(VOVWORLD) - ຢູ່ອ້ອມແອ້ມເວທີສະແດງນ້ອຍໆໄດ້ຮັບການປະດັບປະດາດ້ວຍໝາກປຸມເປົ້າ ແລະ ທຸງຫຼາກຫຼາຍຂອງຫ້ອງຮຽນ ກ້ວາງປະມານ 150 ຕາລາງແມັດ, ມີຜູ້ຊົມກ່ວາ 100 ຄົນພວມຮັບຊົມລາຍການຟ້ອນໃນທາມກາງສຽງດົນຕີບົດເພງ “ຣາກໄທ” ໂດຍນາງສາວ, ໃນເກັນອາຍຸ 20 – 21 ປີ 9 ຄົນສະແດງ.
ພາບປະກອບ |
ເຖິງວ່າຫາກໍ່ໄດ້ຮັບການປະດິດແຕ່ງ ແລະ ໄດ້ຮັບການສະແດງທີ່ລາຍການ ຄຸນພະ ກ່ອນນີ້ກ່ວາທົດສະວັດ, ແຕ່ບົດເພງ “ຣາກໄທ” ກໍ່ໄດ້ຮັບຄວາມນິຍົມເປັນພິເສດຈາກບັນດາຜູ້ນິຍົມວັດທະນະທຳມູນເຊື້ອຂອງ ໄທ ຍ້ອນທຳນອງທີ່ມ່ວນໆ ແລະ ເມື່ອໃນທີ່ມີຄວາມໝາຍ. ຍິ່ງກ່ວານັ້ນ, ບົດເພງນີ້ຍັງໄດ້ສະແດງພ້ອມກັບບັນດາວາດຟ້ອນມູນເຊື້ອຂອງ ໄທ, ຄື: ຟ້ອນຂອນ, ຟ້ອນໂຮຍດອກໄມ້, ຟ້ອນວີ… ໃນລາຍການຊາຍຄາອາຊຽນພາກນີ້, ເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ຊອກຮູ້ກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຄອງ ໄທ ຜ່ານການສະແດງ ຟ້ອນ ຣາກໄທ ຂອງຄູອາຈານ ແລະ ນັກສຶກສາຂອງສູນພາສາສາດ ແລະ ວັດທະນະທຳ ໄທ, ຂຶ້ນກັບມະຫາວິທະຍາໄລ ຮ່າໂນ້ຍ.
ຢູ່ອ້ອມແອ້ມເວທີສະແດງນ້ອຍໆໄດ້ຮັບການປະດັບປະດາດ້ວຍໝາກປຸມເປົ້າ ແລະ ທຸງຫຼາກຫຼາຍຂອງຫ້ອງຮຽນ ກ້ວາງປະມານ 150 ຕາລາງແມັດ, ມີຜູ້ຊົມກ່ວາ 100 ຄົນພວມຮັບຊົມລາຍການຟ້ອນໃນທາມກາງສຽງດົນຕີບົດເພງ “ຣາກໄທ” ໂດຍນາງສາວ, ໃນເກັນອາຍຸ 20 – 21 ປີ 9 ຄົນສະແດງ. ບັນດານາງສາວຢືນເປັນ 4 ແຖວ, ໃນນັ້ນ, 3 ແຖວທາງໜ້າຢືນເປັນຮູບ 3 ຫຼ່ຽມ, ສ່ວນນາງສາວ 4 ຄົນຢູ່ແຖວສຸດທ້າຍແມ່ນ 2 ຄົນຈັບວີ, 2 ຄົນຈັບພານໃສ່ດອກກຸຫຼາບແດງ ແລະ ດອກເບັນຈະມາດເຫຼືອງ. ນາງສາວຍິງທີ່ເຂົ້າຮ່ວມການຟ້ອນສ່ວນຫຼາຍໄດ້ເກົ້າຜົມ ແລະ ໃສ່ດອກໄມ້ສົດເທິງຫົວ ແລະ ນຸ່ງສິ້ນຍາວຮອດສົ້ນໜ່ອງ ດ້ວຍສີສັນຫຼາກຫຼາຍ. ສະເພາະ 2 ນາງສາວຟ້ອນວີ ໄດ້ນຸ່ງເສື້ອລູກໄມ້ສີຂາວຍາວປົກລົງເຖິງສະໂພກ ແລະ ຮັດສາຍແອວຄຳ…
“ນີ້ແມ່ນວາດຟ້ອນສະແດງໃນວັນບຸນສຳຄັນຂອງ ໄທ. ຄືມື້ນີ້, ພວກນ້ອງສະແດງເພື່ອສະເຫຼີມສະຫຼອງບຸນປີໃໝ່ຂອງໄທ. ພວກນ້ອງຮຽນຟ້ອນໃນເວລາ 1 ເດືອນ.”
