(VOVWORLD) -ໃນໄລຍະເວລາກວ່າ 12 ປີ ຢູ່ສະໜາມຮົບ, ນັກຮົບຊ່າງແສງ ບຸ່ຍມິງເຊີນ ມີຫຼາຍກວ່າ 2/3 ເວລາຢູ່ສະໜາມຮົບ ທົ່ງໄຫ່ຫີນ ຊຽງຂວາງ, ທາງທິດເໜືອຂອງ ລາວ ເຊິ່ງເປັນໜຶ່ງໃນບັນດາຖານທີ່ໝັ້ນຍຸດທະສາດທີ່ສຳຄັນທີ່ສຸດ ນັບທັງໃນໄລຍະຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ ເພື່ອປົດປ່ອຍທົ່ວພາກພື້ນອິນດູຈີນ. ພູຜາປ່າໄມ້ທຸກໆແຫ່ງຢູ່ທີ່ນີ້ ລ້ວນແຕ່ມີຮອຍຕີນ ແລະ ເລືອດເນື້ອເຫື່ອແຮງຂອງ ລຸງເຊີນ ພ້ອມດ້ວຍທະຫານອາສາສະໝັກ ຫວຽດນາມ. ເພາະສະນັ້ນ, ໃນໃຈຂອງເພິ່ນ ຍາມໃດກໍມີຄວາມຮູ້ສຶກພິເສດກັບທິວທັດທຳມະຊາດພູຜາປ່າດົງ, ວັດທະນະທຳ ແລະ ປະຊາຊົນ ລາວ ຢູ່ທີ່ນີ້ ພ້ອມດ້ວຍເລື່ອງລາວຫຼາຍເລື່ອງທີ່ຍາກຈະຫຼົງລືມໄດ້ໃນດິນແດນພິລະອາດຫານແຫ່ງນີ້.
ອ້າຍທະຫານຊ່າງແສງ ບຸ່ຍມິງເຊີນ ໃນຊຸມປີ 1968 |
ປີ 1968, ຕອບສະໜອງຕາມຄຳຮຽກຮ້ອງຂອງປະເທດຊາດ, ອ້າຍບ່າວ ຮ່າໂນ້ຍ - ບຸຍມິງເຊີນ ໃນຄາວນັ້ນ ອາຍຸຫາກໍພຽງ 17 ປີ ໄດ້ພາຍກະເປົາເດີນຕາມເສັ້ນທາງເຂົ້າຮ່ວມກອງທັບປະຊາຊົນ ຫວຽດນາມ. ຫຼັງຈາກນັ້ນບໍ່ຮອດສອງເດືອນ, ເພິ່ນເປັນກຽດໄດ້ຮັບການມອບໝາຍໄປເຮັດໜ້າທີ່ສາກົນ ຢູ່ ລາວ, ພ້ອມກັບປະເທດ ລາວ ເພື່ອນມິດ ຕ້ານສັດຕູໂຕດຽວກັນ (ຕ້ານຈັກກະພັດ ອາເມລິກາ) ໃນຖານະເປັນທະຫານຊ່າງແສງກວດເກັບກູ້ລະເບີດ, ຂຸດພູຖົມດິນເປີດທາງກະກຽມໃຫ້ແກ່ບັ້ນຮົບຕ່າງໆຢູ່ຖານທີ່ໝັ້ນຢູ່ຊຳເໜືອ, ຫົວພັນ ແລະ ທົ່ງໄຫ່ຫີນ, ຊຽງຂວາງ. ມາຮອດປັດຈຸບັນ, ທຸກຄວາມຊົງຈຳຍັງຝັງເລິກໃນໃຈຂອງເພິ່ນໄວ້ເໝືອນເດີມ, ເພິ່ນເລົ່າສູ່ຟັງວ່າ:
