(vovworld)- “ຖ້າຫາກບໍ່ທັນໄປຢ້ຽມຢາມຕະຫລາດ Tanah Abang ໝາຍຄວາມວ່າທ່ານຍັງບໍ່ທັນໄປຢ້ຽມຢາມນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍເທື່ອ”. ນັ້ນແມ່ນຄຳເຫັນຂອງນັກທ່ອງທ່ຽວຫລາຍຄົນເມື່ອໄປຢ້ຽມຢາມນະຄອນນີ້. Tanah Abang ແມ່ນຕະຫລາດທີ່ເປັນມູນເຊື້ອຖືກຕັ້ງຢູ່ ໃຈກາງນະຄອນຫລວງ ຈາກາຕາ ແລະ ໄດ້ຮັບການກໍ່ສ້າງກ່ອນນີ້ 280 ປີ ພາຍໃຕ້ການຄອບຄອງຂອງໂຮນລັງ. ຕະຫລາດແຫ່ງນີ້ ແມ່ນສູນຄ້າຂາຍແຫ່ງໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຜະລິດຕະພັນຕົ້ນຕໍແມ່ນຜ້າ Batik.
ຕະຫລາດ Tanah Abang
|
ເວລາ 9 ໂມງເຊົ້າ ຢູ່ ຕະຫລາດ Tanah Abang ບັນຍາກາດຊື້ຂາຍດຳເນີນໄປຢ່າງຟົດຟື້ນ ເຖິງວ່າ ຕະຫລາດຫາກໍເປີດປະຕູພຽງ 2 ຊົ່ວໂມງກໍຕາມ ແຕ່ຂະບວນລົດ angkutan, ຊື່ງແມ່ນລົດຂົນສົ່ງຂະຫນາດນ້ອຍຂອງ ອິນໂດເນເຊຍ ບັນທຸກສິນຄ້າ ເຕັມ ໄດ້ຫລັ່ງໄຫລຕິດຕໍ່ກັນເຂົ້າຕະຫລາດ. ຕະຫລາດແຫ່ງນີ້ປະກອບດ້ວຍອາຄານຫລາຍຊັ້ນ 3 ຫລັງໄດ້ຊື່ງຮັບການກໍ່ສ້າງໃນເນື້ອທີ່ 2 ເຮັກຕາ. ຢູ່ໃຈກາງ ແມ່ນອາຄານສູງກວ່າໝູ່ປະກອບດ້ວຍ 18 ຊັ້ນ ແລະ ຢູ່ທາງຫນ້າແມ່ນຕິດປ້າຍໂຄສະນາດ້ວຍແຖວຫນັງສືວ່າ: Blok A- ສູນຄ້າຂາຍແຜ່ນແພ ແລະ ໂສ້ງເສື້ອ”. ອາຄານຫລັງນີ້ ລວມມີ: 5 ຊັ້ນລຸ່ມ ແມ່ນຮັບໃຊ້ການຈອດລົດ, ຫນຶ່ງຊັ້ນ ແມ່ນບໍລິການກິນດື່ມ, 11 ຊັ້ນ ແມ່ນສະຫງວນໃຫ້ແກ່ການຄ້າຂາຍສິນຄ້າ ແລະ ຊັ້ນສູງສຸດ ແມ່ນໂບດ ທີ່ສາມາດບັນຈຸ ກວ່າ 2000 ຄົນ.
ອ້າຍ Heri ແມ່ນເຈົ້າຂອງຮ້ານຂາຍເຄື່ອງ 6 ຮ້ານ ແລະ ກໍແມ່ນຜູ້ສະຫນອງ ເສື້ອ batik ຫລາຍກວ່າໝູ່ ຢູ່ ຕະຫລາດ Tanah Abang. ຮ້ານຂາຍເຄື່ອງຕົ້ນຕໍຂອງອ້າຍແມ່ນຕັ້ງຢູ່ ຊັ້ນ 7 ມີລວງກວ້າງປະມານ 15 ຕາແມດ, ອາທິດຫນຶ່ງ ອ້າຍສາມາດຂາຍເສື້ອ batik ໄດ້ປະມານ 20.000 ຜືນ ແລະ ລາຍຮັບເກັບມາໄດ້ແມ່ນ 500-700.000 rupia/ມື້ (ເທົ່າກັບ 40-60 USD/ມື້). ການດຳເນີນທຸລະກິດຂອງ ອ້າຍ Heri ຢູ່ຕະຫລາດແຫ່ງນີ້ ນັບມື້ນັບພັດທະນາ ນັບແຕ່ເມື່ອອ້າຍເລີ່ມຄ້າຂາຍສິນຄ້າກ່ອນນີ້ 9 ປີ.
