລະ ລົດ​ສາມ​ລໍ້​ສ້າງ​ເປັນ​ພາບ​ພົດ​ທີ່​ສວຍ​ງາມ ​ເພື່ອ​ໃຫ້​ຜູ້​ຊົມ​ສາມາດ​ຖ່າຍຮູບ​ກ່ຽວ​ກັບປະ​ເທດ​ສິງກະ​ໂປ​ໄດ້. ​ເພື່ອນ Nguyen Xuan Hung ນັກ​ສື​ກສາ​ມະຫາວິທະຍາ​ໄລ​ສະຖາປັດຕະຍະກຳ ​ໃຫ້​ຮູ້​ວ່າ:

        “​ເຖິງ​ວ່າ​ບໍ່​ທັນ​ໄດ້​ໄປ​ຢ້ຽມຢາມ​ສິງກະ​ໂປ​ເກໍ່ຕາມ ​ແຕ່​ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້ ຂ້າພະ​ເຈົ້າ​ເຫັນ​ວ່າພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ສິງກະ​ໂປ​ແມ່ນ​ໃກ້ຊິດ​ສະຫນິດສະຫນົມ. ຂ້າພະ​ເຈົ້າ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ມີ​ໂອກາດ​​ເພື່ອໄປ​ຢ້ຽມຢາມ​ປະ​ເທດ​ທ່ີ​ສວຍ​ງາມ​ນີ້.”

ງານວາງສະແດງ“ຄົ້ນຫາ ສິງກະໂປ - ສີສັນມໍລະດົກ” ຖືກຈັດຂຶ້ນຢູ່ ຮ່າໂນ້ຍ - ảnh 2
         ​ໂດຍ​ແຕກຕ່າງ​​ກັບ​ບັນດາ​ງານ​ວາງສະ​ແດງ​ກ່ອນ​ນີ້, ງານ​ວາງສະ​ແດງ “​ຄົ້ນ​ຫາ​ສິງກະ​ໂປ ສີສັນ​ມໍລະດົກ ” ຍັງ​ແນະນຳ​ບັນດາ​ການ​ເຄື່ອນ​ໄຫວ​ສຶກສາ​ປະດິດ​ສ້າງ​ເພື່ອ​ໃຫ້​ຜູ້​ຊົມ​ລຸ້ນຫນຸ່ມ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງ​ໆ. ​ແລະ​ສິ່ງ​ພິ​ເສດ ​ແມ່ນພວກ​ນ້ອງ​ໄດ້​ນຸ່ງ​ຊຸດ​ອາພອນ​ຂອງ​ເດັກ​ນ້ອຍ​ຈີນ, ອິນ​ເດຍ, ມາ​ເລ​ເຊຍ ​ແລະ​ສິງກະ​ໂປ.

        ງານ​ວາງສະ​ແດງ“​ຄົ້ນ​ຫາ​ສິງກະ​ໂປ ສີສັນ​ມໍລະດົກ ​ໂດຍ​ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ​ ສົມທົບ​ກັບ​ຫໍພິພິດທະພັນ​ສະ​ແຕມ​ສິງກະ​ໂປ​ຈັດ​ຕັ້ງ​ຂື້ນ ​​ແມ່ນ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ (1/8/1973 - 1/8/2012) ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ.

ຕອບກັບ

ຂ່າວ/ບົດ​ອື່ນ