“ຊຸມປີນັ້ນ, ຢູ່ສະໜາມຮົບພາກເໜືອຂອງ ລາວ ຄືຢູ່ ຜົ້ງສາລີ, ຊຳເໜືອ, ຊຽງຂວາງ ແມ່ນສະໜາມຮົບທີ່ເຕັມໄປດ້ວຍລູກລະເບີດທີ່ຍັງບໍ່ທັນແຕກ ແລະ ການເກັບກູ້ລູກລະເບີດແມ່ນໜ້າທີ່ຂອງນັກຮົບຊ່າງແສງ ທີ່ທັງລຳບາກຍາກເຂັນ, ທັງໜັກໜ່ວງ. ມີເພື່ອນຮ່ວມກົມກອງກັບຂ້າພະເຈົ້າຫຼາຍຄົນ ບໍ່ໂຊກດີຄືກັບຂ້າພະເຈົ້າ ເຊິ່ງເສຍສະຫຼະຊີວິດຢູ່ກັບສະໜາມຮົບ. ສິ່ງທີ່ເຈັບປວດທີ່ສຸດສຳລັບນັກຮົບຊ່າງແສງນັ້ນແມ່ນ ຄວາມເປັນ ແລະ ຄວາມຕາຍ ມັນຫ່າງກັນພຽງແຕ່ຄືບດຽວເທົ່ານັ້ນ. ເຖິງວ່າວຽກງານມີຄວາມລຳບາກຍາກເຂັນຄືແນວນັ້ນກໍຕາມ ແຕ່ກໍຍັງໄຄກວ່າທະຫານລາບຫຼາຍທົບຫຼາຍເທົ່າ”.
ລຸງ ບຸ່ຍມິງເຊີນ ມັກໄປທ່ອງທ່ຽວ ແລະ ຄົ້ນຫາວັດທະນະທຳ ລາວ |
ດ້ວຍວຽກງານ ທີ່ມີຄວາມລຳບາກຍາກກຳ ແລະອັນຕະລາຍ ຄືແນວນັ້ນ, ແຕ່ບັນດານັກຮົບຊ່າງແສງຄືເພິ່ນ ພັດມີຄວາມເອກອ້າງທະນົງໃຈເມື່ອໄດ້ອຸທິສ່ວນຕໍ່ປະເທດເພື່ອນບ້ານ ກໍຄືປະເທດຊາດຂອງຕົນ. ບໍ່ພຽງແຕ່ມີຄວາມຊຳນານ ແລະ ເກັ່ງກ້າໃນການຂຸດພູຖົ່ມດິນເປີດທາງເທົ່ານັ້ນ, ລຸງ ບຸ່ຍມິງເຊີນ ຍັງມີພອນສະຫວັນ ແລະ ມີຄວາມເມົາມົວກັບການຂີດຂຽນ, ແຕ່ງບົດກະວີ ແລະ ຊອກຮູ້ກ່ຽວກັບວັດທະນະທຳຂອງປະເທດລາວລ້ານຊ້າງອີກດ້ວຍ. ເຖິງວ່າໜ້າທີ່ວຽກງານຢູ່ສະໜາມຮົບມີລັກສະນະສະເພາະ ແລະ ຫຍຸ້ງຍາກ, ດຸເດືອດຄືແນວນັ້ນກໍຕາມ, ແຕ່ເພິ່ນຍັງຍາດແຍ່ງແຕ່ລະນາທີເພື່ອຕິດຕາມວິທີເຮັດຂອງເພື່ອນລາວ, ວິທີ ການທັກທາຍ ພົບປະ, ການດຳລົງຊີວິດເປັນຄືແນວໃດ ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ ແລະ ປະຊາຊົນຢູ່ທີ່ນີ້. ນີ້ກໍແມ່ນວິທີໜຶ່ງ ທີ່ຊ່ວຍໃຫ້ເພິ່ນຮຽນຮູ້ພາສາລາວ ໄດ້ຢ່າງວ່ອງໄວ. ບັນດາສຳນວນຄຳເວົ້າ, ຄຳສຸພາສິດ ຫຼື ສິ່ງທີ່ເພິ່ນເຄີຍພົບພໍ້ ກໍຄືຄວາມຮູ້ສຶກຂອງເພິ່ນ ລ້ວນແຕ່ໄດ້ຈົດໄວ້ໃນປື້ມຂຽນນ້ອຍເທົ່າ 3 ນີ້ວມື ທີ່ໄດ້ເຮັດດ້ວຍເຈ້ຍຫໍ່ລະເບີດພົກ. ເພາະສະນັ້ນ, ໄດ້ຊ່ວຍໃຫ້ເພິ່ນມີຄວາມສະດວກກວ່າໃນການປະຕິບັດໜ້າທີ່ ແລະ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ກໍຄືນິດໄສໃຈຄໍຂອງປະຊາຊົນລາວໄດ້ຢ່າງເລິກເຊິ່ງ.