“ນ້ອງນິຍົມຊຸດອາພອນນີ້ຫຼາຍ ຍ້ອນວ່າມັນທັງສຸພາບ ທັງສະແດງໃຫ້ເຫັນເຖິງຄວາມງາມຂອງແມ່ຍິງໄທ. ຊຸດອາພອນນີ້ຖືກຕັດຫຍິບຢ່າງລະອຽດລະອໍ. ພວກນ້ອງຕ້ອງການຄວາມຊ່ວຍເຫຼືອຈາກຄູອາຈານຈຶ່ງນຸ່ງຊຸດນີ້ໄດ້. ພວກນ້ອງເສຍເວລາ 2 ຊົ່ວໂມງ ເພື່ອນຸ່ງເຄື່ອງ ແລະ ແຕ່ງຕົວ…”
“ນ້ອງໄດ້ສະແດງການຟ້ອນວີ. ຟ້ອນວີເຮັດໃຫ້ວາດຟ້ອນນີ້ອ່ອນຊ້ອຍກ່ວາ ແລະ ເຮັດໃຫ້ບົດຟ້ອນມີສີສັນກ່ວາ.”
ເອື້ອຍ ສຣັນຢາ ໂສດາວັດ |
ເລື່ອງໃຊ້ບັນດາຊຸດອາພອນແມ່ນນອນໃນແຜນການຂອງເອື້ອຍ ສຣັນຢາ ໂສດາວັດ, ເຊິ່ງເປັນນັກສຶກສາມາຝືກອົບຮົມໃນຂະແໜງ ພາສາ ຫວຽດ ຂອງມະຫາວິທະຍາໄລ ມະຫາສາລະຄາມ ໃນສູນພາສາສາດ ແລະ ວັດທະນະທຳ ໄທ. ເອື້ອຍ ສຣັນຢາ ໂສດາວັດ ໃຫ້ຮູ້ວ່າ: ເມື່ອຟ້ອນລຳ “ຣາກໄທ” ຕາມທຳມະດາໄດ້ເຄີຍເລືອກນຸ່ງບັນດາຊຸດອາພອນພື້ນເມືອງຄືແນວນີ້:
ເທບສຽງ ເອື້ອຍ ສຣັນຢາ ໂສດາວັດ
ນອກຈາກ “ບັນດາການຄິດໄລ່ຊັ່ງຊາ” ກ່ຽວກັບຊຸດອາພອນ, ເນື້ອໃນການສະແດງບົດຟ້ອນ ກໍ່ໄດ້ຮັບການຈັດສັນຈາກ “ຜູ້ກຳກັບ ” ສຣັນຢາ ໂສດາວັດ ໃຫ້ແທດເໝາະກັບນັກສຶກສາ ຫວຽດນາມ. ຍ້ອນວ່າ, ຖ້າຟ້ອນຖືກຕ້ອງຄືຄົນໄທ ຈະແມ່ນເລື່ອງຍາກ:
ເທບສຽງ ເອື້ອຍ ສຣັນຢາ ໂສດາວັດ
ບັນດາວາດຟ້ອນທີ່ຊ້າໆ, ອ່ອນໂຍນ ມີສຽງດົນຕີຂອງບົດເພງ ຣາກໄທ. ເອື້ອຍ ສຣັນຢາ ໂສດາວັດ ແບ່ງປັນວ່າ: ເນື້ອໃນຂອງບົດເພງແມ່ນຄຳຕັກເຕືອນໃຫ້ລູກຫຼານໄທ ພ້ອມກັນຮັກສາກົກເຄົ້າເຫງົ້າກໍຂອງຊາດ, ຮັກສາວັດທະນະທຳຂອງປູ່ຍ່າຕາຍາຍປະໄວ້ໃຫ້:
