ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

(VOVWORLD) -ງານພົບປະແລກປ່ຽນຊາວຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22  24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫພິບປະດິດຄິດສ້າງມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນປະສົບການໃນວຽກງານປ້ອງກັນຕ້ານໂລກລະບາໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.
  ເຖິງວ່າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ແລະ ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການເຄື່ອນໄຫວພົບປະແລກປ່ຽນໂດຍກົງ, ແຕ່ດ້ວຍຄວາມມານະພະຍາຍາມ, ຄວາມສຸດຈິດສຸດໃຈຂອງກຳລັງແຮງໜຸ່ມ, ນ້ຳໃຈປະຈັນບານ, ບັນດາການເຄື່ອນໄຫວພົບປະແລກປ່ຽນຂອງຊາວໜຸ່ມສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ບໍ່ໄດ້ຖືກຕັດຕອນ ຫາກຍັງສືບຕໍ່ໄດ້ດຳເນີນ. ງານພົບປະແລກປ່ຽນຊາວຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.
ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 1(ເພື່ອນ ກິກສະໜາ ສຸທຳມະວົງ ຜູ້ແທນຊາວໜຸ່ມ ລາວ)
"ນີ້ແມ່ນຄັ້ງທຳອິດທີ່ຂ້າເຈົ້າເຂົ້າຮ່ວມງານພົບປະແລກປ່ຽນຊາວໜຸ່ມມິດຕະພາບລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ເມື່ອກ່ອນນີ້, ຂ້າພະເຈົ້າ ພຽງແຕ່ເຂົ້າຮ່ວມງານພົບປະແລກປ່ຽນລະຫວ່າງຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ເທົ່ານັ້ນ. ນີ້ແມ່ນລາຍການພິເສດ ໂດຍເຕົ້າໂຮມທັງຊາວໜຸ່ມ ສາມປະເທດ, ຜ່ານນີ້ສາມາດເຫັນໄດ້ເຖິງສາຍພົວພັນມິດຕະພາບແບບພິເສດຂອງຊາວໜຸ່ມສາມປະເທດ”.

    “ເມື່ອເຂົ້າຮ່ວມເຫດການນີ້ ໄດ້ນຳມາເຊິ່ງຜົນໂຫຍດຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ ໂດຍຜ່ານການປະກອບຄຳຄິດເຫັນ, ແບ່ງປັນບົດຮຽນ, ປະສົບການ ແລະ ລາຍການທີ່ມຄວາມໝາຍຫຼາຍຢ່າງ ເຊິ່ງສາມປະເທດ ລາວ - ຫວຽດນາມ - ກຳປູເຈຍ ໄດ້ຈັດຕັ້ງຂຶ້ນ. ຂ້າພະເຈົ້າໄດ້ໂຄສະນາເຜີຍແຜ່ກ່ຽວກັບວັດທະນະທຳ, ໄດ້ຫວນຄືນມູນເຊື້ອ, ບັນດາຂີດໝາຍສຳຄັນ, ຄວາມມານະພະຍາຍາມ ແລະ ໝາຜົນການຮ່ວມມືເຊິ່ງສາມປະເທດບັນລຸໄດ້ໃນໄລຍະຜ່ານມາ. ນອກຈາກນັ້ນ, ຂ້າພະເຈົ້າຍັງໄດ້ເຂົ້າຮ່ວມການປຶກສາຫາລືໃນຫົວຂໍ້ ຍົກສູງກຳລັງຄວາມສາມາທາງດ້ານເຕັກໂນໂລຢີດີຕອນໃຫແກ່ຊາວໜຸ່ມອີກດ້ວຍ”.

ນັ້ນແມ່ນຄຳແບ່ງປັນຂອງເພື່ອນ ກິກສະໜາ ສຸທຳມະວົງ ຜູ້ແທນຊາວໜຸ່ມ ລາວ ແລະ ເພື່ອນ ວູນລຽມ ຜູ້ແທນຊາວໜຸ່ມ ກຳປູເຈຍ ທີ່ເຂົ້າຮ່ວມງານພົບປະແລກປ່ຽນຊາວໜຸ່ມມິດຕະພາບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ 2021. ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບຄັ້ງນີ້ ມີການເຂົ້າຮ່ວມຂອງຜູ້ແທນ 65 ຄົນ ໂດຍແມ່ນຊາວໜຸ່ມ, ນັກສຶກສາດີເດັ່ນ ແລະ ນັກທູດໜຸ່ມຂອງສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ.

ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 2ຊາວໜຸ່ມສາມປະເທດພົບປະ, ແລກປ່ຽນກັນຕາມຮູບການທາງໄກ

ທີ່ເຫດການນີ້, ຊາວໜຸ່ມສາມປະເທດ ໄດ້ພ້ອມກັນຫວນຄືນມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບແບບພິເສດລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ຍົກອອກຫຼາຍແນວຄວາມຄິດໃໝ່ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຂອງສາມປະເທດ. ບໍ່ພຽງແຕ່ເທົ່ານັ້ນ, ໃນຈຳນວນຜູ້ແທນເຂົ້າຮ່ວມເຫດການຄັ້ງນີ້ ມີຊາວໜຸ່ມຫຼາຍຄົນໄດ້ເປັນຊາວໜຸ່ມອາສາສະໝັກ, ພະຍາບານ, ແພດໝໍທີ່ເຂົ້າຮ່ວມວຽກງານຕ້ານໂລກລະບາດໂຄວິດ - 19 ໂດຍກົງຢູ່ແນວໜ້າ. ສະນັ້ນ, ການແລກປ່ຽນບົດຮຽນ, ປະສົບການກ່ຽວກັບ ຊາວໜຸ່ມ ຫວຽດ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເພື່ອການຊ່ວຍໜູນຊີວິດສັງຄົມ ໄດ້ດຳເນີນຢ່າງຟົດຟື້ນ ແລະ ເປີດອົກເປີດໃຈ. ມີຫຼາຍຮູບແບບ, ວິທີເຮັດທີ່ດີ, ມີປະສິດທິຜົນໄດ້ນຳມາແນະນຳ, ແລກປ່ຽນ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ຕາງໜ້າ ສະຖານທູດບັນດາປະເທດປະຈຳ ຫວຽດນາມ. ກ່າວຄຳເຫັນທີ່ພິທີປິດ, ທ່ານ Mor Socheath, ເລຂາໂທ ສະຖານທູດ ກຳປູເຈຍ ປະຈຳ ຫວຽດນາມ ແບ່ງປັນວ່າ:

ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງຊາວໜຸ່ມໃນວາລະປຶກສາຫາລືຄັ້ງຕ່າງໆ ທີ່ໄດ້ຕັ້ງໜ້າແລກປ່ຽນຄຳຄິດເຫັນ ແລະ ບັນລຸໄດ້ໝາກຜົນທີ່ດີ, ຜ່ານນັ້ນ ກໍສະແດງໃຫ້ພວກເຮົາເຫັນໄດ້ເຖິງການຮ່ວມແຮງຮ່ວມໃຈໃນກາເພີ່ມພູນຄູນສ້າງຄວາມສາມັກຄີ, ໄມຕີຈິດມິດຕະພາບ, ການປະກອບສ່ວນສຳຄັນຂອງຊາວໜຸ່ມໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19”.

ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 3ທ່ານ Mor Socheath, ເລຂາໂທ ສະຖານທູດ ກຳປູເຈຍ ປະຈຳ ຫວຽດນາມ
ຕໍ່ໜ້າການຜັນປ່ຽນຢ່າງແຮງຂອງການປະຕິວັດອຸດສາຫະກຳ 4.0 ແລະ ສະພາບການໂລກລະບາດທີ່ສັບສົນຄືໃນປັດຈຸບັນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ເພື່ອສາມາດເຊື່ອມໂຍງເຂົ້າກັບສາກົນໄດ້, ວຽກງານຫັນເປັນດີຈີຕອນ ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດຢູ່ແຕ່ລະປະເທດໃນ ພາກພື້ນອາຊຽນ. ໃນນັ້ນ, ຫວຽດນາມ, ລາວ ແລະ ກຳປູເຈຍ ມີຄວາມຄ້າຍຄືກັນກ່ຽວກັບທ່າໄດ້ປຽບ ແລະ ສິ່ງທ້າທາຍໃນການຫັນປ່ຽນດີຈີຕອນ ນັ້ນແມ່ນເປັນບັນດາປະເທດທີ່ມີປະຊາກອນໜຸ່ມ, ກຳລັງຊາວໜຸ່ມ, ເຍົາວະຊົນກວມເອົາສ່ວນຫຼາຍ. ເພາະສະນັ້ນ, ການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມໝັ້ນໃຈເຊື່ອມໂຍງເຂົ້າກັບສາກົນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນການພັດທະນາແຫຼ່ງຊັບພະຍາກອນຂອງສາມປະເທດ ແລະ ກໍແມ່ນເນື້ອໃນຈຸດສຸມທີ່ໄດ້ນຳມາປຶກສາຫາລືໃນງານພົບປະແລກປ່ຽນຄັ້ງນີ້. ເພື່ອຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີດີຈີຕອນໃນໝູ່ຊາວໜຸ່ມ, ເພື່ອນ ເລິມທິບິ່ງອຽນ - ນັກສຶກສາປີທີ 3 ມະຫາວິທະຍາໄລ ດ່າໜັງ, ສາຂາ ກອນຕູມ ຖືວ່າ:

ກາຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີດີຕອນໃນູ່ຊາວໜຸ່ມ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນຂອງທັງສາມປະເທດເວົ້າລວມ ແລະ ປະເທດອື່ນໃນໂລກເວົ້າສະເພາະ ແມ່ນວຽກງານໜຶ່ງທີ່ມີຄວາມຈຳເປັນທີ່ສຸດ. ສະນັ້ນ, ຂ້າພະເຈົ້າກໍຍົກສູງວຽກງານການສຶກສາ, ບຳລຸງສ້າງກຳລັງຄວາມສາມາດດ້ານເຕັກໂນໂລຢີ ດີຈີຕອນໃຫ້ແກ່ຊາວໜຸ່ມໃນວົງຄະນະຍາດຊຸມຊົນ ເພື່ອຊ່ວຍໃຫ້ຊາວໜຸ່ມມີພາຫະນະເພື່ອຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢ່າງເປັນເຈົ້າການໃນຍຸກເຕັກໂນໂລຢີດີຈີຕອນ, ສາມາດພົວພັນແລກປ່ຽນກັບປະເທດອື່ນໆໃນໂລກໄດ້.”

ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 4ທ່ານ ວັນນະໄຊ ເທບທິລາດ ເລຂາເອກ, ຫົວໜ້າຫ້ອງການພັກ ສະຖານທູດ ລາວ ປະຈຳ ຫວຽດນາມ 

ຕໍ່ໜ້າສະພາບການພາກພື້ນ ແລະ ໂລກ ມີການຜັນແປຢ່າງສັບສົນ, ທ່ານ ວັນນະໄຊ ເທບທິລາດ ເລຂາເອກ, ຫົວໜ້າຫ້ອງການພັກ ສະຖານທູດ ລາວ ປະຈຳ ຫວຽດນາມ ຖືວ່າ: “ເພື່ອສາມາດຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນໄດ້ນັ້ນ, ນອກຈາກການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີ ດີຈີຕອນແລ້ວ, ຊາວໜຸ່ມສາມປະເທດຕ້ອງສືບຕໍ່ຊ່ວຍເຫຼືອກັນຫຼາຍກວ່າອີກ ເພື່ອສ້າງປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ ແລະ ສາມາດຮັບມືໃນທຸກສະພາບການ.

"ຄວນເສີມຂະຫຍາຍບົດບາດຂອງຊາວໜຸ່ມເຂົ້າໃນການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ເພີ່ມແຜນງານການພັດທະນານັການທູດໜຸ່ມ, ຊາວໜຸ່ມໃນຂົງເຂດເສດຖະກິດ, ຜູ້ປະກອບການໜຸ່ມ ແລະ ຜູ້ປະກອບການເພດຍິງໜຸ່ມໃຫ້ຫຼາຍຂຶ້ນ. ສົ່ງເສີມການແລກປ່ຽນວັດທະນະທຳໃນຂົງເຂດ ອາຊຽນ ໃຫ້ຊາວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງບັນດາປະເທດໃນ ອາຊຽນໃຫ້ຫຼາຍຂຶ້ນ ເພື່ອເພີ່ມຄວາມສະໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ເພີ່ມທະວີການຈັດຕັ້ງປະຕິບັດແຜນດຳເນີນງານວຽກງານຊາວໜຸ່ມ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ວັດທະນາຖາວອນຂອງ ອາຊຽນ ກໍຄືສາມປະເທດຂອງພວກເຮົາ ຕາມຄວາມຂວັນທີ່ ຫວຽດນາມ ເປັນປະທານກອງປະຊຸມ ອາຊຽນ 2020 ວາງອອກຄື "ສ້າງປະຊາຄົມອາຊຽນ ໃຫ້ມີຄວາມໜຽວແໜ້ນ ແລະ ຕອບສະໜອງຕໍ່ທຸກສະພາບການ". 

ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ 2021 ອັດລົງ ດ້ວຍຫຼາຍແນວຄວາມຄິດ, ມາດຕະການທີ່ໃໝ່ອ່ຽມ ອັນໄດ້ໝັ້ນໝາຍວ່າຈະສ້າງຫຼາຍລາຍການຮ່ວມມື, ພົບປະແລກປ່ຽນໃຫ້ແກ່ຊາວໜຸ່ມສາມປະເທດ ເພີ່ມທະວີກຳລັງຄວາມສາມາດຮັບມືດ້ວຍຕົນເອງ, ເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສາມຊາດ ຫວຽດນາມ - ລາວ - ກຳປູເຈຍ ໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