(vovworld)- ບັນດາຜະລິດຕະພັນພິເສດສະເພາະຂອງທ້ອງຖິ່ນ ນັ້ນແມ່ນປະເພດສິນຄ້າຕົ້ນຕໍຊື່ງປະຊາຊົນຢູ່ເຂດພູສູງ ຊາຍແດນຫວຽດນາມ - ລາວ ນຳມາຂາຍຢູ່ຕະຫລາດ ນາແມ່ວ ເມືອງ ກວານເຊີນ ແຂວງ ແທນຮວາ. ຕະຫລາດນັດຈັດຂຶ້ນພຽງເທື່ອຫນຶ່ງໃນຕອນເຊົ້າວັນເສົາປະຈຳອາທິດ, ຕະຫລາດນັດຊາຍແດນ ນາແມ່ວ ບໍ່ພຽງແຕ່ແມ່ນສະຖານທີ່ແລກປ່ຽນຄ້າຂາຍສິນຄ້າຂອງປະຊາຊົນບັນດາເຜົ່າຢູ່ເມືອງກວານເຊີນ ແລະ ປະຊາຊົນເມືອງ ວຽງໄຊແຂວງ ຫົວພັນເທົ່ານັ້ນ ຫາກຍັງແມ່ນສະຖານທີ່ພົວພັນແລກປ່ຽນວັດທະນະທຳລະຫວ່າງປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວອີກດ້ວຍ.
ຕະຫລາດນັດ ນາແມ່ວ
ພາບ:vanhoadoisong.vn
|
ນັບແຕ່ຮຸ່ງເຊົ້າ, ດ່ານຊາຍແດນສາກົນ ນາແມ່ວ ໄດ້ຕ້ອນຮັບປະຊາຊົນຫລາຍຄົນຢູ່ ເບື້ອງລາວໄປຕະຫລາດນັດ. ເມື່ອມາຕະຫລາດນັດນັກທ່ອງທ່ຽວຈະພົບເຫັນສີສັນຫລາກຫລາຍຂອງຊຸດອາພອນພື້ນເມືອງບັນດາເຜົ່າ ກໍຄືໄດ້ຮັບຟັງພາສາຂອງຊາວກີງ, ໄທ, ມົ້ງຂອງຫວຽດນາມ ແລະ ພາສາລາວ, ພາສາຕ່າງປະເທດອີກດ້ວຍ.
ສິນຄ້າຕົ້ນຕໍທີ່ ນຳໄປຂາຍຢູ່ຕະຫລາດນັດແຫ່ງນີ້ ສ່ວນຫລາຍແມ່ນຜະລິດຕະພັນຂອງທ້ອງຖິ່ນ ໂດຍປະຊາຊົນ ຫວຽດນາມ ແລະ ລາວ ນຳມາແລກປ່ຽນ, ຄ້າຂາຍ.. ບັນດາປະເພດສິນຄ້າຂອງຊາວຫວຽດນາມ ນັ້ນແມ່ນເຄື່ອງໃຊ້ສອຍໃນຄອບຄົວ, ໂສ້ງເສື້ອ, ປາທະເລ, ເຂົ້າຫນຽວ… ສ່ວນບັນດາປະເພດສິນຄ້າຊອງ ຊາວລາວ ຄື: ໜູປ່າແຫ້ງ, ປ່າຫ້ວຍປີ້ງ, ເຄືື່ອງສິລະປະຫັດຖະກຳ..ເອື້ອຍ ສົມພອນ ຢູ່ ບ້ານ ພູນການ ເມືອງວຽງໄຊ ແຂວງຫົວພັນ, ໃຫ້ຮູ້ວ່າ: ຕືນນອນແຕ່ 3 ໂມງເຄິ່ງ ແລະ ຜ່ານໄລຍະທາງກວ່າ 20 ກິໂລແມັດເພື່ອຮອດຕະຫລາດນັດໃຫ້ທັນ.
ສຽງນາງພອນ
ຈຸດທີ່ເປັນເອກະລັກສະເພາະຂອງຕະຫລາດນັດ ນາແມ່ວ ແມ່ນນຳໃຊ້ທັງສອງສະກຸນເງິນ ນັ້ນແມ່ນເງິນກີບຂອງລາວ ແລະ ເງິນດົງຂອງຫວຽດນາມ. ເຖິງວ່າ ຜູ້ຂາຍ ແລະ ຜູ້ຊື້ເຄ່ືອງຂອງບໍ່ເຂົ້າໃຈພາສາຂອງກັນໝົດກໍຕາມ ແຕ່ກໍສາມາດຊື້ເຄື່ອງຂອງທີ່ຕົນເອງຕ້ອງການໄດ້ ເພາະວ່າ ພຽງແຕ່ສະແດງສັນຍານຢາກຊື້ປະເພດສິນຄ້ານີ້ ໃນທັນທີ່ ຜູ້ຂາຍເຄື່ອງຈະຍົກນີ້ວມື ຫລື ໃຊ້ຈັກໄລ່ເລກເພື່ອບີບລາຄາຂອງຜະລິດຕະພັນນັ້ນ. ທີ່ຕະຫລາດນັດ ນາແມ່ວ ບໍ່ມີການຕໍ່ລາຄາ, ບໍ່ມີສະພາບບຽດຍຽດ, ຊຸກຢັນ. ເອື້ອຍ ວີທິເຊືອນ ຊາວເຜົ່າໄທ ຢູ່ ບ້ານນາແມ່ວ ເວົ້າວ່າ:
“ໄປຕະຫລາດມ່ວນຫລາຍ, ອາທິດໃດກໍ່ພົບໝູ່ເພື່ອນຫລາຍຄົນ, ມັກທີ່ສຸດແມ່ນເລາະເບິ່ງເຄື່ອງຂອງ ເພື່ອຊື້ໃຫ້ແກ່ຄອບຄົວ. ຢູ່ຕະຫລາດນີ້ບໍ່ມີການຕໍ່ລາຄາ. ນັບແຕ່ປີ 2002ເປັນຕົ້ນມາ ວັນເສົາໃດຂ້າພະເຈົ້າກໍໄປຕະຫລາດນັດ.”