“ຂ້າພະເຈົ້າຍັງບໍ່ທັນຄາດຄະເນລ່ວງຫນ້າໄດ້ວ່າ ການດຳເນີນທຸລະກິດຂອງຕົນໃນອະນາຄົດຈະຄືແນວໃດ ແຕ່ກ່ອນອື່ນໝົດ ຂ້າພະເຈົ້າກໍມີແຜນການສຸມໃສ່ ປະເພດສິນຄ້າທີ່ມີຄຸນນະພາບສູງ. ສະນັ້ນ ຢູ່ ຮ້ານຂາຍເຄື່ອງຂອງຂ້າພະເຈົ້າບໍ່ຂາຍສິນຄ້າທີ່ມີຄຸນນະພາບຕ່ຳ. ລາຍຮັບຂອງຂ້າພະເຈົ້າເປັນປົກກະຕິສົມຄວນ. ໃນຊຸມມື້ງານບຸນ, ເປັນຕົ້ນພາຍຫລັງງານບຸນ lebaran(ອົດອາຫານ) ລາຍຮັບເກັບມາໄດ້ແມ່ນສູງກວ່າ.”
ຮ້ານຂາຍຜ້າ batik
|
ຕະຫລາດ Tanah Abang ມີພໍ່ຄ້າຊາວຂາຍກວ່າ 8000 ຄົນ ແລະສ່ວນຫລາຍແມ່ນຂາຍຜ້າ ແລະ ໂສ້ງເສື້ອ batik ຄືກັນກັບອ້າຍ Heri. ຕະຫລາດແຫ່ງນີ້ແມ່ນບ່ອນຈຳຫນ່າຍຜ້າແພຂອງບັນດາໂຮງງານຜະລິດຜ້າແພ ແລະ ທັງແມ່ນສູນຄ້າຂາຍໃຫຍ່ກວ່າໝູ່ໃນທົ່ວປະເທດ ສະນັ້ນ ລາຄາຜ້າແພຢູ່ຕະຫລາດແຫ່ງນີ້ແມ່ນຖືກກວ່າຢູ່ຕະຫລາດແຫ່ງອື່ນ. ເອື້ອຍ Anna Santosa, ນັກທ່ອງທ່ຽວມາຈາກ ມາເລເຊຍ ແບ່ງປັນວ່າ:
“ລາຄາຜະລິດຕະພັນຜ້າ batik ຢູ່ ຕະຫລາດແຫ່ງນີ້ແມ່ນຖືກກວ່າຢູ່ ມາເລເຊຍ. ເສື້ອ batik ຜືນຫນຶ່ງຢູ່ ມາເລເຊຍ ມີລາຄາປະມານ 10 ringgit ໃນຂະນະນັ້ນ ຊື້ຢູ່ ຕະຫລາດTanah Abang ພຽງ 2 ringgit. ນັ້ນແມ່ນສາຍເຫດພາໃຫ້ຊາວ ມາເລເຊຍ ແລະ ນັກທ່ອງທ່ຽວຕ່າງປະເທດ ນິຍົມໄປຢ້ຽມຢາມ Tanah Abang ເພື່ອຊື້ເຄື່ອງຂອງ.”