“ນອກຈາກບັນດາຈຸດວັດທະນະທຳທີ່ຄ້າຍຄືກັນລະຫວ່າງສອງຊາດແລ້ວ, ຂ້າພະເຈົ້າປະທັບໃຈທີ່ສຸດ ແມ່ນການປະພຶດຂອງຄົນລາວຕໍ່ກັບຄົນອື່ນ. ຂ້າພະເຈົ້າເຫັນວ່າ ຄົນລາວ ມີຈິດໃຈເມດຕາປານີ, ສຸພາບຮຽບຮ້ອຍ, ຄ່ຽມຄົມ, ຊື່ຕົງ, ລຽບງ່າຍ ແລະ ມີໃຈບຸນໃຈກຸສົນ. ຄົນລາວໃຈດີ ແລະ ມີມາລະຍາດດີ! ຄົນລາວ ມີຄວາມເຫັນອົກເຫັນໃຈ ແລະ ພວກເຂົາສ້າງຄວາມປະທັບໃຈເປັນຢ່າງຍິ່ງ ເຊິ່ງມາຮອດປັດຈຸບັນນີ້ ເມື່ອກັບຄືນໄປຢາມ ກໍບໍ່ມີຄວາມຮູ້ສຶກວ່າ ເຮົາໄປຕ່າງປະເທດເລີຍ. ເຂົາເຈົ້າຮັກແພງແຂກຄົນຫຼາຍ ແລະ ໂອ້ລົມນຳເຮົາຢ່າງສະໜິດສະໜົມເໝືອນດັ່ງໂອ້ລົມກັບຄົນໃນຄອບຄົວດຽວກັນ, ຍາມໃດກໍ ລູກເອີຍ, ຫຼານເອີຍ…”. ຍ້ອນໄດ້ຮັບຄວາມຮູ້ສຶກທີ່ພິເສດຄືແນວນັ້ນ ຈຶ່ງຊ່ວຍໃຫ້ນັກຮົບ, ທະຫານຄືພວກຂ້າພະເຈົ້າ ຮູ້ສຶກຄືບໍ່ໄດ້ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແລະ ປະເທດຊາດແຕ່ຢ່າງໃດ”.
ໂດຍແມ່ນຄົນທີ່ມີພອນສະຫວັນໃນການປາກເວົ້າ ພ້ອມດ້ວຍທ່າແຮງແມ່ນຮູ້ພາສາລາວ, ຫຼັງຈາກນັ້ນບໍ່ດົນ, ເພິ່ນໄດ້ຍົກຍ້າຍໄປປະຕິບັດໜ້າທີ່ໂຄສະນາອົບຮົມ ແລະ ພາກຟິມຮູບເງົາ ແຕ່ກໍແມ່ນວຽກງານທີ່ບໍ່ໜັກໜ່ວງໜ້ອຍກວ່າ. ມື້ໃດກໍເຊັ່ນດຽວກັນ, ລຸງ ບຸ່ຍມິງເຊີນ ກໍພາຍຈັກປັ່ນໄຟທີ່ມີນ້ຳໜັກເກືອບ 40 ກິໂລກຣາມ ແລະ ເຄື່ອງສາຍຟິມຮູບເງົາທີ່ມີນ້ຳໜັກກວ່າ 100 ກິໂລກຣາມ ພ້ອມກັບເພື່ອນຮ່ວມກົມກອງຂຶ້ນພູລົງຫ້ວຍ ໃນພຸມສັນຖານທີ່ທຸລະກັນດານຂອງພູຜາປ່າໄມ້ ເພື່ອນຳເອົາຟິມຮູບເງົາຕ່າງໆມາຊ່ວຍລະດົມກຳລັງໃຈ ແລະ ເປັນຄວາມບັນເທິງໃຫ້ແກ່ທັງທະຫານ ຫວຽດນາມ ແລະ ລາວ ພ້ອມດ້ວຍປະຊາຊົນປະຈຳຖິ່ນອີກດ້ວຍ. ນັບທັງຈອມພູທີ່ມີຄວາມສູງນັບພັນກວ່າແມັດ ຄືພູແຄ, ພູຜາໄຊ ເພິ່ນ ພ້ອມດ້ວຍໝູ່ຮ່ວມກົມກອງກໍໄດ້ຂຶ້ນໄປບໍ່ວ່າແຕ່ເທື່ອດຽວ, ຊ້ຳບໍ່ໜຳ, ບາງເທື່ອແມ່ນເພື່ອສາຍໃຫ້ພຽງຄົນດຽວເບິ່ງເທົ່ານັ້ນ.