ນອກຈາກການຊື້, ແລກປ່ຽນຄ້າຂາຍສິນຄ້າ, ຕະຫລາດນັດຍັງແມ່ນສະຖານທີ່ພົບປະແລກປ່ຽນນ້ຳໃຈສາມັກຄິມິດຕະພາບຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ທີ່ມີມາແຕ່ດົນນານ. ຍ້ອນເຫດນັ້ນ ປະຊາຊົນຢູ່ທີ່ນີ້ ຍັງເອີ້ນຕະຫລາດນີ້ວ່າ ຕະຫລາດນັດສາມັກຄີ. ພັນເອກ ເລດີງຟູ ຫົວຫນ້າປ້ອມກວດກາດ່ານຊາຍແດນສາກົນ ນາແມ່ວ ຢືນຢັນວ່າ:
“ທຸກວັນເສົາ ຕະຫລາດນັດນາແມ່ວຖືກຈັດຂຶ້ນ ເພື່ອໃຫ້ປະຊາຊົນສອງປະເທດ ພົບປະແລກປ່ຽນກ່ຽວກັບສິນຄ້າ ກໍຄືຢື້ຢາມຖາມຂ່າວ, ລະຫລິ້ນຢ່ອນອາລົມ. ຜ່ານການເປີດຕະຫລາດນັດນັ້ນ ແມ່ນສະແດງໃຫ້ເຫັນອາລົມຈິດລະຫວ່າງປະຊາຊົນສອງປະເທດຢູ່ເຂດຊາຍແດນ.”
ຕະຫລາດນັດ ນາແມ່ວ ນຳໃຊ້ທັງສອງສະກຸນເງິນ ນັ້ນແມ່ນເງິນກີບຂອງລາວ ແລະ ເງິນດົງຂອງຫວຽດນາມ
ພາບ: internet
|
ແລະກໍຕາມອ້າຍຟູ ແລ້ວ, ໃນບຸນເຕັດ, ຕະຫລາດນັດ ນາແມ່ວ ຍິ່ງຟົດຟື້ນຂຶ້ນຕື່ມ, ຕະຫລາດຍັງແມ່ນໂອກາດເພື່ອໃຫ້ບ່າວສາວຢູ່ບັນດາໝູ່ບ້ານຂອງສອງປະເທດນັດພົບກັນ. ມີເລື່ອງລາວກ່ຽວກັບຄວາມຮັກຫລາຍເລື່ອງໄດ້ປະກົດຂຶ້ນຢູ່ຕະຫລາດນີ້. ທ່ານ ຫງວຽນວັນຕີ້ງ ພະນັກງານການແພດ, ເມືອງ ກວານເຊີນ ໃຫ້ຮູ້ວ່າ:
“ຍ້ອນມີຊາຍແດນຕິດຈອດກັນ ສະນັ້ນ ຊາວລາວບາງຄົນ ມີອ້າຍນ້ອງພວມດຳລົງຊີວິດຢູ່ ຫວຽດນາມ ແລະ ຊາວເຜົ່າໄທກໍມີອ້າຍນ້ອງພວມຢູ່ລາວ. ນອກນັ້ນບ່າວສາວ ຫວຽດນາມ, ລາວ ບາງຄູ່ໄດ້ກາຍເປັນຜົວເມຍ. ຍ້ອນມີຄວາມສະຫນິດຕິດພັນ, ພາສາລາວ ແລະ ພາສາເຜົ່າໄທ(ຫວຽດນາມ) ມີສຽງເວົ້າຄ້າຍຄືກັນ ຫລື ຊາວມົ້ງຂອງລາວ ແລະ ຊາວມົ້ງຂອງຫວຽດນາມ ກໍມີສຽງເວົ້າຄືກັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສາມັກຄີ ແລະ ຈຸດວັດທະນະທຳຂອງປະຊາຊົນສອງປະເທດຢູ່ຕະຫລາດນັດ.”
ຮອດເວລາ 11 ໂມງ, ຕະຫລາດນັດ ນາແມ່ວ ອັດລົງ, ເຖິງວ່າ ຂາຍໄດ້ເຄື່ອງຫລືບໍ່ ແຕ່ປະຊາຊົນໄປຕະຫລາດນັດລ້ວນແຕ່ຮູ້ສຶກເບິກບານມ່ວນຊື່ນ. ເຂົາເຈົ້າອຳລາກັນດ້ວຍການຈັບມືທີ່ເຕັມໄປດ້ວຍຄວາມສາມັກຄີ ແລະ ນັດມື້ພົບກັນໃຫມ່ໃນຕະຫລາດນັດອາທິດຫນ້າ.