ໂດຍໄດ້ຮັບການກໍ່ສ້າງເມື່ອປີ 1736, ເບື້ອງຕົ້ນຕະຫລາດແຫ່ງນີ້ ມີຊື່ວ່າ Pasar Sabtu ພາສາອິນໂດເນເຊຍ ເອີ້ນວ່າ ຕະຫລາດວັນເສົາ ເພາະວ່າ ພຽງເປີດປະຕູໃນວັນເສົາປະຈຳອາທິດເທົ່ານັ້ນ. ຫລັງຈາກນັ້ນ ຕະຫລາດແຫ່ງນີ້ຖືກປ່ຽນຊື່ເປັນ Tanah Abang ແລະ ເປີດປະຕູທຸກມື້ປະຈຳອາທິດ. ທ່ານ Harry Supriyatna, ຜູ້ຄຸ້ມຄອງຕະຫລາດໃຫ້ຮູ້ວ່າ:
“ເຖິງວ່າ Tanah Abang ແມ່ນຕະຫລາດແຫ່ງຫນຶ່ງແຕ່ໄດ້ຮັບການກໍ່ສ້າງ ພັດທະນາ ແລະ ຄຸ້ມຄອງຕາມທິດທັນສະໄຫມ, ມີລີບ ແລະ ແອເຢັນອີກ. ນອກນັ້ນ ມີລະບົບປ້ອງກັນຄວາມສະຫງົບປອດໄພ ດ້ວຍພາລະກອນປ້ອງກັນຄວາມສະຫງົບກວ່າ 200 ຄົນ.”
ພື້ນຖານໂຄງລ່າງຂອງຕະຫລາດແຫ່ງນີ້ແມ່ນເທົ່າທຽມກັບສູນຊື້ຂາຍແຫ່ງຫນຶ່ງທັນສະໄຫມ, ລາຄາສິນຄ້າຖືກ ແລະ ມີຫລາຍຮູບຫລາຍແບບ, ແຕ່ລະປີ ຕະຫລາດ Tanah Abang ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ແລະ ຊື້ເຄື່ອງຂອງກວ່າ 70 ລ້ານເທື່ອຄົນ. ຕະຫລາດແຫ່ງນີ້ ຍັງໄດ້ຮັບການຂະຫນານນາມວ່າ “ແດນສະຫວັນຜ້າ batik`” ບໍ່ພຽງແຕ່ສຳລັບ ຊາວ ອິນໂດເນເຊຍ ເທົ່ານັ້ນ ຫາກນັບທັງແຂກຕ່າງປະເທດອີກດ້ວຍ. Eric Flores, ນັກສຶກສາມາຈາກ ອາເມເລິກາ ແບ່ງປັນວ່າ:
“ເມື່ອຂ້າພະເຈົ້າຫາກໍມາຢ້ຽມຢາມ ອິນໂດເນເຊຍ ຂ້າພະເຈົ້າຖືກເຊີນເຂົ້າຮ່ວມພິທີຫນຶ່ງ ແລະ ຂ້າພະເຈົ້າບໍ່ມີເສື້ອ batik ທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ. ໝູ່ເພື່ອນໄດ້ພາຂ້າພະເຈົ້າໄປຕະຫລາດ Tanah Abang ເພາະວ່າ ຕະຫລາດແຫ່ງນີ້ແມ່ນ ແດນສະຫວັນແຫ່ງການຊື້ຂາຍຜ້າ batik. ໄປຮອດຕະຫລາດນີ້ ຂ້າພະເຈົ້າເຫັນວ່າມີຮ້ານຂາຍເສື້ອ batik ເປັນຈຳນວນຫລວງຫລາຍ, ຜ່ານນັ້ນ ຂ້າພະເຈົ້າຈຶ່ງເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳຂອງ ອິນໂດເນເຊຍ.”
ຮອດເວລາ 5 ໂມງແລງ ນັກທ່ອງທ່ຽວກໍຄ່ອຍໆອອກຈາກຕະຫລາດ, ບັນດາຮ້ານຂາຍເຄື່ອງໄດ້ເລີ່ມມ້ຽນມັດສິນຄ້າ ເພື່ອກະກຽມຂາຍໃນມື້ຕໍ່ໄປ.
ມາຢ້ຽມຢາມ ອິນໂດເນເຊຍ, ຖ້າທ່ານຢາກຊອກຮູ້ກ່ຽວກັບວັດທະນະທຳສາສະຫນາອິດສະລາມ, ກ່ຽວກັບຊຸດອາພອນທີ່ເປັນມູນເຊື້ອ ແລະ ຊື້ບັນດາຜະລິດຕະພັນຜ້າ batik ດ້ວຍລາຄາຖືກ ທ່ານຢ່າລືມແວ່ຢາມຕະຫລາດ Tanah Abang.