ເທບສຽງ ເອື້ອຍ ສຣັນຢາ ໂສດາວັດ
ການສະແດງຂອງບັນດານັກສຶກສາ ຫວຽດນາມ
|
ຈຸດວັດທະນະທຳນີ້ໃກ້ຊິດຕິດແທດກັບມູນເຊື້ອແຫ່ງການຮັກສາວັດທະນະທຳຂອງຊາດ ຫວຽດນາມ ດັ່ງນັ້ນ, ວາດຟ້ອນ “ຣາກໄທ” ຈຶ່ງໄດ້ຮັບຄວາມຊື່ນຊົມຈາກຜູ້ຊົມ:
“ບົດເພງມ່ວນ ແລະ ມີຄວາມໝາຍ, ຍ້ອງຍໍຄວາມງາມ ແລະ ບັນດາຄຸນຄ່າທີ່ເປັນມູນເຊື້ອຂອງປະເທດ ໄທ. ຊາວ ໄທ ມີຄວາມເອກອ້າງທະນົງໃຈກ່ຽວກັບວາດຟ້ອນມູນເຊື້ອທີ່ຍາກຈະຫາໄດ້ຢູ່ປະເທດໃດໆ. ນັ້ນແມ່ນ ຣາກໄທ”
“ນ້ອງມັກຊຸດອາພອນນີ້ທີ່ສຸດ. ຍ້ອນມັນສະແດງໃຫ້ເຫັນເຖິງຈຸດວັດທະນະທຳຂອງໄທ, ມັນງາມຫຼາຍ. ນ້ອງໄດ້ຮັບຟັງບົດເພງໄທຫຼາຍບົດ. ວັດທະນະທຳໄທກໍ່ເປັນມູນເຊື້ອ ແລະ ອຸດົມສົມບູນ, ຄ້າຍຄືກັບວັດທະນະທຳ ຫວຽດນາມ.”
ການຊົມເຊີຍຢ່າງສຸດຈິດສຸດໃຈຂອງຜູ້ຊົມສຳລັບບົດຟ້ອນຍາວປະມານກ່ວາ 4 ນາທີ ແລະ ຄວາມຮູ້ເຊິ່ງບັນດານັກສຶກສາເກັບກຳມາໄດ້ພາຍຫຼັງເວລາຝຶກແອບກ່ວາ 1 ເດືອນນັ້ນ ແມ່ນໝາກຜົນເກີນຄາດໝາຍຂອງເອື້ອຍຄູ, ນັກສຶກສາສູນພາສາສາດ ແລະ ວັດທະນະທຳ ໄທ. ເອື້ອຍ ສຣັນຢາ ໂສດາວັດ ໃຫ້ຮູ້ວ່າ: ຈະພະຍາຍາມຖ່າຍທອດຄວາມຮູ້ດ້ານວັດທະນະທຳເພື່ອໃຫ້ນັກສຶກສາ ຫວຽດນາມ ມີຄວາມຮັກຕໍ່ພາສາ ໄທ ແລະ ວັດທະນະທຳ ໄທກ່ວາອີກ.