“ປະຊາຊົນຢູ່ທີ່ນີ້ເພິ່ນມັກຫຼາຍ. ມີປະຊາຊົນຢູ່ບາງບ່ອນບໍ່ເຄີຍໄດ້ເບິ່ງ ຟິມຮູບເງົາຈັກເທື່ອ. ເຂົາເຈົ້າມີຄວາມປະຫຼາດໃຈເມື່ອເຫັນນຳມ້ວນຢາງໄປໃສ່ເຄື່ອງຈັກ ແລ້ວສາຍໃສ່ແຜ່ນຜ້າ ພັດມີຮູບຄົນໄປໆມາໆຄືແນວນັ້ນ, ເພິ່ນວ່າມັນຄືກັນກັບຜີ. ແຕ່ກໍມີຄວາມເປັນໜ້າປະທັບໃຈ, ເວລາໃດເຫັນຮູບລຸງໂຮ່ຢູ່ເທິງໜ້າຈໍ ເວລານັ້ນ ທຸກຄົນຈະລຸກຂຶ້ນຕົບມື. ຜ່ານນັ້ນຈຶ່ງເຫັນວ່າ ເຂົາເຈົ້າເຄົາລົບນັບຖື ລຸງໂຮ່ ຂອງພວກເຮົາ ຂະໜາດໃດ”.
ລຸງ ບຸ່ຍມິງເຊີນ ຢ້ຽມຢາມຖານທີ່ໝັ້ນທົ່ງໄຫຫີນ, ຊຽງຂວາງ |
ນອກຈາກຮູບພາບກ່ຽວກັບ ຊຽງຂວາງ ທີ່ປົກຄຸມໄປດ້ວຍຄວັນໄຟ ແລະ ກິ່ນຂິວຂອງໝື້ປືນ, ລູກລະເບີດແລ້ວ, ສຳລັບ ລຸງ ບຸ່ຍມິງເຊີນ ຮູບພາບພູຜາປ່າໄມ້ ແລະ ທັດສະນີຍະພາບຢູ່ທີ່ນີ້ແມ່ນສວຍສົດງົດງາມຫຼາຍ, ພິເສດແມ່ນ ເມື່ອລະດູແລ້ງວຽນມາ - ລະດູດອກຕາເວັນປ່າເບັ່ງບານເປັນຟຸ່ມກວ້າງ ອວດອ້າງຄວາມງາມໃນພາຍໃຕ້ທ້ອງຟ້າທີ່ປອດໂປ່ງສົດໃສ. ສຳລັບເພິ່ນ, ດອກຕາເວັນປ່າ ຍາມໃດກໍບານພ້ອມກັນເປັນຟຸ່ມກວ້າງ ເໝືອນດັ່ງນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບຂອງທະຫານ ຫວຽດນາມ ແລະ ລາວ. ປະເທດລາວ, ປະຊາຊົນ ລາວ ກໍອົງອາດກ້າຫານ ແລະ ບໍ່ຍອມຈຳນົນ ເໝືອນດັ່ງຄືດອກໄມ້ຊະນິດນີ້. ເຖິງວ່າດອກໄມ້ຊະນິດນີ້ເບິ່ງຄືວ່າເບົາບາງ ແຕ່ກໍບໍ່ອ່ອນດ້ອຍ ຫາກຍັງມີພະລັງຊີວິດທີ່ເຂັ້ມແຂງແຮງກ້າ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບທະຫານສອງປະເທດຜ່ານຜ່າບໍ່ຈັກວ່າເທົ່າໃດບັ້ນຮົບ. ບໍ່ພຽງແຕ່ເທົ່ານັ້ນ, ສີເຫຼືອງຂອງດອກຕາເວັນປ່າກໍແມ່ນສີສັນທີ່ເປັນເອກະລັກສະເພາະຂອງສາສະໜາພຸດ - ເຊິ່ງເປັນອູ່ໃຫ້ກຳເນີດ ແລະ ບຳລຸງຫຼໍ່ລ້ຽງນິດໄສໃຈຄໍ ແລະ ຄວາມງາມທາງດ້ານວັດທະນະທຳຂອງປະເທດ ລາວລ້ານຊ້າງ - ບ້ານເກີດເມືອງນອນແຫ່ງທີ 2 ຂອງ ເພິ່ນ, ບ່ອນແຫ່ງຄວາມຊົງຈຳໃນຄາວໄວໜຸ່ມຂອງເພິ່ນ. ເພາະສະນັ້ນ, ແຕ່ລະເທື່ອທີ່ກັບຄືນມາຢ້ຽມຢາມດິນແດນແຫ່ງນີ້ ລ້ວນແຕ່ແມ່ນບັນດາການເດີນທາງທີ່ເຕັມໄປດ້ວຍຄວາມຮູ້ສຶກ ແລະ ຄວາມຕື້ນຕັນໃຈ.
“ຂ້າພະເຈົ້າເກືອບເປັນລົມ, ລົດຫາກໍເຄື່ອນລໍ້ຜ່ານດ່ານຊາຍແດນຂອງລາວ ໃຈຂ້າພະເຈົ້າກໍເຕັ້ນແທ້ເຕັ້ນວ່າແລ້ວ. ຊຽງຂວາງ ເໝືອນດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງຂ້າພະເຈົ້າ. ມີໝູ່ຮ່ວມກົມກອງບໍ່ຈັກວ່າເທົ່າໃດຄົນໄດ້ເສຍຫຼະສະຊີວິດ ແລະ ເລືອດເນື້ອຢູ່ດິນແດນແຫ່ງນັ້ນ. ເທື່ອໃດກໍເຊັ່ນດຽວກັນ ພໍມາຮອດ ກໍເຫັນເຂົາເຈົ້າໄດ້ລຽນກັນເປັນແຖວຍາວແຕ່ນອກເຂົ້າໃນ ແລ້ວກອດ, ແລ້ວຕົບບ່າແຕ່ລະຄົນແຕ່ລະຄົນ. ບາງຄົນກໍກັ້ນນ້ຳຕາໄວ້ບໍ່ໄດ້. ເຂົາເຈົ້າໄດ້ຮັບການຕ້ອນຮັບຢ່າງອົບອຸ່ນທີ່ສຸດ”.
ເຖິງວ່າ, ຢູ່ໃນກະສຽນອາຍຸ 70 ປີ, ເມື່ອຜົມງອກເກືອບໝົດແລ້ວກໍຕາມ ແຕ່ອ້າຍທະຫານຄາວນັ້ນ ຍັງມີຄວາມປາດຖະໜາຢາກໄປຢ້ຽມຢາມດິນແດນທີ່ອົງອາດກ້າຫານນີ້ຕະຫຼອດເວລາ, ເພິ່ນວ່າ ຫາກສຸຂະພາບຍັງແຂງແຮງ, ເພິ່ນຍັງຢາກຈະໄປຢ້ຽມຢາມໝູ່ຮ່ວມກົມກອງ, ຢ້ຽມຢາມປະຊາຊົນລາວ, ປະເທດລາວ ແລະ ທົ່ງໄຫ່ຫີນ. ສຳລັບເພິ່ນແລ້ວ, ຊຽງຂວາງ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງເພິ່ນຕະຫຼອດໄປ./.